ສູນບໍລິຫານລັດດິຈິຕອນ

ຈາກ Laopedia

ສູນບໍລິຫານລັດດິຈິຕອນ ແມ່ນເປັນຫົວໜ່ວຍວິຊາການໜຶ່ງ ມີຖານະທຽບເທົ່າກົມ ທີ່ສັງກັດໃນໂຄງປະກອບການຈັດຕັ້ງ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ມີພາລະບົດບາດເປັນເສນາທິການທາງດ້ານວິຊາການໃຫ້ແກ່ກະຊວງ ໃນການຄຸ້ມຄອງ ແລະ ພັດທະນາມະຫາພາກກ່ຽວກັບວຽກງານບໍລິຫານລັດໃຫ້ເປັນດິຈິຕອນ

ຫນ້າທີ່ ແລະ ຂອບເຂດສິດ

ຫນ້າທີ່

ສູນບໍລິຫານລັດດິຈິຕອນ ມີຫນ້າທີ່

  1. ປະຕິບັດກົດໝາຍ, ດໍາລັດ, ນິຕິກຳອື່ນຂອງຂັ້ນເທິງ ແລະ ນິຕິກໍາຕາງໆຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ;
  2. ຄົນຄ້ວາ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກຽວກັບວຽກງານ ບໍລິການລັດດິຈິຕ໋ອນ, ວຽກງານລະບົບປະຕູຂໍ້ມູນຂ່າວສານ ແລະ ວຽກງານບໍລິຫານລັດດິຈິຕ໋ອນ;
  3. ສ້າງຮ່າງແຜນຍຸດທະສາດ ແລະ ນະໂຍບາຍ ກຽວກັບວຽກງານ ບໍລິການດິຈິຕ໋ອນ, ວຽກງານລະບົບປະຕູຂໍ້ມູນຂ່າວສານ ແລະ ວຽກງານບໍລິຫານລັດດິຈິຕ໋ອນ; ສ້າງແຜນງານ, ແຜນການ ແລະ ໂຄງການກ່ຽວກັບວຽກງານຕ່າງໆ ໃຫ້ແທດເຫມາະກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ ເພື່ອສະເຫນີຕໍ່ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສືສານ ພິຈາລະນາຮັບຮອງ ແລະ ອະນຸມັດ ພ້ອມທັງຈັດຕັ່ງປະຕິບັດໃຫ້ໄດ້ຮັບຜົນດີ;
  4. ຄົນຄ້ວາ, ສ້າງ, ປັບປຸງແຜນຍຸດທະສາດ, ແຜນການ, ແຜນງານ ແລະ ນິຕິກໍາຕ່າງໆ ເພື່ອຄຸ້ມຄອງ ແລະ ສົ່ງເສີມ ການພັດທະນາລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ ໃຫ້ແທດເຫນາະກັບສະພາບການຕົວຈິງເປັນແຕ່ລະໄລຍະ;
  5. ຄົນຄວ້າ, ພັດທະນາ, ຄຸ້ມຄອງ ແລະ ໃຫ້ບໍລິການ ບັນດາໂຄງລາງພື້ນຖານພາກລັດ ທີຮັບໃຊ້ວຽກງານການເຊື່ອມຕໍ່, ການເກັບຮັກສາຂໍ້ມູນ ແລະ ການຢັ້ງຢືນຄວາມປອດໄພ ຂອງລະບົບບໍລິຫານ ແລະ ບໍລິການລັດ ແບບດິຈິຕ໋ອນ ເປັນຕົນ ລະບົບເມືອງທັນສະໄຫມ (Smart City ), ລະບົບເຄືອຂ່າຍພາກລັດ (GNet), ສູນຂໍ້ມູນຂ່າວສານພາກລັດ(G-Cloud), ລະບົບຄວາມປອດໄພພາກລັດ ແລະ ອື່ນໆ;
  6. ຄົນຄວ້າ, ພັດທະນາ, ຄູ້ມຄອງ ແລະ ໃຫ້ບໍລິການ ກຽວກັບຂໍ້ມູນດິຈິຕ໋ອນພາກລັດ, ການເຊື່ອມຕໍ່ຂໍ້ມູນພາກລັດ ແລະ ອໍານວຍຄວາມສະດວກໃຫ້ແກ່ການພັດທະນາ ແລະ ການຈັດການຂໍ້ມູນດີຈິຕ໋ອນ ຂອງຂະແຫນງການຕ່າງໆ ເພື່ອໃຫ້ສາມາດນໍາໃຊ້ຮ່ວມກັນ ເປັນຕົນ ລະບົບເຊືອມໂຍງຂໍ້ມູນພາກລັດ Government Data Exchange – GDX), ຂໍ້ມູນດິຈິຕ໋ອນພາກລັດ (Digital Data Government - DDG), ລະບົບຖານຂໍ້ມູນພາກລັດ, ລະບົບຢືນຢັ້ນຕົວຕົນແບບດິຈິຕ໋ອນ Big Data, Al, loT, ແລະ ອື່ນໆ;
