ຫໍພະ​ແກ້ວ

ຈາກ Laopedia
Revision as of 03:40, 23 ພະຈິກ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)
ຮູບ:ຫໍພະ​ແກ້ວ.jpg
ຫໍພະ​ແກ້ວ

ຫໍພະ​ແກ້ວ ຕັ້ງຢູ່​ເຂດ ບ້ານ​ຊຽງຍືນ, ​ເມືອງຈັນທະ​ບູລີ, ກົງ​ກັນຂ້າມ​ກັບ ​ວັດ​ສີສະ​ເກດ ​ແລະ ​ໄກ້​ກັບ​ພະຣາຊະ​ວັງ​​ເກົ່າ (ຫໍຄຳ) ​ເຊິ່ງປະຈຸ​ບັນ​ເປັນ​ສຳນັກງານ​ປະທານ​ປະ​ເທດ.

ຫໍພຣະແກ້ວ ກໍ່ສ້າງຂຶ້ນໃນລະຫວ່າງ ປີຄ.ສ 1560 -  1565 ຊຶ່ງເປັນໄລ່ເລ່ຍກັບ ການສະຖາປະນາເມືອງວຽງຈັນເປັນນະຄອນຫລວງ ຂອງອາຈັກລາວລ້ານຊ້າງ ໃຕ້ການນຳພາ ຂອງເຈົ້າໄຊຍະເຊດຖາທິຣາດ ໃນສະຕະວັດທີXVI. (ຄຳວ່າ "ຫໍພຣະແກ້ວ" ແມ່ນໝາຍເຖິງເປັນບ່ອນປະດິດສະຖານຂອງພຣະແກ້ວມໍລະກົດ (ພຣະພຸດທະຮູບທ່ີເຮັດດ້ວຍແກ້ວມໍລະກົດສີຂຽວງົດງາມ)  ເປັນທີ່ເຄົາລົບນັບຖືຂອງປາຊາຊົນທົ່ວປະເທດ. ໃນສະໄໝອາດີດ ຫໍນີ້ ຕັ້ງຢູ່ພາຍໃນ ບໍລິເວນຂອງພະລາສະວັງເຈົ້າຊີວິດ ໄກຈາກຝັ່ງນ້ຳຂອງປະມານ 150 ແມັດ ແຕ່ໃນປັດຈຸບັນຫໍພຣະແກ້ວຫ່າງຈາກແມ່ນ້ຳຂອງເກືອບ 800 ແມັດ.

