ທະນາຄານແຫ່ງ ສປປ ລາວ

ຈາກ Laopedia
Revision as of 07:59, 14 ສິງຫາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)


ທະນາຄານແຫ່ງ ສປປ ລາວ ແມ່ນ ອົງການລັດທຽບເທົ່າກະຊວງ ຊຶ່ງສັງກັດໃນໂຄງປະກອບກົງຈັກຂອງລັດຖະບານ, ມີຖານະເປັນ ນິຕິບຸກຄົນ

ພາລະບົດບາດ

ທະນາຄານແຫ່ງ ສປປ ລາວ ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກທາງດ້ານເງິນຕາ ໃຫ້ມີ ສະຖຽນລະພາບ, ຄຸ້ມຄອງສະຖາບັນການເງິນ ໃຫ້ມີຄວາມໝັ້ນຄົງ ແລະ ຄຸ້ມຄອງລະບົບການຊຳລະໃຫ້ມີປະສິດທິພາບ ເພື່ອຊຸກຍູ້ການ ພັດທະນາເສດຖະກິດ-ສັງຄົມຂອງຊາດ

ໜ້າທີ່

ທະນາຄານແຫ່ງ ສປປ ລາວ ມີໜ້າທີ່ດັ່ງນີ້:

  • ຄົ້ນຄວ້າ ສ້າງ ນະໂຍບາຍ ແລະ ຍຸດທະສາດ ເພື່ອສະເໜີລັດຖະບານພິຈາລະນາ;
  • ຜັນຂະຫຍາຍ ນະໂຍບາຍ ແລະ ຍຸດທະສາດ ເປັນແຜນງານ, ແຜນການ ແລະ ໂຄງການລະອຽດ ຂອງທະນາຄານແຫ່ງ ສປປ ລາວ ແລະ ຈັດຕັ້ງປະຕິບັດ ;
  • ສ້າງ ແລະ ປັບປຸງກົດໝາຍ, ລັດຖະບັນຍັດ ແລະ ດໍາລັດ ເພື່ອສະເໜີລັດຖະບານ ພິຈາລະນາ;
  • ປະຕິບັດນະໂຍບາຍເງິນຕາ ດ້ວຍການນໍາໃຊ້ເຄື່ອງມືນະໂຍບາຍເງິນຕາໃຫ້ສອດຄ່ອງກັບສະພາບການໃນແຕ່ລະໄລຍະ;
  • ຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
  • ຮັກສາ ແລະ ຄຸ້ມຄອງ ຄັງສຳຮອງເງິນຕາຕ່າງປະເທດ;
  • ຄຸ້ມຄອງ ແລະ ຕິດຕາມກວດກາ ການເຄື່ອນໄຫວວຽກງານຂອງສະຖາບັນການເງິນ;
  • ຄຸ້ມຄອງ ແລະ ຕິດຕາມກວດກາ ເຄື່ອງມື, ລະບົບກົນໄກການຊຳລະ ໃຫ້ມີຄວາມປອດໄພ;