  7. ຄົນຄວ້າ, ພັດທະນາ, ຄູ້ມຄອງ ແລະ ໃຫ້ບໍລິການ ລະບົບບໍລິຫານລັດດິຈິຕ໋ອນ ເພື່ອໃຊ້ເຂົ້າໃນວຽກງານບໍລິຫານລັດ (G2G) ຂອງແຕ່ລະຂະແໜງການ ໃນຂອບເຂດທົ່ວປະທດ ເປັນຕົ້ນ ຫ້ອງການລັດທັນລະໄໝ (e-office), E-signature, Email, vDo conference, G-Web, G-chat, G-Share, ແລະ LaoChat ອື່ນໆ;
  8. ຄົນຄວ້າ, ພັດທະນາ, ຄຸ້ມຄອງ ແລະ ໃຫ້ບໍ່ລິການລະບົບ e-Portal, ລະບົບບໍລິການລັດຜ່ານປະຕູດຽວ(Single-Sign-On), ລະບົບຢັ້ງຢືນຕົວຕົນແບບດິຈິຕ໋ອນ (LaoKYC) ຂໍ້ມູນດິຈິຕ່ອນພາກລັດ (DDG), ຂໍ້ມູນເປືາາພາກລັດ (Open Government Data);
  9. ຄຸ້ມຄອງ ແລະ ຊຸກຍູ້ ສົ່ງເສີມ ຂະແຫນງການ-ໃນການສ້າງ, ພັດທະນາ ບໍລິການລັດດິຈິຕ໋ອນ (G2C ,G2B) ເປັນຕົ້ນ Digital Certification, E-License, Digital Money, Digital Education, Digital Health, Digital Agriculture, Digital Disaster, E-Statistic, E-Logistic, ແລະ e-Services ອື່ນໆ;
  10. ຄົ້ນຄວ່າ, ສ້າງ, ຄຸ້ມຄອງ ແລະ ຕິດຕາມກວດກາ ມາດຕະຖານເຕັກນິກລະບົບບໍລິຫານ ແລະ ບໍລິການລັດດິຈິຕ໋ອນ (Digital Government Standard Framework) ໃຫ້ລວມສູນ ແລະ ເປັນເອກະພາບ ໃນທຸກຂະແຫນງການ ເພືອໃຫ້ລະບົບເຕັກນິກ, ເຄື່ອງອຸປະກອນ, ໂປຣແກຣມ, ຊອບແວ ແລະ ຖານຂໍ້ມູນ ຂອງແຕ່ລະຂະແຫນງການ ສາມາດເຊືອມໂຍງ, ເຮັດວຽກ ແລະ ນໍາໃຊ້ຮ່ວມກັນໄດ້;
  11. ໂຄສະນາເຜີຍແຜ່, ຝຶກອົບຮົມ, ໃຫ້ຄໍາປຶກສາ, ແນະນໍາ ແລະ ຕິດຕາມການນໍາໃຊ້, ຊຸກຍູ້ ແລະ ໃຫ້ບໍລິການວຽກງານ ບໍລິຫານ ແລະ ບໍລິການລັດດິຈິຕ໋ອນ ແລະ ການຫັນເປັນດິຈິຕ໋ອນ ໃຫ້ແກບັນດາຫ້ອງການລັດ ແລະ ສັງຄົມ;
  12. ເປັນເຈົ້າການປະສານສົມທົບກັບທຸກຂະແຫງການຂອງພາກລັດ ໃນການຈັດຕັ້ງປະຕິບັດວຽກງານ ບໍລິຫານລັດດິຈິຕ໋ອນ ແລະ ການຫັນເປັນດິຈິຕ໋ອນ;
  13. ເກັບກໍາຂໍ້ມູນ, ປະເມີນການພັດທະນາ ວຽກງານ ບໍລິຫານລັດດີຈິຕ໋ອນ ແລະ ຈັດລໍາດັບການນໍາໃຊ້ໄອຊີທີໃນອົງການຈັດຕັ້ງລັດ;
  14. ພົວພັນ ແລະ ຮ່ວມມືພາຍໃນ, ຕ່າງປະເທດ ແລະ ກັບອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງເອົາບົດຮຽນ, ປະສົບການ ແລະ ທຶນຮອນທີກ່ຽວຂ້ອງກັບວຽກງານ ການບໍລິຫານລັດດິຈິຕອນ ແລະ ການຫັນເປັນດິຈິຕ໋ອນ ຕາມການເຫັນດີ ຂອງຄະນະນໍາກະຊວງ;
  15. ຄົນຄວ້າ, ຂື້ນແຜນບໍາລຸງກໍ່ສ້າງ, ສັບຊ້ອນ, ຄູ້ມຄອງ, ປະຕິບັດນະໂຍບາຍ ແລະ ລະບຽບວິໄນ ຕໍ່ພະນັກງານພາຍໃນສູນ;
  16. ຄົນຄວ້າ, ປັບປຸງການຈັດຕັ້ງຂອງສູນ ແລະ ຈັດຕັ້ງປະຕິບັດລະບອບ ລະບຽບ ໃນການຄຸ້ມຄອງວຽກງານການບໍລິຫານລັດດິຈິຕ໋ອນ ເປັນແຕ່ລະໄລຍະ;
  17. ສະຫຼຸບ, ລາຍງານ ວຽກງານຂອງຕົນ ໃຫ້ລັດຖະມົນຕີ, ຫົວຫນ້າອົງການລັດທຽບເທົ່າກະຊວງ ຊາບ ແລະ ເພື່ອຊີ້ນໍາ;
  18. ຈັດຕັ່ງປະຕິບັດຫນ້າທີອື່ນ ຕາມທີໄດ້ກໍານົດໄວ້ໃນນິຕິກໍາອິນ ແລະ ການມອບຫນາຍຂອງລັດຖະມົນຕີ, ຮອງລັດຖະມົນຕີຜູ້ຊີນໍາ.