            ພຣະແກ້ວມໍລະກົດ ແມ່ນມໍລະດົກທາງວັດທະນະທຳ ທີ່ມີຄຸນຄ່າສູງ ໄດ້ປະດິດສະຖານ ຢູ່ອານາຈັກລາວລ້ານຊ້າງໃນສະຕະວັດທີXVI-XVII.ຕາມພົງສາວະດານລາວບັນທຶກໄວ້ວ່າ ເມື່ອປີ ຄ.ສ. 1548 ເຈົ້າໄຊຍະເຊດຖາທິຣາດ ລາຊະໂອລົດ ຂອງເຈົ້າໂພທິສາຣາຣາດ ແຫ່ງນະຄອນຊຽງທອງ (ຫລວງພະບາງ) ໄດ້ຮັບການສະຖາປະນາຂຶ້ນເປັນເຈົ້າຊີວິດ ໄປປົກຄອງອານາຈັກລ້ານນາ ຊຽງໃໝ່ ຕາມຄຳຮ້ອງຂໍຂອງຊາວນະຄອນຊຽງໃໝ່ ໃນເວລານັ້ນ ພຣະແກ້ວມໍລະກົດໄດ້ປະດິດສະຖານຢູ່ນະຄອນຊຽງໃໝ່ນັ້ນແລ້ວ ເຈົ້າໄຊຍະເຊດຖາທິຣາດ ໄດ້ມີຄວາມເຫລື້ອມໃສ ໃນພຣະແກ້ວມໍລະກົດ ນັ້ນຢ່າງຍິ່ງ ຈິ່ງໄດ້ອັງເຊີນພຣະແກ້ວ ມໍລະກົດມາປະດິດສະຖານໄວ້ນະຄອນຊຽງທອງ (ຫລວງພະບາງ) ເພື່ອຄວາມປອດໄພ ຍ້ອນວ່າເວລານັ້ນ ນະຄອນຊຽງໃໝ່ ເປັນເປົ້າໝາຍ ການຮຸກຮານຂອງ ມຽນມາ ຕໍ່ມາປີ ຄ.ສ. 1560 ໄດຍົກຍ້າຍນະຄອນຫລວງ ຈາກນະຄອນຊຽງທອງລົງມາສ້າງຕັ້ງເມືອງວຽງຈັນ ເຖິງ ປີ ຄ.ສ. 1565 ເຈົ້າໄຊຍະເຊດຖາທິຣາດ ຈຶ່ງໄດ້ໃຫ້ນາຍຊ່າງປຸກສ້າງຫໍພຣະເເກ້ວຂຶ້ນເພື່ອເປັນບ່ອນປະດິດສະຖານ ອັນສົມກຽດຂອງພຣະແກ້ວມໍລະກົດ ຢູ່ໃນບໍລິເວນ ພະລາຊະວັງ ຂອງພະອົງເອງ. ນັບແຕ່ຕົ້ນມາ ພຣະແກ້ວມໍລະກົດ ໄດ້ປະດິດສະຖານ ຢູ່ນະຄອນວຽງຈັນ ຕະຫລອດ ມາຈົນເຖິງ ຄ.ສ. 1779 (ທ້າຍສະຕະວັດທີXVIII) ພຣະແກ້ວມໍລະກົດ ຈິ່ງຖືກແມ່ທັບສະຫຍາມຍຶດໄປໄວ້ທີ່ ບາງກອງ (ກຸງຣັດຕະນະໂກສິນ) ນັບວ່າພຣະແກ້ວມໍລະກົດ ໄດ້ປະດິດສະຖານຢູ່ວຽງຈັນ ນານເຖິງ 219 ປີ. ເມື່ອເວລາຜ່ານເລີຍມາຮອດປະມານ ຄ.ສ.1828- 1829ເມືອງວຽງຈັນໄດ້ຖືກຈູດເຜົາຍ້ອນສົງຄາມ ສະຫຍາມເຂົ້າມາຮຸກຮານ (ກຸງຣັດຕະນະໂກສິນ ຣັດຊະການທີ III) ຫໍພຣະແກ້ວກໍຄືສິ່ງກໍ່ສ້າງອື່ນໆ ກໍຖືກມ້າງເພໄປ ນະຄອນຫຼວງວຽງຈັນ ໄດ້ກາຍເປັນເມືອງຮ້າງໄປຊົ່ວໄລຍະໜຶ່ງ.

            ຫໍພຣະແກ້ວໄດ້ກໍ່ສ້າງຄືນໃໝ່ ໃນປ ຄ.ສ. 1936  ຄືຜ່ານໄລຍະເວລາເກືອບ 1ສະຕະວັດ ທີ່ນະຄອນຫຼວງວຽງຈັນ ຖືກຖີ້ມປະຮ້າງໄປ ຈົນມາຮອດປະມານປີ ຄ.ສ. 1900 ປະຊາຊົນລາວ ບັນດາເຜົ່າ ຈຶ່ງໄດ້ທະຍອຍກັນເຂົ້າມາຕັ້ງຫລັກແຫລ່ງຢູ່ນະຄອນວຽງຈັນ ແລະ ກໍ່ນະຄອນວຽງຈັນຄືນໃໝ່ໃນເວລານັ້ນຫໍພຣະແກ້ວ ຍັງເຫລືອແຕ່ຖານຊັ້ນລຸ່ມສ່ວນເສົາແລະຝາໄດ້ປະເປັນຊາກ ທີ່ຫັກເພຕັ້ງຢູ່ເທົ່ານັ້ນ ສ່ວນຫລາຍມີແຕ່ເຄືອໄມ້ ຕົ້ນໄມ້ເກີດຂຶ້ນຖ້ວມທັບ ໄປໝົດ. ມາເຖິງປີ ຄ.ສ. 1942ຈຶ່ງມີການບູລະນະປ້ອມແປ້ງຄືນໃໝ່ເພິ່ນໄດ້ຮັກສາຜັງເດີ່ມຂອງຫໍພະແກ້ວໄວ້ເກືອນໝົດ ມີແຕ່ຫລັງຄາທໍ່ນັ້ນ ໄດ້ເຮັດໃໝ່ ແລະ ສິລະປະດອກດວງ ທີ່ປະດັບເອ້ຕາມເສົາ ຝາຜະໜັງ ກໍໄດ້ເຮັດໃໝ່. ສິລະປະດອກດວງທີ່ຍັງເຫລືອເປັນອະນຸສອນມີບານປະຕູໃຫ່ຍ ເບື້ອງຕາເວັນອອກ ຄວັດໃສ່ໄມ້ເນື້ອດີ ເຂົ້າໃຈວ່າສ້າງຂຶ້ນໃນສະຕະວັດທີXVIIIແຫຼ່ງຄິຼິດຕະສັງກາດ ແລະ ປະຕິມະກຳຕົກແຕ່ງປະຕູເບື້ອງຕາເວັນຕົກ ເຮັດດ້ວຍປູນປັ້ນຄົງຈະບູລະນະຂຶ້ນໃໝ່ເມື່ອຕົ້ນສະຕະວັດທີXIX ສະໄໝເຈົ້າອະນຸວົງ ເຈົ້າຊີວິດອົງ ສຸດທ້າຍ ຂອງອານາຈັກລາວລ້ານຊ້າງວຽງຈັນ.

