ກະຊວງກະສິກຳ ແລະ ປ່າໄມ້

ຈາກ Laopedia

ກະຊວງກະສິກຳ ແລະ ປ່າໄມ້ ຂຽນເປັນຕົວອັກສອນຫຍໍ້ວ່າ “ກປ” ແມ່ນກົງຈັກການຈັດຕັ້ງໜຶ່ງຂອງ ລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ແລະ ຄຸ້ມຄອງມະຫາພາກກ່ຽວກັບວຽກ ງານກະສິກຳ, ປ່າໄມ້, ການປຸງແຕ່ງກະສິກຳຂັ້ນຕົ້ນ, ຄົ້ນຄວ້າວິທະຍາສາດເຕັກນິກ, ຊີວະເຕັກໂນໂລຊີ ແລະ ລະບົບນິເວດກະສິກຳ ແລະ ປ່າໄມ້ ແລະ ວຽກງານພັດທະນາຊົນນະບົດໃນຂອບເຂດທົ່ວປະເທດ,

ໜ້າທີ່ ຂອງກະຊວງກະສິກຳ ແລະ ປ່າໄມ້

1. ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດຂອງປະທານ ປະເທດ, ດຳລັດ, ມະຕິ ແລະ ນິຕິກຳຂອງລັດຖະບານ ແລະ ນາຍົກລັດຖະມົນຕີ;

2. ເຜີຍແຜ່ເຊື່ອມຊຶມ ແລະ ຄົ້ນຄວ້າຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ນະໂຍບາຍ, ແຜນຍຸດ ທະສາດ ແລະ ມະຕິຕົກລົງຂອງລັດຖະບານກ່ຽວກັບວຽກງານກະສິກຳ, ປ່າໄມ້ ແລະ ວຽກງານ ພັດທະນາຊົນນະບົດ ມາເປັນ ແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ ພ້ອມທັງຮັບຜິດ ຊອບໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;

3. ຄົ້ນຄວ້າ ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍອັນຈຳເປັນສຳລັບຄຸ້ມຄອງວຽກງານຂອງ ຂະແໜງການຕົນ ເພື່ອສະເໜີຕໍ່ລັດຖະບານພິຈາລະນາ;

4. ສຸມທຸກກຳລັງແຮງ ເພື່ອຊຸກຍູ້ການຜະລິດສະບຽງອາຫານໃຫ້ພຽງພໍ ເພື່ອຄໍ້າປະກັນຄວາມໝັ້ນຄົງທາງ ດ້ານສະບຽງອາຫານ ແລະ ໂພຊະນາການ, ມີວັດຖຸດິບປ້ອນໂຮງງານປຸງແຕ່ງ, ມີຜົນຜະລິດ ສົດ, ສະອາດ ແລະ ປອດໄພ ເພື່ອຊົມໃຊ້ພາຍໃນປ່ຽນແທນການນໍາເຂົ້າ:

5. ຍູ້ແຮງການຜະລິດກະສິກຳ ແລະ ປ່າໄມ້ ເປັນສິນຄ້າແບບຫຼາກຫຼາຍ ໂດຍມີການກຳນົດເຂດການ ຜະລິດຕິດພັນກັບການປຸງແຕ່ງ ແລະ ການຕະຫຼາດ ຕາມທ່າແຮງທີ່ໄດ້ປຽບຂອງທ້ອງຖິ່ນ ແລະ ເຂດ ແຄວ້ນ, ຊຸກຍູ້ການພັດທະນາ ວິສາຫະກິດ, ຟາມ, ຄອບຄົວຕົວແບບ ໃນການຜະລິດສິນຄ້າສົດ, ຊີວະພາບ, ສະອາດ, ຜະລິດສິນຄ້າທີ່ເປັນທ່າແຮງໄດ້ປຽບເພື່ອສົ່ງອອກຕ່າງປະເທດ ໂດຍສອດຄ່ອງ ກັບມາດຕະຖານ ສຸຂານາໄມ ພືດ ແລະ ສັດ ຂອງປະເທດຄູ່ຄ້າ;

