ກົມພົວພັນຕ່າງປະເທດ ຫສປທ

ຈາກ Laopedia
Revision as of 05:38, 19 ກັນຍາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (Protected "ກົມພົວພັນຕ່າງປະເທດ ຫສປທ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ກົມພົວພັນຕ່າງປະເທດ ຂຽນຫຍໍ້ “ພຕທ", ພາສາອັງກິດ "Department of International Relations (DIR)"; ແມ່ນໜຶ່ງໃນໂຄງປະກອບຂອງກົງຈັກການຈັດຕັ້ງ ຂອງຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ມີພາລະບົດບາດເປັນເສນາທິການໃຫ້ແກ່ ຫສປທ ໃນການຈັດຕັ້ງປະຕິບັດວຽກງານພົວພັນຕ່າງ ປະເທດ ເພື່ອຮັບໃຊ້ໃຫ້ແກ່ການນໍາຂັ້ນສູງສຸດ

ໜ້າທີ່ ແລະ ຂອບເຂດສິດ

ໜ້າທີ່

ກົມພົວພັນຕ່າງປະເທດ ມີໜ້າທີ່ ດັ່ງນີ້:

1. ເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ, ກົດໝາຍ, ລັດຖະບັນຍັດ, ລັດຖະດໍາລັດ, ດຳລັດ ແລະ ນິຕິ ກຳອື່ນ;

2. ຄົ້ນຄວ້າ, ເຊື່ອມຊົມ ແລະ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລັດ ກ່ຽວກັບວຽກງານທີ່ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງກົມ;

3. ຄົ້ນຄວ້າຜັນຂະຫຍາຍແຜນການ, ແຜນງານ ແລະ ໂຄງການ ຂອງ ຫສປທ ເປັນແຜນການປະຈໍາເດືອນ, 3 ເດືອນ, 6 ເດືອນ ແລະ ປະຈຳປີ ຂອງກົມ ພ້ອມທັງເປັນເຈົ້າການຈັດຕັ້ງປະຕິບັດ;

4. ຄົ້ນຄວ້າ ແລະ ກວດກາ ການສະເໜີແຕ່ງຕັ້ງເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າ ຖາວອນ ແຫ່ງ ສປປ ລາວ ໄປປະຈຳການຢູ່ຕ່າງປະເທດ ຫຼື ຮຽກກັບຄົນປະເທດ ແລ້ວລາຍງານ ຫົວໜ້າ ຫສປທ ເພື່ອນໍາສະເໜີ ປະທານປະເທດ ພິຈາລະນາ;

5. ຄົ້ນຄວ້າ ແລະ ກວດກາ ການສະເໜີຮັບຮອງເອົາເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມຂອງ ຕ່າງປະເທດ ມາປະຈຳການຢູ່ ສປປ ລາວ ແລ້ວລາຍງານ ຫົວໜ້າ ຫສປທ ເພື່ອນໍາສະເໜີ ປະທານ ປະເທດ ພິຈາລະນາ;

6. ປະສານສົມທົບກັບຫ້ອງວ່າການສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງການ ຕ່າງປະເທດ ເພື່ອສ້າງແຜນການເຄື່ອນໄຫວຕ່າງປະເທດປະຈຳ 6 ເດືອນ, ປະຈຳປີ ແລະ ປະຈຳສະໄໝ ຂອງ ປະທານປະເທດ ແລະ ຮອງປະທານປະເທດ;

7. ຄົ້ນຄວ້າ ການສະເໜີເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນຕ່າງປະເທດ, ເອກອັກຄະລັດຖະທູດຕ່າງປະ ເທດເຂົ້າຍື່ນສານຕາຕັ້ງ ແລະ ອຳລາ; ການມອບສານຕາຕັ້ງໃຫ້ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄປປະຈຳການຢູ່ຕ່າງປະເທດ ແລ້ວລາຍງານຫົວໜ້າ ຫສປທ ເພື່ອນໍາສະເໜີປະທານປະເທດ ພິຈາລະນາ;

8. ຄົ້ນຄວ້າ ແລະ ກວດກາ ການຮັບ, ການສົ່ງສານອວຍພອນ, ສານຊົມເຊີຍ, ສານສະໜັບສະໜູນ, ສານ ສະແດງຄວາມເຫັນໃຈ ແລະ ສານສະແດງຄວາມເສົ້າສະຫຼົດໃຈ, ໂທລະເລກ, ໂທລະສານ, ຈົດໝາຍ ຕອບຂອບໃຈ ແລະ ເອກະສານ ອື່ນໆ ຂອງການນໍາຂັ້ນສູງຕ່າງປະເທດ, ອົງການຈັດຕັ້ງສາກົນ ແລ້ວ ລາຍງານ ຫົວໜ້າ ຫສປທ ເພື່ອນໍາສະເໜີ ປະທານປະເທດ ພິຈາລະນາ;

9. ຄົ້ນຄວ້າ ແລະ ກະກຽມເອກະສານຂໍ້ມູນຕ່າງໆ ກ່ຽວກັບການນໍາຂັ້ນສູງຕ່າງປະເທດ ທີ່ຈະມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ; ຊີວະປະຫວັດ ຂອງເອກອັກຄະລັດຖະທູດຕ່າງປະເທດ; ສະຫຼຸບຫຍໍ້ການພົວພັນຂອງ ສປປ ລາວ ກັບຕ່າງປະເທດ ເປັນແຕ່ລະໄລຍະ ເພື່ອເປັນຂໍ້ມູນໃນການພົບປະໃຫ້ ປະທານປະເທດ, ຮອງປະທານປະເທດ ແລະ ຄະນະນໍາ ຫສປທ

10. ເປັນເຈົ້າການກະກຽມດ້ານເນື້ອໃນ ໃຫ້ແກ່ການຕ້ອນຮັບການນໍາຂັ້ນສູງ, ການເດີນທາງໄປຢ້ຽມຢາມຕ່າງປະເທດ, ເຂົ້າຮ່ວມກອງປະຊຸມສາກົນ ແລະ ອື່ນໆ ຂອງປະທານປະເທດ, ຮອງປະທານປະເທດພ້ອມພັນລະຍາ ສາມີ ແລະ ຄະນະນໍາ ຫສປທ

11. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກະກຽມບົດປາໄສວັນຊາດ ແລະ ບົດອວຍພອນປີໃໝ່ສາກົນ ກ່ອນລາຍງານ ຫົວໜ້າ ຫສປທ ເພື່ອນໍາສະເໜີ ປະທານປະເທດ ພິຈາລະນາ;

12. ຄົ້ນຄວ້າ ແລະ ກວດກາ ຄວາມຄົບຖ້ວນ ແລະ ຄວາມຖືກຕ້ອງຂອງເອກະສານຕາມຂັ້ນຕອນ ແລະ ລະບຽບການ ກ່ຽວກັບການຂໍອະນຸມັດເຈລະຈາ, ລົງນາມ, ການປະກາດໃຫ້ສັດຕະຍາບັນ, ການເຂົ້າເປັນ ພາຄີ, ລົບລ້າງ ຫຼື ໂຈະການຈັດຕັ້ງປະຕິບັດສົນທິສັນຍາກ່ອນລາຍງານ ຫົວໜ້າ ຫສປທ ເພື່ອນໍາສະ ເໜີ ປະທານປະເທດ ພິຈາລະນາ;

13. ຄົ້ນຄວ້າກ່ຽວກັບການສະເໜີຂໍລີ້ໄພການເມືອງຂອງ ຄົນຕ່າງປະເທດ ຕາມຂັ້ນຕອນ ແລະ ລະບຽບການ ກ່ອນລາຍງານ ຫົວໜ້າ ຫສປທ ເພື່ອນໍາສະເໜີ ປະທານປະເທດ ພິຈາລະນາ;

14. ເປັນເສນາທິການຄົ້ນຄວ້າ ແລະ ຈຸດປະສານງານ ກ່ຽວກັບວຽກງານສິດທິມະນຸດ ຂອງ ຫສປທ;

15. ເປັນເຈົ້າການໃນການຄົ້ນຄວ້າ ກ່ຽວກັບການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ຫສປທ ແຫ່ງ ສປປ ລາວ ກັບ ຫສປທ ແຫ່ງ ສສ ຫວຽດນາມ; ການພົວພັນ ກັບ ຫ້ອງວ່າການທີ່ເປັນເສນາທິການ ໃຫ້ແກ່ ປະມຸກລັດຂອງປະເທດຕ່າງໆ;

16. ເກັບກຳ ແລະ ຄຸ້ມຄອງຊີວະປະຫວັດ, ຮູບພາບ, ຂໍ້ມູນສ່ວນຕົວຂອງ ປະທານປະເທດ, ຮອງປະທານ ປະເທດ ພ້ອມພັນລະຍາ/ສາມີ;

17. ຕິດຕາມ ສະພາບການທີ່ພົ້ນເດັ່ນ ແລະ ຮີບດ່ວນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ເພື່ອຄົ້ນຄວ້າ ແລະ ລາຍງານ ປະທານປະເທດ, ຮອງປະທານປະເທດ ແລະ ຄະນະນໍາ ຫສປທ;

18. ປະສານສົບທົບກັບບັນດາກົມພາຍໃນ ຫສປທ ໃນການຈັດຕັ້ງປະຕິບັດວຽກງານຂອງຕົນ;

19. ຄຸ້ມຄອງ, ນໍາພາວຽກງານການເມືອງ-ແນວຄິດ ຂອງພະນັກງານ-ລັດຖະກອນໃນຂອບເຂດທີ່ກົມຮັບຜິດ ຊອບ, ຮັບປະກັນການປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດ;

20. ຄົ້ນຄວ້າ ແລະ ສະເໜີແຜນບຳລຸງ, ກໍ່ສ້າງບຸກຄະລາກອນພາຍໃນກົມ ໄລຍະສັ້ນ ແລະ ໄລຍະຍາວ;

21. ຂຶ້ນແຜນຄວາມຕ້ອງການງົບປະມານ, ເຄື່ອງຮັບໃຊ້ຫ້ອງການ ແລະ ອື່ນໆ;

22. ສະຫຼຸບ, ລາຍງານວຽກງານຂອງຕົນປະຈຳເດືອນ, 6 ເດືອນ ແລະ ປະຈຳປີ ໃຫ້ຄະນະນໍາ ຫສປທ;

23. ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງ ຄະນະນໍາ ຫສປທ.

