ທາດສາມປາງ

ຈາກ Laopedia
Revision as of 07:12, 30 ພະຈິກ 2023 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: thumb ທາດສາມປາງ, ເມືອງສຸຂຸມາ; ທາດສາມປາງ ເປັນສະຖານບູຮານທີ່ເກົ່າແກ່ ຂອງເມືອງສຸຂຸທາ ກໍ່ຄືແຂວງຈໍາປາສັກ. ຕັ້ງຢູ່ເຂດ 4 ໂນນຍ່າງ, ເມືອງສຸຂຸມາ. ຫ່າງຈາກເມືອງສຸຂຸມາ ໄປທາ...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)
ຮູບ:ທາດສາມປາງ.png

ທາດສາມປາງ, ເມືອງສຸຂຸມາ; ທາດສາມປາງ ເປັນສະຖານບູຮານທີ່ເກົ່າແກ່ ຂອງເມືອງສຸຂຸທາ ກໍ່ຄືແຂວງຈໍາປາສັກ. ຕັ້ງຢູ່ເຂດ 4 ໂນນຍ່າງ, ເມືອງສຸຂຸມາ. ຫ່າງຈາກເມືອງສຸຂຸມາ ໄປທາງຕາເວັນຕົກສຽງເໜືອປະມານ 13 ກິໂລແມັດ, ຫ່າງຈາກເມືອງປາກເຊໄປທາງຕາເວັນຕົກສຽງໃຕ້ປະມານ 72 ກິໂລແມັດ, ສະຖານທີ່ແຫ່ງນີ້ ຕັ້ງຢູ່ທົ່ງຮາບຫ້ວຍຂະໜວນ ເຊິ່ງ ເປັນສາຂາໜຶ່ງ ຂອງແມ່ນໍ້າຂອງ. ໃນອາດີດ ຫ້ວຍນີ້ມີນໍ້າໄຫຼ່ຕະຫຼອດ, ຄົນບູຮານໄດ້ໃຊ້ເປັນທາງຂົນສົ່ງ ແລະ ໄປ ມາຫາສູ່ກັນ. ພ້ອມນີ້ ຍັງມີເສັ້ນທາງບູຮານ ໄດ້ເນັ່ງຈາກວັດພູໄປທາງໃຕ້ ຈົນເຖິງຊາຍແດນກຳປູເຈຍ. ປະຈຸບັນນີ້ ຍັງໄດ້ ພົບເຫັນຢູ່ບາງຕອນ ກໍ່ຖືກທຳລາຍ ໂດຍສະເພາະປະຊາຊົນເຮັດໄຮ່, ເຮັດນາ, ປຸກເຮືອນຊານໃສ່ ແຕ່ກໍ່ຍັງສາມາດສັນ ນິຖານໄດ້ວ່າ: ແມ່ນເສັ້ນທາງຄູບູຮານ.​
ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=3&ItemID=61&MenuID=6