ພາຍຫລັງ ໄດ້ບູລະນະສ້ອມແປງ ຫໍພະແກ້ວໄດ້ນຳໃຊ້ເປັນບ່ອນເຕົ້າໂຮມ ບັນດາເອກະສານ ຕຳນານບູຮານ ແລະ ວັດຖຸບູຮານ ທີ່ຮີບໂຮມມາຈາກບ່ອນຕ່າງໆ ສ່ວນຫຼາຍ ຈາກຕ່າງແຂວງ ແລະ ນະຄອນຫລວງວຽງຈັນ. ຫໍພຣະແກ້ວ ໄດ້ກາຍມາເປັນຫໍພິພິທະພັນສະຖານບູຮານ ແຕ່ປີຄ.ສ.1987 ເປັນຕົ້ນມາ.

  • ພຣະປະທານອົງໃຫຍ່
ພຣະປະທານອົງໃຫຍ່
ພຣະປະທານອົງໃຫຍ່

ພຣະປະທານອົງໃຫຍ່ແມ່ນເຮັດດ້ວຍທອງສຳລິດຢູ່ໃນຫໍພຣະແກ້ວສ້າງຂຶ້ນປະມານທ້າຍສະຕະວັດທີ18ເພື່ອເປັນອົງແທນທີ່ພຣະແກ້ວມໍລະກົດທີ່ຖືກນຳໄປຢູ່ ບາງກອກ ແລ້ວແຕ່ເດີ່ມແທ້ນັ້ນ ໄດ້ປະດິດສະຖານຢູ່ເບື້ອງທິດຕາເວັນຕົກ ຫັນໜ້າພຣະພັກໄປເບື້ອງທິດຕາເວັນອອກ ແລະ ຕໍ່ມາເມື່ອປີ ຄ.ສ. 1936 ເພິ່ນໄດ້ຍົກຍ້າຍໄປໄວ້ທິດຕາເວັນອອກ ຫັນໜ້າພຣະພັກໄປເບື້ອງທິດຕາເວັນຕົກ.

ລັກສະນະຮູບຊົງຂອງພຣະປະທານອົງນີ້ ເປັນພຣະພຸດທະຮູບ ນັ່ງເທິງແທ່ນສູງ ແທ່ນເຮັດດວ້ຍຊີມັງ ປະດັບປະດາດ້ວຍດອກດວງ ອົງພຣະມີຄວາມສູງ 3,85 ແມັດ, ໜ້າຕັກກວ້າງ 2,70 ແມັດ.ແທ່ນມີຄວາມສູງ1,25ແມັດ, ແທ່ນມີຄວາມກວ້າງ 3 ແມັດ ແລະ ແທ່ນມີຄວາມຍາວ 4,58 ແມັດ.

