ຕົວເມືອງເກົ່າຜົ້ງສາລີ

ຈາກ Laopedia
Revision as of 06:49, 30 ພະຈິກ 2023 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: thumb ເມືອງຜົ້ງສາລີ ຕັ້ງຢູ່ໃຈກາງເທດສະບານຂອງແຂວງ ເຊິ່ງເປັນໜຶ່ງໃນ 7 ເມືອງ ຂອງແຂວງຜົ້ງສາລີ. ແຂວງຜົ້ງສາລີເວົ້າລວມເວົ້າສະເພາະ ເທດສະບານເມືອງຜົ້ງສາ...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)
ຮູບ:ຕົວເມືອງເກົ່າ ຜົ້ງສາລີ.jpg

ເມືອງຜົ້ງສາລີ ຕັ້ງຢູ່ໃຈກາງເທດສະບານຂອງແຂວງ ເຊິ່ງເປັນໜຶ່ງໃນ 7 ເມືອງ ຂອງແຂວງຜົ້ງສາລີ. ແຂວງຜົ້ງສາລີເວົ້າລວມເວົ້າສະເພາະ ເທດສະບານເມືອງຜົ້ງສາລີ ມີທ່າແຮງທາງດ້ານທີ່ຕັ້ງພູມສາດ ເປັນທາງຜ່ານ ເຂົ້າ-ອອກ ປະເທດ ສສ ຫວຽດນາມ, ສປ ຈີນ ແລະ ອອກສູ່ແຂວງອຸດົມໄຊ ເຖິງນະຄອນຫຼວງວຽງຈັນ. ນອກນັ້ນ ຍັງມີວັດທະນະທໍາ ຮີດຄອງປະເພນີອັນຫຼາກຫຼາຍຂອງບັນດາເຜົ່າ ເຊິ່ງເປັນເອກະລັກອັນສະເພາະຂອງຕົນ, ມີທັດສະນິຍະພາບທີ່ສວຍງາມ, ມີພູຜາປ່າດົງທີ່ຕຶບໜາ, ມີພູສູງທີ່ສາມາດແນມເຫັນທີວທັດທໍາມະຊາດ, ຕົວເມືອງ ແລະ ໝູ່ບ້ານນ້ອຍໃຫຍ່ ທີ່ຢັ່ງຍາຍຢູ່ຕາມເປີ້ນພູ ແລະ ຮ່ອມພູ, ມີອາກາດທີ່ສົດຊື່ນ, ມີວັດຖຸບູຮານ, ປູສະນິຍະຖານທີ່ເກົ່າແກ່ເຊັ່ນ: ພູຟ້າ, ສວນຊາ 400 ປີ, ສວນຊາສາຍລົມ, ໝູ່ບ້ານຊົນເຜົ່າ ແລະ ອື່ນໆ... ສິ່ງເຫຼົ່ານັ້ນແມ່ນໄດ້ສ້າງແຮງດຶງດູດ ແລະ ຈູງໃຈ ເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ເມືອງຜົ້ງສາລີ ນັບມື້ຫຼາຍຂຶ້ນ.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=2