ຖ້ຳຊຽງລຽບ

ຈາກ Laopedia
Revision as of 03:57, 4 ກຸມພາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (Protected "ຖ້ຳຊຽງລຽບ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)
ຮູບ:ຖ້ຳຊຽງລຽບ.png

ຖ້ຳຊຽງລຽບ: ປາກຖ້ຳທີ່ສວຍງາມນີ້ ຢູ່ຕີນຜາຫີນ ເຊິ່ງມີລວງສູງ 300 ແມັດ. ເປັນຖ້ຳຊອດທີ່ຕັ້ງຢູ່ບໍລິເວນບ້ານສອງຄອນ, ເມືອງທ່າແຂກຂຶ້ນລົດ ໄປຕາມທາງ 12 ກິໂລແມັດ. ຫ່າງຈາກຕົວເມືອງ 12 ກິໂລແມັດ ກໍ່ຮອດຖ້ຳຊຽງລຽບ, ຖ້ຳຊຽງລຽບ ແມ່ນຖ້ຳທີ່ມີນ້ຳຊຽງລຽບໄຫຼຜ່ານຢູ່ທາງໜ້າຂອງ ຖ້ຳຈະມີວັງນ້ຳໃສມີກ້ອນຫີນ, ມີປາຫລາຍສົມຄວນເພາະປະຈຸບັນນີ້ ຊາວບ້ານໄດ້ປະກາດເປັນວັງສະຫງວນຂອງບ້ານ. ເມື່ອເຮົາເຂົ້າໄປໃນຖ້ຳ ກໍ່ຈະ ເຫັນກ້ອນຫີນຍ້ອຍ, ບາງກ້ອນກໍ່ເຫຼື້ອມຍິບຍັບ ຄືກາບເພັດຕິດ, ມີຫາດຊາຍ, ມີວັງນ້ຳ ຊຶ່ງເຮົາຍ່າງເລາະລຽບໄດ້ຕາມອັດທະຍາໃສ. ຖ້ຳນີ້ຍັງເປັນ ແຫຼ່ງທ່ອງທ່ຽວທີ່ເປີດກ່ອນຖ້ຳນາງແອ່ນຊ້ຳອີກ.

ຖ້ຳຊຽງລຽບ: “ຊຽງ” ໝາຍຄວາມວ່າຜູ້ ທີ່ເຄີຍບວດເປັນສຳມະເນນ ແລະ “ລຽບ” ໝາຍຄວາມວ່າຍ່າງອ້ອມ. ຕາມນິທານກ່າວວ່າ: ແຕ່ກ່ອນມີຊຽງ ນ້ອຍຜູ້ໜຶ່ງ ມັກລູກສາວພະລືສີ ລາວໄດ້ຍ່າງອ້ອມບໍລິເວນນັ້ນ ເພື່ອຫາໂອກາດເຂົ້າໄປລັກເອົານາງຢູ່ໃນຖ້ຳ. ປະຈຸບັນນີ້ ຢູ່ໃນຖ້ຳດັ່ງກ່າວເປັນບ່ອນ ອາໃສຂອງປາຝາ ແລະ ຝູງໂຕເຈຍ.
ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=2&ItemID=32&MenuID=6