ວັດ​ສີ​ພົມ

ຈາກ Laopedia
Revision as of 04:30, 4 ກຸມພາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (Protected "ວັດ​ສີ​ພົມ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)
ຮູບ:ວັດ​ສີ​ພົມ.jpg

ວັດສີພົມເປັນວັດໜຶ່ງທີ່ສຳຄັນ ໃນນະຄອນເມືອງພວນ, ມີສີສັນທີ່ສວຍສົດງົດງາມ ແລະ ໜ້າອັດສະຈັນ ກ່ອນໝູ່ໝົດ ຍ້ອນເຈົ້າລ້ານຄຳກອງ ໄດ້ສະເດັດໄປເມືອງຊົວ (ເມືອງຫຼວງພະບາງໃນປະຈຸບັນ) ເພື່ອຊອກຫາຜູ້ມີຄວາມຮູ້ ແລະ ຄວາມຊຳນານ ໃນການກໍ່ສ້າງໂຮງຫໍ ແລະ ວັດວາອາຣາມ, ພະອົງຈຶ່ງໄດ້ພົບກັບ ອາຈານທຳມະຄາຖາເປັນຜູ້ທີ່ມີຝີມືດີເດັນ. ດັ່ງນັ້ນ, ພະອົງຈຶ່ງໄດ້ນຳເອົາອາຈານທຳມະຄາຖາ ມາສ້າງວັດດັ່ງກ່າວ ໃນປີ ຄສ 1390, ຈສ 752. ຕ່ໍ່ມາວັດສີພົມກໍ່ ຖືກທຳລາຍຄືກັບທາດຝຸ່ນ ແລະ ວັດເພຍວັດ. ແຕ່ມາຮອດປະຈຸບັນ ປະຊາຊົນໄດ້ພ້ອມກັນປັບປຸງປົວແປງໃຫ້ດີຂຶ້ນ.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=9