ຂອບເຂດສິດ

ສູນບໍລິຫານລັດດິຈິຕ໋ອນ ມີສິດ ດັງນີ້:

  1. ສະເຫນີສ້າງ, ປັບປຸງ ຫຼື ລົບລ້າງ ກົດຫນາຍ, ດໍາລັດ, ຂໍ້ຕົກລົງ, ແຈ້ງການ ແລະ ລະບຽບການຕາງໆ ກ່ຽວກັບວຽກງານບໍລິຫານ ແລະ ກໍລິການລັດດິຈິຕອນ;
  2. ສະເໜີ ນະໂຍບາຍ, ແຜນຍຸດທະສາດ, ແຜນການ, ແຜນງານ, ໂຄງການ ແລະ ວຽກອື່ນໆ ກ່ຽວກັບ ການບໍລິຫານ ແລະ ບໍລິການລັດດິຈິຕ໋ອນ;
  3. ພັດທະນາ, ຄູ້ມຄອງ ແລະ ຊຸກຍູ້ ການນໍາໃຊ້ ລະບົບ ບໍລິຫານລັດດິຈິຕ໋ອນ;
  4. ຊຸກຍູ ສິ່ງເສີມ ຂະແຫງງການ-ໃນການສ້າງ, ພັດທະນາ ແລະ ໃຫ້ບໍລິການລະບົບລັດດິຈິຕ໋ອນ ທີ່ຮັບໃຊ້ວຽກງານວິຊາສະເພາະຂອງແຕ່ລະຂະແໜງການ;
  5. ປະສານສົມທົບກັບ ອົງການຈັດຕັ້ງທີກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ປຶກສາຫາລື ໃນວຽກງານບໍລິຫານລັດດິຈິຕ໋ອນແຕ່ສູນກາງຮອດທ້ອງຖິ່ນ;
  6. ປະສານສົມທົບກັບພາກສ່ວນຕ່າງໆ ໃນການປະເມີນ, ຈັດຕັ້ງປະຕິບັດໂຄງການ ແລະ ແຜນງານ ທີ່ມີການພັດທະນາ ແລະ ນໍາໃຊ້ ເຕັກໂນໂລຊີ ເຂົ້າໃນວຽກງານ ບໍລິຫານ ແລະ ບໍລິການລັດ ແບບດິຈິຕ໋ອນ;
  7. ເຈລະຈາ ແລະ ເຊັນສັນຍາ, ອານຸສັນຍາ, ໂຄງການ ຫຼື ຂໍ້ຜູກພັນອື່ນໆ ກັບພາກສ່ວນຕ່າງໆ ທາງດ້ານວຽກງານບໍລິຫານ ແລະ ບໍລິການລັດດິຈິຕ໋ອນ ຢູ່ພາຍໃນ, ຕ່າງປະເທດ ແລະ ກັບອົງການຈັດຕັ້ງສາກົນ ຕາມການເຫັນດີຂອງຄະນະງນຳກະຊວງ;
  8. ເຂົ້າຮ່ວມກອງປະຊຸມຕ່າງໆ ດ້ານວິຊາການຢູ່ພາຍໃນ ແລະ ຕ່າງປະເທດ ຕາມການເຫັນດີຂອງຄະນະນໍາກະຊວງ;
  9. ສະເຫນີປັບປຸງ, ສ້າງຕັ້ງ ຫຼື ລົບລ້າງ ກົງຈັກການຈັດຕັ້ງ ແລະ ຕໍາແໜ່ງງານ ທີຂຶ້ນກັບສິດຄູ້ມຄອງຂອງສູນ;
  10. ສະເໜີແຕ່ງຕັ້ງ, ເລື່ອນຊັ້ນ-ຂັ້ນ, ຍ້ອງຍໍ, ຍົກຍ້າຍ, ສັບຊ້ອນ, ປະຕິບັດນະໂຍບາຍ ແລະ ປະຕິບັດວິໃນ ຕໍ່ະນັກງານທີ່ຂຶ້ນກັບສູນ;
  11. ນໍາໃຊ້ ງົບປະມານ ແລະ ລາຍຮັບລາຍຈ່າຍວິຊາການ ຕາາມແຜນການອະນຸມັດຂອງຄະນະນໍາກະຊວງ;
  12. ນໍາໃຊ້ ພາຫະນະ, ວັດຖອຸປະກອນ ແລະ ຊັບສົມບັດໃນຄວາມຮັບຜິດຊອບຂອງສູນ;
  13. ປະຕິບັດສິດອື່ນ ຕາມທີໄດ້ກໍານົດໄວ້ໃນນິຕິກໍາອື່ນ ແລະ ການມອບຫມາຍຂອງ ລັດຖະມົນຕີ, ຮອງລັດຖະມົນຕີຜູ້ຊິ້ນໍາ.

