ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ

ຈາກ Laopedia
Revision as of 02:17, 18 ກັນຍາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: {{ອົງການຈັດຕັ້ງ|ຮູບ=ກາໝາຍ ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ.png|ຊື່ຫຍໍ້ ພາສາລາວ=ສວປ|ເວັບໄຊ=https://hpc.gov.la|ຊື່ອົງການ ພາສາອັງກິດ=Health Professional Council}} ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ ຂຽນຫຍໍ້ວ່າ “ສວປ...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)


ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ ຂຽນຫຍໍ້ວ່າ “ສວປ”. ພາສາສາກົນ: Health Professional Council ຂຽນຫຍໍ້ວ່າ: “HPC” ແມ່ນອົງກອນອິດສະຫຼະ ຂອງກະຊວງສາທາລະນະສຸກ ເຊິ່ງເປັນເຈົ້າຕົນເອງໃນການຄຸ້ມຄອງວິຊາການ, ງົບປະມານ ແລະ ບຸກຄະລາກອນ. ມີພາລະບົດບາດ ເປັນ ເສນາທິການ ໃຫ້ແກ່ ກະຊວງສາທາລະນະສຸກ ໃນການຄຸ້ມຄອງການເຄື່ອນໄຫວ ແລະ ເປັນຜູ້ຈັດຕັ້ງປະຕິບັດ ການກວດກາຄຸນນະພາບການບໍລິການສາທາລະນະສຸກ ຂອງຜູ້ປະກອບວິຊາຊີບປິ່ນປົວ ແລະ ປົກປ້ອງສິດຜົນປະໂຫຍດຂອງຜູ້ມາຮັບ ແລະ ຜູ້ໃຫ້ບໍລິການດ້ານການແພດ.

ໜ້າທີ່ ຂອງສະພາຄຸ້ມຄອງວິຊາຊີບສາທາລະນະສຸກ

1. ປະຕິບັດກົດໝາຍ, ນິຕິກໍາອື່ນຂອງຂັ້ນເທິງ ແລະ ນິຕິກໍາຕ່າງໆຂອງກະຊວງ;

2. ຄົ້ນຄວ້າ, ຮ່າງ ນະໂຍບາຍ, ຍຸດທະສາດ, ນິຕິກໍາຕ່າງໆ ກ່ຽວກັບວຽກງານຄຸ້ມຄອງຜູ້ປະກອບວິຊາຊີບປິ່ນປົວເພື່ອສະເໜີລັດຖະມົນຕີພິຈາລະນາຮັບຮອງຕາມຄວາມເໝາະສົມ ພ້ອມທັງຜັນຂະຫຍາຍນິຕິກຳທີ່ກ່ຽວຂ້ອງ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດໃນການພັດທະນາວຽກງານຄຸ້ມຄອງຜູ້ປະກອບວິຊາຊີບປິ່ນປົວ;

3. ຮັບຮອງນະໂຍບາຍ, ຍຸດທະສາດ, ນິຕິກໍາທີ່ກ່ຽວຂ້ອງ, ແຜນດໍາເນີນງານ ແລະ ແຜນງົບປະມານ ຂອງສະພາຄຸ້ມຄອງວິຊາຊີບສາທາລະນະສຸກ ຕາມການສະເໜີຂອງແຕ່ລະຄະນະກໍາມະການວິຊາຊີບປິ່ນປົວ;

4. ສົມທົບກັບກົມຈັດຕັ້ງ ແລະ ພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການສ້າງຫຼັກສູດຝຶກອົບຮົມ ແລະ ການໃຫ້ຄະແນນສະສົມກ່ຽວກັບການພັດທະນາວິຊາຊີບຕໍ່ເນື່ອງຂອງຜູ້ປະກອບວິຊາຊີບປິ່ນປົວ;

5. ພິຈາລະນາ ແລະ ຮັບຮູ້ ແລະ ສະເໜີປັບປຸງ ຫຼັກສູດ ແລະ ມາດຕະຖານຄຸນນະພາບການສຶກສາຂອງສະຖານການສຶກສາສາທາລະນະສຸກ ຕາມມາດຕະການທີ່ໄດ້ກຳນົດໄວ້;

6. ສັງລວມລາຍຊື່ຂອງ ສະຖານການສຶກສາສາທາລະນະສຸກທີ່ໄດ້ຮັບຮອງຄຸນນະພາບ ແລະ ມາດຕະຖານການສຶກສາ ທັງພາຍໃນ ແລະ ຕ່າງປະເທດ;

7. ພິຈາລະນາ, ຮັບຮອງ, ອະນຸມັດແຜນການ ແລະ ເນື້ອໃນການສອບເສັງລະດັບຊາດຕາມການຄົ້ນຄວ້າ ແລະ ສະ ເໜີ ຂອງຄະນະກຳມະການວິຊາຊີບປິ່ນປົວ;

8. ຊີ້ນຳ, ນຳພາ ຂະບວນການສອບເສັງລະດັບຊາດ ຂອງແຕ່ລະຄະນະກຳມະການວິຊາຊີບປິ່ນປົວ;

9. ຮັບຮູ້ ແລະ ຢັ້ງຢືນ ຜົນການສອງເສັງລະດັບຊາດ ຂອງຜູ້ທີ່ສຳເລັດຈາກຫຼັກສູດການແພດ, ທັນຕະແພດ, ພະຍາບານ, ຜະດຸງຄັນ, ເພສັຊກັມ ຕາມການສະເໜີຂອງຄະນະກຳມະການວິຊາຊີບປິ່ນປົວ;

10. ຮັບຮູ້ ດ້ານຄວາມຮູ້, ທັກສະ, ຄວາມສາມາດ, ຄວາມຊໍານານ, ເຕັກນິກວິຊາການ ຕາມມາດຕະຖານວິຊາຊີບຂອງຜູ້ປະກອບວິຊາຊີບປິ່ນປົວ ຕາມການສະເໜີຂອງຄະນະກຳມະການວິຊາຊີບປິ່ນປົວ;

11. ພິຈາລະນາ, ອະນຸມັດການຂຶ້ນທະບຽນ ແລະ ອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວປະເພດຕ່າງໆ ຕາມການຄົ້ນຄວ້າ ສະເໜີ ຂອງແຕ່ລະຄະນະກຳມະການວິຊາຊີບປິ່ນປົວ;

12. ຊີ້ນຳ ວຽກງານການພົວພັນ, ປະສານງານ, ຮ່ວມມືກັບພາກພື້ນ ແລະ ສາກົນ ດ້ານການສຶກສາ, ຄົ້ນຄວ້າວິໄຈ ແລະ ການພັດທະນາການປະກອບວິຊາຊີບ ໃຫ້ແກ່ຄະນະກຳມະການວິຊາຊີບປິ່ນປົວ ແລະ ຫ້ອງການສະພາຄຸ້ມຄອງວິຊາຊີບສາທາລະນະສຸກ;

13. ຊີ້ນຳ ການປະຕິບັດວິຊາຊີບປິ່ນປົວໃຫ້ມີຄຸນນະພາບ ຕາມຈັນຍາບັນວິຊາຊີບ, ຂອບເຂດການຈັດຕັ້ງປະຕິບັດວິຊາຊີບ, ຂີດຄວາມສາມາດ ແລະ ມາດຕະຖານການປະພຶດຕໍ່ຄົນເຈັບ ຂອງຜູ້ປະກອບວິຊາຊີບປິ່ນປົວ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະໄລຍະ;

14. ຊຸກຍູ້, ຕິດຕາມ, ກວດກາ, ຕີລາຄາ ແລະ ປະເມີນຜົນການເຄື່ອນໄຫວ ຂອງ ຜູ້ປະກອບວິຊາຊີບປິ່ນປົວ ຢູ່ສະຖານທີ່ບໍລິການສຸຂະພາບທັງພາກລັດ ແລະ ເອກະຊົນ ລວມທັງ ຫ້ອງການສະພາຄຸ້ມຄອງວິຊາຊີບສາທາລະນະສຸກ;

15. ຄົ້ນຄ້ວາ ພິຈາລະນາ ແລະ ຕັດສິນດ້ານວິຊາຊີບກ່ຽວກັບ ການຕໍານິ-ສົ່ງຂ່າວ, ຄຳຮ້ອງຟ້ອງ, ຄຳຮ້ອງທຸກ ຈາກການຈັດຕັ້ງ ແລະ ບຸກຄົນ ກ່ຽວກັບການປະຕິບັດໜ້າທີ່ຂອງຜູ້ປະກອບວິຊາຊີບປິ່ນປົວ;

16. ຕິດຕາມ, ກວດກາຄວາມຖືກຕ້ອງ ຂອງໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ຂອງຜູ້ປະກອບວິຊາຊີບປິ່ນປົວ ພ້ອມທັງ ສະເໜີມາດຕະການຕໍ່ຜູ້ທີ່ລະເມີດລະບຽບຫຼັກການໃນຮູບແບບຕ່າງໆ;

17. ຊີ້ນຳ, ຕິດຕາມ, ຊຸກຍູ້ ຫ້ອງການສະພາຄຸ້ມຄອງວິຊາຊີບສາທາລະນະສຸກ ໃນການຄຸ້ມຄອງລະບົບຂໍ້ມູນຂອງຜູ້ປະກອບວິຊາຊີບປິ່ນປົວ;

18. ປະຕິບັດໜ້າທີ່ອື່ນໆ ຕາມກົດໝາຍ ແລະ ລະບຽບການ.

ຂອບເຂດສິດ ຂອງສະພາຄຸ້ມຄອງວິຊາຊີບສາທາລະນະສຸກ

1. ອອກຂໍ້ຕົກລົງ, ລະບຽບການ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການຕ່າງໆ ກ່ຽວກັບວຽກງານທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ;

2. ແຕ່ງຕັ້ງຄະນະກຳມະການ ແລະ ອະນຸກຳມະການ ຕ່າງໆ ທີ່ກ່ຽວຂ້ອງກັບວຽກງານຂອງສະພາຄຸ້ມຄອງວິຊາຊີບສາທາລະນະສຸກ;

3. ອະນຸມັດ ຂອບເຂດ, ຂີດຄວາມສາມາດ ແລະ ມາດຕະຖານ ຂອງການປະກອບວິຊາຊີບ ຕາມກົດຈັນຍາບັນ ແລະ ຈັນຍາທໍາ ແນໃສ່ຮັບປະກັນຄວາມປອດໄພຂອງຜູ້ຮັບການບໍລິການສຸຂະພາບ ແລະ ຜູ້ປະກອບວິຊາຊີບປິ່ນປົວ;

4. ຂື້ນທະບຽນ ແລະ ອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ຜູ້ປະກອບວິຊາຊີບປິ່ນປົວ ຕາມລະບຽບທີ່ໄດ້ກຳນົດໄວ້;

5. ຕໍານິ, ສົ່ງຂ່າວ, ໂຈະ, ຖອນ ແລະ ລົບລ້າງການຂື້ນທະບຽນ ຕໍ່ຜູ້ລະເມີດລະບຽບຫຼັກການ ໃນການປະກອບວິຊາຊີບປິ່ນປົວໃນຮູບແບບຕ່າງໆ;

6. ປະສານງານຮ່ວມມືກັບອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ຕິດພັນກັບການພັດທະນາວຽກງານການປະກອບວິຊາຊີບປິ່ນປົວ;

7. ນຳໃຊ້ງົບປະມານຂອງລັດ, ການຊ່ວຍເຫຼືອຈາກສາກົນ ແລະ ແຫຼ່ງລາຍຮັບອື່ນໆ ທັງພາຍໃນ ແລະ ຕ່າງປະເທດ ລວມທັງລາຍຮັບທີ່ໄດ້ມາຈາກການອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ, ການຂຶ້ນທະບຽນ ແລະ ຕໍ່ອາຍຸໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ;

8. ສະເໜີ ແລະ ໃຫ້ການຍ້ອງຍໍ ຜູ້ທີ່ມີຜົນງານດີເດັ່ນ ໃນວຽກງານຄຸ້ມຄອງວິຊາຊີບປິ່ນປົວ, ຜູ້ປະກອບສ່ວນໃຫ້ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ ແລະ ຜູ້ປະກອບວິຊາຊີບປິ່ນປົວ;

9. ປະຕິບັດສິດອື່ນໆ ຕາມກົດໝາຍ ແລະ ລະບຽບການ.