6. ຄົ້ນຄວ້າ, ກຳນົດມາດຕະຖານລວມ ດ້ານເຕັກນິກ ແລະ ຄຸນນະພາບ ກ່ຽວກັບຜະລິດຕະພັນກະສິກຳ, ປ່າໄມ້, ປັດໄຈການຜະລິດ, ອຸປະກອນ ແລະ ກົນຈັກກະສິກຳ, ໂຮງງານປຸງແຕ່ງກະສິກຳ ແລະ ປ່າໄມ້; ສ້າງ ແລະ ປັບປຸງພື້ນຖານໂຄງລ່າງດ້ານເຕັກນິກ ແລະ ວິຊາການ ເພື່ອນຳໃຊ້ເຂົ້າໃນຂະບວນ ການວິໄຈ, ທົດລອງຢັ້ງຢືນມາດຕະຖານສິນຄ້າ ກະສິກຳ ແລະ ປ່າໄມ້ ຮັບໃຊ້ພາຍໃນ, ການນໍາເຂົ້າ ແລະ ສຳລັບສົ່ງອອກ; ຊຸກຍູ້ສົ່ງເສີມການພັດທະນາເຂດ ແລະ ນິຄົມອຸດສາຫະກຳ-ກະສິກຳ, ຕະຫຼາດຂາຍຍົກ-ຂາຍຍ່ອຍຜົນຜະລິດກະສິກຳ ແລະ ປ່າໄມ້ ຕາມກົດໝາຍ ແລະ ລະບຽບການ;

7. ຄຸ້ມຄອງ, ກວດກາ, ຢັ້ງຢືນ ກະສິກຳສະອາດ, ສຸຂານາໄມພືດ ແລະ ສັດ ໃນການນໍາເຂົ້າ, ສົ່ງອອກ ຜະລິດຕະພັນ ກະສິກຳ, ປ່າໄມ້ ແລະ ເຄື່ອງປ່າຂອງດົງ ລວມທັງ ຄຸ້ມຄອງການນຳເຂົ້າ, ສົ່ງອອກ ປັດໄຈການຜະລິດ ເປັນຕົ້ນ ຝຸ່ນ, ຢາປາບສັດຕູພືດ, ເຄມີກະສິກຳ, ຢາປົວພະຍາດສັດ, ວັກຊີນ, ອາຫານສັດ, ແນວພັນພືດ, ແນວພັນສັດ, ແນວພັນປາ, ກົນຈັກ ແລະ ອຸປະກອນການຜະລິດກະສິ ກຳ ຕາມກົດໝາຍ ແລະ ລະບຽບການ; ເອື້ອອໍານວຍຄວາມສະດວກ ໃນການສົ່ງຜ່ານສິນຄ້າ ກະສິ ກຳ ແລະ ປ່າໄມ້ ຈາກປະເທດຕົ້ນທາງຫາປະເທດປາຍທາງ ຕາມກົດໝາຍ ແລະ ລະບຽບການ;

8. ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງງານອຸດສາຫະກຳປຸງແຕ່ງກະສິກຳ ແລະ ປ່າໄມ້ ເຊັ່ນ: ໂຮງສີເຂົ້າ, ໂຮງງານປຸງແຕ່ງແປ້ງມັນຕົ້ນ, ໂຮງງານປຸງແຕ່ງອ້ອຍ, ໂຮງງານຂ້າສັດ, ໂຮງງານ ຜະລິດອາຫານສັດ, ໂຮງງານຜະລິດວັກຊິນ, ປາປາບສັດຕູພືດ, ຢາປົວສັດ ແລະ ເຄື່ອງມື

ສັດຕະວະແພດ, ໂຮງງານປຸງແຕ່ງໄມ້, ໂຮງເລື່ອຍ, ໂຮງຊອຍ, ໂຮງເຟີນີເຈີ, ໂຮງງານປຸງແຕ່ງ

ຢາງພາລາ ແລະ ເຄື່ອງປ່າຂອງດົງ, ໂຮງງານຜະລິດຝຸ່ນຊີວະພາບ ແລະ ອົງກະທາດ, ໂຮງງານຄັດ

ແຍກເມັດພັນ ແລະ ຫຸ້ມຫໍ່ຜົນຜະລິດກະສິກຳ, ໂຮງງານຜະລິດເຄື່ອງມື ແລະ ກົນຈັກກະສິກຳ,

ລະບົບໂລຈີສະຕິກໃນຂົງເຂດກະສິກຳ ແລະ ປ່າໄມ້ ໃຫ້ເປັນລະບົບຕ່ອງໂສ້ ໃນການຄຸ້ມຄອງກຳນົດ ແຜນການຜະລິດ, ການປຸງແຕ່ງ ແລະ ການຕະຫຼາດ ຢ່າງກົມກຽວ:

9. ຄຸ້ມຄອງການນໍາໃຊ້ສານເຄມີ ເຂົ້າໃນການຜະລິດກະສິກຳ ເປັນຕົ້ນ ຝຸ່ນເຄມີ, ຢາປາບສັດຕູພືດ, ຢາ ຂ້າຫຍ້າ, ສານກະຕຸ້ນ, ການຕັດແຕ່ງພັນທຸກຳ (GMO) ແລະ ສານເຄມີອື່ນໆ ໃຫ້ໄດ້ຕາມ ມາດຕະຖານກະສິກຳສະອາດ;

