ພະຍາດໂປລີໂອ

ຈາກ Laopedia
Revision as of 04:33, 8 ພະຈິກ 2025 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: ພະຍາດໂປລີໂອ ຫຼື ເປ້ຍລ່ອຍ ແມ່ນພະຍາດຮ້າຍແຮງ, ຖ້າບຸກຄົນໃດໜຶ່ງບໍ່ມີພູມຄຸ້ມກັນ ຕິດເຊື້ອຈະມີອາການກ້າມຊີ້ນອ່ອນແຮງ ແລະ ເປັນອຳມະພາດ. ບາງຄົນອາດຈະເສຍຊີວິດເນື່ອງຈາກມີການທຳລາຍລະບ...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ພະຍາດໂປລີໂອ ຫຼື ເປ້ຍລ່ອຍ ແມ່ນພະຍາດຮ້າຍແຮງ, ຖ້າບຸກຄົນໃດໜຶ່ງບໍ່ມີພູມຄຸ້ມກັນ ຕິດເຊື້ອຈະມີອາການກ້າມຊີ້ນອ່ອນແຮງ ແລະ ເປັນອຳມະພາດ. ບາງຄົນອາດຈະເສຍຊີວິດເນື່ອງຈາກມີການທຳລາຍລະບົບກ້າມຊີ້ນຫາຍໃຈ, ເຮັດໃຫ້ກ້າມຊີ້ນດັ່ງກ່າວອ່ອນແຮງ ແລະ ບໍ່ສາມາດຫາຍໃຈໄດ້, ເຮັດໃຫ້ເສຍຊີວິດ.

ພະຍາດໂປລີໂອ ແມ່ນຕິດແປດງ່າຍທີ່ສຸດ. ເຊື້ອພະຍາດເຈືອປົນຢູ່ໃນອາຈົມຂອງຜູ້ຕິດເຊື້ອ, ຖ້າຖ່າຍຊະຊາຍ ເຊື້ອພະຍາດສາມາດແຜ່ລະບາດໄດ້ງ່າຍ ໂດຍຜ່ານການກິນດື່ມບໍ່ສະອາດ, ເຊື້ອພະຍາດ ປົນເປື້ອນໃນອາຫານທີ່ປຸງແຕ່ງບໍ່ສະອາດ, ນໍ້າ ແລະ ດິນທີ່ມີເຊື້ອ.

ປັດຈຸບັນ, ພະຍາດໂປລີໂອ ແມ່ນບໍ່ມີວິທີປິ່ນປົວ ແຕ່ເຮົາສາມາດປ້ອງກັນພະຍາດນີ້ໄດ້ດ້ວຍການຮັບວັກຊີນພຽງຢ່າງດຽວ.

ການຮັບວັກຊີນປ້ອງກັນພະຍາດໂປລິໂອເປັນຂອງຂວັນທາງສຸຂະພາບໃຫ້ແກ່ລູກຫຼານ, ຄົນໃນຄອບຄົວ ແລະ ຄົນອ້ອມຂ້າງຂອງທ່ານ ເພື່ອອະນາຄົດທີ່ສົດໃສ ແລະ ປອດໄພ.


ແຫຼ່ງທີ່ມາ https://www.facebook.com/watch/?v=1258315369192609