ພຣະພຸດທະຮູບອົງນີ້ ເປັນພຣະພຸດທະຮູບສິລະປະລ້ານຊ້າງ ຄ້າຍໆຄື ພຣະພຸດທະຮູບພຣະເຈົ້າອົງຕື້ສະໄໝລາຊະການພຣະເຈົ້າໄຊຍະເຊດຖາທິຣາດ ຖືກສ້າງຂຶ້ນໃນທ້າຍສະຕະວັດທີXVIII. ໃນເມື່ອກ່ອນແມ່ນຟອກດ້ວຍຄຳປິ້ວ ແລະ ຄະມຸ ເພາະວ່າພວກເຮົາໄດ້ພົບເຫັນຮ່ອງຮອຍຢູ່ດ້ານຫຼັງຂອງພຣະປະທານ ຕາມການສັນນິຖານອາດຖືກໄຟເຜົາໃນສະໄໝສົງຄາມສັກດິສະຫຍາມ ທີ່ມາຈູດເຜົາຫໍພຣະແກ້ວໃນປີ ຄ.ສ 1828. ເປັນພຣະພຸດທະຮູບຖືກສຳລຸດ ຕາທັງສອງເບື້ອງຖືກເຈາະ ແລະ ເກສາທີ່ໄກກັບຈອມເກດຖືກເຈາະເອົາໄປ.

  • ພຣະພຸດທະຮູບຫີນ

ພຣະພຸດທະຮູບຫີນປາງຫ້າມຍາດ ໝາຍເລກທະບຽນ ຫພກI/34 ມີຄວາມສູງ 1,90ແມັດ ແລະ  ໜ້າອົກກ້ວາງ 0,46 ແມັດ. ຢືນຢູ່ເທິງແທ່ນຕ່ຳ ຊຶ່ງແທ່ນເປັນຮູບວົງມົນ, ແຂນທັງສອງເບື້ອງບໍ່ມີ, ປາກສຳລຸດ ໃນເວລາພົບພໍ້. ພຣະພຸດທະຮູບອົງນີ້ແມ່ນໄດ້ມາຈາກບ້ານທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ເມື່ອປີ ຄ.ສ. 1968. ເປັນສິລະປະມອນ-ບາຢອນ ສະໄໝ "ອານາຈັກຈັນລະ"ເຮືອງອຳນາດ ປະມານສະຕະວັດທີ 8 ແຫ່ງຄິຼດຕະສັງກາດເປັນພຣະພຸດທະຮູບທີຈົບງາມຄືກັນກັບພຣະພຸດທະຮູບສະໄໝທະວາຣະວະດີ ຢູ່ປະເທດໄທ ທີ່ຮັບ ອິດທິພົນຈາກອິນເດຍ ສະໄໝຄຸບຕະ.

  • ສຽນພຣະພຸດທະຮູບ
    ສຽນພຣະພຸດທະຮູບແມ່ນເຮັດດ້ວຍຫີນຊາຍ ໝາຍເລກທະບຽນ ຫພກI/59ເປັນສິລະປະຂະແມ ໃນສະຕະວັດທີ 13. ສິລະປະວັດທະນະທຳນີ້ ໄດ້ພົບເຫັນຫຼາຍຢູ່ແຂວງວຽງຈັນ ຕາມການສັນນິຖານບໍລິເວນດັ່ງກ່າວອາດເປັນເມືອງຂອງຂອມສະເຮືອງອຳນາດແພ່ອິດທິພົນຂ້ຶນມາຮອດແຂວງວຽງຈັນ ແລະ ຂຶ້ນມາຮອດນະຄອນຫຼວງວຽງຈັນຍຸກກ່ອນລ້ານຊ້າງ. ສຽນພຣະພຸດທະຮູບນີ້ມີຄວາມສູງ 0,30ແມັດ ແຕ່ຢູ່ໃນສະພາບສຳລຸດ ແຕ່ມີສິລະປະທີ່ສວຍງາມ.
  • ພຣະພຸດທະຮູບຫີນ

ພຣະພຸດທະຮູບຫີນອົງນີ້ ແມ່ນເຮັດດ້ວຍຫີນຊາຍ ໝາຍເລກທະບຽນ ຫພກI/428  ເປັນພຣະພຸດທະຮູບສິລະປະຂະແມ ສະຕະວັດທີXIII  ຊຶ່ງໄດ້ນຳມາແຕ່ແຂວງວຽງຈັນ ພຣະພຸດທະຮູບອົງນີ້ ມີຄວາມສູງ 0,95 ແມັດ, ສຽນຍາວ 0,21 ແມັດ  ແລະ ບ່າໄລຫ່ກວ້າງ 0,38  ແມັດ. ພຣະພຸດທະຮູບຫີນອົງນີ້ ບາດເປັນເທບພຣະເຈົ້າອົງໜຶ່ງໃນສະສະໜາຮິນດູ  ທີ່ນິຍົມກັນແກະສະລັກ ຂຶ້ນມາເພື່ອເຄົາລົບບູຊາຂອງຊາວຮິນດູໃນສະໄໝນັ້ນຫຼື ເປັນເທບພຣະເຈົ້າທີ່ຮັກສາປະຕູທາງເຂົ້າ-ອອກ ຂອງເທວະໄລຂອງຊາວຮິນດູ.

