ວັດຮອຍຕີນພະບາດ ບ້ານລ້ອງຍາ

ຈາກ Laopedia
Revision as of 04:28, 4 ກຸມພາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (Protected "ວັດຮອຍຕີນພະບາດ ບ້ານລ້ອງຍາ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)
ຮູບ:ວັດຮອຍຕີນພະບາດ ບ້ານລ້ອງຍາ.jpg

ຕາມການເລົ່າຂານສືບຕໍ່ກັນມາວ່າ: ຢູ່ທາງຕາເວັນອອກສຽງໃຕ້ມີປ່າໄມ້ ແລະ ຕົ້ນໄມ້ໃຫຍ່ດົກໜາ ເປັນທີ່ຢູ່ອາໄສຂອງສັດນາໆຊະນິດ. ດັ່ງນັ້ນ ໃນແຕ່ລະປີ ໄດ້ມີຊ້າງຝູງໜຶ່ງ ລ່ອງຫ້ວຍແຮ ມາກາບໄຫວ້ຮອຍຕີນພະບາດໃນມື້ວັນສີນໃຫຍ່ 14-15 ຄ່ຳ ເດືອນຈຽງເພັງ ໂດຍແມ່ນ ທ້າວແສນປັນຍາ ເປັນຜູ້ພົບເຫັນ ຊ້າງຝູງນັ້ນ ໄດ້ກາບໄຫວ້ດ້ວຍການນັ່ງຄຸລົງ ແລ້ວເອົາງວງຍົກຂື້ນຟ້າ ລັກສະນະເຮັດຄືຄົນເຮົາກາບໄຫ້ວ ແລ້ວກໍ່ພາກັນລ່ອງຫ້ວຍແຮ ຂ້າມນ້ຳກໍ່ລຽບຕີນພູທາງທິດຕາເວັນອອກສຽງເໜືອ ທຸກວັນນີ້ຊາວບ້ານລ້ອງຍາ ຈິ່ງເອີ້ນກັນວ່ານາຊ້າງລຽບ ຊ້າງຝູງນັ້ນມີພຶດຕິກຳບໍ່ດີ ເຊັ່ນ:ທຳລາຍຜົນລະປູກ ໄຮ່-ນາ-ຮົ້ວສວນຂອງປະຊາຊົນມີຜົນເສຍຫາຍ ປະຊາຊົນມີຄວາມຄຽດແຄ້ນ ຈິ່ງພາກັນເອົາປືນແກັບ, ປືນເພີງ ໄລ່ຍິງໂຫ່ຮ້ອງໃສ່ຊ້າງຝູງນັ້ນແຕກຕື່ນແລ່ນໜີ ມີຊ້າງໂຕໜຶ່ງຖືກຍິງບາດເຈັບ ມາຕາຍຢູ່ທາງທິດໃຕ້ຂອງບ້ານປຸງຫຽງ ປະຈຸບັນນີ້ເພີ່ນຈິ່ງເອີ້ນວ່ານາຝັງຊ້າງ.

