ເມືອງໝື່ນ

ຈາກ Laopedia
Revision as of 23:47, 26 ພຶດສະພາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: == ປະຫວັດຄວາມເປັນມາຂອງເມືອງໝື່ນ == ສະພາບການການປະກາດສ້າງຕັ້ງເມືອງໝື່ນ ເຂດນີ້ເປັນຈຸດສຸມຂອງ ແຂວງວຽງຈັນ ປະກອບມີ 7 ບ້ານ ລຽນຕາມສາຍແມ່ນ້ຳຂອງ ການຈັດຕັ້ງຂື້ນກັບ ເມືອງຊະນະຄາມ ເອີ່...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ປະຫວັດຄວາມເປັນມາຂອງເມືອງໝື່ນ

ສະພາບການການປະກາດສ້າງຕັ້ງເມືອງໝື່ນ ເຂດນີ້ເປັນຈຸດສຸມຂອງ ແຂວງວຽງຈັນ ປະກອບມີ 7 ບ້ານ ລຽນຕາມສາຍແມ່ນ້ຳຂອງ ການຈັດຕັ້ງຂື້ນກັບ ເມືອງຊະນະຄາມ ເອີ່້ນວ່າເຂດ ບ້ານວັງຊະນະຄາມຕອນໃຕ້: ເສັ້ນທາງການໄປມາແມ່ນ ອາໄສແມ່ນ້ຳຂອງ ສ່ວນທາງບົກແມ່ນບໍ່ສະດວກ ໂດຍສະເພາະແມ່ນບ້ານປາກຈັນ, ບ້ານຄົກເໝືອດ, ບ້ານກ້ອນຄຳ ແລະ ບ້ານນ້ຳຮີ້, ສະພາບເສດຖະກິດ-ສັງຄົມຂອງ ປະຊາຊົນແມ່ນສ່ວນຫຼາຍຂື້ນກັບ ຝັ່ງໄທເຊັ່ນ: ໝາກເຜັດ, ແປ້ງນົວໜື່ງ ກໍ່ຕ້ອງຂ້າມໄປຊື້ຢູ່ຝັ່ງໄທ, ທາງທຽວໂຮງຮຽນ ຂອງເດັກນ້ອຍກໍ່ຂ້າມໄປຂີ່ລົດຜ່ານໄທ ຈື່ງກັບມາຮຽນຢູ່ບ້ານວັງ ຍ້ອນແນວນັ້ນ ສັດຕູຈື່ງສວຍໃຊ້ປະຊາຊົນ ທີ່ຮູ້ເທົ່າບໍ່ເຖິງການເປັນປ່ອງຂ້າມລອຍ ເຄື່ອນໄຫວມ້າງເພລະບອບໃໝ່ພວກເຮົາ. ພ້ອມກັນນັ້ນ ມີ 15 ບ້ານ ຂື້ນກັບເມືອງເຟືອງ ເຊິ່ງເມື່ອກ່ອນເປັນເຂດພັດທະນານ້ຳຮອນ ທີ່ເຕົ້າໂຮມປະຊາຊົນບັນດາເຜົ່າລົງເຮັດນາຊຸມປີ 1987 ຕາມໂຄງການ, ທ່ານ ສີພອນ ພະລີຂັນ ອາດີດເຈົ້າແຂວງໆວຽງຈັນ, ຍ້ອນຢູ່ຫ່າງໄກຈາກສຳນັກງານປົກຄອງເມືອງເຟືອງ ຂາດການຄຸ້ມຄອງຈື່ງເປັນສາຍເຫດ ເຮັດໃຫ້ກຸ່ມຄົນບໍ່ດີສວຍໃຊ້ທ້ອງຖິ່ນນີ້ ເປັນບ່ອນເຊື່ອງຊ້ອນກຳລັງໃຕ້ດິນ ເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ມ້າງຮາກຖານໃນຫຼາຍຮູບແບບ. ວັນທີ 28/032006  ແຂວງວຽງຈັນ ແລະ ກະຊວງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຈື່ງໄດ້ກຳນົດເອົາເຂດນີ້ ເປັນຈຸດສຸມລົງກໍ່ສ້າງຮາກຖານ ການເມືອງ ໂດຍໄດ້ປະຕິບັດຄຳສັ່ງ 09/ກມສພ  ສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ດຳເນີນຕາມ 4 ເນື້ອໃນ 4 ຄາດໝາຍ ແລະ 4 ບາດກ້າວ ຂັ້ນຕອນຂອງວຽງງານກໍ່ສ້າງຮາກຖານ ໄລຍະໃໝ່ໂດຍຕັ້ງຊື່ເປັນ ຈຸດສຸມໂນນໄຮ-ບ້ານວັງ ມີພະນັກງານລົງກໍ່ສ້າງຮາກຖານທັງໝົດ 163 ສະຫາຍ, ຍິງ 03 ສະຫາຍ ໃນນັ້ນ: ມາຈາກກະຊວງປ້ອງກັນຄວາມສະຫງົບ 41 ສະຫາຍ, ມາຈາກກະຊວງປ້ອງກັນປະເທດ 20 ສະຫາຍ, ມາຈາກແຂວງ 26 ສະຫາຍ ແລະ ມາຈາກເມືອງ 76 ສະຫາຍ, ມີ 23 ບ້ານ, ມີ 4,928 ຄອບຄົວ; ມີ 5,132 ຫຼັງຄາເຮືອນ; ພົນລະເມືອງທັງໝົດ 32,542 ຄົນ. ໃນໄລຍະ 1 ປີ ທີ່ພະນັກງານຮາກຖານລົງມາປະຈຳແຕ່ລະບ້ານ, ພະນັກງານໄດ້ສຶກສາອົບຮົມ ແນວຄິດໃຫ້ການຈັດຕັ້ງຂັ້ນບ້ານ ແລະ ປາຊາຊົນເປັນຕົ້ນແມ່ນ ເຮັດວຽກແນວຄິດການເມືອງ ແລະ ວຽກກຳຂໍ້ມູນນຳພາປະຊາຊົນ ຈຳແນກມິດສັດຕູອັນໄດ້ເຮັດໃຫ້ພວກໃຕ້ດິນ. ກຸ່ມຄົນເຄື່ອນໄຫວບໍ່ດີຈຳນວນໜື່ງ ກໍ່ໂຕນໄປໄທ, ຈຳນວນໜື່ງກໍ່ໂຕນກັບບ້ານເດີມ ແລະ ຈຳນວນໜື່ງກໍ່ໄດ້ຮັບການເຊື່ອມຊືມ ແລ້ວປ່ຽນແປງເປັນຄົນດີຢູ່ນຳປະຊາຊົນພື້ນຖານ; ສ່ວນວຽກງານດ້ານເສດຖະກິດ-ສັງຄົມ ກໍ່ເຫັນວ່າມີການພັດທະນາ, ຂະບວນການຕັດໄມ້ທຳລາຍປ່າ ເກີດຂື້ນຢ່າງແພ່ລາມການຈັດຕັ້ງ ບ້ານພ້ອມກັນເປັນນາຍໜ້າ ນຳພາຕັດໄມ້ຊະຊາຍບໍ່ມີໃຜເວົ້າໃຜໄດ້ ອັນພາໃຫ້ມີການລະເມີດລະບຽບກົດໝາຍ ຢ່າງໜັກໜ່ວງ ເມື່ອກຳໄດ້ຂໍ້ມູນພື້ນຖານ ຈື່ງໄດ້ສະເໜີໃຫ້ຄະນະພັກອຳນາດການປົກຄອງແຂວງ ອານຸຍາດປັບປຸງລະບົບການເມືອງ ປະຊາທິປະໄຕ ໂດຍອອກຂໍ້ຕົກລົງແຕ່ງຕັ້ງບົ່ງຕົວ ການຈັດຕັ້ງຮາກຖານບ້ານຄົບຊຸດ ເພື່ອເຄື່ອນໄຫວຕາມພາລະບົດບາດ, ອຳນາດການປົກຄອງທ້ອງຖິ່ນຮາກຖານບ້ານ ເທື່ອລະກ້າວພາຍໃຕ້ການຊີ້ນຳນຳພາ ຂອງກອງກໍ່ສ້າງຮາກຖານ ປະຈຳແຕ່ລະບ້ານ ຈາກນັ້ນຈື່ງໄດ້ນຳພາບ້ານ ເຮັດວຽກງານປ້ອງກັນຄວາມສະຫງົບ ແລະ ວິເຄາະວິໄຈຂໍ້ມູນກຳນົດເປັນແຜນການ, ຂຽນເປັນໂຄງການຂັ້ນຈຸດສຸມ, ຂັ້ນກຸ່ມບ້ານ ແລະ ຂັ້ນບ້ານ ນຳພາຈັດຕັ້ງປະຕິບັດໂຄງການຈຳນວນໜື່ງ ຜ່ານການປະຕິບັດ 3 ບາດກ້າວວຽກກໍ່ສ້າງຮາກຖານ ເຮັດໃຫ້ສະພາບການຄ່ອຍໆຄືນສູ່ປົກກະຕິເຊັ່ນ: ປະຊາຊົນອຸ່ນອ່ຽງທຸ່ນທ່ຽງດີຂື້ນ, ຂະບວນຄົນໂຕນໄປຢຸດຕິ, ສະພາບຄົນຫຼັ່ງໄຫຼຈາກແຂວງຕ່າງໆ ມາຢູ່ເຂດໂນນໄຮຫຼຸດລົງ, ການຕັດໄມ້ທຳລາຍປ່າມີການຫຼຸດຜ່ອນລົງ, ການຖ່າງປ່າດົງປຸກເຂົ້າຖືກຈຳກັດປະຊາຊົນ ແລະ ການຈັດຕັ້ງຫັນມາເຂົ້າຮ່ວມວຽກງານຂອງພັກ-ລັດຫຼາຍຂື້ນ.

ດັ່ງທີ່ຮູ້ນຳກັນແລ້ວວ່າເຂດນີ້ ເປັນເຂດຍຸດທະສາດທາງດ້ານການເມືອງ, ການທະຫານ, ວັດທະນາທຳ-ສັງຄົມ ທັງເປັນຈຸດສຸມຂອງສູນກາງ ແລະ ຂອງແຂວງ, ເປັນຈຸດທີ່ປະຊາຊົນຫຼາຍເຂດ, ຫຼາຍແຂວງໂຮມກັນຢູ່, ການດຳເນີນຊີວິດຂອງປະຊາຊົນແມ່ນເຮັດນາ, ເຮັດໄຮ່ເປັນຕົ້ນຕໍ, ລະດັບການສຶກສາຕ່ຳ ແລະ ປະຊາຊົນຈຳນວນໜື່ງຍັງເຊື່ອຖືແບບງົມງວຍ, ກຸ່ມຄົນບໍ່ດີອາໄສເປັນບ່ອນເຊື່ອມໂຍນຂ້າມລອຍ ເພື່ອມມາເຄື່ອນໄຫວ ແລະ ໃຊ້ກົນອຸບາຍຫຼາຍຮູບແບບ ຕວົະຍວົະ, ຫຼອກລວງປະຊາຊົນ ບັນດາເຜົ່າຕ້ານກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ. ເມື່ອເປັນແນວນັ້ນພັກ-ລັດຖະບານ ເຫັນໄດ້ບັນຫາດັ່ງກ່າວບວກກັບທ່າແຮງ, ຄວາມອຸດົມສົມບູນໃນດ້ານຕ່າງໆ ດັ່ງນັ້ນຈື່ງເປັນເງື່ອນໄຂໃນການກໍ່ສ້າງເມືອງຫຼາຍຂື້ນ. ໃນວັນທີ 7 ເມສາ 2008 ຈື່ງໄດ້ປະກາດຮັບຮອງສ້າງຕັ້ງເປັນເມືອງໝື່ນ ເປັນເມືອງທີ່ 13 ຂອງແຂວງວຽງຈັນຂື້ນ ເຊິ່ງໄດ້ກວມເອົາ 15 ບ້ານຂອງເມືອງເຟືອງ ແລະ 07 ບ້ານຂອງເມືອງຊະນະຄາມລວມມີເນື້ອທີ່ທັງໝົດ 109.621 ຮຕ. ທິດເໜືອຕິດກັບເມືອງເຟືອງ, ທິດໃຕ້ຕິດກັບແມ່ນ້ຳຂອງ ຊາຍແດນລາວ-ໄທ(ເມືອງຊະນະຄາມ ແລະ ເມືອງປາກຊົມ) ມີຄວາມຍາວປະມານ 70 ກມ, ທິດຕາເວັນອອກຕິດກັບເມືອງຫີນເຫີບ ແລະ ເມືອງສັງທອງ, ທິດຕາເວັນຕົກຕິດກັບເມືອງແມດ ແລະ ເມືອງຊະນະຄາມ, ມີທ່າແຮງສຳລັບການພັດທະນາເສດຖະກິດ-ສັງຄົມເປັນຕົ້ນ: ດ້ານກະສິກຳ, ອຸດສາຫະກຳປຸງແຕ່ງ ແລະ ການບໍລິການເສັ້ນທາງຜ່ານ, ເປັນຈຸດໃຈກາງເຊື່ອມຕໍ່ລະຫວ່າງເມືອງຕໍ່ເມືອງ ລະຫວ່າງ ແຂວງພາກເໜືອຂອງປະເທດ, ມີດ່ານບ້ານວັງທີ່ເຊື່ອມຕໍ່ກັບປະເທດໄທ ຊື່ງໃນອະນາຄົດສາມາດສ້າງເປັນດ່ານສາກົນ, ມີແຫຼ່ງນ້ຳຫຼາຍສາຍ ທີ່ສາມາດສ້າງລະບົບຊົນລະປະທານ ຂະໜາດນ້ອຍ, ຂະໜາດກາງ ແລະ ໃຫຍ່.

ມາຮອດປະຈຸບັນເປັນເວລາ 7 ປີກວ່າ, ສະພາບເສດຖະກິດ-ສັງຄົມໄດ້ມີການພັດທະນາ, ຂະຫຍາຍຕົວເປັນກ້າວໆສະເລ່ຍລາຍຮັບ 10,31 ລ້ານກວ່າກີບ ຫຼື ເທົ່າກັບ 1,290 ໂດລາສະຫະລັດ ແລະ ມີທ່າອ່ຽງເພີ່ມຂື້ນ, ເມືອງມີສະຖຽນລະພາບທາງດ້ານການເມືອງ, ສັງຄາມມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານເປັນກັນໆມາ.