ກົມກົດໝາຍ ຫສປທ

ຈາກ Laopedia
Revision as of 05:30, 19 ກັນຍາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: ກົມກົດໝາຍ ຂຽນຫຍໍ້ວ່າ "ກໝ” ພາສາອັງກິດ "Department of Law (DOL)" ແມ່ນ ໜຶ່ງໃນ ໂຄງປະກອບກົງຈັກການຈັດຕັ້ງ ຂອງຫ້ອງວ່າການສໍານັກງານປະທານປະເທດ (ຫສປທ), ມີພາລະບົດບາດ ເປັນເສນາທິການໃຫ້ແກ່ ຫສປທ ໃນການຄົ...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ກົມກົດໝາຍ ຂຽນຫຍໍ້ວ່າ "ກໝ” ພາສາອັງກິດ "Department of Law (DOL)" ແມ່ນ ໜຶ່ງໃນ ໂຄງປະກອບກົງຈັກການຈັດຕັ້ງ ຂອງຫ້ອງວ່າການສໍານັກງານປະທານປະເທດ (ຫສປທ), ມີພາລະບົດບາດ ເປັນເສນາທິການໃຫ້ແກ່ ຫສປທ ໃນການຄົ້ນຄວ້າ ນິຕິກຳ, ການອະໄພຍະໂທດ ແລະ ຄໍາຮ້ອງ-ຄໍາສະເໜີ

ໜ້າທີ່ ແລະ ຂອບເຂດສິດ

ໜ້າທີ່

ກົມກົດໝາຍ ມີໜ້າທີ່ ດັ່ງນີ້:

1. ເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ, ກົດໝາຍ, ລັດຖະບັນຍັດ, ລັດຖະດຳລັດ, ດຳລັດ ແລະ ນິຕິກຳ ອື່ນ;

2. ຄົ້ນຄວ້າ, ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລັດ ກ່ຽວກັບວຽກງານທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງກົມ ແລະ ການຈັດຕັ້ງຕົນ;

3. ຄົ້ນຄວ້າ ຜັນຂະຫຍາຍແຜນການ, ແຜນງານ ແລະ ໂຄງການຂອງ ຫສປທ ເປັນແຜນການປະຈໍາ ເດືອນ, 3 ເດືອນ, 6 ເດືອນ ແລະ ປີ ຂອງກົມ ພ້ອມທັງເປັນເຈົ້າການ ຈັດຕັ້ງປະຕິບັດ;

4. ຄົ້ນຄວ້າ ກວດກາ ລັດຖະທຳມະນູນ, ກົດໝາຍ ແລະ ລັດຖະບັນຍັດ ກ່ອນລາຍງານຫົວໜ້າ ຫສປທ ເພື່ອນໍາສະເໜີຕໍ່ປະທານປະເທດ ພິຈາລະນາ ປະກາດໃຊ້ ຫຼື ລົງລາຍເຊັນ;

5. ຄົ້ນຄວ້າ ຄໍາຮ້ອງ ຂໍອະໄພຍະໂທດ ໃຫ້ແກ່ນັກໂທດທີ່ຖືກສານຕັດສິນປະຫານຊີວິດ, ກວດກາການສະເໜີ ໃຫ້ອະໄພຍະໂທດ ຫຼື ນິລະໂທດກຳ ເພື່ອລາຍງານຫົວໜ້າ ຫສປທ ພິຈາລະນາ;

6. ຄົ້ນຄວ້າ ຄໍາຮ້ອງ-ຄໍາສະເໜີ ເພື່ອລາຍງານຫົວໜ້າ ຫສປທ ພິຈາລະນາ;

7. ກວດກາ ແລະ ປະກອບຄໍາເຫັນ ໃສ່ຮ່າງນິຕິກຳ ແລະ ສັນຍາ ພາຍໃນ ຫສປທ ເພື່ອສະເໜີຫົວໜ້າ ຫສປທ ພິຈາລະນາ;

8. ປະສານສົມທົບ ກັບ ກົມຄົ້ນຄວ້າສັງລວມ ແລະ ພາກສ່ວນທີ່ກ່ຽວຂ້ອງ ກະກຽມເອກະສານ ສໍາລັບການ ຮຽກໂຮມ ແລະ ຈັດກອງປະຊຸມພິເສດ ຂອງລັດຖະບານ ແລະ ການເຂົ້າຮ່ວມກອງປະຊຸມຂອງຄະນະປະຈໍາ ສະພາແຫ່ງຊາດ ຂອງປະທານປະເທດ ແລະ ຮອງປະທານປະທດ ຕາມການມອບໝາຍ ຂອງຫົວໜ້າ ຫສ ປທ

9. ປະສານສົມທົບ ແລະ ເຂົ້າຮ່ວມ ກັບພາກສ່ວນທີ່ກ່ຽວຂ້ອງ ໃນການສ້າງ, ປັບປຸງລັດຖະທຳມະນູນ, ກົດໝ າຍ ແລະ ນິຕິກຳໃຕ້ກົດໝາຍ;

