ອົງການດັດສົມໂທລະຄົມມະນາຄົມ

ຈາກ Laopedia
Revision as of 01:44, 3 ກໍລະກົດ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: == ທີ່ຕັ້ງ ແລະ ພາລະບົດບາດ == ອົງການດັດສົມໂທລະຄົມມະນາຄົມ ຕົວອັກສອນຫຍໍ້ “ອດທ” ເປັນພາສາສາກົນ "Lao Telecommunications Regulatory Authority" ຂຽນຫຍໍ້ “LTRA" ແມ່ນໂຄງປະກອບກົງຈັກ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມ...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ທີ່ຕັ້ງ ແລະ ພາລະບົດບາດ

ອົງການດັດສົມໂທລະຄົມມະນາຄົມ ຕົວອັກສອນຫຍໍ້ “ອດທ” ເປັນພາສາສາກົນ "Lao Telecommunications Regulatory Authority" ຂຽນຫຍໍ້ “LTRA" ແມ່ນໂຄງປະກອບກົງຈັກ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງເຕັກໂນໂລ ຊີ ແລະ ການສື່ສານ ກ່ຽວກັບການຄຸ້ມຄອງ ແລະ ພັດທະນາວຽກງານ ດັດສົມໂທລະຄົມມະນາຄົມ, ວຽກ ງານທະບຽນໂທລະຄົມມະນາຄົມ ແລະ ອິນເຕີເນັດ, ວຽກງານເລກໝາຍໂທລະຄົມມະນາຄົມ ແລະ ວຽກງານ ປົກປ້ອງຜູ້ໃຊ້ບໍລິການ ແລະ ແກ້ໄຂຂໍ້ຂັດແຍ່ງ ໃນຂອບເຂດທົ່ວປະເທດ.

ໜ້າທີ່ ແລະ ຂອບເຂດສິດ

ໜ້າທີ່

ອົງການດັດສົມໂທລະຄົມມະນາຄົມ ມີໜ້າທີ່ ດັ່ງນີ້:

1. ປະຕິບັດກົດໝາຍ, ດໍາລັດ, ນິຕິກຳອື່ນຂອງຂັ້ນເທິງ ແລະ ນິຕິກຳຕ່າງໆ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ;

2. ຄົ້ນຄວ້າ, ເຊື່ອມຊຶມແນວທາງ ນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບການຄຸ້ມຄອງ ແລະ ພັດທະນາວຽກງານ ດັດສົມໂທລະຄົມມະນາຄົມ, ວຽກງານທະບຽນໂທລະຄົມມະນາຄົມ ແລະ ອິນເຕີ ເນັດ, ວຽກງານເລກໝາຍໂທລະຄົມມະນາຄົມ ແລະ ວຽກງານປົກປ້ອງຜູ້ໃຊ້ບໍລິການ ແລະ ແກ້ໄຂຂໍ້ ຂັດແຍ່ງ;

3. ສ້າງຮ່າງແຜນຍຸດທະສາດ ແລະ ນະໂຍບາຍກ່ຽວກັບ ການຄຸ້ມຄອງ ແລະ ພັດທະນາວຽກງານ ດັດສົມ ໂທລະຄົມມະນາຄົມ, ວຽກງານທະບຽນໂທລະຄົມມະນາຄົມ ແລະ ອິນເຕີເນັດ, ວຽກງານເລກໝາຍ ໂທລະຄົມມະນາຄົມ ແລະ ວຽກງານປົກປ້ອງຜູ້ໃຊ້ບໍລິການ ແລະ ແກ້ໄຂຂໍ້ຂັດແຍ່ງ; ສ້າງແຜນງານ, ແຜນການ ແລະ ໂຄງການ ກ່ຽວກັບວຽກງານຕ່າງໆ ເພື່ອສະເໜີລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພິຈາລະນາຮັບຮອງ ແລະ ອະນຸມັດ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;