ໂຄງປະກອບການຈັດຕັ້ງ

ສູນບໍລິຫານລັດດິຈິຕອນ ມີໂຄງປະກອບກົງຈັກ ດັງລຸ່ມນີ້:

  1. ພະແນກ ສັງລວມ (General Affairs Division);
  2. ພະແນກ ຄູ້ມຄອງ ແລະ ປະສານງານ (Management and Coordination Division);
  3. ພະແນກລະບົບເຄືອຄ່າຍ ແລະ ເຊື່ອມໂຍງ (Network and lntegration Division);
  4. ພະແນກລະບບບໍລິການດິຈິຕອນ (Digital Service Division);
  5. ພະແນກລະບົບຫ້ອງການລັດດິຈິຕ໋ອນ (Digital Offices Division);
  6. ພະແນກລະບົບປະຕູຂໍ້ມູນຂ່າວສານ (e-Portal and Data Division);
  7. ພະແນກນະໂຍບາຍ ແລະ ມາດຕະຖານ ( Policy and Standard Division)

ໂຄງປະກອບບຸກຄະລາກອນ

ສູນບໍລິຫານລັດດິຈິຕອນ ມີໂຄງປະກອບບຸກຄະລາກອນ ດັ່ງລຸ່ມນີ້:

  • ຫົວໜ້າສູນບໍລິຫານລັດດິຈິຕອນ ຈຳນວນ 01 ທ່ານ ຮັບຜິດຊອບຕໍ່ລັດຖະມົນຕີ ແລະ ຮອງລັດຖະມົນຕີ ຜູ້ຊີ້ນຳ ຂົງເຂດວຽກງານບໍລິຫານລັດດິຈິຕອນ ກ່ຽວກັບຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງ ໃນການປະຕິບັດວຽກງານ ຂອງຕົນ;

ໃນເວລາຫົວໜ້າສູນ ຕິດຂັດ ຕ້ອງມອບສິດໃຫ້ຮອງຫົວໜ້າສູນ ທ່ານໃດໜຶ່ງເປັນຜູ້ຮັກສາການແທນ;

  • ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ຈຳນວນໜຶ່ງ, ຊ່ວຍວຽກຫົວໜ້າສູນໃນການຊີ້ນຳວຽກງານໃດໜຶ່ງຕາມການແບ່ງງານ ແລະ ການມອບໝາຍ, ຮັບຜິດຊອບຕໍ່ຫົວໜ້າສູນ ກ່ຽວກັບ ຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງຂອງວຽກງານທີ່ຕົນຊີ້ນຳ;

ຮອງຫົວໜ້າສູນ ຜູ້ຮັກສາການແທນ ຕ້ອງລາຍງານວຽກທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາການແທນນັ້ນ ໃຫ້ຫົວໜ້າສູນ ພາຍຫຼັງກັບມາປະຈຳການ.

  • ຫົວໜ້າພະແນກ, ຮອງພະແນກ ແລະ ລັດຖະກອນວິຊາການຈຳນວນໜຶ່ງ ຕາມການກຳນົດຕຳແໜ່ງງານ;

ສຳລັບການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ແມ່ນປະຕິບັດຕາມກົດໝາຍ ແລະ ລະບຽບການ.

ໜ້າທີ່ຂອງແຕ່ລະພະແນກ

ໜ້າທີ່ຂອງ ພະແນກສັງລວມ (General Affairs Division) ມີໜ້າທີ່ ດັ່ງນີ້:

