ກະດານຊຸມຊົນລາວພາກລັດ
ພາບລວມ[ແກ້ໄຂ]
ລະບົບກະດານຂໍ້ມູນຊຸມຊົນລາວພາກລັດ Government Laopedia ແມ່ນເປັນແຫຼ່ງລວມສູນຂໍ້ມູນຂອງບັນດາອົງການຈັດຕັ້ງພາກລັດ ທີ່ຕ້ອງການເຜີຍແຜ່ຂໍ້ມູນທີ່ເປັນຂໍ້ມູນເປີດ ບໍ່ວ່າຈະເປັນບົດຄົ້ນຄວ້າ, ນິຍາມຄຳສັບ, ນິຕິກຳ, ຄູ່ມືຄຳແນະນຳ ແລະອື່ນໆ ໃຫ້ແກ່ປະຊາຊົນ, ບໍລິສັດຫ້າງຮ້ານ ແລະ ພະນັກງານພາກລັດ ສາມາດຄົ້ນຫາ ແລະ ນຳໃຊ້ຂໍ້ມູນໄດ້ຢ່າງສະດວກ ແລະ ວ່ອງໄວ ເຊິ່ງລະບົບໄດ້ຈັດເກັບໄວ້ທີ່ ສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ.
ລະບົບ Government Laopedia ເປັນລະບົບທີ່ເນັ້ນຄວາມໄວໃນການປະມວນຜົນຂໍ້ມູນເປັນຫຼັກ, ໃຫ້ຄວາມສຳຄັນກັບເນື້ອຫາ ແລະ ການຈັດລະບຽບຂອງຂໍ້ມູນເພື່ອໃຫ້ເຜູ້ໃຊ້ຂົ້າໃຈງ່າຍ.
ອົງປະກອບຂອງລະບົບ[ແກ້ໄຂ]
1. ການກຳນົດສິດຂອງ user ຈະແບ່ງອອກເປັນ 4 ລະດັບ[ແກ້ໄຂ]
- ຜູ້ໃຊ້ທົ່ວໄປ ສາມາດປ້ອນຂໍ້ມູນ ສະແດງຄຳເຫັນ ແລະ ແກ້ໄຂຂໍ້ມູນໄດ້
- ຜູ້ຄູ້ມຄອງຂໍ້ມູນ ສາມາດ ເຊື່ອງ ແລະ ລຶບໜ້າຂໍ້ມູນທີ່ບໍ່ຕ້ອງການໄດ້
- ຜູ້ຄຸ້ມຄອງຜູ້ໃຊ້ ສາມາດອະນຸມັດຜູ້ໃຊ້ ແລະ ຄຸ້ມຄອງສິດຂອງຜູ້ນຳໃຊ້ໄດ້
- ຜູ້ຄຸ້ມຄອງລະບົບ ເປັນຜູ້ຕຸ້ມຄອງສູງສຸດໃນລະບົບ
2. ການຄົ້ນຫາ ແລະ ສະແດງຜົນຂໍ້ມູນ[ແກ້ໄຂ]
ລະບົບ ຈະມີການສະແດງຂໍ້ມູນໃນຮູບແບບຕົວອັກສອນ ເຊິ່ງຜູ້ໃຊ້ທົ່ວໄປສາມາດຄົ້ນຫາຂໍ້ມູນໃນລະບົບໄດ້ໂດຍບໍ່ຈຳເປັນຕ້ອງມີ user ເຂົ້າລະບົບ.
3. ການປ້ອນ ແລະ ແກ້ໄຂຂໍ້ມູນ[ແກ້ໄຂ]
ການປ້ອນຂໍ້ມູນ ຜູ້ໃຊ້ຈຳເປັນຕ້ອງໄດ້ລົງທະບຽນກ່ອນຈຶ່ງສາມາດເພີ່ມຂໍ້ມູນເຂົ້າລະບົບໄດ້ ເຊິ່ງການເພີ່ມຂໍ້ມູນ ສາມາດເພີ່ມຕົວອັກສອນ, ຮູບພາບ, ຕາຕະລາງ, ກ່ອງຂໍ້ມູນ, ສາລະບານ ແລະ ຈັດສັນອົງປະກອບຂອງການສະແດງຂໍ້ມູນໄດ້.
4. ການກຳນົດສິດການແກ້ໄຂ[ແກ້ໄຂ]
ທຸກຂໍ້ມູນທີ່ເພີ່ມເຂົ້າໃນລະບົບ ສາມາດກຳນົດສິດການແກ້ໄຂໄດ້ 3 ລະດັບຄື:
- ທຸກຄົນສາມາດແກ້ໄຂໄດ້ (ຜູ້ບໍ່ມີ User ກໍ່ສາມາດແກ້ໄຂ ແລະ ມີຄຳເຫັນໄດ້)
- ແກ້ໄຂໄດ້ສະເພາະຜູ້ມີ User ໃນລະບົບເທ່ົານັ້ນ
- ແກ້ໄຂໄດ້ສະເພາະຜູ້ເປັນ super admin ໃນລະບົບເທ່ົານັ້ນ
5. ເບິ່ງປະຫວັດການແກ້ໄຂຂໍ້ມູນ[ແກ້ໄຂ]
ເມື່ອຂໍ້ມູນມີການປ່ຽນແປງ ລະບົບຈະມີການບັນທຶກທຸກການແກ້ໄຂ ວ່າແມ່ນໃຜເປັນຜູ້ແກ້ໄຂຂໍ້ມູນ ພ້ອມທັງບອກເວລາ ແລະ ສາມາດສົມທຽບລະຫວ່າງ ສະບັບທີ່ແກ້ໄຂແລ້ວ ແລະ ສະບັບກ່ອນໜ້າວ່າມີການແກ້ໄຂສ່ວນໃດແນ່.
6. ການສະແດງຄຳຄິດເຫັນ[ແກ້ໄຂ]
ທຸກ user ທີ່ມີຢູ່ໃນລະບົບ ສາມາດສະແດງຄຳຄິດເຫັນຕໍ່ກັບຂໍ້ມູນໃນລະບົບໄດ້ ຍົກເວັ້ນຂໍ້ມູນນັ້ນໆຖືກຕັ້ງຄ່າໃຫ້ແກ້ໄຂໂດຍຜູ້ດູແລລະບົບ (super Admin).
ທົດລອງລະບົບຄວາມປອດໄພ