ແຂວງເຊກອງ
Jump to navigation
Jump to search
ເຊກອງ (ອັງກິດ: Xekong) ເປັນແຂວງຫນຶ່ງທີ່ຢູ່ທາງພາກໃຕ້ ຂອງສປປ ລາວ ທີ່ມີຊາຍແດນ ຕິດກັບແຂວງສາລະວັນ ທາງທິດເໜືອ, ຕິດກັບແຂວງຈຳປາສັກ ທາງທິດຕາເວັນຕົກ, ຕິດກັບແຂວງອັດຕະປື ທາງທິດໃຕ້ ແລະ ຕິດກັບສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທາງທິດຕາເວັນອອກ, ມີຈຳນວນປະຊາກອນອາໄສຢູ່ ເບົາບາງທີ່ສຸດ.
ທີ່ຕັ້ງ ແລະ ພູມສັນຖານ[ແກ້ໄຂ]
ແຂວງເຊກອງ ມີເນື້ອທີ່ທັງໝົດ 7.750 ຕາຕະລາງກິໂລແມັດ ກອມເອົາ 3,27% ຂອງເນື້ອທີ່ ທົ່ວປະເທດ, ຊຶ່ງຕັ້ງຢູ່ພາກຕາເວັນອອກສຽງໃຕ້ ຂອງປະເທດລາວ.
ມີຊາຍແດນຕິດຈອດ * ທິດເໜືອຕິດກັບ ແຂວງສາລະວັນ ຍາວ 166 ກິໂລແມັດ * ທິດໃຕ້ຕິດກັບ ແຂວງອັດຕະປື ຍາວ 155 ກິໂລແມດ * ທິດຕາເວັນອອກຕິດກັບ ແຂວງເທືອທຽນເຫວ້, ກວາງນາມ ແລະ ແຂວງກອນຕູມ ສສ ຫວຽດນາມ, ມີຄວາມຍາວ 280 ກິໂລແມັດ * ທິດຕາເວັນຕົກຕິດກັບ ແຂວງຈຳປາສັກ ຍາວ 59 ກິໂລແມັດ
ບັນດາເມືອງ[ແກ້ໄຂ]
- ເມືອງລະມາມ(15-01)
- ເມືອງທ່າແຕງ(15-04)
- ເມືອງກະລຶມ(15-02)
- ເມືອງດັກຈຶງ(15-03)
ສະຖິຕິບັນດາແຫຼ່ງທ່ອງທ່ຽວ ແລະ ສະຖານທີ່ທ່ອງທ່ຽວ[ແກ້ໄຂ]
ໃນທົ່ວແຂວງເຊກອງມີແຫຼ່ງທ່ອງທ່ຽວ ທີ່ໄດ້ສຳຫຼວດ ແລະ ຂຶ້ນບັນຊີ ມີທັງໝົດ 38 ແຫ່ງ, ໃນນັ້ນ. ແຫຼ່ງທ່ອງທ່ຽວທຳມະຊາດ 20 ແຫ່ງ, ແຫຼ່ງທ່ອງທ່ຽວປະຫວັດສາດ 9 ແຫ່ງ, ແຫຼ່ງທ່ອງທ່ຽວວັດທະນາທຳ 6 ແຫ່ງ ແລະ ແຫຼ່ງທ່ອງທ່ຽວກະສິກຳ 3 ແຫ່ງ.
* ນ້ຳຕົກຕາດເຊກະຕາມ * ນ້ຳຕົກຕາດໝອກຈັນ * ຫມູ່ບ້ານເຜົ່າອາລັກ * ຫມູ່ບ້ານເຜົ່າຍະເຫີນ * ພູຫລວງ * ນ້ຳຕົກຕາດແຝກ * ສູນສິລະປະຊີບແມ່ເຮືອນ