  • ສິລາຈາລຶກ

ເປັນຮູບສີ່ຫລ່ຽມ ໝາຍເລກທະບຽນ ຫພກ I/ 74 ສູງ 0,68 ມ ແລະ  ກ້ວາງ 0,21 ແມັດ. ໄດ້ມາຈາກບ້ານຊາຍຟອງ ເມືອງຫາດຊາຍຟອງ 15 ກິໂລແມັດ ທາງໃຕ້ ຂອງນະຄອນຫລວງວຽງຈັນ ຂຽນເປັນອັກສອນສັນສະກິຼດ ຄຳບາລີມີເນື້ອໃນກ່າວເຖິງການກໍ່ສ້າງ ໂຮງໝໍ ຂອງພະເຈົ້າໄຊຍະວໍລະມັນທີ VII ເຈົ້າຊີວິດ ຂະແມ ສະໄໝຊາຍຟອງສະຕະວັດທີXII ຄ.ສ. 1186 (ຄ.ສ. 1181- 1219).

  • ສິລາຈາລຶກ

ສິລາຈາລຶກ ເປັນຮູບໃບເສມາ ໝາຍເລກທະບຽນ ຫພກI/7  ຊຶ່ງມີຄວາມ ສູງ 0,95 ແມັດ ແລະ  ກ້ວາງ 0,80 ແມັດ,  ຂຽນໜັງສືໃສ່ 2 ດ້ານ ມີເນື້ອໃນກ່ຽວກັບຄວາມສຳພັນຮັກແພງ, ປອງດອງກັນ ແລະຈະຊ່ວຍເຫຼືອ ຊຶ່ງກັນລະກັນ ບໍ່ຮຸກຮານກັນ ລະຫ່ວາງ ກຸງສີສັດຕະນາກ (ລ້ານຊ້າງ) ກັບກຸງສີອະຍາທະຍາ (ສະຫຍາມ) ແລະ ສ້າງພະທາດສີສອງຮັກຮ່ວມກັນລະຫວ່າງປະຊາຊົນອານາຈັກລາວລ້ານຊ້າງປະຊາຊົນກຸງສີອະຍຸທະຍາ ໃນສະຕະວັດທີXVI. ສິລາຈາລຶກ ໃບນີ້ ແມ່ນໄດ້ມາຈາກເມືອງດ້ານຊ້າຍ ແຂວງເລີຍ, ປະເທດສະຫຍາມ (ປະເທດໄທ) ໃນປີ ຄ.ສ 1907 ແຕ່ເມື່ອເວລາເອົາມາ ແມ່ນເອົາມາທາງນ້ຳ  ສິລາຈາລຶກໄດ້ແຕກ ເປັນ 14 ປ່ຽນ ສ່ວນໜຶ່ງຕົກລົງນ້ຳ ຕໍ່ມາຈຶ່ງໄດ້ເອົາໄດ້ສ້ອມແປງຢູ່ນະຄອນລວງຮ່າໂນຍ ປະເທດຫວຽດນາມ ແລະ ໄດ້ເອົາກັບມາໄວ້ທີ່ ຫໍຫຣະແກ້ວ ນະຄອນຫຼວງວຽງຈັນ ໃນປີ ຄ.ສ 1914.