10. ຄຸ້ມຄອງ ແລະ ພັດທະນາລະບົບຊົນລະປະທານຫຼາຍຮູບແບບ ໂດຍນຳໃຊ້ນໍ້າຜິວດິນ ແລະ ນ້ຳໃຕ້ ດິນ, ນຳໃຊ້ພະລັງງານທົດແທນ ເຂົ້າໃນການສູບນໍ້າ ໃນບ່ອນທີ່ມີເງື່ອນໄຂ ແລະ ສ້າງໂຄງລ່າງລະບົບ ປ້ອງກັນ-ລະບາຍນໍ້າ ເພື່ອຕ້ານແລ້ງ, ຕ້ານຖ້ວມ ແລະ ນຳໃຊ້ນ້ຳຊົນລະປະຫານ ໃຫ້ມີປະສິດທິພາບ ສູງ ຕິດພັນກັບການພັດທະນາຊົນລະກະເສດ ຕາມທິດຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ຍືນຍົງ;

11. ຊຸກຍູ້, ສົ່ງເສີມຖ່າຍທອດເຕັກນິກ, ເຕັກໂນໂລຊີກ່ຽວກັບການປູກ, ການລ້ຽງ ແລະ ການປຸງແຕ່ງ: ຈັດຕັ້ງການຜະລິດຂອງຊາວກະສິກອນ ເປັນກຸ່ມ ຫຼື ສະຫະກອນ, ຈັດຝຶກອົບຮົມທັກສະກະສິກຳ ສະໄໝໃໝ່ ໃຫ້ບຸກຄົນ ຫຼື ສະມາຊິກກຸ່ມ ໃນດ້ານການບໍລິຫານຈັດການ, ການເຂົ້າເຖິງຕະຫຼາດ ແລະ ແຫຼ່ງທຶນ, ການນໍາໃຊ້ກົນຈັກ, ການສະໜັບສະໜູນພື້ນຖານໂຄງລ່າງດ້ານການປຸງແຕ່ງ, ຫຸ້ມຫໍ່, ການເກັບຮັກສາ, ການຕະຫຼາດໃນບ່ອນທີ່ມີຄວາມຈຳເປັນ

12. ພັດທະນາສູນບໍລິການເຕັກນິກກະສິກຳ ທີ່ມີຢູ່ໃນທົ່ວປະເທດໃຫ້ເຂັ້ມແຂງ ຮັບປະກັນການເຄື່ອນ ໄຫວໃຫ້ມີປະສິດທິພາບ ດ້ວຍການປະກອບທຶນ, ວິຊາການທີ່ມີຄວາມຮູ້ຄວາມສາມາດ, ປະກອບ ວັດຖຸ-ເຕັກນິກ ແລະ ເຕັກໂນໂລຊີທັນສະໄໝໃຫ້ແກ່ສູນຕ່າງໆ ເພື່ອຖ່າຍທອດບົດຮຽນ, ເຕັກໂນ ໂລຊີ ການປູກ-ການລ້ຽງ ແລະ ທັງເປັນບ່ອນສາທິດ ໃຫ້ແກ່ຊາວກະສິກອນ, ຜູ້ປະກອບການ, ນັກສຶກສາ ແລະ ສັງຄົມ;

13. ສຳຫຼວດວິໄຈດິນ, ສ້າງແຜນທີ່ດິນກະສິກຳ, ແບ່ງເຂດການຜະລິດ (ເຂດປູກ, ເຂດລ້ຽງ ແລະ ເຂດ ຢ່າໄມ້), ພັດທະນາທີ່ດິນກະສິກຳ, ດຳເນີນການປັກຫຼັກໝາຍເຂດທີ່ດິນສະຫງວນໄວ້ ເພື່ອການກະສິ ກຳ, ວາງແຜນນໍາໃຊ້ໃຫ້ຮັດກຸມ, ຄົ້ນຄວ້ານິຕິກຳກ່ຽວກັບການຄຸ້ມຄອງທີ່ດິນກະສິກຳ;