10. ປະສານສົມທົບກັບບັນດາກົມພາຍໃນ ຫສປທ ໃນການຈັດຕັ້ງປະຕິບັດວຽກງານຂອງຕົນ;

11. ຄຸ້ມຄອງ, ນໍາພາວຽກງານການເມືອງ-ແນວຄິດ ຂອງພະນັກງານ-ລັດຖະກອນໃນຂອບເຂດທີ່ກົມ ຮັບຜິດຊອບ, ຮັບປະກັນການປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດ;

12. ຄົ້ນຄວ້າ ແລະ ສະເໜີແຜນບຳລຸງ, ກໍ່ສ້າງບຸກຄະລາກອນພາຍໃນກົມ ໄລຍະສັ້ນ ແລະ ໄລຍະຍາວ; 13. ຄົ້ນຄວ້າຂຶ້ນແຜນຄວາມຕ້ອງການງົບປະມານ ແລະ ເຄື່ອງໃຊ້ຫ້ອງການພາຍໃນກົມ;

14. ສະຫຼຸບລາຍງານ ວຽກງານຂອງຕົນປະຈຳ ເດືອນ, 6 ເດືອນ ແລະ ປີ ໃຫ້ຄະນະນໍາ ຫສປທ;

15. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ ຂອງຄະນະນໍາ ຫສປທ

ຂອບເຂດສິດ

ກົມກົດໝາຍ ມີສິດດັ່ງນີ້:

1. ລາຍງານ, ສະເໜີ ຄໍາເຫັນ ແລະ ຂໍທິດຊີ້ນໍາ ຕໍ່ຫົວໜ້າ ຫສປທ ກ່ຽວກັບວຽກງານຂອງກົມ ແລະ ການ ມອບໝາຍ ຂອງຂັ້ນເທິງ;

2. ເຂົ້າຮ່ວມ ຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງລັດຖະທຳມະນູນ, ຮ່າງກົດໝາຍ, ຮ່າງລັດຖະບັນຍັດ ແລະ ເຄື່ອນໄຫວວຽກງານອື່ນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ຫຼື ການມອບໝາຍ ຂອງຫົວໜ້າ ຫສປທ:

3. ສ້າງ ແລະ ສະເໜີ ແຜນການ, ໂຄງການ ແລະ ງົບປະມານ ສໍາລັບການເຄື່ອນໄຫວວຽກງານຂອງຕົນ;

4. ຄຸ້ມຄອງ, ກວດກາ, ແຈ້ງການ ແລະ ໃຫ້ຄໍາແນະນໍາ ຕໍ່ພະແນກພາຍໃນກົມ;

5. ປະສານສົມທົບ ກັບບັນດາກົມ ພາຍໃນ ຫສປທ ກ່ຽວກັບວຽກງານ ທີ່ຕິດພັນ ຫຼື ກ່ຽວຂ້ອງກັນ;

6. ປະສານສົມທົບ ກັບຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ຕາມການມອບໝາຍຂອງຫົວໜ້າ ຫສປທ;

7. ສະເໜີ, ອະນຸມັດໃຫ້ລັດຖະກອນ ພາຍໃນກົມໄປເຄື່ອນໄຫວວຽກງານ, ໄປຍົກລະດັບຕາມແຜນການ, ຕາມແຈ້ງການຂອງຂັ້ນເທິງ ແລະ ການລາພັກຕາມກົດໝາຍ;

8. ຕິດຕາມ, ກວດກາ ແລະ ປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ພາຍໃນກົມ;

9. ສະເໜີສ້າງຕັ້ງ, ປັບປຸງ ຫຼື ຍຸບເລີກກົງຈັກຊ່ວຍວຽກ ທີ່ຂຶ້ນກັບກົມກົດໝາຍ;

10. ສະເໜີແຕ່ງຕັ້ງ, ສັບຊ້ອນ, ຍົກຍ້າຍ, ບຳລຸງ, ກໍ່ສ້າງ, ຍ້ອງຍໍ, ປະຕິບັດນະໂຍບາຍ ແລະ ລົງວິໄນຕໍ່ພະນັກ ງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງກົມ ແລະ ຫສປທ;

11. ນໍາໃຊ້ສິດອື່ນ ຕາມການມອບໝາຍ ຂອງຄະນະນໍາ ຫສປທ

ໂຄງປະກອບກົງຈັກ

ກົມກົດໝາຍ ມີໂຄງປະກອບກົງຈັກ ດັ່ງລຸ່ມນີ້:

1. ພະແນກກົດໝາຍເສດຖະກິດ ແລະ ສັງຄົມ;

2. ພະແນກກົດໝາຍການປົກຄອງ ແລະ ຍຸຕິທຳ,

3. ພະແນກອະໄພຍະໂທດ.


ແຫຼ່ງທີ່ມາ: http://po.gov.la/