  • ສິລາເລກ

ຫຼັກສິລາເລກຫຼັກນີ້ໄດ້ຄົ້ນພົບຢູ່ນະຄອນຫຼວງ ວຽງຈັນ ແລ້ວນຳມາໄວ້ທີ່ຫໍພຣະແກ້ວ. ປັດຈຸບັນແມ່ນຕັ້ງລະບ່ຽງຢູ່ທິດຕາເວັນຕົກສ່ຽງເໜືອ. ຫຼັກສິລາເລກນີ້ ຂຽນເປັນອັກສອນລາວເດີມ ມີຈຳນວນ25ແຖວ, ຄາດວ່າເວລາຈາລຶກ ແມ່ນສະຕະວັດທີXVII (1638). ຮູບຊົງ ແລະ ຂະໜາດ: ສິລາເລກນີ້ _ເປັນຮູບຊົງໃບເສມາເບື້ອງເທິງປາຍສ້ວຍ ມີຂອບອ້ອມຮອບ ເບື້ອງຂວາມີຮອຍແຕກ. ຫຼັກສິລາເລກນີ້ມີຄວາມສູງ 0,90ແມັດ ແລະ ກວ້າງ 0,62 ແມັດ. ມີເນື້ອໃນ ກ່ຽວກັບບັນດາຈຳນວນ 11 ຄອບຄົວ ກັບພະທອງທິບ ໄດ້ຖືກມາແຕ່ງຕັ້ງເປັນຜູ້ເປັນອຸປະຖາກສາສະໜາໃນຈະເລີນຮຸ່ງ   ເຮື່ອງ ແລະ ບໍ່ໃຫ້ຄົນຜູ້ໃດຜູ້ໜຶ່ງມາລົບລ້າງສານຕັ້ງດັ່ງກ່າວນີ້.

  • ພຣະພຸດທະຮູບປາງຊະນະມານ

ພຣະພຸດທະຮູບປາງຊະນະມານີ້ ແມ່ນເຮັດດ້ວຍທອງສຳລິດ ໝາຍເລກທະບຽນຫພກII/95 ຊຶ່ງມີຄວາມສູງ0,74ແມັດ, ບ່າໄຫລ່ກວ້າງ 0,25 ແມັດ ແລະ ໜ້າຕັກກວ້າງ 0,42 ແມັດ. ເປັນພຣະພຸດທະຮູບນັ່ງຢູ່ເທິງແທ່ນສູງ. ພຣະພຸດທະຮູບອົງນີ້ນຳມາແຕ່ວັດເພຍວັດ ຫຼື ພະຍາວັດ ສ້າງໃນປີ ຄ.ສ 1640 ໃນສະຕະວັດທີXVII ໃນຍຸກສະໄໝສະຊະການພຣະເຈົ້າສຸຣິ ຍະວົງສາ ທຳມິກະຣາດ. ພຣະພຸດທະຮູບອົງນີ້ຄ້າຍໆຄືພຣະທອງສາມສີຢູ່ວັດລິງຊັນ ແຂວງວຽງຈັນໃນປັດຈຸບັນ.

  • ພຣະພຸດທະຮູບທອງສຳລິດປາງລີລາ

ພຣະພຸດທະຮູບທອງສຳລິດປາງລີລາ ໝາຍເລກທະບຽນ ຫພກII/ 99 ຊຶ່ງມີຄວາມສູງ  1,20 ແມັເປັນພຣະພຸດທະຮູບງາມເປັນພິເສດສະກຸນຊ່າງສິລະປະວັດມະໂນລົມ-ຊຽງທອງ ແຂວງ ຫລວງພະບາງ ເປັນພຣະພຸດທະຮູບທີ່ງົດງາມອົງໝຶ່ງສ້າງຂຶ້ນໃນສະໄໝອານາຈັກລາວລ້ານຊ້າງຈະເລີນຮຸ່ງເຮືອງ ສະຕະວັດທີXVI.

  • ພຣະພຸດທະຮູບປາງຂໍຝົນ

ພຣະພຸດທະຮູບປາງຂໍຝົນອົງນີ້ ແມ່ນເຮັດດ້ວຍທອງສຳລິດ ຢູ່ໃນທ່າປາງຢືນຢ່ອນແຂນ ໝາຍເລກທະບຽນ ຫພກII/96ສູງ 2,70 ແມັດ ແລະ  ໜ້າເອິກກ້ວາງ 0,32 ແມັດ  ເປັນພຣະພຸດທະຮູບທີ່ງົດງາມອົງໝຶ່ງ ສ້າງຂຶ້ນໃນສະຕະວັດທີ 17 ສະໄໝອານາຈັກລາວລ້ານຊ້າງຈະເລີນຮຸ່ງເຮືອງ.