14. ຄຸ້ມຄອງປົກປັກຮັກສາປ່າໄມ້ ຕາມ 3 ລະບົບປະເພດປ່າ (ປ່າສະຫງວນແຫ່ງຊາດ ຫຼື ອຸທິຍານແຫ່ງ ຊາດ, ປ່າປ້ອງກັນແຫ່ງຊາດ ແລະ ປ່າຜະລິດ), ກຳນົດມາດຕະການ ເພື່ອຟື້ນຟູປ່າໄມ້ ແລະ ປົກປັກ ຮັກສາແຫຼ່ງນໍ້າ-ຄວາມສົມດຸນຂອງລະບົບນິເວດ ແລະ ຊີວະນາໆພັນ; ສົ່ງເສີມການຟື້ນຟູບູລະນະ ປ່າໄມ້ ແລະ ການປູກໄມ້ເປັນສິນຄ້າ ຕິດພັນກັບການສົ່ງເສີມການທ່ອງທ່ຽວທຳມະຊາດ, ການ ພັດທະນາກະສິກຳ, ປ່າໄມ້ ແລະ ການລ້ຽງສັດແບບປະສົມປະສານ, ການຫຼຸດຜ່ອນການປ່ອຍທາດ ພຶດເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ ແລະ ຍູ້ແຮງການ ຄ້າຂາຍສິນເຊື່ອກາກບອນປ່າໄມ້ໃນເຂດປ່າໄມ້ທີ່ມີເງື່ອນໄຂ ຕາມທິດສີຂຽວ ແລະ ຍືນຍົງ; ສົມທົບ ກັບຂະແໜງການທີ່ກ່ຽວຂ້ອງ ລະດົມ ແລະ ສະໜອງທຶນໃຫ້ແກ່ກອງທຶນປົກປັກຮັກສາປ່າໄມ້ ແລະ ຄຸ້ມຄອງນໍາໃຊ້ໃຫ້ມີປະສິດທິຜົນ;

15. ພັດທະນາພື້ນຖານໂຄງລ່າງ ທີ່ຕິດພັນກັບວຽກງານກະສິກຳ ແລະ ປ່າໄມ້ ໃນເຂດຊົນນະບົດ, ພັດທະນາອາຊີບ ແລະ ປັບປຸງລະບົບການຈັດຕັ້ງການຜະລິດ ເພື່ອສ້າງລາຍຮັບບັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກໃຫ້ແກ່ຊາວຊົນນະບົດ; ເປັນໃຈກາງປະສານງານກັບບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນ ໃນການພັດທະນາຊົນນະບົດຮອບ ດ້ານ ຕາມພາລະບົດບາດຂອງບັນດາຂະແໜງການ ແລະ ທ້ອງຖິ່ນ; ຄົ້ນຄວ້າກຳນົດມາດຕະຖານ, ຕົວຊີ້ວັດແຫ່ງຊາດ ກ່ຽວກັບວຽກງານພັດທະນາຊົນນະບົດໃໝ່ (ມາດຕະຖານຄອບຄົວພົ້ນທຸກ ແລະ ພັດທະນາ, ບ້ານພົ້ນທຸກ ແລະ ບ້ານພັດທະນາ, ບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະ ບົດ, ເມືອງພົ້ນທຸກ ແລະ ເມືອງເຂັ້ມແຂງຮອບດ້ານ) ຕາມທິດສາມສ້າງ, ຄົ້ນຄວ້າ, ກຳນົດຈຸດສຸມພັດທະນາຊົນນະບົດໃນແຕ່ລະໄລຍະ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ເປັນຕົ້ນແມ່ນ ຈຸດສຸມຈັດສັນພູມລຳເນົາ, ຈຸດສຸມສ້າງບ້ານພັດທະນາ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນ ຊົນນະບົດ ແລະ ຈຸດສຸມອື່ນໆ ໃຫ້ເປັນເອກະພາບລະຫວ່າງສູນກາງ ແລະ ທ້ອງຖິ່ນ ພ້ອມທັງ ຊຸກຍູ້, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ເປັນແຕ່ລະໄລຍະ,

16. ສົມທົບພາກສ່ວນກ່ຽວຂ້ອງ ໃນການລະດົມທຶນ ແລະ ສະໜອງທຶນໃຫ້ແກ່ການຈັດຕັ້ງປະຕິບັດ ບັນດາໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ວາງມາດຕະການໃນການຄຸ້ມ ຄອງ, ນຳໃຊ້ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ການປ່ອຍສິນເຊື່ອຂອງທະນາຄານນະໂຍ ບາຍ ພ້ອມທັງ ຊຸກຍູ້, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການກຳນົດໄວ້:

17. ຄົ້ນຄວ້າ, ທົດລອງດ້ານວິທະຍາສາດເຕັກນິກ ແລະ ເຕັກໂນໂລຊີ ດ້ານກະສິກຳ, ປ່າໄມ້, ນິເວດ ວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ພັດທະນາຊົນນະບົດ, ປັບປຸງ, ເລືອກເຟັ້ນ ແລະ ຂະຫຍາຍ ແນວພັນພືດ, ໄມ້, ສັດ ແລະ ສັດນ້ຳ ຕິດພັນກັບການຜະລິດເປັນສິນຄ້າ ພ້ອມທັງ ເຜີຍແຜ່, ແນະ ນໍາການນໍາໃຊ້ຜົນສໍາເລັດຂອງການຄົ້ນຄວ້າ, ທົດລອງ ໄປສູ່ສັງຄົມ; ຄຸ້ມຄອງແຫຼ່ງພັນທຸກຳພືດ, ສັດ ຂອງ ສປປ ລາວ ຕາມທີ່ກົດໝາຍກຳນົດ ແລະ ຄຸ້ມຄອງປົກປ້ອງລິຂະສິດຜົນຂອງການຄົ້ນຄວ້າທົດ ລອງ: ພັດທະນາ ແລະ ປັບປຸງໂຄງລ່າງກ່ຽວກັບການຄົ້ນຄວ້າທົດລອງທາງດ້ານວິທະຍາສາດ ດ້ວຍ ການປະກອບວັດຖຸ-ເຕັກນິກ, ອຸປະກອນ ແລະ ເຄື່ອງມື, ຫ້ອງທົດລອງ ໃຫ້ບັນດາສະຖາບັນ, ສູນ ແລະ ສະຖານີຕົ້ນຄວ້າໃຫ້ມີຄວາມເຂັ້ມແຂງ:

18. ຊຸກຍູ້, ສົ່ງເສີມ, ເອື້ອອຳນວຍຄວາມສະດວກ ໃຫ້ແກ່ການລົງທຶນຂອງຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນຂະບວນການແຂງແຮງ, ຄຸ້ມຄອງ ແລະ ກະຕຸກຊຸກຍູ້ ບັນດາລັດວິສາຫະ ກິດ ທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້; ພົວພັນຮ່ວມມື, ຂົນຂວາຍຍາດແຍ່ງການຊ່ວຍເຫຼືອ ແລະ ການລົງທຶນ ຈາກພາຍໃນ, ຕ່າງປະເທດ ບົນພື້ນຖານກົດໝາຍ ພ້ອມທັງປະຕິບັດພັນທະຕໍ່ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີຢ່າງຕັ້ງໜ້າ ເພື່ອເປັນກຳລັງແຮງ ປະກອບສ່ວນເຂົ້າໃນ ການພັດທະນາວຽກງານກະສິກຳ, ປ່າໄມ້, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ;

19. ປັບປຸງແຜນກຳນົດ ແລະ ຍຸດທະສາດກ່ຽວກັບພະນັກງານ, ສ້າງແຜນກໍ່ສ້າງ ແລະ ບຳລຸງຍົກລະດັບ ພະນັກງານ, ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ກໍ່ສ້າງ ແລະ ຄຸ້ມຄອງຈັດວາງບັນຈຸພະນັກງານ ໃຫ້ມີຄວາມສົມສ່ວນ ໃຫ້ມີພະນັກງານທີ່ໄດ້ເຮັດຕົວຈິງຢູ່ຮາກຖານ, ສູນ, ສະຖານີ, ພັດທະນາ ລັດຖະກອນໃໝ່ ແລະ ບຳລຸງສ້າງພະນັກງານເກົ່າ ເພື່ອສ້າງໃຫ້ໄດ້ຖັນແຖວພະນັກງານທີ່ມີຄຸນ ນະພາບ, ຄົບຊຸດ ແລະ ມີໂຄງປະກອບພະນັກງານທີ່ເໝາະສົມ ແນໃສ່ຕອບສະໜອງຄວາມ ຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ຍາວນານ, ທັງມີຖັນແຖວພະນັກງານ-ລັດຖະກອນຜູ້ສືບ ທອດທີ່ໜັກແໜ້ນ; ຄົ້ນຄວ້ານະໂຍບາຍຕໍ່ວິຊາການເກັ່ງສະເພາະດ້ານ; ເອົາໃຈໃສ່ປະຕິບັດ ນະໂຍບາຍຕໍ່ຜູ້ທີ່ລົງເຄື່ອນໄຫວຢູ່ຮາກຖານ ເປັນຕົ້ນ ນະໂຍບາຍຍ້ອງຍໍສັນລະເສີນ, ນະໂຍບາຍ ສົ່ງເສີມຜູ້ທີ່ມີສີມືແຮງງານດີເກັ່ງ, ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ພະນັກງານອາວຸໂສບຳນານຕາມ ນະໂຍບາຍຂອງພັກ ແລະ ລັດ, ຄົ້ນຄວ້າມີຄຳເຫັນໃຫ້ອົງການປົກຄອງຂັ້ນແຂວງ ແລະ ຂັ້ນເມືອງ ໃນການຕົກລົງແຕ່ງຕັ້ງ, ສັບຊ້ອນໜ້າທີ່ວຽກງານບຸກຄະລາກອນຂອງຂະແໜງຕົນຢູ່ທ້ອງຖິ່ນ ຕາມ

ກົດໝາຍ ແລະ ລະບຽບການ;

20. ສ້າງ, ຄຸ້ມຄອງ, ປັບປຸງ ແລະ ຂະຫຍາຍລະບົບເຂືອຂ່າຍຖານຂໍ້ມູນສະຖິຕິ ແລະ ວຽກງານຂ່າວສານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສັງລວມບົດຮຽນຕົວແບບການຜະລິດທີ່ດີ, ຜົນສຳເລັດຈາກການຄົ້ນຄວ້າທົດລອງ ພ້ອມທັງໂຄສະນາເຜີຍແຜ່ອອກສູ່ສັງຄົມຢ່າງກວ້າງຂວາງ

21. ຄຸ້ມຄອງ, ບໍລິຫານການເງິນ ແລະ ຊັບສິນຂອງກະຊວງ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບສັງລວມຕາມກົດໝາຍ ແລະ ລະບຽບການ;

22. ຊີ້ນຳ, ຊຸກຍູ້, ຕິດຕາມ, ກວດກາ-ກວດການ ແລະ ປະເມີນຜົນການຈັດຕັ້ງປະຕິບັດລະບຽບການ, ກົດໝາຍ, ຍຸດທະສາດ, ແຜນງານ, ແຜນການ, ໂຄງການລົງທຶນຂອງລັດ ຫຼື ໂຄງການທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າ, ກວດກາ ແລະ ສະກັດກັ້ນ ການບຸກລຸກປ່າໄມ້, ການຂຸດຄົ້ນໄມ້, ການເຄື່ອນ ຍ້າຍໄມ້, ການຄ້າໄມ້, ສັດນ້ຳ-ສັດປ່າ, ເຄື່ອງປ່າຂອງດົງ ແລະ ຊີວະນາໆພັນ ທີ່ຜິດກົດໝາຍ ເພື່ອດຳ ເນີນຄະດີຕໍ່ຜູ້ກະທຳຜິດ ລວມທັງການຫັນປ່ຽນທີ່ດິນປ່າໄມ້, ທີ່ດິນກະສິກຳ ແລະ ທີ່ດິນເຂດ ຊົນລະປະທານ ຕາມກົດໝາຍ ແລະ ລະບຽບການກຳນົດໄວ້; ຕ້ານ ແລະ ສະກັດກັ້ນການສໍ້ລາດບັງ ຫຼວງ, ແກ້ໄຂຄໍາຮ້ອງ, ຄໍາສະເໜີ ຂອງພົນລະເມືອງ ທີ່ຕິດພັນກັບຂະແໜງກະສິກຳ ແລະ ປ່າໄມ້;

23. ປະສານສົມທົບກັບຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງ ປະຕິບັດ ໜ້າທີ່, ພາລະບົດບາດ ຂອງກະຊວງກະສິກຳ ແລະ ປ່າໄມ້ ໃນແຕ່ລະໄລຍະຢ່າງເປັນ ລະບົບຕໍ່ເນື່ອງ:

24. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງ ລັດຖະບານ.

ຂອບເຂດສິດ ຂອງກະຊວງກະສິກຳ ແລະ ປ່າໄມ້

1. ສະເໜີປັບປຸງກົງຈັກການຈັດຕັ້ງຂອງຕົນຕໍ່ລັດຖະບານ, ກຳນົດຕຳແໜ່ງງານ, ບັນຈຸ, ສັບຊ້ອນ ແລະ ຈັດວາງບຸກຄະລາກອນ ໃນທົ່ວຂະແໜງກະສິກຳ ແລະ ປ່າໄມ້ ຕາມການແບ່ງຂັ້ນຄຸ້ມຄອງ ທີ່ກົດ ໝາຍ ແລະ ລະບຽບການກຳນົດ ຕາມທິດກະທັດຮັດ, ເຂັ້ມແຂງ ແລະ ມີປະສິດທິພາບ;

2. ຊີ້ນຳ, ຄຸ້ມຄອງຕາມສາຍຕັ້ງ ທາງດ້ານ ເຕັກນິກ, ວິຊາການ ໂດຍມີການແບ່ງຂັ້ນຄຸ້ມຄອງ, ແບ່ງ ຄວາມຮັບຜິດຊອບ ແລະ ແບ່ງສິດ ໃນການຕົກລົງບັນຫາ ໃຫ້ອົງການປົກຄອງທ້ອງຖິ່ນ ຢ່າງ ລະອຽດ, ຈະແຈ້ງ

