ໄຊຍະບູລີ

ຈາກ laopedia
Jump to navigation Jump to search
ແຜນທີ່ ແຂວງໄຊຍະບູລີ.png

ແຂວງ ໄຊຍະບູລີຕັ້ງຢູ່ທິດຕາເວັນຕົກສ່ຽງເໜືອຂອງປະເທດລາວ, ເປັນແຂວງເກົ່າແກ່ດົນນານພໍສົມຄວນ, ຜ່ານການຄົ້ນຄວ້າວິໄຈດິນຈີ່ສິມວັດສີບຸນເຮືອງທີ່ເມືອງໄຊຍະບູລີ ເຫັນວ່າຮ່ອງ ຮອຍປະຫວັດສາດສິມດັ່ງກ່າວໄດ້ຮັບການສ້າງຕັ້ງປີ ຄສ 1450. ເປັນແຂວງຕັ້ງຢູ່ຝັ່ງຂວາຂອງແມ່ນໍ້າຂອງນອນຢູ່ເສັ້ນຂະໜານ 17° ຫາ 19°,9′ ແລະ ເສັ້ນແວງ 101°, 44′ ຕາເວັນອອກ ສະເລ່ຍຄວາມສູງຈາກລະດັບໜ້ານໍ້າທະເລ 323 ແມັດ, ທິດເໜືອຕິດກັບແຂວງ ບໍ່ແກ້ວ, ທິດຕາ ເວັນອອກຕິດກັບແຂວງ ອຸດົມໄຊ, ແຂວງ ຫຼວງພະບາງ ແລະ ແຂວງ ວຽງຈັນ. ຊາຍແດນທິດຕາ ເວັນຕົກຕິດກັບ 6 ແຂວງຂອງລາຊະອານາຈັກໄທ ( ແຂວງ ຊຽງລາຍ, ພະເຍົາ, ນ່ານ, ອຸດຕຣາດິດ, ພິດສະນຸໂລກ ແລະ ແຂວງ ເລີຍ, ມີຄວາມຍາວ 647 ກິໂລ ແມັດ ) ທົ່ວແຂວງມີເນື້ອທີ່ທັງໝົດ 16.389 ຕາຕະລາງແມັດ, ເນື້ອທີ່ສ່ວນໃຫຍ່ແມ່ນເປັນພູດອຍ, ເນື້ອທີ່ກະສິກໍາທີ່ບຸກເບີກແລ້ວມີ 49. 437 ເຮັກຕາ, ເນື້ອທີ່ສາມາດບຸນເບີກໄດ້ຕື່ມມີ 20.500 ເຮັກຕາ, ສ່ວນຫຼາຍແມ່ນນອນຢູ່ໃນ 3 ທົ່ງພຽງໃຫຍ່ຄື: ທົ່ງພຽງເມືອງ ໄຊຍະບູລີ 10. 519 ເຮັກຕາ, ທົ່ງພຽງເມືອງ ພຽງ 23.452 ເຮັກຕາ ແລະ ທົ່ງພຽງເມືອງ ຊຽງຮ່ອນ 14.190 ເຮັກຕາ. ພູມອາກາດມີ 2 ພາກທີ່ແຕກຕ່າງກັນຄື: ອາກາດພາກເໜືອແມ່ນກວມເອົາແຕ່ເຂດບ້ານ ນາຄະຍາງ ເມືອງປາກລາຍ ຂື້ນໄປຮອດເຂດເມືອງຄອບ, ຍິ່ງຂື້ນໄປເໜືອເທົ່າໃດອາກາດຍິ່ງເຢັນເທົ່ານັ້ນ, 4 ເມືອງໃຕ້ຂອງແຂວງອາກາດມີລັກ ສະນະຮ້ອນຄືກັບພາກກາງຂອງລາວ.

ທີ່ຕັ້ງ[ແກ້ໄຂ]

ບັນດາເມືອງ[ແກ້ໄຂ]

  1. ເມືອງບໍ່ແຕນ (8-09)
  2. ເມືອງຫົງສາ (8-03)
  3. ເມືອງແກ່ນທ້າວ (8-08)
  4. ເມືອງຄອບ (8-02)
  5. ເມືອງເງິນ (8-04)
  6. ເມືອງປາກລາຍ (8-07)
  7. ເມືອງພຽງ (8-06)
  8. ເມືອງທົ່ງມີໄຊ (8-10)
  9. ໄຊຍະບູລີ (8-01)
  10. ເມືອງຊຽງຮ່ອນ (8-05)
  11. ເມືອງໄຊສະຖານ (8-11)

ສະຖານທີ່ທ່ອງທ່ຽວ[ແກ້ໄຂ]