ຂອບເຂດສິດ

ກົມພົວພັນຕ່າງປະເທດ ມີສິດ ດັ່ງນີ້:

1. ລາຍງານ, ສະເໜີຄໍາເຫັນ ແລະ ຂໍທິດຊີ້ນໍາຕໍ່ ຄະນະນໍາ ຫສປທ ກ່ຽວກັບວຽກງານຂອງກົມ ຫຼື ການມອບໝາຍຂອງຂັ້ນເທິງ;

2. ພົວພັນໂດຍກົງກັບ ຫົວໜ້າ ແລະ ຮອງຫົວໜ້າ ຫສປທ ເພື່ອລາຍງານສະພາບການ, ສະເໜີຄໍາຄິດຄໍາເຫັນ, ຂໍທິດຊີ້ນໍາ ຮັບຄໍາສັ່ງ, ຄໍາແນະນໍາຕ່າງໆ ແລະ ຄົ້ນຄວ້າຈັດຕັ້ງປະຕິບັດຂອບເຂດຮັບຜິດຊອບຕາມການມອບໝາຍ;

3. ເຂົ້າຮ່ວມ ແລະ ປະກອບຄໍາຄິດເຫັນຕໍ່ກອງປະຊຸມຕ່າງໆ ພາຍໃນ ຫສປທ ແລະ ກອງປະຊຸມວິຊາການທີ່ພົວພັນເຖິງພາລະບົດບາດໜ້າທີ່ຂອງກົມ

4. ຕິດຕາມ, ພົວພັນ ແລະ ປະສານງານ ກັບກົມທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ, ເລຂາການນໍາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕໍ່ທຸກເອກະສານທີ່ສົ່ງເຖິງ ປະທານປະເທດ, ຮອງປະທານປະເທດ ແລະ ຄະນະນໍາ ຫສປທ ຕາມພາລະບົດບາດຂອງກົມ;

5. ປະສານສົມທົບກັບກົມຕ່າງໆທີ່ຂຶ້ນກັບ ຫສປທ ກໍຄືບັນດາຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ທີ່ພົວພັນກັບວິຊາສະເພາະ ເພື່ອອຳນວຍຄວາມສະດວກໃນການເຄື່ອນໄຫວວຽກງານ ຕ່າງປະເທດຂອງປະທານປະເທດ, ຮອງປະທານປະເທດ ແລະ ຄະນະນໍາ ຫສປທ;

6. ສະເໜີ, ອະນຸມັດໃຫ້ລັດຖະກອນພາຍໃນກົມ ໄປເຄື່ອນໄຫວ, ໄປຍົກລະດັບຕາມແຜນການ, ຕາມແຈ້ງ ການຂອງຂັ້ນເທິງ ແລະ ການລາພັກຕາມກົດໝາຍ,

7. ຕິດຕາມ, ກວດກາ ແລະ ປະເມີນຜົນຂອງພະນັກງານ-ລັດຖະກອນ ພາຍໃນກົມ;

8. ສະເໜີ ສ້າງຕັ້ງ, ປັບປຸງ ຫຼື ຍຸບເລີກກົງຈັກການຈັດຕັ້ງທີ່ຂຶ້ນກັບກົມພົວພັນຕ່າງປະເທດ;

9. ສະເໜີ ແຕ່ງຕັ້ງ, ສັບຊ້ອນ, ຍົກຍ້າຍ, ປ່າລຸງສ້າງ, ຍ້ອງຍໍ, ປະຕິບັດນະໂຍບາຍ ຫຼື ລົງວິໄນຕໍ່ພະນັກງານ- ລັດຖະກອນ ທີ່ຢູ່ພາຍໃນກົມຕາມລະບຽບການ;

10. ນໍາໃຊ້ສິດອື່ນຕາມການມອບໝາຍຂອງຄະນະນໍາ ຫສປທ.

ໂຄງປະກອບກົງຈັກ

ກົມພົວພັນຕ່າງປະເທດ ມີໂຄງປະກອບກົງຈັກ ດັ່ງລຸ່ມນີ້:

1. ພະແນກ ຮ່ວມມືສອງຝ່າຍ;

2. ພະແນກ ຮ່ວມມືຫຼາຍຝ່າຍ;

3. ພະແນກ ສົນທິສັນຍາ.


ແຫຼ່ງທີ່ມາ: http://po.gov.la/