4. ລາຍງານຄະນະນໍາກະຊວງ, ເຂົ້າຮ່ວມກອງປະຊຸມ, ປະສານສົມທົບກັບຫ້ອງການ, ກົມ, ສະຖາບັນ, ສູນ ແລະ ພາກສ່ວນອື່ນ ແຕ່ສູນກາງຮອດທ້ອງຖິ່ນ ຕໍ່ກັບວຽກທີ່ຕົນຮັບຜິດຊອບ;

5 ຄົ້ນຄວ້າ ສ້າງ, ປັບປຸງ ກົດໝາຍ, ນິຕິກຳ ແລະ ແຜນພັດທະນາ ກ່ຽວກັບວຽກງານດັດສົມໂທລະຄົມມະນາຄົມ ໃຫ້ແທດເໝາະກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະໄລຍະ;

6. ສ້າງແຜນການເຄື່ອນໄຫວວຽກ, ເຄື່ອນໄຫວວຽກວິຊາສະເພາະ, ສ້າງແຜນໂຄງການລົງທຶນຂອງລັດ, ຂຶ້ນ ແຜນລາຍຮັບວິຊາການ, ຂຶ້ນແຜນລາຍຈ່າຍງົບປະມານ. ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ ແລະ ຊັບສິນ ຕາມການອະນຸມັດຂອງກະຊວງ;

7. ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນແຕ່ລະໄລຍະ, ຂື້ນ ແຜນຄວາມຕ້ອງການ ປ່າລຸງ, ກໍ່ສ້າງ, ຊັບຊ່ອນ, ຄຸ້ມຄອງ, ປະຕິບັດ ນະໂຍບາຍ ແລະ ວິໄນ ຕໍ່ພະນັກງານ ພາຍໃນ ຂອງອົງການດັດສົມໂທລະຄົມມະນາຄົມ;

8. ຈັດກອງປະຊຸມ ໂຄສະນາ, ເຜີຍແຜ່, ສຳມະນາ ແລະ ຝຶກອົບຮົມ ກ່ຽວກັບ ນິຕິກຳຂຶ້ນຕ່າງໆ, ຜົນສໍາເລັດ ທາງດ້ານວິຊາການ, ເຕັກໂນໂລຊີ ແລະ ຫົວຄິດປະດິດສ້າງ ດ້ານໂທລະຄົມມະ ນາຄົມ ແລະ ອິນເຕີເນັດ;

9. ຄົ້ນຄວ້າ, ອອກອະນຸຍາດ, ໂຈະ ແລະ ຍົກເລີກ ໃບອະນຸຍາດ ການດໍາເນີນທຸລະກິດ ໂທລະຄົມມະ ນາຄົມ, ອິນເຕີເນັດ, ການນໍາໃຊ້ເລກໝາຍໂທລະຄົມມະນາຄົມ, ການຕິດຕັ້ງອຸປະກອນໂທລະຄົມມະນາຄົມ, ການ ເຊື່ອມຕໍ່ເຄືອຂ່າຍທັງພາຍໃນ ແລະ ຕ່າງປະເທດ, ນໍາໃຊ້ພື້ນຖານໂຄງລ່າງ, ການນໍາເຂົ້າ-ສົ່ງອອກ ພ້ອມທັງ ຄຸ້ມຄອງ, ຕິດຕາມ ແລະ ກວດກາ ແຜນການນໍາເຂົ້າ-ສົ່ງອອກ ອຸປະກອນໂທລະຄົມມະນາຄົມ ແລະ ອິນເຕີ ເນັດ;

10. ຄົ້ນຄວ້າ ການອອກໃບສັ່ງມອບ ແລະ ໃບຄິດໄລ່ ຄ່າທໍານຽມ, ຄ່າບໍລິການ ດ້ານໂທລະຄົມ ມະນາຄົມ ແລະ ອິນເຕີເນັດ, ຄ່າເລກໝາຍໂທລະຄົມມະນາຄົມ ແລະ ຄ່າປັບໄໝຕໍ່ກັບບຸກ ຄົນ ແລະ ນິຕິບຸກຄົນ ທີ່ກ່ຽວພັນກັບວຽກງານດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ;

11. ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການເຄື່ອນໄຫວດ້ານວິຊາການ ຂອງບັນດາຫົວໜ່ວຍທຸລະກິດ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ເພື່ອໃຫ້ຮັບປະກັນການປະຕິບັດ ກົດໝາຍ ແລະ ລະບຽບການ;

12. ຄຸ້ມຄອງ, ຕິດຕາມ, ກວດກາ ການສົ່ງເສີມການຂາຍ, ດັດສົມອັດຕາບໍລິການ, ມູນຄ່າການນໍາໃຊ້ ທາງດ້ານ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃຫ້ເປັນທຳ, ຖືກຕ້ອງ ແລະ ສອດຄ່ອງກັບ ແຜນຍຸດທະສາດ, ແຜນ ພັດທະນາ ຕາມກົນໄກເສດຖະກິດຕະຫຼາດ ໃຫ້ສອດຄ່ອງກັບ ກົດໝາຍ ແລະ ລະບຽບການ;

13. ຕິດຕາມ, ກວດກາ ແລະ ອອກໃບຢັ້ງຢືນ ຄຸນນະພາບການບໍລິການເຄືອຂ່າຍ ໂທລະຄົມມະ ນາຄົມ ແລະ ອິນເຕີເນັດ;

14. ຄຸ້ມຄອງ, ສ້າງກົນໄກ, ນະໂຍບາຍ ແລະ ຊຸກຍູ້ ໃຫ້ມີການຂະຫຍາຍ ແລະ ການນໍາໃຊ້ໂຄງລ່າງພື້ນຖານ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ຮ່ວມກັນ ໂດຍຮັບປະກັນຄຸນນະພາບ ແລະ ຄວາມປອດໄພ;

15. ຄົ້ນຄວ້າ ສ້າງ, ປັບປຸງ, ຄຸ້ມຄອງ, ຈັດສັນ, ຕິດຕາມ ແລະ ກວດກາ ການນໍາໃຊ້ເລກໝາຍໂທລະ ຄົມມະນາຄົມ ເພື່ອຮັບປະກັນ ການນໍາໃຊ້ທີ່ມີປະສິດທິພາບ ແລະ ປະສິດທິຜົນ ແນ່ໃສ່ສ້າງຜົນປະໂຫຍດ ສູງສຸດໃຫ້ແກ່ພາກລັດແລະສັງຄົມ;

16. ຮັບຄໍາສະເໜີ ຈາກບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃນການດໍາເນີນທຸລະກິດ ຫຼືແລະ ການນໍາໃຊ້ ບໍລິການດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ;

17. ຄົ້ນຄວ້າ ກໍານົດຮູບແບບ, ວິທີການ ແລະ ເຄື່ອງມືທີ່ທັນສະໄໝ ເພື່ອມາຮັບໃຊ້ວຽກງານດັດສົມໂທລະ ຄົມມະນາຄົມ ໃຫ້ມີຄວາມສະດວກ, ວ່ອງໄວ ໃນການປະຕິບັດໜ້າທີ່ ແລະ ຮັບປະກັນຄວາມປອດໄພ ຂອງຂໍ້ມູນ;

18. ເກັບກຳສະຖິຕິການພັດທະນາ ແລະ ການຂະຫຍາຍຕົວ ຂອງວຽກງານດັດສົມໂທລະຄົມມະນາຄົມ ແລະ ອິນເຕີເນັດ;

19. ເປັນກອງເລຂາ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈິຕ້ອນ;

20. ພົວພັນ ແລະ ຮ່ວມມືກັບ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທັງພາຍໃນແລະຕ່າງປະເທດ ກ່ຽວກັບວຽກ ງານດັດສົມໂທລະຄົມມະນາຄົມ ຕາມການອະນຸມັດ ຂອງຄະນະນໍາກະຊວງ;

21. ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍ ຂອງລັດຖະມົນຕີ, ຮອງ ລັດຖະມົນຕີ ຜູ້ຊີ້ນໍາ.

ຂອບເຂດສິດ

ອົງການດັດສົມໂທລະຄົມມະນາຄົມ ມີສິດ ດັ່ງນີ້:

1. ລາຍງານຄະນະນໍາກະຊວງ, ເຂົ້າຮ່ວມກອງປະຊຸມ, ປະສານສົມທົບກັບທ້ອງການ, ກົມ, ສະຖາບັນ, ມູນ ແລະ ພາກສ່ວນອື່ນ ແຕ່ສູນກາງຮອດທ້ອງຖິ່ນ ຕໍ່ກັບວຽກທີ່ຕົນຮັບຜິດຊອບ;

2. ສ້າງ, ປັບປຸງ ແລະ ເຜີຍແຜ່ ນິຕິກຳກ່ຽວກັບວຽກງານດັດສົມໂທລະຄົມມະນາຄົມ ແລະ ອິນເຕີເນັດ ພ້ອມທັງຕິດຕາມການຈັດຕັ້ງປະຕິບັດບັນດານິຕິກຳຕ່າງໆ ຕານໂທລະຄົມມະນາຄົມ ແລະ ສັບເດີເມັດ,

3. ເຄື່ອນໄຫວວຽກວິຊາການຕາມແຜນການ, ດໍາເນີນ ແລະ ຄຸ້ມຄອງ ໂຄງການລົງທຶນຂອງລັດ. ຕິດຕາມການເກັບລາຍຮັບວິຊາການ, ນໍາໃຊ້, ຄຸ້ມຄອງ ງົບປະມານ ແລະ ສັບຊົນ ຕາມການອະນຸມັດຂອງກະຊວງ;

4. ສະເໜີປັບປຸງ ກົງຈັກການຈັດຕັ້ງ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນແຕ່ລະໄລຍະ, ຂັ້ນແຜນຄວາມຕ້ອງການ ປ່າລຸງ, ກໍ່ສ້າງ, ຊັບຊ້ອນ, ຄຸ້ມຄອງ, ປະຕິບັດນະໂຍບາຍ ແລະ ວິໄນຕໍ່ພະນັກງານ-ລັດຖະກອນພາຍໃນ-ອົງການດັດສົມໂທລະຄົມມະນາຄົມ;

5. ຈັດກອງປະຊຸມ ໂຄສະນາ, ເຜີຍແຜ່, ສຳມະນາ ແລະ ຝຶກອົບຮົມ ກ່ຽວກັບ ນິຕິກຳຂຶ້ນຕ່າງໆ, ຜົນ ສໍາເລັດທາງດ້ານວິຊາການ, ເຕັກໂນໂລຊີ ແລະ ຫົວຄິດປະດິດສ້າງ ດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ;

6. ອອກໃບອະນຸຍາດ, ສືບຕໍ່, ໂຈະ ແລະ ຍົກເລີກ ໃບອະນຸຍາດ ການດໍາເນີນທຸລະກິດດ້ານໂທລະ ຄົມມະນາຄົມ, ອິນເຕີເນັດ, ນໍາໃຊ້ເລກໝາຍໂທລະຄົມມະນາຄົມ, ການຕິດຕັ້ງອຸປະກອນໂທລະ ຄົມມະນາຄົມ, ການເຊື່ອມຕໍ່ເຄືອຂ່າຍທັງພາຍໃນ ແລະ ຕ່າງປະເທດ, ການນໍາໃຊ້ພື້ນຖານໂຄງລ່າງ, ການນໍາເຂົ້າ-ສົ່ງອອກ, ແຜນນໍາເຂົ້າ-ສົ່ງອອກ ອຸປະກອນ ໂທລະຄົມມະນາຄົມ ແລະ ອິນເຕີເນັດ;

7. ອອກແຈ້ງການ, ຄໍາແນະນໍາ ກ່ຽວກັບການປະຕິບັດ ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານ ດັດສົມໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຖິງຫົວໜ່ວຍທຸລະກິດທີ່ຂຶ້ນກັບຂັ້ນຄຸ້ມຄອງ ຂອງຕົນ;

