ອົງການກວດສອບແຫ່ງລັດ

ຈາກ Laopedia
Revision as of 08:11, 14 ສິງຫາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: == ປະຫວັດ == ໃນປີ 1998 ລັ​ດຖະບານແຫ່ງ ສປປ ລາວ ໄດ້ສ້າງຕັ້ງອົງການກວດສອບ​ບັນ​ຊີແຫ່ງລັດຂຶ້ນ ເພື່ອປະຕິບັດໜ້າທີ່​ບົດບາດຕິດຕາມ​ກວດ​ສອບຕໍ່ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ, ​ແຂວງ, ນະຄອນຫ...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ປະຫວັດ

ໃນປີ 1998 ລັ​ດຖະບານແຫ່ງ ສປປ ລາວ ໄດ້ສ້າງຕັ້ງອົງການກວດສອບ​ບັນ​ຊີແຫ່ງລັດຂຶ້ນ ເພື່ອປະຕິບັດໜ້າທີ່​ບົດບາດຕິດຕາມ​ກວດ​ສອບຕໍ່ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ, ​ແຂວງ, ນະຄອນຫລວງ, ​ຫົວໜ່ວຍງົບປະມານ, ຫົວໜ່ວຍທຸລະ​ກິດ​ ແລະ​ ຫົວໜ່ວຍທີ່​ບໍ່ສະແຫວ​ງຫາ​ຜົນ​ກຳໄລ​ ​ເຄື່ອນ​ໄຫວ​​​ຖືກຕ້ອງ​ຕາມ​ລະບຽບກົດໝາຍ, ມີປະສິດທິພາບ, ປະສິດທິຜົນ, ປະຢັດ, ສະກັດກັ້ນປະກົດການຫຍໍ້ທໍ້ທາງດ້ານການເງິນ ແລະ ການໃຊ້ງົບປະມານແຫ່ງລັດ, ຮັບປະກັນ​ບົດບາດ​ການ​​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄ​ອງ​ເສດ​ຖະກິດໃຫ້​ມີ​ຄວາມ​ເຂ້ັມ​ແຂງ, ​ໂ​ປ່ງ​ໃສ, ສົ່ງ​ເສີມ​ໄດ້​ການ​ລົງທຶນ​ພາຍ​ໃນ ແລະ ຕ່າງປະ​ເທດ ພ້ອມ​ທັງ​ຊຸກຍູ້​ການ​ພັດທະນາ​ເສດ​ຖະກິດ-ສັງຄົມ ​​ໃຫ້​ນັບ​ມື້ຂະຫຍາ​ຍຕົວ ​ແລະ ໝັ້ນຄົງ.

     ເມື່ອທຽບໃສ່ກັບຫລາຍປະເທດ ​ໃນ​ພາກພື້ນ ແລະ ສາກົນ ອົງການກວດສອບແຫ່ງລັດ ສປປ ລາວ ແມ່ນຍັງໃໝ່ ບົດຮຽນ, ພຶດຕິກຳໃນການກວດສອບບໍ່ທັນ​ມີ​ຫລາຍ ​ແຕ່​ຜ່ານ​ຈາກການ​​ຝຶກ​ອົບ​ຮົມ ແລະ ເຄື່ອນ​ໄຫວ​ກວດ​ສອບຕົວ​ຈິງ 10 ກວ່າປີຜ່ານມານີ້ ຈຶ່ງເຮັດໃຫ້ອົງການກວດສອບແຫ່ງລັດ ສປປ ລາວ ໄດ້ພັດທະນາ​ຕົນເອງ​ຢ່າງ​ຕໍ່​ເນື່ອງສາ​ມາດ​ຍາດ​ໄດ້​ຜົນສຳ​ເລັດ​ໃນຫຼາຍໆ​ດ້ານ, ​ເຮັດໃຫ້ເປົ້າໝາຍຖືກກວດສອບ, ອົງການ​ຈັດຕັ້ງຕ່າງໆ ມີ​ຄວາມ​ເຊື່ອໝັ້ນ ແລະ ຍອມຮັບຄຸນນະພາບ​ຜົນ​ຂອງການກວດສອບ. ຄວາມ​ເປັນ​ມາຂອງ ອົງ​ການກວດ​ສອບ​ແຫ່​ງ​ລັດ ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ ສ້າງ​ຂຶ້ນຕາມ​ດຳລັດ​ຂອງ​ນາຍົກລັດຖະມົນຕີ ສະບັບເລກທີ 174/ນຍ, ລົງ​ວັນ​ທີ 5 ສິງຫາ 1998 ວ່າ​ດ້ວຍ​ການຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ ສັງກັດ​ຢູ່​ໃນ​ໂຄງ​ປະກອບ​ກົງຈັກ​ການຈັດຕັ້ງຂອງ​ລັດ​ຖະບານ ມີ​ຖານະ​ເປັນ​ສະ​ຖາ​ບັນ​ກວດ​ສອບ​ບັນຊີ​ສູງ​ສຸດ​ຂອງ ສປປ ລາວ ຂຶ້ນ​ໂດຍກົງກັບນາຍົກລັດຖະມົນຕີ​, ​ເປັນ​ເສນາ​ທິການ​ໃຫ້​ລັດຖະບານ ໃນການກວດສອບບັນຊີ ແລະ ຢັ້ງຢືນຄວາມຖືກຕ້ອງ, ທ່ຽງທຳ ພາວະວິໃສຂອງເອກະສານ ແລະ ຕົວເລກບັນຊີຂອງບັນດາກະຊວງ, ຄະນະກຳມະການ, ອົງການຈັດຕັ້ງທຽບເທົ່າກະຊວງ, ແຂວງ, ກຳແພງນະຄອນ, ເຂດພິເສດ, ເມືອງ, ທະນາຄານຂອງລັດ, ວິສາຫະກິດຂອງລັດ, ວິສາຫະກິດປະສົມລັດເອກະຊົນ ແລະ ອົງການຈັດຕັ້ງອື່ນໆ ທີ່ນຳໃຊ້ງົບປະມານຂອງລັດ ແລະ ນຳໃຊ້ເງິນກູ້​ຈາກທະນາຄານຂອງລັດໃນທຸກສ່ວນ ຫຼື ໃນສ່ວນໃດສ່ວນໜຶ່ງ ໃນການເຄື່ອນໄຫວວຽກງານຂອງຕົນ, ແນໃສ່ແນະນຳໃຫ້ ບັນດາອົງການຈັດຕັ້ງດັ່ງກ່າວ ເຫັນໄດ້ບັນດາຈຸດດີ, ຈຸດອ່ອນ ແລະ ຂໍ້ບົກຜ່ອງໃນການເຄື່ອນໄຫວວຽກງານຂອງຕົນ ແລະ ເຫັນໄດ້ທິດທາງແຫ່ງການເພີ່ມທະວີປະ ສິດທິພາບ, ການປະຢັດ ແລະ ຄວາມສັກສິດໃນການປະຕິບັດໜ້າທີ່ວຽກງານ.


ແຫຼ່ງທີ່ມາ: Laossai@sao.gov.la