3. ຮຽກໂຮມພະນັກງານນຳພາ-ຄຸ້ມຄອງ ແລະ ນັກວິຊາການ ຂອງຂະແໜງກະສິກຳ ແລະ ປ່າໄມ້ ເຂົ້າ ຮ່ວມກອງປະຊຸມ ຫຼື ລາຍງານສ່ອງແສງວຽກງານເປັນແຕ່ລະໄລຍະ; ອະນຸມັດໃຫ້ບັນດາກົມ, ສະ ຖາບັນ ແລະ ສູນວິຊາການຕ່າງໆ ຈັດກອງປະຊຸມ, ງານວາງສະແດງສິນຄ້າກະສິກຳ ແລະ ກົນຈັກກະ ສິກຳ ແລະ ຕະຫຼາດນັດ, ຝຶກອົບຮົມ, ສຳມະນາວິຊາການ ແລະ ລົງເຮັດວຽກຢູ່ທ້ອງຖິ່ນ-ຮາກຖານ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ຕາມທີ່ໄດ້ກຳນົດໃນກົດໝາຍ ແລະ ລະບຽບ ການທີ່ກ່ຽວຂ້ອງ:

4. ຄົ້ນຄວ້າສ້າງ ຫຼື ປັບປຸງນິຕິກຳ, ຄໍາແນະນໍາ, ກຳນົດໝາຍເຕັກນິກ ແລະ ມາດຖານຜົນຜະລິດກະສິ ກຳ ເພື່ອຄຸ້ມຄອງມະຫາພາກ ດ້ານວຽກງານລວມຂອງຂະແໜງກະສິກຳ ແລະ ປ່າໄມ້;

5. ອອກຄຳສັ່ງ, ຂໍ້ຕົກລົງ, ຄໍາແນະນໍາ ແລະ ແຈ້ງການ ກ່ຽວກັບວຽກງານຂອງຂະແໜງກະສິກຳ ແລະ ປ່າໄມ້; ເຜີຍແຜ່ແນວທາງນະໂຍບາຍ, ກົດໝາຍ, ລະບຽບການ ແລະ ມາດຕະການຕ່າງໆ ທີ່ ກ່ຽວຂ້ອງກັບພາລະບົດບາດຂອງຂະແໜງກະສິກຳ ແລະ ປ່າໄມ້: ໂຈະການປະຕິບັດ, ລົບລ້າງ ຫຼື ຍົກເລີກ ຄຳສັ່ງ, ຂໍ້ຕົກລົງ, ຄໍາແນະນໍາ ແລະ ແຈ້ງການຂອງອົງການຈັດຕັ້ງຂຶ້ນລຸ່ມ ທີ່ຂຶ້ນກັບຂະ ແໜງການຕົນ;

6. ສະເໜີລັດຖະບານ ປັບປຸງ, ໂຈະການປະຕິບັດ, ລົບລ້າງ ຫຼື ຍົກເລີກ ນິຕິກຳຂອງຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ຂັດກັບກົດໝາຍ ແລະ ລະບຽບການຂອງຂະແໜງການຕົ້ນ: 7. ຄົ້ນຄວ້າ, ປະກອບຄຳເຫັນ ແລະ ຕົກລົງກ່ຽວກັບການລົງທຶນພາຍໃນ ແລະ ຕ່າງປະເທດ ຕ້ານກະສິ

ກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ບົນພື້ນຖານກົດໝາຍ ແລະ ລະບຽບການ ໃນແຕ່ລະໄລຍະ;

8. ເຊັນສັນຍາ, ອະນຸສັນຍາ ແລະ ບົດບັນທຶກຮ່ວມມືກັບຕ່າງປະເທດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ກ່ຽວກັບການຮັບເອົາການຊ່ວຍເຫຼືອຕ່າງໆ ເຂົ້າໃນວຽກງານກະສິກຳ ແລະ ປ່າໄມ້ ຕາມການອະນຸມັດຂອງຂັ້ນເທິງ:

9. ຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ຊັບສິນຂອງລັດ, ການຈັດຕັ້ງປະຕິບັດພາລະບົດບາດ ແລະ ໜ້າທີ່ ຄວາມຮັບຜິດຊອບຂອງຂະແໜງກະສິກຳ ແລະ ປ່າໄມ້ ຕາມກົດໝາຍ ແລະ ລະບຽບການກຳນົດໄວ້

10. ປະຕິບັດສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງ ລັດຖະບານ.