8. ກຳນົດຄຸນລັກສະນະເຕັກນິກ ແລະ ຢັ້ງຢືນ ອຸປະກອນກວດກາຄຸນນະພາບການບໍລິການ ດ້ານໂທລະ ຄົມມະນາຄົມ ແລະ ອິນເຕີເນັດ;

9. ອອກໃບຢັ້ງຢືນ ການຕິດຕັ້ງໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ຄຸນນະພາບການບໍລິ ການໂທລະຄົມມະນາຄົມ ແລະ ອິນເຕີເນັດ;

10. ສ້າງກົນໄກ, ສ້າງນະໂຍບາຍ, ຊຸກຍູ້ ແລະ ຕິດຕາມ ການນໍາໃຊ້ໂຄງລ່າງພື້ນຖານຮ່ວມກັນ ໃຫ້ມີຄວາມ ຮັບປະກັນທາງດ້ານ ຄຸນນະພາບ ແລະ ຄວາມປອດໄພ;

11. ອອກໃບສັ່ງມອບ ແລະ ໃບຄິດໄລ່ ຄ່າທໍານຽມ, ຄ່າບໍລິການ ດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ, ຄ່າ ເລກໝາຍໂທລະຄົມມະນາຄົມ ແລະ ຄ່າປັບໄໝ ຕໍ່ກັບ ບຸກຄົນ ແລະ ນິຕິບຸກຄົນ ທີ່ກ່ຽວພັນກັບ ວຽກງານດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ;

12. ສ້າງ, ປັບປຸງ, ນໍາໃຊ້, ຕິດຕາມ ແລະ ກວດກາ ແຜນການຈັດສັນເລກໝາຍໂທລະຄົມມະນາຄົມ;

13. ແກ້ໄຂ ຄໍາຮອ້ງຟ້ອງ ແລະ ຄໍາສະເໜີ ຈາກບຸນຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕໍ່ກັບຂໍ້ຂັດແຍ່ງທີ່ເກີດ

ຂຶ້ນຂອງ ຜູ້ໃຊ້ ແລະ ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອັນເຕີເນັດ;

14. ນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການປະຕິບັດໜ້າທີ່ ກ່ຽວກັບວຽກງານໂທລະຄົມມະນາຄົມ ແລະ ອິນ ເຕີເນັດ ເພື່ອໃຫ້ມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນຄວາມປອດໄພຂອງຂໍ້ມູນ:

15. ເກັບກຳສະຖິຕິ ການພັດທະນາ ແລະ ຂະຫຍາຍຕົວ ວຽກງານໂທລະຄົມມະນາຄົມ ແລະ ອິນເຕີເນັດ ຈາກຫົວໜ່ວຍທຸລະກິດ ແລະ ພາກສ່ວນກ່ຽວຂ້ອງ;

16. ເຄື່ອນໄຫວວຽກງານວິຊາສະເພາະ, ຈັດກອງປະຊຸມສໍາມະນາ, ປຶກສາຫາລືແລກປ່ຽນຄວາມຄິດເຫັນ ແລະ ຈັດຝຶກອົບຮົມຊຸກຍູ້ວຽກງານດັດສົມໂທລະຄົມມະນາຄົມ ຕາມການອະນຸ ມັດຂອງຄະນະນໍາກະຊວງ;

17. ປະຕິບັດສິດ ຂອງກອງເລຂາ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ຫັນເປັນດີຈິຕ້ອນ;

18. ພົວພັນ, ເຂົ້າຮ່ວມກອງປະຊຸມ, ເຊັນບົດບັນທຶກ, ເຊັນສັນຍາ, ຍາດແຍ່ງການຊ່ວຍເຫຼືອ ແລະ ການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ຕາມການອະນຸມັດ ຂອງຄະນະນໍາກະຊວງ;

19. ປະຕິບັດສິດອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍຂອງລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນໍາ