ຕາດເຍືອງ

ຈາກ Laopedia
Revision as of 06:47, 30 ພະຈິກ 2023 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: thumb ຕາດເຍືອງ ກໍາເນີດຈາກສາຍຫວ້ຍບັ້ງລຽງ ຕັ້ງຢູ່ໃນເຂດຮັບຜິດຊອບຂອງບ້ານຫຼັກ 40 ເມືອງປາກຊ່ອງ, ແຂວງຈໍາປາ ສັກ ຫ່າງຈາກບ້ານ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 1,3 ກິໂລ ແມັດ...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)
ຮູບ:ຕາດເຍືອງ.jpg

ຕາດເຍືອງ ກໍາເນີດຈາກສາຍຫວ້ຍບັ້ງລຽງ ຕັ້ງຢູ່ໃນເຂດຮັບຜິດຊອບຂອງບ້ານຫຼັກ 40 ເມືອງປາກຊ່ອງ, ແຂວງຈໍາປາ ສັກ ຫ່າງຈາກບ້ານ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 1,3 ກິໂລ ແມັດ, ຫ່າງຈາກຕົວເມືອງປາກຊ່ອງ ມາທາງທິດ ຕາເວັນຕົກ 10 ກິ ໂລແມັດ, ສາມາດນຳໃຊ້ຍານພະຫະນະທຸກປະເພດ ເຂົ້າເຖິງສະຖານທີ່ຢ່າງສະດວກສະບາຍ, ຕາດ ເຍືອງ ເປັນຕາດສູງຊັນ ປະມານ 50 ແມັດ, ແບ່ງເປັນ 2 ຖານ; ພັກເທິງ 10 ແມັດ, ພັກລຸ່ມເປັນ 4-5 ແມັດ, ສອງຝາກ ຝັ່ງເປັນຜາເຫວ ຊັນໄມ້ເຮ້ຍ, ປ່າກ້ວຍ, ປ່າຕົ້ນໄມ້ໃຫຍ່ຈຳນວນໜຶ່ງ (ນັບແຕ່ປາກຕາດລົງດ້ານລຸ່ມຕາດ) ທາງລົງກ້ອງ ຫຼື ວັງນ້ຳຕົກ ແມ່ນລົງຕາມຂັ້ນໄດລີງ ຢູ່ຝັ່ງດ້ານລຸ່ມຕາດ ມີຖ້ຳບ່ອນເຍືອງອາໄສຢູ່ (ກວ້າງ 3 ແມັດ, ຍາວ 3 ແມັດ) ມີ 1 ຍ່ານ, ມີເນື້ອທີ່ສະຫງວນທັງໝົດ 129.000 ເຮັກຕາ.ກ່ອນເອີ້ນວ່າ: "ຕາດເຍືອງ" ກໍ່ຍ້ອນວ່າ: ຄາວປູ່ເຍີ ຜູ້ພາອາໄສຢູ່ຖິ່ນ ຖານແຫ່ງນີ້ ເປັນບ່ອນດຳລົງຊິວິດ, ຊອກຢູ່ຫາກິນຕາມສາຍຫ້ວຍ ບັ້ງລຽງຍ່ານນີ້ ເຄີຍພົບເຫັນເຍືອງ 2 ໂຕ ຜົວເມຍອາ ໄສຢູ່ໃນຖ້ຳດ້ານລຸ່ມຕາດ ເພື່ອຊອກຫາຕາມພາສາຂອງສັດ ແລະ ດ້ານໜຶ່ງສາຍຫ້ວຍຍ່ານນີ້ມີ 3-4 ຕາດ ເພື່ອຄວາມຈື່ຈຳ ຂົງເຂດບໍລິເວນທຳມາຫາກິນ ເຂົາເຈົ້າໄດ້ໃສ່ຊື່ຕາດແຫ່ງນີ້ວ່າ: "ຕາດເຍືອງ" ມາເທົ່າທຸກວັນນີ້.
ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=3&ItemID=53&MenuID=6