ເມືອງວຽງຄຳ

ຈາກ Laopedia
Revision as of 23:33, 26 ພຶດສະພາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: '''1.  ທີ່ມາຂອງຊື່ເມືອງວຽງຄຳ.'''     ຄຳວ່າເມືອງວຽງຄຳນີ້ມາຈາກຄຳສັບສອງຄຳໃນພາສາລາວຄື: ຄຳວ່າ“ ວຽງ” ແລະຄຳວ່າ “ຄຳ” ເມື່ອເອົາມາປະສົມກັນແລ້ວຈຶ່ງໄດ້ຄຳວ່າ: “ວຽງຄຳ” ສ່ວນຄຳວ່າ “ວຽງ” ໃນພາສ...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

1.  ທີ່ມາຂອງຊື່ເມືອງວຽງຄຳ.

    ຄຳວ່າເມືອງວຽງຄຳນີ້ມາຈາກຄຳສັບສອງຄຳໃນພາສາລາວຄື: ຄຳວ່າ“ ວຽງ” ແລະຄຳວ່າ “ຄຳ” ເມື່ອເອົາມາປະສົມກັນແລ້ວຈຶ່ງໄດ້ຄຳວ່າ: “ວຽງຄຳ” ສ່ວນຄຳວ່າ “ວຽງ” ໃນພາສາລາວເດີມມີຄວາມໝາຍວ່າ “ເມືອງ” ເຊຶ່ງແປວ່າສະຖານທີ່ເປັນສູນກາງທາງດ້ານເສດຖະກິດ, ການເມືອງການປົກຄອງແລະສູນກາງທາງດ້ານວັດທະນະທຳ, ສ່ວນຄຳວ່າ “ຄຳ” ຕາມວັດຈະນານຸກົມພາສາລາວມີຄວາມໝາຍວ່າ: ແຮ່ທາດຊະນິດໜຶ່ງທີ່ມີລາຄາແພງແລະເປັນວັດຖຸຊະນິດໜຶ່ງທີ່ມີຄ່າຫຼືວ່າປະເສີດ, ດັ່ງນັ້ນເມືອງວຽງຄຳຈຶ່ງແປວ່າຂອບເຂດດິນແດນທີ່ອຸດົມສົມບູນໄປດ້ວຍສິ່ງຂອງຫຼືວັດຖຸທີ່ມີຄ່າເຊິ່ງລວມໄປເຖິງຄວາມຮັກຄວາມແພງຄວາມເປັນມິດໄມຕີອັນເປັນເອກະລັກທາງດ້ານອຸປະນິໄສຂອງຊາວເມືອງວຽງຄຳອີກດ້ວຍ.

2  ເມືອງວຽງຄຳໃນອະດີດ.

ກ).ໄລຍະທີ 1:  ເມືອງວຽງຄຳປະກົດຊື່ທຳອິດໃນສະຕະວັດທີ VI ເຊິ່ງເວລານັ້ນເມືອງວຽງຄຳໄດ້ນອນຢູ່ໃນ 17 ຕົວເມືອງທີ່ຂື້ນກັບອານາຈັກສີໂຄດຕະບອງພ້ອມກັບເມືອງວຽງຈັນ.

ຂ).ໄລຍະທີ 2:ເມືອງວຽງຄຳປະກົດຂື້ນໃນຄັ້ງທີສອງຈາກຕຳນານເອກະສານຕ່າງໆດັ່ງທີ່ມະຫາສີລາວິລະວົງໄດ້ຂຽນໄວ້ໃນປື້ມວົງສາວະດານລາວ ( 1973 ) ເຊິ່ງມີເນື້ອໃນກ່າວເຖິງເມືອງວຽງຄຳ ຄວາມຈິງແລ້ວນາມວ່າເມືອງວຽງຄຳນີ້ມີມາກ່ອນສະໄໝການປົກຄອງຂອງເຈົ້າຟ້າງຸ່ມແລ້ວດັ່ງປະກົດຢູ່ໃນສີລາເລກຂອງຂຸນຣາມກຳແຫງເມືອງສຸໂຂໄທເຊິ່ງຈາລຶກໄວ້ແຕ່ປີຄ.ສ 1285 ຄືກ່ອນເຈົ້າຟ້າງຸ່ມຈະມາຕີເອົາເມືອງວຽງຄຳເຖິງ 37 ປີ, ເຂດແດນສຸໂຂໄທເວລານັ້ນທິດຕາເວັນອອກເຖິງເມືອງສາຣະຫຼວງເມືອງສະຣະຄາກະທັ້ງຝັ່ງແມ່ນ້ຳຂອງເຖິງວຽງຈັນວຽງຄຳເປັນທີ່ແລ້ວດັ່ງນີ້ແລະຕຳນານຂຸນບູລົມກໍ່ເອີ້ນວ່າເມືອງວຽງຄຳແຕ່ໃດມາ.

ຄ).ໄລຍະທີ 3:ປະກົດຊື່ເມືອງວຽງຄຳໃນສະຕະວັດທີ XIV ເວລາເຈົ້າຟ້າງຸ່ມຍົກທັບມາຕີເອົາວຽງຈັນແລະວຽງຄຳໃນປີຄ.ສ 1356 ເຊິ່ງເວລານັ້ນຜູ້ປົກຄອງເມືອງວຽງຄຳມີຊື່ວ່າ: ພະຍາເພົາ.

ງ).ໄລຍະທີ 4:ໄດ້ມີການກ່າວເຖິງເມືອງວຽງຄຳໃນສະຕະວັດທີ XVIIIເຊິ່ງປະຫວັດສາດພົງສາວະດານລາວໄທ-ລ້ານຊ້າງ (ຂອງໄທ) ໄດ້ກ່າວວ່າ: ໃນປີພ.ສ 2321 ຄ.ສ 1778 ໄດ້ເກີດສົງຄາມຂື້ນລະຫວ່າງກຸງທົນບູລີເຊິ່ງເປັນນະຄອນຫຼວງຂອງໄທໃນເວລານັ້ນກັບກຸງສີລັດຕະນາຄະນະຫູດນະຄອນຫຼວງລ້ານຊ້າງວຽງຈັນ, ພະເຈົ້າທຳມະເທວົງຈຶ່ງນຳເອົາພະໃສເຊິ່ງເປັນພະພຸດທະຮູບທີ່ພະເຈົ້າໄຊເສດຖາທິລາດຫຼໍ່ໄວ້ໃນປີຄ.ສ 1566 ໄປໄວ້ທີ່ເມືອງຊຽງຄຳ (ເມືອງຕຸລາຄົມ) ດ້ວຍເຫດນັ້ນຄຳວ່າເມືອງຊຽງຄຳທີ່ຢູ່ໃນເຂດເມືອງຕຸລາຄົມນັ້ນກໍ່ຄື: ເມືອງວຽງຄຳນັ້ນເອງ.

3  ເມືອງວຽງຄຳໃນປັດຈຸບັນ.

    ເມືອງວຽງຄຳໄດ້ສ້າງຕັ້ງຂື້ນມາໃໝ່ອີກໃນວັນທີ  14/8/1977 ເຊິ່ງແຍກເອົາບັນດາບ້ານຕ່າງໆອອກຈາກ 3 ຕົວເມືອງຄື:ເມືອງໂພນໂຮງ, ເມືອງແກ້ວອຸດົມເມືອງທຸລະຄົມ, ປະຈຸບັນມີເນື້ອທີ່ທັງໝົດ 124 Km2 ມີ 17 ບ້ານ, ແບ່ງອອກເປັນ 3 ກຸ່ມບ້ານຄື: ກຸ່ມບ້ານໂພນໝີ, ກຸ່ມບ້ານເມືອງເກົ່າ, ກຸ່ມບ້ານດອນກວດ, ມີ 249 ໜ່ວຍສາມະຄີ, ມີ 384 ຄອບຄົວ, ມີຜົນລະເມືອງທັງໝົດ 19.047 ຄົນ, ຍິງ 9.661 ຄົນ, ໃນນັ້ນຊົນເຜົ່າລາວລຸ່ມມີ 18.774 ຄົນ, ຍິງ 9.548 ຄົນ, ຊົນເຜົ່າກຶມມຸ 128 ຄົນ, ຍິງ 42 ຄົນ, ຊົນເຜົ່າມົ້ງ 145 ຄົນ, ຍິງ 71 ຄົນ, ປະຊາຊົນມີມູນເຊື້ອດຸໝັ້ນໃນການອອກແຮງງານ, ມີຄວາມສາມັກຄີຊ່ວຍເຫຼຶອເຊິ່ງກັນແລະກັນ, ນັບຖືວັດທະນະທຳອັນດີງາມຂອງຊາດແລະທ້ອງຖິ່ນ, ມີເອກະລັກສະເພາະດ້ານສິລະປະເປັນຕົ້ນແມ່ນສຽງແຄນຂັບງື່ມ, ການຟ້ອນລາຍງ້າວບ້ານປາກກະຍຸງ, ເມືອງວຽງຄຳເປັນເມືອງທີ່ມີເນື້ອທີ່ຮາບພຽງ, ມີສາຍນ້ຳງື່ມໄຫຼຜ່ານ, ມີນ້ຳແຈ້ງແລະໜອງທຳມະຊາດທັງໝົດນັ້ນເປັນເງື່ອໄຂເອື້ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນທຳມາຫາກິນ, ການຜະລິດປູກຝັງລ້ຽງສັດແລະການພັດທະນາການທ່ອງທ່ຽວ.