ຄະນະພົວພັນຕ່າງປະເທດສູນກາງພັກ

ຈາກ Laopedia
Revision as of 07:20, 2 ກໍລະກົດ 2025 by Cerccp(ສົນທະນາ | ເລື່ອງທີ່ຂຽນ)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ຄະນະພົວພັນຕ່າງປະເທດສູນກາງພັກ ຂຽນຫຍໍ້ ວ່າ "ຄຕພ" ເປັນອົງການຈັດຕັ້ງໜຶ່ງຂອງພັກຂຶ້ນກັບຄະນະບໍລິຫານງານສູນກາງພັກ, ມີຖານະທຽບເທົ່າຄະນະຂອງພັກຂັ້ນສູນກາງ; ມີພາລະບົດບາດເປັນເສນາທິການໂດຍກົງ ໃຫ້ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໃນການຄົ້ນຄວ້າແຜນຍຸດທະສາດ, ແນວທາງນະໂຍບາຍການພົວພັນຕ່າງປະເທດຂອງພັກ; ຕາງໜ້າສູນກາງພັກ ໃນການພົວພັນ-ຮ່ວມມືກັບພັກການເມືອງຂອງຕ່າງປະເທດ ໃນຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ ຕາມການມອບໝາຍ ຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ພ້ອມທັງເປັນເຈົ້າການຊີ້ນຳ, ຄຸ້ມຄອງການເຄື່ອນໄຫວວຽກງານພົວພັນຕ່າງປະເທດ ຂອງອົງການຈັດຕັ້ງພັກ ແລະ ການທູດປະຊາຊົນ ໃຫ້ມີຄວາມເປັນເອກະພາບ ໂດຍຜ່ານປະຕູດຽວ.

ແຫຼ່ງທີ່ມາ: https://www.cerccp.org.la/