ການຄົ້ນພົບເຫັນຮອຍຕີນພະບາດ:

ປີ 1915-1926 ໂດຍອີງໃສ່ຮີດຄອງທີ່ເຄີຍນັບຖືກັນມາ ທາງພຸດທະສາດສະໜາໄດ້ມີການເຂົ້າປະຕິບັດທຳຢູ່ວັດບ້ານລ້ອງຍາ, ດັ່ງນັ້ນ ເຖົ້າແກ່ທັງຫລາຍ ຈິ່ງແຕ່ງຕັ້ງກັນເມືອນິມົນພະພິຂຸສົງຢູ່ເມືອງຊ່າງຍອງ ປະເທດຈີນ ມາເຂົ້າກຳທີ່ວັດບ້ານລ້ອງຍາ ເມື່ອພະພິຂຸສົງມາຮອດແລ້ວ ເຖົ້າແກ່ພໍ່ແມ່ນ້ອຍໜຸ່ມຍິງສາວ ກໍ່ພາກັນຕົກແຕ່ງຫ້າງຫາເຄື່ອງທານ, ຕູບກຳ 3 ຕູບ, ພະຕູບ 3 ຕົນ ໄປປະຈຳຢູ່ໃນສັນເຂົ້າຄາບດຽວ. ຫໍດະຫໍເດືອ ໃນເມື່ອຫ້າງຫາກະກຽມແລ້ວ ໃນມື້ເດືອນເພັງ ກໍ່ມີການແຈກທານຈົນຮອດ 9 ວັນ 9 ຄືນ ຈິ່ງມີການເລືອກການເຂົ້າກຳ. ໃນເມື່ອກ່ອນ ກໍ່ແມ່ນການປະຕິບັດທຳມະຄຳສັ່ງສອນທາງພຸດທະສາດສະໜາ ໃນເມື່ອເລືອກກຳສະຫລອງກຳແລ້ວ ສາທຸຊ່າງຍອງ ກໍໄດ້ເອົາທຳມະພະບາດລຽບໂລກ ມາເທດສະໜາສະຫລອງກຳ ຕາມຄຳພີຂອງພະບາດລຽບໂລກໄດ້ກ່າວວ່າ: ຢູ່ໃນໂລກມີຮອຍພະບາດຈຳນວນ 3 ຕື້ 4 ແສນ 150 ໝື່ນຮອຍຢູ່ໃນທົ່ວ ໂລກ ຕາມຄຳພີພະບາດລຽບໂລກໄດ້ກ່າວໄວ້ວ່າ: ຢູ່ຫ້ວຍແຮປ້ອງນ້ຳກໍ ກໍ່ມີ 1 ຮອຍ, ຮອຍຕີນເສນາ 2 ຮອຍ. ໃນເມື່ອສາທຸເທດສະໜາສຸດແລ້ວ ສາທຸກໍ່ໄດ້ຄົ້ນຄວ້ານຳເຖົ້າແກ່ທີ່ມາຟັງທຳວ່າ ຢູ່ຫ້ວຍແຮກໍ່ມີ 1 ຮອຍ. ດັ່ງນັ້ນ ສາທຸ ຈິ່ງໄດ້ຄົ້ນຄວ້າຕົກແຕ່ງກັນ ຊອກຫາຮອຍຕີນພະບາດ. ສ່ວນສາທຸ ກໍ່ໄດ້ຂື້ນໄປຊອກຢູ່ທາງເມືອງນາໝໍ້ ເຂດບ້ານອ່າຍ, ບ້ານຂວາງ ໄປຊອກນ້ຳກໍປ່ອງ, ນ້ຳພາກ ກໍ່ບໍ່ເຫັນຊອກຫາທຸກສາລະທິດກໍ່ບໍ່ເຫັນ. ຈິ່ງກັບຄືນມາວັດບ້ານລ້ອງຍາ ສາທຸຈິ່ງຄົ້ນຄວ້ານຳເຖົ້າແກ່ ແລ້ວພາກັນຊອກແຕ່ປາກຫ້ວຍແຮປ່ອງນ້ຳກໍ; ເມື່ອໄປຮອດບ່ອນປ່າດົງໜາປ່າໄມ້ໃຫ່ຍ ບ່ອນທີ່ຝູງຊ້າງມາກາບໄຫ້ວໃນເມື່ອກ່ອນ ຜ່ານໄປຫລາຍປີທີ່ ທ້າວແສນປັນຍາ ເມື່ອພົບເຫັນຊ້າງມາກາບໄຫວ້ ກໍ່ເຫັນກ້ອນຫີນກ້ອນໜຶ່ງ ຍາວປະມານ 1,5 ແມັດ ກ້ວາງປະມານ 80 ຊັງຕີແມັດ, ສູງປະມານ 50 ຊັງຕີແມັດ. ມີສີດຳເຫລື້ອມຫລິ່ງໄປທາງທິດຕາເວັນຕົກ ມີແຕ່ສົ້ນຕີນ ບໍ່ມີນີ້ວ ຢູ່ໃນວົງສົ້ນຕີນມີ 4 ຮອຍ ຕາມຄຳພີດີກາກ່າວໄວ້ວ່າ:

ຮອຍສົ້ນທີ່2: ໂກນາກຳມະໂນ ຮອຍສົ້ນທີ່3: ກັດສະໂປ ຮອຍສົ້ນທີ່4: ໂຄຕະໂມ ຊ້ອນກັນຢູ່ໃນວົງຂອງສົ້ນຕີນ ສ່ວນຮອຍທີ 5 ຊື່ວ່າ: ອະຣິຍະເມດໄຕ ເປັນຮອຍສຸດທ້າຍ ຍັງບໍ່ທັນມາເທື່ອ. ຮອຍພະບາດແມ່ນຫລິ່ງ (ງ່ຽງ) ໄປທາງທິດຕາເວັນຕົກປະມານ 90 ອົງສາ ເປັນກ້ອນຫີນສີດໍາເຫຼື້ອມ ເປັນໜ້າອັດສະຈັນ ແລະ ພິດສະດານ ບໍ່ມີສັດໂຕໃດມາຮຸກສີ, ໃບໄມ້ໃບໜຶ່ງ ກໍ່ບໍຕົກມາໃສ່ຮອຍຕີນ ທັງທີ່ວ່າຢູ່ບໍລິເວັນນັ້ນ ມີຕົ້ນໄມ້ເບິ່ງແລ້ວເປັນຕາເບິ່ງຕາຊົມ. ໃນເມື່ອເຫັນກ້ອນຫີນແປກປະຫລາດແນວນັ້ນ ສາທຸຈິ່ງເວົ້ານຳເຖົ້າແກ່ທຸກຄົນທີ່ໄດ້ມາຮູ້ມາເຫັນວ່າ ນີ້ແລ້ວແມ່ນຮອຍພະບາດທີ່ອອກຢູ່ໃນທຳພະບາດລຽບໂລກວ່າ ຫ້ວຍແຮປ່ອງນ້ຳ ກໍມີ 1 ຮອຍ, ເປັນແຕ່ນຳບຸນກຸສົນຂອງພວກເຮົາທີ່ໄດ້ມາຄົ້ນຫາຫລາຍວັນ ຈິ່ງໄດ້ມາພົບພໍ້ ສາທຸຈິ່ງໄດ້ບອກກ່າວໃຫ້ເຖົ້າແກ່ທັງຫລາຍວ່າ: ໃຫ້ພາກັນປົກປັກຮັກສາ ຖ້າບຸກຄົນໃດມີສັດທາ ຢາກມາສ້າງສາ ໃຫ້ນົບຂົບຢຳເມດຕາພາວັນນາຈຳສີນ, ຕັ້ງຫໍໂຮງສ້າງກວມຮອຍພະບາດນີ້ກໍ່ໄດ້ ແຕ່ຫ້າມບໍ່ໃຫ້ງັດແງະ, ບໍ່ໃຫ້ພິກປີ້ນ ແມ່ນແຕ່ເສັ້ນຜົມຜ່າແປດ ມັນຈະເກີດອຸປະຕິເຫດໂກລະຫົນ ແພ້ບ້ານແພ້ເມືອງ, ຄົນຈະລົ້ມຕາຍ ໂດຍສະເພາະແມ່ນຊາວບ້ານລ້ອງຍາ. ໃນເມື່ອຄົ້ນພົບຮອຍຕີນພະບາດເຫັນແລ້ວ ສາທຸຍັງນຳພາເຖົ້າແກ່ ຊອກຫາຮອຍຕີນເສນາທັງ 2 ຮອຍທີ່ໄດ້ກ່າວໃນທຳພະບາດລຽບໂລກ ໃນທີ່ສຸດສາທຸ ແລະ ເຖົ້າແກ່ ກໍໄດ້ຄົ້ນພົບຮອຍຕີນເສນາທັງ 2; ຮອຍທີ 1 ຢູ່ທິດຕາເວັນຕົກສຽງໃຕ້ຂອງບ້ານລ້ອງຍາ ຮອຍທີ 2 ຢູ່ທີ່ທິດຕາເວັນອອກສຽງໃຕ້ ຫ່າງຈາກຮອຍພະບາດ 200 ແມັດ ໃນເມື່ອຄົ້ນພົບຮອຍພະບາດ ແລະ ຕີນເສນາທັງ 2 ແລ້ວ ສາທຸ ກໍ່ໃຫ້ຄຳໂອວາດຕັກເຕືອນເຖົ້າແກ່ ແລະຊາວບ້ານ ແລ້ວກໍ່ກັບຄືນເມືອຊ່າງຍອງ ເພື່ອຈະເມືອເອົານ້ຳຮັກ, ນ້ຳຫາງ ແລ້ວຈະກັບຄືນມານຳພາເຖົ້າແກ່ ແລະ ຊາວບ້ານ ສ້າງສາພະບາດໃຫ້ເປັນທີ່ເຄົາລົບກາບໄຫ້ວແກ່ຊາວພຸດທັງຫລາຍ. ໃນທີ່ສຸດ ສາທຸກໍ່ບໍ່ໄດ້ກັບຄືນມາ ຍ້ອນສະພາບການບ້ານເມືອງ ການໄປມາຫາສູ່ກັນບໍ່ໄດ້ແລ້ວ. ໃນເມື່ອເຖົ້າແກ່ ແລະ ຊາວບ້ານລໍຄອຍຖ້າສາທຸບໍ່ມາ ຈິ່ງພາກັນຕັ້ງຕູບນ້ອຍກວມເອົາຮອຍພະບາດ, ເອົານ້ຳເຕົ້າດີນວາງໄວ້, ຮອດມື້ປີໃໝ່ເຂົ້າພັນສາ-ອອກພັນສາ ຈິ່ງພາກັນເມືອແຈກເມືອທານ ຕາມຮີດຄອງປະເພີນີທີ່ເຊື່ອຖືກັນມາ.

ການກໍ່ສ້າງຮອຍພະບາດຖືກຫລົ້ມເຫລວ ມາເຖິງປີ 1930 ສຽງຊາລືໄປທຸກສາລະທິດ ວ່າຢູ່ຫ້ວຍແຮປ່ອງນ້ຳກໍມີຮອຍຕີນພະບາດຢູ່ບ້ານລ້ອງຍາ ເມືອງໄຊ ແຂວງອຸດົມໄຊ ໃນປະຈຸບັນ ປ່າວຂ່າວລືໄປຮອດນ້ຳບາກ, ນ້ຳອູ ເວລານັ້ນມີສາທຸລາວ ຈຳນວນ 22 ອົງ ຂື້ນມາແຕ່ຫາດສາດອນລ້ອມ ມາກິນທານທີ່ວັດພະເຈົ້າສິງຄຳ ເມືອງຫລາ ເມື່ອກິນທານແລ້ວ ເພີ່ນຈິ່ງພາກັນຂື້ນຕາມນ້ຳກໍມາຮອດວັດລ້ອງຍາ ເມື່ອສາທຸມາເຖິງແລ້ວ ກໍ່ໄດ້ເອີ້ນເຖົ້າແກ່ທັງຫລາຍມາຖາມວ່າ ຢູ່ຫ້ວຍແຮປ່ອງນ້ຳກໍ ຢູ່ບ້ານລ້ອງຍາ ມີຮອຍຕີນພະບາດບໍ່? ເຖົ້າແກ່ທັງຫລາຍກໍ່ໄດ້ກາບອາລັດທະນາຕອບສາທຸວ່າ ໂດຍແມ່ນແລ້ວ ເມື່ອສາທຸໄດ້ຍີນ ຈິ່ງໃຫ້ເຖົ້າແກ່ພາໄປເບິ່ງຕົວຈິງ ແມ່ນຮອຍພະບາດແທ້ ດັ່ງນັ້ນສາທຸກໍ່ມີຈິດໃຈຢາກສ້າງ ຈິ່ງໄດ້ປຶກສາຫາລືນຳເຖົ້າແກ່ທັງຫລາຍ ກໍເຫັນດີເປັນເອກະພາບຕົກລົງພ້ອມກັນລົງມືສ້າງ: ສາທຸ ແລະ ຊາວບ້ານທັງຫລາຍ ໄດ້ຂຸດທາງແຕ່ບ້ານອ້ອມພູເຈີງ ລວງກວ້າງ 2 ແມັດ ລວງຍາວປະມານ 200 ແມັດ ໄປຮອດຕີນພະບາດ ຍ່າງສະດວກໃນການໄປມາ, ຂຸດເດີ່ນສະຖານທີ່ຮາບພຽງ ໂດຍນຳເອົາກ້ອນຫີນມາກໍ່ອ້ອມຮອຍຕີນພະບາດຢ່າງສະອາດງາມຕາໃນທຸກໆດ້ານ ແຕ່ຮອຍພະບາດມັນຫລິ່ງໄປທາງທິດຕາ ເວັນຕົກ ເພື່ອຢາກໃຫ້ມັນພຽງກັນ ຈິ່ງພາກັນຂຸດອ້ອມ ແລ້ວເອົາໄມ້ມາງັດແງະມັນ ມີຜົນສະທ້ອນຕໍ່ຮອຍຕີນພະບາດ ທັນໃດນັ້ນ ກໍ່ເກີດເຫດກົນລະຫົນທີ່ບໍ່ຄາດຄິດຂື້ນມາທັນທີ ສາທຸທັງຫລາຍກໍ່ເລືອດດັງອອກ ມີບາງຕົນກໍ່ເລືອດສົບອອກ ເປັນຕາຢ້ານກົວທີ່ສຸດ ເມື່ອເກີດເຫດແນວນັ້ນ ສາທຸທັງຫລາຍກໍ່ພາກັນແຕກໜີໄປໃຜໄປມັນ ໂດຍບໍ່ມາຢຽບຮອດວັດອີກເລີຍ,ສ່ວນຊາວບ້ານ ກໍ່ມີເຫດລົ້ມຕາຍແຕ່ລະມື້ແຕ່ລະວັນບໍ່ຂາດ, ເອົາໄປຝັງທາງໜ້າ ຜູ້ຢູ່ບ້ານຕາຍອີກຢ່າງຕໍ່ເນື່ອງລຽນຕິດ. ຈົນຂ່າວຄາວໄປຮອດບ້ານໃຕ້ບ້ານເໜືອ ສະພາບຜ່ານໄປໄດ້ 15 ວັນ ຜູ້ຄົນກໍ່ຍັງລົ້ມຫາຍຕາຍຈາກ ເມື່ອເປັນແນວນັ້ນ ຊາວບ້ານ ກໍ່ພາກັນແຕກຕື່ນຢ້ານກົວ ຈຳນວນໜຶ່ງກໍ່ພາກັນໜີໄປຢູ່ເມືອງຜາອຸດົມ, ຈຳນວນໜຶ່ງກໍ່ພາກັນໜີໄປຢູ່ເມືອງຫ້ວຍຊາຍ, ຈຳນວນໜຶ່ງກໍ່ໜີໄປຢູ່ນຳພີ່ນ້ອງບ້ານໃຕ້-ເໜືອ, ເກີດເປັນບ້ານເສົ້າເມືອງໝອງ ແຕ່ລະມື້ ຊາວບ້ານນ້ຳຫູມານ້ຳຕາອອກ, ມີຄວາມຢ້ານກົວ ແຕ່ລະມື້ບໍ່ມີຄວາມສະຫງົບ ເມື່ອສະພາບເປັນຄືແນວນັ້ນ ບັນດາເຖົ້າແກ່ທັງຫລາຍ ນຳພາໂດຍເຖົ້າແສນປັນຍາ, ເຖົ້າແສນລັງສີ ແລະ ເຖົ້າແສນທະນາ ຫ້າງຂັນດອກໄມ້ທຽນ 12 ຄູ່ ເມືອຄາລະວະສົມມາຮອຍຕີນພະບາດ ທີ່ສາທຸ ແລະ ເຖົ້າແກ່ຊາວບ້ານທັງຫລາຍໄດ້ກະທຳຜິດຂຸດອ້ອມ, ງັດແງະ ແລະ ພິກປີ້ນ ເຮັດໃຫ້ມີການເຄື່ອນເໜັງຕີງ ທີ່ສົ່ງຜົນກະທົບຕໍ່ຮອຍຕີນພະບາດ. ຫຼັງຈາກນັ້ນ ສະພາບການຕາຍ ແລະ ສິ່ງທີ່ສະທ້ານຍ້ານກົວຂອງຊາວບ້ານ ຈິ່ງສະຫງົບລົງ, ເຖົ້າແກ່ທັງຫລາຍ ຈິ່ງມາສະດຸ້ງຕື່ນ ຄິດອອກຄຳສັ່ງສອນຂອງສາທຸຊ່າງຍອງ ໄດ້ບອກກ່າວໄວ້ວ່າ: ຫ້າມບໍ່ໃຫ້ພິກ, ປີ້ນເຄື່ອນຍ້າຍ, ງັດແງະ ແມ່ນແຕ່ເສັ້ນຜົມຜ່າແປດ ມັນຈະເກີດເຫດຮ້າຍມີເພດໄພ ສະທ້ານຍ້ານກົວ, ຜູ້ຄົນລົ້ມຕາຍ.ຖືກສັດຕູເຜົາຜານວັດວາອາຮາມ. ຮອຍພະບາດຖືກທຳລາຍ ເກີດເປັນບ້ານຮ້າງເມືອງໝອງຢ່າງໜ້າສົມເພດເວດທະນາ ຈາກສົງຄາມຍຶດເຍື້ອຍາວນານກວ່າ 60 ປີ.

ການກໍ່ສ້າງ ແລະ ປະຕິສັງຂອນຮອຍຕີນພະບາດຄືນໃໝ່ ມາເຖິງປີ 1960-1965 ເຖົ້າແກ່ເມືອປຸກຕູບນ້ອຍກວມຮອຍຕີນພະບາດໄວ້ເພື່ອເປັນການອານຸລັກໄວ້,ເອົານ້ຳເຕົ້າຂັນໝາກເມືອໄຫວ້ ພໍເຖິງເດືອນ 6 ປີໃໝ່, ເຂົ້າພັນສາ ແລະ ອອກພັນສາ ກໍ່ພາກັນເມືອແຈກເມືອທານ ຕາມຮີດຄອງທາງພຸດທະສາດສະໜາທີ່ເຄີຍປະຕິບັດກັນມາ ຈະເຮັດລື່ນນັ້ນກໍ່ຍ້ານເກີດເຫດເພດໄພສະທ້ານຍ້ານກົວຜູ້ຄົນລົ້ມຕາຍຄືໃນເມື່ອກ່ອນທີ່ຜ່ານມາ.

         ມາເຖິງປີ 1975 ປະເທດຊາດໄດ້ຮັບການປົດປ່ອຍທົ່ວປະເທດ ມີການປ່ຽນໄປສູ່ລະບອບການປົກຄອງໃໝ່ ແລະ ມີການພັດທະນາໃນທຸກດ້ານ. ດັ່ງນັ້ນທາງພຸດທະສາດສະໜາກໍ່ໄດ້ຮັບການປັບປຸງ ແລະ ສ້າງສາພັດທະນາໄປພ້ອມໆກັນເຊັ່ນ: ວັດວາອາຮາມ, ຮອຍພະບາດ, ເຈດີ, ກຸດຕິວິຫານທີ່ຖືກທຳລາຍໃນສະໄໝສົງຄາມອາເມຣິກາ ກໍ່ໄດ້ສ້າງສາພັດທະນາຄືນໃໝ່.
         ມາເຖິງປີ 1985 ເຖົ້າແກ່ໄດ້ຊອກຫາທຸກວິທີທາງ ເພື່ອປະຕິສັງຂອນພະບາດຄືນໃໝ່ ເພື່ອໃຫ້ເປັນທີ່ເຄົາລົບບູຊາຂອງຊາວພຸດທັງຫລາຍ. ດັ່ງນັ້ນ ທາງເຖົ້າແກ່ຈິ່ງໄດ້ເຊີນທ່ານ ອາຈານ ໄມ່ ດວງຄຳ ຜູ້ຮູ້ຮີດຄອງທາງພຸດທະສາດສະໜາ ເປັນຜູ້ມານຳພາສ້າງສາປະຕິສັງຂອນ ແຕ່ຫ້າມຂຸດ, ງັດແງະ, ພິກປີ້ນ ທ່ານໄດ້ນຳພາສ້າງໃນທຸກ

ເປັນອັນວ່າການກໍ່ສ້າງພະບາດໃນຄັ້ງນັ້ນ ກໍ່ໄດ້ຢຸດເຊົາລົງ ຫາຜູ້ມາສືບຕໍ່ກໍ່ສ້າງກໍ່ບໍ່ມີ ສະພາບການບ້ານເມືອງເກີດເສີກທາງເໜືອເສືອທາງໃຕ້ ການໄປມາຫາສູ່ກັນກໍ່ມີໂຈນຮ້າຍ, ຂະໂມຍເກີດຂື້ນ. ເກີດເສີກສົງຄາມຕໍ່ສູ້ກັນມາຫລາຍປີ ປະເທດຊາດໄດ້ຖືກສັດຕູເຜົາຜານວັດວາອາຮາມ. ຮອຍພະບາດຖືກທຳລາຍ ເກີດເປັນບ້ານຮ້າງເມືອງໝອງຢ່າງໜ້າສົມເພດເວດທະນາ ຈາກສົງຄາມຍຶດເຍື້ອຍາວນານກວ່າ 60 ປີ.

ການກໍ່ສ້າງ ແລະ ປະຕິສັງຂອນຮອຍຕີນພະບາດຄືນໃໝ່ ມາເຖິງປີ 1960-1965 ເຖົ້າແກ່ເມືອປຸກຕູບນ້ອຍກວມຮອຍຕີນພະບາດໄວ້ເພື່ອເປັນການອານຸລັກໄວ້,ເອົານ້ຳເຕົ້າຂັນໝາກເມືອໄຫວ້ ພໍເຖິງເດືອນ 6 ປີໃໝ່, ເຂົ້າພັນສາ ແລະ ອອກພັນສາ ກໍ່ພາກັນເມືອແຈກເມືອທານ ຕາມຮີດຄອງທາງພຸດທະສາດສະໜາທີ່ເຄີຍປະຕິບັດກັນມາ ຈະເຮັດລື່ນນັ້ນກໍ່ຍ້ານເກີດເຫດເພດໄພສະທ້ານຍ້ານກົວຜູ້ຄົນລົ້ມຕາຍຄືໃນເມື່ອກ່ອນທີ່ຜ່ານມາ.

         ມາເຖິງປີ 1975 ປະເທດຊາດໄດ້ຮັບການປົດປ່ອຍທົ່ວປະເທດ ມີການປ່ຽນໄປສູ່ລະບອບການປົກຄອງໃໝ່ ແລະ ມີການພັດທະນາໃນທຸກດ້ານ. ດັ່ງນັ້ນທາງພຸດທະສາດສະໜາກໍ່ໄດ້ຮັບການປັບປຸງ ແລະ ສ້າງສາພັດທະນາໄປພ້ອມໆກັນເຊັ່ນ: ວັດວາອາຮາມ, ຮອຍພະບາດ, ເຈດີ, ກຸດຕິວິຫານທີ່ຖືກທຳລາຍໃນສະໄໝສົງຄາມອາເມຣິກາ ກໍ່ໄດ້ສ້າງສາພັດທະນາຄືນໃໝ່.