  • ເປັນເສນາທິການຂອງສູນ ເພື່ອປະຕິບັດໜ້າທີ່ວຽກງານຂອງຕົນ;
  • ສັງລວມ, ສຳເນົາ ແລະ ຄຸ້ມຄອງເອກະສານແບບເຈ້ຍ ແລະ ແບບເອເລັກໂຕຣນິກຂອງສູນ;
  • ເປັນໃຈກາງ ປະສານງານກັບບັນດາຫ້ອງການ ແລະ ພາກສ່ວນຕ່າງໆກ່ຽວກັບວຽກງານການບໍລິຫານ ແລະ ຈັດຕັ້ງ;
  • ຄຸ້ມຄອງ ແລະ ບໍລິຫານນຳໃຊ້ພາຫະນະ, ວັດຖຸອຸປະກອນເຕັກນິກ, ເຄື່ອງໃຊ້ຫ້ອງການ ແລະ ຊັບສົມບັດຕ່າງໆທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງສູນ;
  • ເກັບກຳ, ຂຶ້ນແຜນບຳລຸງ, ກໍ່ສ້າງ, ສັບຊ້ອນ, ຄຸ້ມຄອງ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານລັດຖະກອນຂອງສູນ;
  • ຄຸ້ມຄອງ, ຕິດຕາມ ແລະ ສະຫຼຸບແຜນງົບປະມານ ປະຈຳເດືອນ, ງວດ ແລະ ປີ ຂອງສູນ;
  • ຄົ້ນຄ້ວາເພື່ອປັບປຸງໂຄງປະກອບການຈັດຕັ້ງຂອງສູນໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວ ຂອງວຽກງານໃນແຕ່ລະໄລຍະ;
  • ວຽກງານພິທີການ ແລະ ກິດຈະກຳຕ່າງໆ;
  • ຕິດຕາມ, ເກັບກຳ, ເຜີຍແຜ່, ຄຸ້ມຄອງຂໍ້ມູນຂ່າວສານຂອງສູນໃນການເຄື່ອນໄຫວວຽກງານທັງພາຍໃນ ແລະ ຕ່າງປະເທດ;
  • ປະຕິບັດໜ້າທີ່ ແລະ ນຳໃຊ້ສິດອື່ນໆ ຕາມການມອບໝາຍຂອງຄະນະສູນ

ໜ້າທີ່ຂອງ ພະແນກ ຄຸ້ມຄອງ ແລະ ປະສານງານ (Management and Coordination Division)

  • ຄົ້ນຄວ້າ, ສ້າງ ແລະ ຄຸ້ມຄອງ ແຜນການ, ແຜນງານ ແລະ ໂຄງການຂອງວຽກງານບໍລິຫານ ແລະ ບໍລິການລັດດິຈິຕອນ;
  • ຕິດຕາມ, ສັງລວມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນການ, ແຜນງານ ແລະ ໂຄງການຂອງສູນ;
  • ເປັນໃຈກາງໃນການ ຕິດຕາມ ປະສານງານ ກັບທຸກພະແນກໃນການສ້າງແຜນການ, ແຜນງານ ແລະ ໂຄງການຂອງສູນ;
  • ຕິດຕາມ ແລະ ສັງລວມ ການປະຕິບັດແຜນການ ບໍລິຫານລັດດິຈິຕອນ ຂອງບັນດາອົງການຈັດຕັ້ງລັດ ທັງສູນກາງ ແລະ ທ້ອງຖິ່ນ;
  • ຕິດຕາມ, ກວດກາ, ລາຍງານຄວາມຄືບໜ້າ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດແຜນງານ ແລະ ໂຄງການໃຫ້ຄະນະສູນ ຮັບຊາບເປັນປົກກະຕິ;
  • ສັງລວມ, ເກັບກຳຂໍ້ມູນ ແລະ ວິເຄາະສະຖິຕິການນຳໃຊ້ລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ;
  • ເປັນໃຈກາງປະສານງານພົວພັນ-ຮ່ວມມື ແລະ ເຈລະຈາກັບພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ;
  • ປະຕິບັດໜ້າທີ່ ແລະ ນຳໃຊ້ສິດອື່ນໆ ຕາມການມອບໝາຍຂອງຄະນະສູນ.

ໜ້າທີ່ຂອງ ພະແນກລະບົບເຄືອຂ່າຍ ແລະ ເຊື່ອມໂຍງ (Network and Integration Division)

  • ຄົ້ນຄວ້າ, ອອກແບບ ແລະ ພັດທະນາດ້ານເຕັກນິກການເຊື່ອມໂຍງລະບົບບໍລິຫານລັດດິຈິຕອນ (Digital Government Integration);
  • ພັດທະນາ ແລະ ຄຸ້ມຄອງລະບົບເຄືອຂ່າຍ ແລະ ລະບົບຄວາມປອດໄພ ຂອງລະບົບບໍລິຫານລັດດິຈິຕອນ, ລະບົບເຄືອຂ່າຍພາກລັດ (G-Net);
  • ພັດທະນາ ແລະ ຄຸ້ມຄອງລະບົບ ICT ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ;
  • ພັດທະນາ ແລະ ຄຸ້ມຄອງ ສູນຂໍ້ມູນຂ່າວສານພາກລັດ (G-Cloud);
  • ປະສານງານຮ່ວມມືກັບອົງການຈັດຕັ້ງລັດ, ອົງການຈັດຕັ້ງສາກົນ, ພາກທຸລະກິດ ແລະ ປະຊາຊົນ ເພື່ອເຊື່ອມໂຍງລະບົບຖາານຂໍ້ມູນ ແລະ ໂປຣແກຣມຕ່າງໆ ເຂົ້າໃນພື້ນຖານໂຄງລ່າງຂອງລະບົບບໍລິຫານລັດດິຈິຕອນ, ເປັນຕົ້ນ ລະບົບເຊື່ອມໂຍງຂໍ້ມູນພາກລັດ (GDX), ຂໍ້ມູນດິຈິຕອນພາກລັດ (DDG), ລະບົບຖານຂໍ້ມູນພາກລັດ;
  • ລະບົບຢືນຢັນຕົວຕົນແບບດິຈິຕອນ (LaoKYC).
  • ພັດທະນາ ແລະ ຄຸ້ມຄອງ ລະບົບກອງປະຊຸມທາງໄກ (Video Conference);
  • ຄົ້ນຄວ້າ, ພັດທະນາ ການເຊື່ອມໂຍງ ລະບົບບໍລິຫານລັດ ກັບ ລະບົບອື່ນໆເຊັ່ນ: ລະບົບບໍລິຫານເມືອງທັນສະໄໝ (Smart City), G-Cloud, Big data, IoT ແລະ ອື່ນໆ;
  • ປະຕິບັດໜ້າທີ່ ແລະ ນຳໃຊ້ສິດອື່ນໆ ຕາມການມອບໝາຍຂອງຄະນະສູນ.

ໜ້າທີ່ຂອງ ພະແນກລະບົບບໍລິການດິຈິຕອນ (Digital Service Division)

  • ຄຸ້ມຄອງ, ຮ່ວມມື ແລະ ຊຸກຍູ້ ສົ່ງເສີມ-ພາກສ່ວວນຕ່າງໆ ໃນການສ້າງ, ພັດທະນາ ແລະ ສົ່ງເສີມການນຳໃຊ້ ບໍລິການດິຈິຕອນ (G2B) ເປັນຕົ້ນ: Digital Certification, E-License, Digital Money, E-Commerce, E-Payment, Digital Agriculture, E-Logistic, E-Tourism ແລະ e-Services ອື່ນໆ;
  • ຄຸ້ມຄອງ, ຮ່ວມມື ແລະ ຊຸກຍູ້ ສົ່ງເສີມ-ພາກສ່ວນຕ່າງໆ ໃນການສ້າງ, ພັດທະນາ ແລະ ສົ່ງເສີມການນຳໃຊ້ ບໍລິການລັດດິຈິຕອນ (G2B) ເປັນຕົ້ນ: Digital Education, Digital Health, Digital Disaster, E-Statistic, E-Welfare, E-Justic ແລະ e-Services ອື່ນໆ;
  • ຄົ້ນຄວ້າ, ພັດທະນາ ແລະ ກຳນົດໂຄງສ້າງລວມ ລະບົບບໍລິການລັດດິຈິຕອນ (Digital Services Plaform);
  • ຄົ້ນຄວ້າ, ກຳນົດມາດຕະຖານ, ອອກແບບ ແລະ ພັດທະນາແພຣດຟອມ ເວັບໄຊພາກລັດ (G-Web Platform), ເວັບໄຊຂອງກະຊວງ, ຂອງສູນ ແລະ ຕາມການສະເໜີຂອງ ອົງການຈັດຕັ້ງພັກ-ລັດ ແລະ ພາກສ່ວນອື່ນ;
  • ຄົ້ນຄວ້າ, ອອກແບບ, ພັດທະນາ ແລະ ຄຸ້ມຄອງ ລະບົບສື່ສານພາກລັດ (Government Chatting – G-Chat), ແລະ ລະບົບສື່ສານບໍລິການປະຊາຊົນ (Lao Chat);
  • ຄົ້ນຄວ້າ, ອອກແບບ, ພັດທະນາ ແລະ ຄຸ້ມຄອງ ຟ້ອນພາສາລາວ ແລະ ເຕັກໂນໂລຊີກ່ຽວຂ້ອງກັບອັກສອນລາວ;
  • ໃຫ້ຄຳປຶກສາ, ແນະນຳ ແລະ ຕິດຕາມການນຳໃຊ້ ລະບົບບໍລິການດິຈິຕອນ ໃຫ້ແກ່ບັນດາຫ້ອງການລັດ ແລະ ສັງຄົມ;
  • ປະຕິບັດໜ້າທີ່ ແລະ ນຳໃຊ້ສິດອື່ນໆ ຕາມການມອບໝາຍຂອງຄະນະສູນ.

ໜ້າທິ່ຂອງ ພະແນກລະບົບຫ້ອງການລັດດິຈິຕອນ (Digital Offices Division)

  • ຄົ້ນຄວ້າ, ອອກແບບ, ພັດທະນາ ແລະ ຄຸ້ມຄອງ ລະບົບຫ້ອງການທັນສະໄໝ (e-Office, E-Document, E-Task, E-Schedule, ESignature, E-Report ແລະ ອື່ນໆ) ໃຫ້ແກ່ບັນດາຫ້ອງການ, ອົງການຈັດຕັ້ງພັກ-ລັດ ທັງສູນກາງ ແລະ ທ້ອງຖິ່ນ ທົ່ວປະເທດ ໃນການນຳໃຊ້ເຂົ້າໃນວຽກງານເອກະສານ ເພື່ອຫັນເປັນທັນສະໄໝ;
  • ຄົ້ນຄວ້າ, ພັດທະນາ ແລະ ກຳນົດໂຄງສ້າງລວມ ລະບົບບໍລິຫານດິຈິຕອນ (Digital Office Government Platform);
  • ຄົ້ນຄວ້າ, ອອກແບບ, ພັດທະນາ ແລະ ຄຸ້ມຄອງ ລະບົບແກ້ໄຂເອກະສານພາສາລາວ (Lao Document Editor)  ເພື່ອສົ່ງເສີມພາກລັດນຳໃຊ້ເອກະສານດິິຈິຕອນ ໄດ້ສະດວກ ແລະ ວ່ອງໄວຂຶ້ນ;
  • ຄົ້ນຄວ້າ, ອອກແບບ, ພັດທະນາ ແລະ ຄຸ້ມຄອງ ລະບົບຕິດຕາມແກ້ໄຂບັນຫາຂອງຜູ້ຊົມໃຊ້ບໍລິການລັດດິຈິຕອນ (G-HelpDesk) ເພື່ອໃຫ້ທຸກພາກສ່ວນລັດ ສາມາດນຳໃຊ້ລະບົບບໍລິຫານ ແລະ ບໍລິການລັດໄດ່ຢ່າງສະດວກ;
  • ພັດທະນາ, ຄຸ້ມຄອງ ແລະ ໃຫ້ບໍລິການ ລະບົບອີເມວ (Email) ຂອງລັດຖະບານ;
  • ຄົ້ນຄວ້າ, ອອກແບບ, ພັດທະນາ ແລະ ຄຸ້ມຄອງ ລະບົບການຈັດເກັບ ແລະ ແບ່ງປັນເອກະສານຂອງພາກລັດ (G-Drive, G-Share) ເພື່ອສະດວກໃນການເຮັດວຽກພາຍໃນພາກລັດ;
  • ໃຫ້ຄຳປຶກສາ, ແນະນຳ ແລະ ຕິດຕາມການນຳໃຊ້ ລະບົບບໍລິຫານລັດດິຈິຕອນທີ່ທັນສະໄໝ ໃຫ້ແກ່ບັນດາຫ້ອງການລັດ ແລະ ສັງຄົມ;
  • ຄົ້ນຄວ້າ ແລະ ຮ່ວມມືກັບພາກສ່ວນກ່ຽວຂ້ອງ ໃນການພັດທະນາ ແລະ ສົ່ງເສີມການນຳໃຊ້ ລະບົບບໍລິຫານດິຈິຕອນອື່ນ ເປັນຕົ້ນ E-Signature, E-Land, E-Persional ແລະ ອື່ນໆ;
  • ປະຕິບັດໜ້າທີ່ ແລະ ນຳໃຊ້ສິດອື່ນໆ ຕາມການມອບໝາຍຂອງຄະນະສູນ.

ໜ້າທີ່ຂອງ ພະແນກລະບົບປະຕູຂໍ້ມູນຂ່າວສານ (e-Portal and Data Division)

  • ຄົ້ນຄວ້າ, ອອກແບບ, ພັດທະນາ ແລະ ຄຸ້ມຄອງ ລະບົບບໍລິການລັດຜ່ານປະຕູດຽວ (Single-Sign-On);
  • ຄົ້ນຄວ້າ, ອອກແບບ, ພັດທະນາ ແລະ ຄຸ້ມຄອງ ລະບົບຢືນຢັນຕົວຕົນ (KYC) ແລະ ລະບົບອື່ນໆ ທີ່ຕິດພັນ;
  • ຄົ້ນຄວ້າ, ອອກແບບ, ພັດທະນາ ແລະ ຄຸ້ມຄອງ ລະບົບປະຕຸຖານຂໍ້ມູນຂອງການບໍລິຫານລັດດິຈິຕອນ (Digital Government Portal);
  • ຄົ້ນຄວ້າ, ອອກແບບ, ພັດທະນາ ແລະ ຄຸ້ມຄອງ ລະບົບຂໍ້ມູນດິຈິຕອນພາກລັດ (Digital Data Government – DDG);
  • ຄົ້ນຄວ້າ, ອອກແບບ, ພັດທະນາ ແລະ ຄຸ້ມຄອງ ລະບົບຂໍ້ມູນເປີດພາກລັດ (Open Government Data);
  • ໃຫ້ຄຳປຶກສາ, ແນະນຳ ແລະ ຕິດຕາມການນຳໃຊ້ ລະບົບປະຕູຂໍ້ມູນຂ່າວສານ ໃຫ້ແກ່ບັນດາຫ້ອງການລັດ ແລະ ສັງຄົມ;
  • ປະຕິບັດໜ້າທີ່ ແລະ ນຳໃຊ້ສິດອື່ນໆ ຕາມການມອບໝາຍຂອງຄະນະສູນ.