ໂຄງປະກອບກົງຈັກ ຂອງກະຊວງກະສິກຳ ແລະ ປ່າໄມ້

1. ຫ້ອງການ:

2. ກົມຈັດຕັ້ງ ແລະ ພະນັກງານ,

3. ກົມກວດກາ

4. ກົມແຜນການ ແລະ ການເງິນ;

5. ກົມປູກຝັງ,

6. ກົມລ້ຽງສັດ ແລະ ການປະມົງ;

7. ກົມຊົນລະປະທານ;

8. ກົມປ່າໄມ້;

9. ກົມກວດກາປ່າໄມ້;

10. ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ,

11. ກົມສົ່ງເສີມກະສິກຳ ແລະ ສະຫະກອນ,

12. ກົມພັດທະນາຊົນນະບົດ;

13. ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ;

14. ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ,

ຫົວໜ່ວຍວິຊາການລະດັບ 2 ຂຶ້ນກັບກະຊວງ

1. ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ),

2. ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ່ວ;

3. ສູນສາທິດ ແລະ ບໍລິການເຕັກນິກກະສິກຳ ຮ່ວມມືລາວ-ຈີນ;

4. ສູນຝຶກອົບຮົມເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ລາວ-ເກົາຫຼີ.

ຫົວໜ່ວຍວິຊາການລະດັບ 2 ທີ່ຂຶ້ນກັບກົມ

• ກົມຈັດຕັ້ງ ແລະ ພະນັກງານ

1. ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ,

2. ວິທະຍາໄລກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ;

3. ວິທະຍາໄລກະສິກຳ ແລະ ປ່າໄມ້ ສະຫວັນນະເຂດ;

4. ວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ; 5. ໂຮງຮຽນຊົນລະປະທານຊັ້ນສູງ ທ່າງ່ອນ.

ກະຊວງກະສິກຳ ແລະ ປ່າໄມ້ ມີກົງຈັກການຈັດຕັ້ງດ້ານວິຊາການຂອງຕົນຢູ່ທ້ອງຖິ່ນ ຕາມເງື່ອນໄຂຕົວ ຈິງຢູ່ແຕ່ລະຂັ້ນ ຕາມການຕົກລົງຂອງອົງການປົກຄອງທ້ອງຖິ່ນ ໂດຍເອກະພາບກັບກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງພາຍໃນ.

ມາດຕາ 6 ໂຄງປະກອບບຸກຄະລາກອນ

ບຸກຄະລາກອນ ຂອງກະຊວງກະສິກຳ ແລະ ປ່າໄມ້

1. ລັດຖະມົນຕີກະຊວງ 01 ທ່ານ ຮັບຜິດຊອບຕໍ່ລັດຖະບານ, ນາຍົກລັດຖະມົນຕີ ແລະ ຮອງ ນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດວຽກງານກະສິກຳ ແລະ ປ່າໄມ້ ໃນການຄຸ້ມຄອງມະຫາພາກຕາມ ຂະແໜງການຕົນຮັບຜິດຊອບ ຊຶ່ງມີສິດ ແລະ ໜ້າທີ່ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ລັດຖະບານ; ໃນເວລາຕິດຂັດ ລັດຖະມົນຕີກະຊວງ ຕ້ອງມອບສິດໃຫ້ ຮອງລັດຖະມົນຕີທ່ານໃດ ໜຶ່ງ ເປັນຜູ້ຮັກສາການແທນ.

2. ຮອງລັດຖະມົນຕີຈຳນວນໜຶ່ງ ຊ່ວຍລັດຖະມົນຕີກະຊວງ ໃນການຊີ້ນຳວຽກງານຂອງຕົນ, ຮັບຜິດຊອບວຽກງານໃດໜຶ່ງ ຕາມການມອບໝາຍຂອງລັດຖະມົນຕີກະຊວງ, ຮອງລັດຖະມົນຕີ ເປັນຜູ້ຮັກສາການແທນ ໃນເວລາລັດຖະມົນຕີກະຊວງຕິດຂັດ.

3. ຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າອົງການລັດທຽບເທົ່າກົມ, ຮອງຫົວໜ້າຫ້ອງການ, ຮອງ ຫົວໜ້າກົມ, ຮອງຫົວໜ້າອົງການລັດທຽບເທົ່າກົມ, ຫົວໜ້າພະແນກ, ຫົວໜ້າອົງການລັດທຽບເທົ່າ ພະແນກ, ຮອງຫົວໜ້າພະແນກ, ຮອງຫົວໜ້າອົງການລັດທຽບເທົ່າພະແນກ ແລະ ລັດຖະກອນ ວິຊາການຈຳນວນໜຶ່ງ ຕາມການກຳນົດຕຳແໜ່ງງານ,

ການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ແມ່ນປະຕິບັດຕາມກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້.


ແຫຼ່ງທີ່ມາ: https://www.maf.gov.la/