  • ພຣະພຸດທະຮູບຊົງເຄື່ອງ

ພຣະພຸດທະຮູບຊົງເຄື່ອງ ເປັນປາງສະມາທິເຮັດດ້ວຍໄມ້ ໝາຍເລກທະບຽນ ຫພກV/354  ຊຶ່ງມີຄວາມສູງ 0,80 ແມັດ ແລະ ໜ້າຕັກກ້ວາງ 0,48 ແມັດ ໄດ້ມາຈາກເມືອງສິງ, ແຂວງຫລວງນ້ຳທາ ທາງພາກເໜືອ ຂອງລາວ ເປັນພຣະພຸດທະຮູບປະດັບປະດາງົດງາມ ເປັນພິເສດ ເປັນສິລະປະສິລະປະ ໄຕລື້ ສ້າງເມື່ອສະຕະວັດທີ 18 ພຣະພຸດທະຮູບອົງນີ້ມີຈຳນວນໝ້ອຍທີ່ສຸດຢູ່ລາວ ໂດຍສະເພາະຢູ່ພາກກາງ ແລະ ພາກໃຕ ບໍ່ປະກົດເຫັນເລີຍ.

  • ພຣະພຸດທະຮູບປາງຫ້າມຍາດ

ພຣະພຸດທະຮູບປາງຫ້າມຍາດ ໝາຍເລກທະບຽນຫພກV/19 ມີຄວາມສູງ 1,49 ແມັດ, ສຽນຍາວ 0,31 ແມັດ ແລະ ບ່າໄຫລ່ກວ້າງ 0,36 ແມັດ.ພຣະພຸດທະຮູບອົງນີ້ແມ່ນເຮັດດ້ວຍໄມ້ເນື້ອດີຮອງພື້ນດ້ວຍຄະມຸ ພອກດ້ວຍຄຳ ແລະ ແກະສະລັກສວຍງາມ ມີລວດລາຍສິລະປະ ສ້າງຢູ່ໃນສະຕະວັດທີ XVIII. ລັກສະນະຮູບປະພັນ ແມ່ນຢູ່ໃນສະພາບຊຳລຸດ ມືທັງສອງເບື້ອງກຸດ, ຕີນບໍ່ມີ, ຜ້າບ້ຽງດ້ານຊ້າຍມືແຕກວາກ ຢູ່ໜ້າເອິກມີຮອຍແຕກວາກຂອງຄະມຸ ໃນເມື່ອກ່ອນພຣະພຸດທະຮູບອົງນີ້ອາດພອກຄຳໝົດທັງອົງ ແຕ່ຖືກສົງຄາມທຳລາຍ ຈຶ່ງເຮັດໃຫ້ຊຳລຸດ ດັ່ງທີ່ພວກເຮົາເຫັນໃນປັດຈຸບັນ.

  • ຮາວທຽນ

ຮາວທຽນແມ່ນເຮັດດ້ວຍໄມ້ເນື້ອດີແກະສະລັກເປັນນາກສອງຕົວເອົາຫາງກ້ຽວກັນ ຊຶ່ງໝາຍເຖິງ ຄວາມຮັກແພງສາມັກຄີຂອງປະຊາຊົນລະຫວ່າງອານາຈັກລ້ານຊ້າງແລະ ອານາຈັກລ້ານນາ. ຮາວທຽນອັນນີ້ໄດ້ຈຳລອງຈາກພິພິທະພັນສີສະເກດ ສ້າງໃນປີ ຄ.ສ 1930 ແລະ ເຄີຍໄດ້ໄປວາງສະແດງ ຢູ່ ປະເທດຝຣັ່ງ (Expo Paris) ໃນປີ ຄ.ສ 1931.