ໜ້າທີ່ຂອງ ພະແນກນະໂຍບາຍ ແລະ ມາດຕະຖານ (Policy and Standard Division)

  • ຄົ້ນຄວ້າ, ສ້າງ ແລະ ປັບປຸງ ກົດໝາຍ, ນິຕິກຳ, ແຈ້ງການ ແລະ ກົດລະບຽບທີ່ກ່ຽວຂ້ອງກັບວຽກງານບໍລິຫານລັດດິຈິຕອນ;
  • ຄົ້ນຄວ້າ ແລະ ສ້າງແຜນຍຸດທະສາດ ແລະ ແຜນແມ່ບົດ ໃນການພັດທະນາ, ຄຸ້ມຄອງ ແລະ ນຳໃຊ້ ວຽກງານບໍລິຫານລັດດິຈິຕອນ;
  • ໂຄສະນາເຜີຍແຜ່ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ນິິຕິກຳ, ແຈ້ງການ ແລະ ກົດລະບຽບທີ່ກ່ຽວຂ້ອງກັບວຽກງານບໍລິຫານລັດດິຈິຕອນ;
  • ຄົ້ນຄວ້າ, ສ້າງ ແລະ ຄຸ້ມຄອງ ມາດຕະຖານເຕັກນິກ ທີ່ກ່ຽວຂ້ອງກັບ ລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ (Digital Government Standardization);
  • ປະສານ, ຄົ້ນຄວ້າ ແລະ ຮ່ວມກັບ ບັນດາຫ້ອງການ, ອົງການຈັດຕັ້ງພັກ-ລັດ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອເກັບກຳຂໍ້ມູນ, ປະເມີນການພັດທະນາ ວຽກງານບໍລິຫານລັດດິຈິຕອນ ແລະ ຊຸກຍູ້ສົ່ງເສີມອັນດັບ e-Government Development Index;
  • ປະສານ, ພົວພັນຮ່ວມມື ກັບບັນດາຫ້ອງການ, ອົງການຈັດຕັ້ງພັກ-ລັດ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອຊຸກຍູ້ສົ່ງເສີມ ແລະ ຂະຫຍາຍການນຳໃຊ້ບັນດາລະບົບບໍລິຫານລັດດິຈິຕອນ;
  • ຄົ້ນຄ້ວາ ແລະ ພັດທະນາ ຫຼັກສູດ, ປຶ້ມ ແລະ ຄູ່ມືແນະນຳຕ່າງໆ ໃນການສິດສອນ ແລະ ແນະນຳ ການນຳໃຊ້ບັນດາລະບົບບໍລິຫານລັດດິຈິຕອນ;
  • ເປັນໃຈກາງໃນການຝຶກອົບຮົມ ແລະ ເຜີຍແຜ່ບັນດາລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ ໃຫ້ແກ່ພະນັກງານລັດ ແລະ ປະຊາຊົນ ພາຍໃນສັງຄົມ;
  • ຕິດຕາມ, ກວດກາ ແລະ ປະເມີນຜົນການນຳໃຊ້ລະບົບບໍລິຫານດິຈິຕອນ ຂອງບັນດາອົງການຈັດຕັ້ງພັກ-ລັດ;
  • ປະຕິບັດໜ້າທີ່ ແລະ ນຳໃຊ້ສິດອື່ນໆ ຕາມການມອບໝາຍຂອງຄະນະສູນ.

ຫຼັກການ ແລະ ແບບວິທີເຮັດວຽກ

ຫຼັກການ

  • ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະກ່ຽວກັບບັນຫາລວມຂອງສູນບໍລິຫານລັດດິຈິຕອນ;
  • ປະຕິບັດລະບອບຫົວໜ້າດຽວ, ແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງຂອງພະນັກງານ-ລັດຖະກອນທຸກລະດັບ;
  • ທຸກການເຄື່ອນໄຫວວຽກງານຂອງສູນ ແມ່ນອີງໃສ່ກົດໝາຍ, ລະບຽບການ ແລະ ຫຼັກການລວມຂອງພັກ-ລັດ, ນຳເອົາແນວທາງນະໂຍບາຍຂອງພັກ-ລັດຖະບານ ແລະ ນຳເອົາແຜນການປະຈຳປີ, ແຜນ 5 ປີ ຂອງກະຊວງ, ອົງການທຽບເທົ່າກະຊວງ ມາຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ.

ແບບແຜນວິທີເຮັດວຽກ

  • ເຮັດວຽກມີແຜນງານ, ແຜນການ ແລະ ໂຄງການລະອຽດ, ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າໝາຍໃນແຕ່ລະໄລຍະ, ປະສານສົມທົບຢ່າງແໜ້ນແຟ້ນກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບຜົນດີ;
  • ເຮັດວຽກມີການກວດກາ, ຕິດຕາມ ຊຸກຍູ້, ສະຫຼຸບຖອດຖອນບົດຮຽນ ແລະ ຕີລາຄາຜົນໄດ້ຜົນເສຍ;
  • ປະຕິບັດລະບອບປະຊຸມປະຈຳເດືອນ, 3 ເດືອນ, 6 ເດືອນ ຫຼື ປະຈຳປີ ແລະ ປະຕິບັດລະບອບລາຍງານໃຫ້ກະຊວງ ເປັນປົກກະຕິ;
  • ປະຕິບັດການພົວພັນປະສານງານພາຍໃນ ແລະ ພາຍນອກ ໃຫ້ສອດຄ່ອງຕາມລະບຽບການ.