ສູນບໍລິຫານລັດດິຈິຕອນ

ຈາກ Laopedia
Revision as of 07:56, 30 ພະຈິກ 2023 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: ສູນບໍລິຫານລັດດິຈິຕອນ ແມ່ນເປັນຫົວໜ່ວຍວິຊາການໜຶ່ງ ມີຖານະທຽບເທົ່າກົມ ທີ່ສັງກັດໃນໂຄງປະກອບການຈັດຕັ້ງ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ມີພາລະບົດບາດເປັນເສນາທິການທາງດ້ານ...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ສູນບໍລິຫານລັດດິຈິຕອນ ແມ່ນເປັນຫົວໜ່ວຍວິຊາການໜຶ່ງ ມີຖານະທຽບເທົ່າກົມ ທີ່ສັງກັດໃນໂຄງປະກອບການຈັດຕັ້ງ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ມີພາລະບົດບາດເປັນເສນາທິການທາງດ້ານວິຊາການໃຫ້ແກ່ກະຊວງ ໃນການຄຸ້ມຄອງ ແລະ ພັດທະນາມະຫາພາກກ່ຽວກັບວຽກງານບໍລິຫານລັດໃຫ້ເປັນດິຈິຕອນ

ຫນ້າທີ່ ແລະ ຂອບເຂດສິດ

ຫນ້າທີ່

ສູນບໍລິຫານລັດດິຈິຕອນ ມີຫນ້າທີ່

  1. ປະຕິບັດກົດໝາຍ, ດໍາລັດ, ນິຕິກຳອື່ນຂອງຂັ້ນເທິງ ແລະ ນິຕິກໍາຕາງໆຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ;
  2. ຄົນຄ້ວາ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກຽວກັບວຽກງານ ບໍລິການລັດດິຈິຕ໋ອນ, ວຽກງານລະບົບປະຕູຂໍ້ມູນຂ່າວສານ ແລະ ວຽກງານບໍລິຫານລັດດິຈິຕ໋ອນ;
  3. ສ້າງຮ່າງແຜນຍຸດທະສາດ ແລະ ນະໂຍບາຍ ກຽວກັບວຽກງານ ບໍລິການດິຈິຕ໋ອນ, ວຽກງານລະບົບປະຕູຂໍ້ມູນຂ່າວສານ ແລະ ວຽກງານບໍລິຫານລັດດິຈິຕ໋ອນ; ສ້າງແຜນງານ, ແຜນການ ແລະ ໂຄງການກ່ຽວກັບວຽກງານຕ່າງໆ ໃຫ້ແທດເຫມາະກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ ເພື່ອສະເຫນີຕໍ່ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສືສານ ພິຈາລະນາຮັບຮອງ ແລະ ອະນຸມັດ ພ້ອມທັງຈັດຕັ່ງປະຕິບັດໃຫ້ໄດ້ຮັບຜົນດີ;
  4. ຄົນຄ້ວາ, ສ້າງ, ປັບປຸງແຜນຍຸດທະສາດ, ແຜນການ, ແຜນງານ ແລະ ນິຕິກໍາຕ່າງໆ ເພື່ອຄຸ້ມຄອງ ແລະ ສົ່ງເສີມ ການພັດທະນາລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ ໃຫ້ແທດເຫນາະກັບສະພາບການຕົວຈິງເປັນແຕ່ລະໄລຍະ;
  5. ຄົນຄວ້າ, ພັດທະນາ, ຄຸ້ມຄອງ ແລະ ໃຫ້ບໍລິການ ບັນດາໂຄງລາງພື້ນຖານພາກລັດ ທີຮັບໃຊ້ວຽກງານການເຊື່ອມຕໍ່, ການເກັບຮັກສາຂໍ້ມູນ ແລະ ການຢັ້ງຢືນຄວາມປອດໄພ ຂອງລະບົບບໍລິຫານ ແລະ ບໍລິການລັດ ແບບດິຈິຕ໋ອນ ເປັນຕົນ ລະບົບເມືອງທັນສະໄຫມ (Smart City ), ລະບົບເຄືອຂ່າຍພາກລັດ (GNet), ສູນຂໍ້ມູນຂ່າວສານພາກລັດ(G-Cloud), ລະບົບຄວາມປອດໄພພາກລັດ ແລະ ອື່ນໆ;
  6. ຄົນຄວ້າ, ພັດທະນາ, ຄູ້ມຄອງ ແລະ ໃຫ້ບໍລິການ ກຽວກັບຂໍ້ມູນດິຈິຕ໋ອນພາກລັດ, ການເຊື່ອມຕໍ່ຂໍ້ມູນພາກລັດ ແລະ ອໍານວຍຄວາມສະດວກໃຫ້ແກ່ການພັດທະນາ ແລະ ການຈັດການຂໍ້ມູນດີຈິຕ໋ອນ ຂອງຂະແຫນງການຕ່າງໆ ເພື່ອໃຫ້ສາມາດນໍາໃຊ້ຮ່ວມກັນ ເປັນຕົນ ລະບົບເຊືອມໂຍງຂໍ້ມູນພາກລັດ Government Data Exchange – GDX), ຂໍ້ມູນດິຈິຕ໋ອນພາກລັດ (Digital Data Government - DDG), ລະບົບຖານຂໍ້ມູນພາກລັດ, ລະບົບຢືນຢັ້ນຕົວຕົນແບບດິຈິຕ໋ອນ Big Data, Al, loT, ແລະ ອື່ນໆ;
  7. ຄົນຄວ້າ, ພັດທະນາ, ຄູ້ມຄອງ ແລະ ໃຫ້ບໍລິການ ລະບົບບໍລິຫານລັດດິຈິຕ໋ອນ ເພື່ອໃຊ້ເຂົ້າໃນວຽກງານບໍລິຫານລັດ (G2G) ຂອງແຕ່ລະຂະແໜງການ ໃນຂອບເຂດທົ່ວປະທດ ເປັນຕົ້ນ ຫ້ອງການລັດທັນລະໄໝ (e-office), E-signature, Email, vDo conference, G-Web, G-chat, G-Share, ແລະ LaoChat ອື່ນໆ;
  8. ຄົນຄວ້າ, ພັດທະນາ, ຄຸ້ມຄອງ ແລະ ໃຫ້ບໍ່ລິການລະບົບ e-Portal, ລະບົບບໍລິການລັດຜ່ານປະຕູດຽວ(Single-Sign-On), ລະບົບຢັ້ງຢືນຕົວຕົນແບບດິຈິຕ໋ອນ (LaoKYC) ຂໍ້ມູນດິຈິຕ່ອນພາກລັດ (DDG), ຂໍ້ມູນເປືາາພາກລັດ (Open Government Data);
  9. ຄຸ້ມຄອງ ແລະ ຊຸກຍູ້ ສົ່ງເສີມ ຂະແຫນງການ-ໃນການສ້າງ, ພັດທະນາ ບໍລິການລັດດິຈິຕ໋ອນ (G2C ,G2B) ເປັນຕົ້ນ Digital Certification, E-License, Digital Money, Digital Education, Digital Health, Digital Agriculture, Digital Disaster, E-Statistic, E-Logistic, ແລະ e-Services ອື່ນໆ;
  10. ຄົ້ນຄວ່າ, ສ້າງ, ຄຸ້ມຄອງ ແລະ ຕິດຕາມກວດກາ ມາດຕະຖານເຕັກນິກລະບົບບໍລິຫານ ແລະ ບໍລິການລັດດິຈິຕ໋ອນ (Digital Government Standard Framework) ໃຫ້ລວມສູນ ແລະ ເປັນເອກະພາບ ໃນທຸກຂະແຫນງການ ເພືອໃຫ້ລະບົບເຕັກນິກ, ເຄື່ອງອຸປະກອນ, ໂປຣແກຣມ, ຊອບແວ ແລະ ຖານຂໍ້ມູນ ຂອງແຕ່ລະຂະແຫນງການ ສາມາດເຊືອມໂຍງ, ເຮັດວຽກ ແລະ ນໍາໃຊ້ຮ່ວມກັນໄດ້;
  11. ໂຄສະນາເຜີຍແຜ່, ຝຶກອົບຮົມ, ໃຫ້ຄໍາປຶກສາ, ແນະນໍາ ແລະ ຕິດຕາມການນໍາໃຊ້, ຊຸກຍູ້ ແລະ ໃຫ້ບໍລິການວຽກງານ ບໍລິຫານ ແລະ ບໍລິການລັດດິຈິຕ໋ອນ ແລະ ການຫັນເປັນດິຈິຕ໋ອນ ໃຫ້ແກບັນດາຫ້ອງການລັດ ແລະ ສັງຄົມ;
  12. ເປັນເຈົ້າການປະສານສົມທົບກັບທຸກຂະແຫງການຂອງພາກລັດ ໃນການຈັດຕັ້ງປະຕິບັດວຽກງານ ບໍລິຫານລັດດິຈິຕ໋ອນ ແລະ ການຫັນເປັນດິຈິຕ໋ອນ;
  13. ເກັບກໍາຂໍ້ມູນ, ປະເມີນການພັດທະນາ ວຽກງານ ບໍລິຫານລັດດີຈິຕ໋ອນ ແລະ ຈັດລໍາດັບການນໍາໃຊ້ໄອຊີທີໃນອົງການຈັດຕັ້ງລັດ;
  14. ພົວພັນ ແລະ ຮ່ວມມືພາຍໃນ, ຕ່າງປະເທດ ແລະ ກັບອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງເອົາບົດຮຽນ, ປະສົບການ ແລະ ທຶນຮອນທີກ່ຽວຂ້ອງກັບວຽກງານ ການບໍລິຫານລັດດິຈິຕອນ ແລະ ການຫັນເປັນດິຈິຕ໋ອນ ຕາມການເຫັນດີ ຂອງຄະນະນໍາກະຊວງ;
  15. ຄົນຄວ້າ, ຂື້ນແຜນບໍາລຸງກໍ່ສ້າງ, ສັບຊ້ອນ, ຄູ້ມຄອງ, ປະຕິບັດນະໂຍບາຍ ແລະ ລະບຽບວິໄນ ຕໍ່ພະນັກງານພາຍໃນສູນ;
  16. ຄົນຄວ້າ, ປັບປຸງການຈັດຕັ້ງຂອງສູນ ແລະ ຈັດຕັ້ງປະຕິບັດລະບອບ ລະບຽບ ໃນການຄຸ້ມຄອງວຽກງານການບໍລິຫານລັດດິຈິຕ໋ອນ ເປັນແຕ່ລະໄລຍະ;
  17. ສະຫຼຸບ, ລາຍງານ ວຽກງານຂອງຕົນ ໃຫ້ລັດຖະມົນຕີ, ຫົວຫນ້າອົງການລັດທຽບເທົ່າກະຊວງ ຊາບ ແລະ ເພື່ອຊີ້ນໍາ;
  18. ຈັດຕັ່ງປະຕິບັດຫນ້າທີອື່ນ ຕາມທີໄດ້ກໍານົດໄວ້ໃນນິຕິກໍາອິນ ແລະ ການມອບຫນາຍຂອງລັດຖະມົນຕີ, ຮອງລັດຖະມົນຕີຜູ້ຊີນໍາ.

ຂອບເຂດສິດ

ສູນບໍລິຫານລັດດິຈິຕ໋ອນ ມີສິດ ດັງນີ້:

  1. ສະເຫນີສ້າງ, ປັບປຸງ ຫຼື ລົບລ້າງ ກົດຫນາຍ, ດໍາລັດ, ຂໍ້ຕົກລົງ, ແຈ້ງການ ແລະ ລະບຽບການຕາງໆ ກ່ຽວກັບວຽກງານບໍລິຫານ ແລະ ກໍລິການລັດດິຈິຕອນ;
  2. ສະເໜີ ນະໂຍບາຍ, ແຜນຍຸດທະສາດ, ແຜນການ, ແຜນງານ, ໂຄງການ ແລະ ວຽກອື່ນໆ ກ່ຽວກັບ ການບໍລິຫານ ແລະ ບໍລິການລັດດິຈິຕ໋ອນ;
  3. ພັດທະນາ, ຄູ້ມຄອງ ແລະ ຊຸກຍູ້ ການນໍາໃຊ້ ລະບົບ ບໍລິຫານລັດດິຈິຕ໋ອນ;
  4. ຊຸກຍູ ສິ່ງເສີມ ຂະແຫງງການ-ໃນການສ້າງ, ພັດທະນາ ແລະ ໃຫ້ບໍລິການລະບົບລັດດິຈິຕ໋ອນ ທີ່ຮັບໃຊ້ວຽກງານວິຊາສະເພາະຂອງແຕ່ລະຂະແໜງການ;
  5. ປະສານສົມທົບກັບ ອົງການຈັດຕັ້ງທີກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ປຶກສາຫາລື ໃນວຽກງານບໍລິຫານລັດດິຈິຕ໋ອນແຕ່ສູນກາງຮອດທ້ອງຖິ່ນ;
  6. ປະສານສົມທົບກັບພາກສ່ວນຕ່າງໆ ໃນການປະເມີນ, ຈັດຕັ້ງປະຕິບັດໂຄງການ ແລະ ແຜນງານ ທີ່ມີການພັດທະນາ ແລະ ນໍາໃຊ້ ເຕັກໂນໂລຊີ ເຂົ້າໃນວຽກງານ ບໍລິຫານ ແລະ ບໍລິການລັດ ແບບດິຈິຕ໋ອນ;
  7. ເຈລະຈາ ແລະ ເຊັນສັນຍາ, ອານຸສັນຍາ, ໂຄງການ ຫຼື ຂໍ້ຜູກພັນອື່ນໆ ກັບພາກສ່ວນຕ່າງໆ ທາງດ້ານວຽກງານບໍລິຫານ ແລະ ບໍລິການລັດດິຈິຕ໋ອນ ຢູ່ພາຍໃນ, ຕ່າງປະເທດ ແລະ ກັບອົງການຈັດຕັ້ງສາກົນ ຕາມການເຫັນດີຂອງຄະນະງນຳກະຊວງ;
  8. ເຂົ້າຮ່ວມກອງປະຊຸມຕ່າງໆ ດ້ານວິຊາການຢູ່ພາຍໃນ ແລະ ຕ່າງປະເທດ ຕາມການເຫັນດີຂອງຄະນະນໍາກະຊວງ;
  9. ສະເຫນີປັບປຸງ, ສ້າງຕັ້ງ ຫຼື ລົບລ້າງ ກົງຈັກການຈັດຕັ້ງ ແລະ ຕໍາແໜ່ງງານ ທີຂຶ້ນກັບສິດຄູ້ມຄອງຂອງສູນ;
  10. ສະເໜີແຕ່ງຕັ້ງ, ເລື່ອນຊັ້ນ-ຂັ້ນ, ຍ້ອງຍໍ, ຍົກຍ້າຍ, ສັບຊ້ອນ, ປະຕິບັດນະໂຍບາຍ ແລະ ປະຕິບັດວິໃນ ຕໍ່ະນັກງານທີ່ຂຶ້ນກັບສູນ;
  11. ນໍາໃຊ້ ງົບປະມານ ແລະ ລາຍຮັບລາຍຈ່າຍວິຊາການ ຕາາມແຜນການອະນຸມັດຂອງຄະນະນໍາກະຊວງ;
  12. ນໍາໃຊ້ ພາຫະນະ, ວັດຖອຸປະກອນ ແລະ ຊັບສົມບັດໃນຄວາມຮັບຜິດຊອບຂອງສູນ;
  13. ປະຕິບັດສິດອື່ນ ຕາມທີໄດ້ກໍານົດໄວ້ໃນນິຕິກໍາອື່ນ ແລະ ການມອບຫມາຍຂອງ ລັດຖະມົນຕີ, ຮອງລັດຖະມົນຕີຜູ້ຊິ້ນໍາ.

ໂຄງປະກອບການຈັດຕັ້ງ

ສູນບໍລິຫານລັດດິຈິຕອນ ມີໂຄງປະກອບກົງຈັກ ດັງລຸ່ມນີ້:

  1. ພະແນກ ສັງລວມ (General Affairs Division);
  2. ພະແນກ ຄູ້ມຄອງ ແລະ ປະສານງານ (Management and Coordination Division);
  3. ພະແນກລະບົບເຄືອຄ່າຍ ແລະ ເຊື່ອມໂຍງ (Network and lntegration Division);
  4. ພະແນກລະບບບໍລິການດິຈິຕອນ (Digital Service Division);
  5. ພະແນກລະບົບຫ້ອງການລັດດິຈິຕ໋ອນ (Digital Offices Division);
  6. ພະແນກລະບົບປະຕູຂໍ້ມູນຂ່າວສານ (e-Portal and Data Division);
  7. ພະແນກນະໂຍບາຍ ແລະ ມາດຕະຖານ ( Policy and Standard Division)