  • ເສົາເກົ່າຂອງຫໍພຣະແກ້ວ

ເສົາເກົ່າຂອງຫໍພຣະແກ້ວ ສ້າງຂຶ້ນໃນລະຫວ່າງ ປີ ຄ.ສ 1560 - 1565 ຊຶ່ງເປັນເສົາທີ່ຫຼົງເຫຼືອຈາກສົງຄາມທຳລາຍຂອງສັກດິສະຫຍາມ ໃນປີ ຄ.ສ 1779 -1828. ເສົາດັ່ງກ່າວເປັນຮ່ອງຮອຍທາງດ້ານບູຮານຄະດີກ່ຽວກັບເຕັກນິກການກໍ່ສ້າງ ແລະ ທັງເປັນສັກຂີພິຍານທາງປະຫວັດສາດ ໃນເມື່ອກ່ອນເສົາດັ່ງກ່າວນີ້ແມ່ນຮອງພື້ນດ້ວນຄະມຸ, ພອກດ້ວຍຄຳ, ຕິດແກ້ວສີ ແລະ ມຸກ ຊຶ່ງມີຄວາມສວຍງາມ ສົມກັບເປັນສະຖານທີ່ປະດິດສະຖານຂອງພຣະແກ້ວມໍລະກົດອັນສົມກຽດ. ເສົານີ້ໄດ້ຖືກປະຕິສັງຂອນໃໝ່ໃນປີ ຄ.ສ 1936 - 1942 ເຄິ່ງໝຶ່ງ ແມ່ນຂອງເກົ່າ ແລະ ເຄິ່ງໝຶ່ງແມ່ນປະຕິສັງຂອງຄືນໃໝ່.

  • ບານປະຕູພຣະທາດອິງຮັງ

ປະຕູພຣະທາດອິງຮັງເຮັດດ້ວຍໄມ້ ສ້າງຂຶ້ນໃນລະ ຫວ່າງສະຕະວັດທີVIII-Xເປັນສິລະປະຂອງຂອມ ສາສະໜາຮິນດູ ຕໍ່ມາໃນສະຕະວັດທີXVI ໃນສະໄໝລາຊະການພະເຈົ້າໄຊຍະເຊດຖາທິຣາດ ໄດ້ມາບູລະນະຖ້ານສອງ ແລະ ຖ້ານສາມ ຊຶ່ງເປັນສິລະປະລ້ານຊ້າງ. ບານປະຕູພຣະທາດອິງຮັງແມ່ນໄດ້ນຳມາແຕ່ແຂວງສະຫວັນນະເຂດ ໃນປີ ຄ.ສ 1952. ບານປະຕູດັ່ງກ່າວມີຄວາມສູງ 2,07ແມັດ ແລະ ມີຄວາມກວ້າງ 1,57 ແມັດ. ບານປະຕູພຣະທາດອິງຮັງ ແມ່ນແກະສະລັກເປັນຮູບເທວະດານັ່ງຈັບດາບ ແລະ ຮູບອະໄວຍະວະເພດຍິງ, ເພດຊາຍ ຊຶ່ງສາສະໜາຮິນດູເຊື່ອວ່າ ມະນຸດເກີດມາຈາກສອງຢ່າງນີ້ ແລະ ເປັນຜູ້ສ້າງໂລກມະນຸດນີ້ຂຶ້ນມາ ດັັ່ງຊາວຮິນດູຈຶ່ງມັກແກະສະລັກອະໄວຍະວະເພດຊາຍຢູ່ຕາມສາ ສະໜາສະຖານຕ່າງໆໃນສະໄໝຂອມເຮື່ອງອຳນາດ.

  • ບານປະຕູໃຫ່ຍ

ບານປະຕູໃຫ່ຍເບືອງຕິດຕາເວັນຕົກ ແມ່ນປະຕິມະກຳປູນ ປັ້ນປະທາຍເພັດ ສູງ 4,07ແມັດ ແລະ  ກ້ວາງ 1,84 ແມັດ ໄດ້ ບູລະນະໃໝ່ເມື່ອຕົ້ນສະຕະວັດທີXX. ຊຶ່ງໄດ້ຈຳລອງຈາກສິມເບື້ອງທິດຕາເວັນອອກຂອງພິພິທະພັນສີສະເກດ.

  • ບານປະຕູໃຫ່ຍ

ບານປະຕູໃຫ່ຍຫໍພຣະແກ້ວ ເບື້ອງທິດຕາອອກ ເຮັດດ້ວຍໄມ້ເນື້ອດີ (ໄມ້ດູ)  ຊຶ່ງມີຄວາມສູງ 3,85 ແມັດ ແລະ ມີຄວາມ ກ້ວາງ 1,60 ແມັດ ສອງບານຕິດກັນ ແກະສະລັກດອກດວງ ພິຈິດງົດງາມເປັນພິເສດ ຖືກບູລະນະໃໝ່ ໃນລະຫວ່າງປີ ຄ.ສ 1811 - 1813.

ອ້າງອີງ