ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ

ຈາກ Laopedia
Revision as of 00:47, 18 ກັນຍາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (Protected "ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)


ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ຂຽນເປັນຕົວຫຍໍ້ ວ່າ ຄຕມຊ, ແມ່ນການຈັດຕັ້ງໜຶ່ງ ຂອງລັດຖະບານ ທີ່ບໍ່ປະຈຳການ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ໃນການຊີ້ນຳ, ຕິດຕາມ, ກວດກາ, ຊຸກຍູ້ບັນດາກະຊວງ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄ້ວານະໂຍບາຍ, ແຜນຍຸດທະສາດ ແລະ ກົດໝາຍ ກ່ຽວກັບການຕ້ານການຄ້າມະນຸດ; ໂຄສະນາ, ຂົນຂວາຍ, ຍາດແຍ່ງທຶນຮອນ ແລະ ເຕັກນິກວິຊາການ; ເປັນໃຈກາງໃນການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ໃນການປະຕິບັດວຽກງານຕ້ານການຄ້າມະນຸດ ຂອງ ສປປລາວ.

ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ມີກອງເລຂາເປັນກົງຈັກຊ່ວຍວຽກ ໂດຍຖືເອົາກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຂອງກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ເປັນຫ້ອງການ.