ເພງຊາດລາວ

ຈາກ laopedia
Jump to navigation Jump to search

ເພິ່ນໄດ້ແຕ່ງເພັງຊາດລາວຂຶ້ນ ໃນວັນທີ 2 ຕຸລາ 1975 ເຊິ່ງແຕ່ງໂດຍທ່ານ ສີຊະນະ ສີສານ ໂດຍມີເນື້ອໃນດັ່ງລຸ່ມນີ້:

                ຊາດລາວຕັ້ງແຕ່ໃດມາ            ລາວທຸກຖ້ວນຫນ້າເຊີດຊູສຸດໃຈ
                ຮ່ວມແຮງຮ່ວມຈິດຮ່ວມໃຈ         ສາມັກຄີກັນເປັນກຳລັງດຽວ 
                ເດັດດ່ຽວພ້ອມກັນກ້າວໜ້​າ         ບູຊາຊູກຽດຂອງລາວ
                ສົ່ງເສີມໃຊ້ສິດເປັນເຈົ້າ             ລາວທຸກຊົນເຜົ່າສ​ະເໝີພາບກັນ 
                ບໍ່ໃຫ້ພວກຈັກກະພັດ              ແລະພວກຂາຍຊາດເຂົ້າມາລົບກວນ 
                ລາວທັງມວນຊູເອກະລາດ           ອິດສະລະພາບຂອງຊາດລາວໄວ້
                ຕັດສິນໃຈສູ້ຊິງເອົາໄຊ              ພາຊາດລາວໄປສູ່ຄວາມວັດທະນາ​​.