         ມາເຖິງປີ 1985 ເຖົ້າແກ່ໄດ້ຊອກຫາທຸກວິທີທາງ ເພື່ອປະຕິສັງຂອນພະບາດຄືນໃໝ່ ເພື່ອໃຫ້ເປັນທີ່ເຄົາລົບບູຊາຂອງຊາວພຸດທັງຫລາຍ. ດັ່ງນັ້ນ ທາງເຖົ້າແກ່ຈິ່ງໄດ້ເຊີນທ່ານ ອາຈານ ໄມ່ ດວງຄຳ ຜູ້ຮູ້ຮີດຄອງທາງພຸດທະສາດສະໜາ ເປັນຜູ້ມານຳພາສ້າງສາປະຕິສັງຂອນ ແຕ່ຫ້າມຂຸດ, ງັດແງະ, ພິກປີ້ນ ທ່ານໄດ້ນຳພາສ້າງໃນທຸກດ້ານເຊັ່ນ: ປັບປຸງເດີ່ນເຂດພະບາດ ໃຫ້ມີຄວາມສວຍງາມ ຄືດັ່ງຄົນຫລຸນກ່ອນທີ່ໄດ້ສ້າງປະໄວ້ໃຫ້ພວກເຮົາສືບຕໍ່, ປັບປຸງຄືນໃໝ່ໃຫ້ມີຄວາມສວຍສົດງົດງາມ ເປັນຕາເບິ່ງຕາຊົມ ການປະຕິສັງຂອນໃນເທື່ອນີ້ ແມ່ນມີຄວາມແຕກຕ່າງຈາກເມື່ອກ່ອນ ໄດ້ນຳເອົາຮອຍຕີນເສນາກ້ຳຂວາ-ກ້ຳຊາຍມາໄວ້ຄຽງຂ້າງຮອຍຕີນພະບາດ. ພ້ອມນັ້ນ ກໍ່ໄດ້ເອົາຮອຍຕີນສັດນາໆຊະນິດມາຈັດສັນອ້ອມຮອຍຕີນພະບາດເຊັ່ນ: ຮອຍຕີນຊ້າງ-ມ້າ-ນົກ-ງົວປ່າ-ຄວາຍປ່າ-ເສືອ-ສິງ-ລິງ-ເປັດ-ໄກ່ ແລະ ໝາປ່າ, ຈັດສັນຢ່າງເປັນລະບຽບງາມຕາແກ່ຜູ້ມາເບິ່ງມາຊົມມີຄວາມຊົມຊື່ນຍີນດີ ແລະ ເປັນສະຖານທີ່ເຄົາລົບບູຊາທີ່ສັກສິດຂອງຊາວພຸດທະສາສະນິກກະຊົນທັງຫລາຍ. ທ່ານກໍ່ໄດ້ນຳພາສ້າງສາໃນທຸກດ້ານຢູ່ເຂດຮອຍພະບາດ. ແຕ່ຫ້າມບໍ່ໃຫ້ໃສ່ປະຕູອັດແຈບ, ປະຕູຕາໜ່າງເຫລັກ, ບໍ່ໃຫ້ເຮັດຮົ້ວມາອ້ອມລ້ອມບັງກັ້ງ ຍ້ອນວ່າຮອດມື້ວັນສີນ 7-8 ຄ່ຳ, 14-15 ຄ່ຳເດືອນເພັງ-ເດືອນແຮມ ມີສັດນາໆຊະນິດ ມາກາບໄຫວ້ສັກກາລະບູຊາຮອຍຕີນພະບາດ. ໃນການສ້າງສາປະຕິສັງຂອນໃນຄັ້ງນີ້ ບໍ່ມີເຫດການຫຍັງເກີດຂື້ນ, ມີແຕ່ຄວາມວຸດທິຈຳເລີນ ເຮັດໃຫ້ຜູ້ຄົນຫລັງໄຫລກັນມາສ້າງສາມາເບິ່ງມາຊົມສັກ ກາລະບູຊາ, ຊື່ສຽງຮຽງນາມຂອງຮອຍພະບາດ ໄດ້ແຜ່ຂະຫຍາຍໄປທຸກບ້ານນ້ອຍເມືອງໃຫຍ່ ຜູ້ມີສັດທາໃຈບຸນຮູ້ຂ່າວຄາວ ກໍ່ພາກັນມາແຜ່ເມດຕາພາວະນາບໍ່ຂາດ ຈົນເຖິງທຸກວັນນີ້.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=5