ເມືອງໂພນໂຮງ

ຈາກ Laopedia
Revision as of 23:31, 26 ພຶດສະພາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: === ທົ່ງໂພນໂຮງສະໄໝບູຮານ === ຜື່ນແຜ່ນດິນທີ່ຮາບພຽງດີ ມີທົ່ງນາກ້ວາງໃຫຍ່ຍາວໄກ ທົ່ງນາດັ່ງກ່າວມີຢູ່ເປັນຍ່ານກ້ວາງໆເພາະມັນຖືກຂີດຂັ້ຍດ້ວຍໂນນປ່າ, ປ່າທາມ, ບວກໜອງຮ່ອງຫ້ວຍ, ບ້ານເຮືອນ....)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ທົ່ງໂພນໂຮງສະໄໝບູຮານ

ຜື່ນແຜ່ນດິນທີ່ຮາບພຽງດີ ມີທົ່ງນາກ້ວາງໃຫຍ່ຍາວໄກ ທົ່ງນາດັ່ງກ່າວມີຢູ່ເປັນຍ່ານກ້ວາງໆເພາະມັນຖືກຂີດຂັ້ຍດ້ວຍໂນນປ່າ, ປ່າທາມ, ບວກໜອງຮ່ອງຫ້ວຍ, ບ້ານເຮືອນ.......ຜື່ນແຜ່ນດິນແຫ່ງນີ້ປັດຈຸບັນເພີ່ນເອີ້ນວ່າ: ເມື່ອງໂພນໂຮງ ຊຶ່ງຂື້ນກັບແຂວງ ວຽງຈັນ.

ເມືອງໂພນໂຮງມີເສັ້ນທາງເລກທີ 13 ເໜືອ ຜ່ານກາງເຄີ່ງແຕ່ໃຕ້ຮອດເໜືອ, ເມືອງດັ່ງກ່າວມີທີ່ຕັ້ງ ດັ່ງນີ້: ທິດໃຕ້ຕິດກັບນະຄອນຫຼວງວຽງຈັນ(ເມືອງນາຊາຍທອງ) ສວ່ນໜື່ງຂອງເມືອງທຸລະຄົມ, ທິດເໜືອຕິດກັບເມືອງຫີນເຫີບທີ່ສັນພູພະນັງ, ທິດຕາເວັນຕົກຕິດກັບເມືອງສັງທອງຕາມສັນພູພະນັງ ຜື່ນທີ່ດ້ານຕາເວັນຕົກນີ້ (ຖ້ານັບແຕ່ເສັ້ນທາງເລກທີ13ເໜືອ ໄປຫາສັນພູພະນັງ) ມັນເປັນຜື່ນແຜ່ນດິນທີ່ບໍ່ຮາບພຽງມີແຕ່ໂນນປ່າດົງ, ຮ່ອມຫ້ວຍ, ພະລານຫີນ ສະຫຼັບສັບຊ້ອນ ຍ້ອນແນວນິ້ຈື່ງບໍ່ເປັນທີ່ໜ້າຢູ່ຂອງຄົນຍຸກບູຮານພໍເທົ່າໄດເພາະບໍ່ປະກົດເຫັນຮ່ອງຮອຍການທຳມາຫາກິນຂອງຜູ້ຄົນໃນອາດີດ, ທິດຕາເວັນອອກຕິດກັບເມືອງແກ້ວອຸດົມ ແລະ ເມືອງວຽງຄຳ ຖ້ານັບແຕ່ເສັ້ນທາງເລກທີ 13 ເໜືອ ດ້ານຕາເວັນອອກໄປຫາເຂດແດນສອງເມືອງດັ່ງກ່າວ  ຈະເຫັນວ່າມີຈຸດພິເສດເດັ່ນຄື: ເປັນຜື່ນທີ່ຮາບພຽງດີ ມີຮ່ອງຮອຍຂອງຄົນບູຮານຫຼາຍບ່ອນຫຼາຍຢ່າງ,  ໃນນີ້  ທີ່ເດັ່ນກວ່າໜູ່ກໍ່ແມ່ນທ້ອງທົ່ງນາທີ່ກ້ວາງໄກມີຢູ່ເປັນຍ່ານ ເປັນເຂດ  ທົ່ງນາທີ່ວ່ານີ້  ໄດ້ເກີດຈາກຢາດເຫືອແຮງງານຂອງຄົນສະໄໝບູຮານໂດຍຜ່ານການດັດແປງຫຼາຍຍຸກຫຼາຍສະໄໝມາແລ້ວຊື່ງເຮົາບໍ່ສາມາດຈົດກ່າຍນຳມາໃຫ້ທ່ານຮູ້ນຳໄດ້  ຫາກປະຫວັດສາດຂອງຊາດລາວເຮົາກໍຄືປະຫວັດສາດຂອງແຂວງວຽງຈັນເປັນໄປແນວໃດ  ຜູ້ຄົນທີ່ຢູ່ທົ່ງບູຮານແຫ່ງນີ້ກໍຄົງເປັນໄປເຊັ່ນນັ້ນ.  ເພີ່ນເອີ້ນຊື່ວ່າ : ໂພນໂຮງກໍເພາະວ່າ :ມັນຕັ້ງຢູ່ໂພນສູງ  ຄຳວ່າ “ ໂຮງ ” ເພີ່່ນສັນນິຖານວ່າໄດ້ມາຈາກຄວາມເລົ່າລືກ່ຽວກັບເລື່ອງພະເວດສັນດອນເພາະທີ່ນີ້ເພີ່ນເຊື່ອວ່າ  ແມ່ນທີ່ຕັ້ງຫໍໂຮງຂອງພະເວດສັນດອນ,  ແຕ່ມີບາງກຸ່ມຄົນກໍວ່າ “ ໂຮງ ” ໄດ້ມາຈາກ ຊືື່ ຜີເງຶອກໂຕໜື່ງທີ່ມີຊື່ວ່າ  “ ນາງໂຮງ ”  ມັນມີລິດເດດເຂັດຢໍາຫຼາຍວັງນ້ໍ້າທີ່ນາງໂຮງຢູ່ກໍ່ແມ່ນຫ້ວຍນໍ້າລິນ ແລະ ບ້ານໂພນໂຮງປຸກສ້າງເຮືອນບຽດໂຄມເອົາໝົດ.

ເມືອງໂພນໂຮງພາຍໃຕ້ລະບອບໃໝ່

ຊາວເມືອງໂພນໂຮງກໍ່ຄືປະຊາຊົນທົ່ວທັງປະເທດທີ່ມີຄວາມເບື່ອໜ່າຍຕໍ່ກັບແອກປົກຄອງຂອງລະບອບລ່າເມືອງຂື້ນແບບເກົ່າ ແລະ ໃໝ່  ມາດົນນານເຖິງ 80 ກວ່າປີ ແລະ ເຫັນໄດ້ໃນແນວທາງຍຸຕິທຳຂອງຝ່າຍກຳລັງຮັກຊາດ  ດັ່ງນັ້ນປະຊາຊົນລາວທົ່ວທັງປະເທດ  ຈື່ງພ້ອມພຽງກັນລຸກຂື້ນຕໍ່ສູ້ເພື່ອປົດປ່ອຍເອົາປະເທດຊາດຂອງຕົນໃຫ້ຫຼຸດພົ້ນອອກຈາກແອກຄອບຄອງຂອງຈັກກະພັດຈົນໄດ້ໄຊຊະນະໃນທ້າຍປີ ຄ.ສ 1975 ຫຼັງຈາກມື້ນັ້ນມາເມືອງໂພນໂຮງຈື່ງມີຄົນລາວປົກຄອງກັນເອງຢ່າງສົມບູນ.

ບແຕ່ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນມາ  ຊາວເມືອງໂພນໂຮງ  ໄດ້ປະຕິບັດສອງໜ້າທີຍຸດທະສາດຄື : ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ  ອັນມີພັກປະຊາຊົນປະຕິວັດລາວເປັນຜູ້ນຳພາ ແລະ ເພື່ອຮັກສາໝາກຜົນຂອງການປະຕິວັດ ຄະນະພັກ ອົງການປົກຄອງເມືອງໂພນໂຮງປັດຈຸບັນ ທົ່ວເມືອງມີສະຖຽງລະພາບໝັ້ນຄົງດີ ມີໄຟຟ້າ, ນ້ຳປະປາ ,ທາງສາຍໂພນໂຮງ - ບ້ານເກິນ ໃນອາດີດທີ່ເປັນທາງກວຽນແລ້ວປ່ຽນມາເປັນທາງແດງທາງດຳ ດຽວນີ້ປ່ຽນມາເປັນທາງເບຕົ່ງ ທາງຫຼາຍເສັ້ນມີລົດລາພາຫະນະແລ່ນຕະຫຼອດກາງເວັນກາງຄືນ ແລະ ມີເຮືອນຕຶກເຮືອນກໍ່ປຸກຂື້ນລຽນຕິດລຽນຕໍ່ກັນ ແລະ ອື່ນໆ ທີ່ລ້ວນແຕ່ໃຫ້ຄວາມສະດວກແກ່ຊາວເມືອງເປັນຢ່າງດີ. ພິເສດດ້ານຕາເວັນຕົກຂອງເມືອງທີ່ຄົນບູຮານບໍ່ຢາກຢູ່ຍຸກນັ້ນ ດຽວນີ້ນອກຈາກມີບ້ານຄົນ ແລະ ທາງແຍກເຂົ້າຫຼາຍເສັ້ນທາງແລ້ວ ຍັງມີສຳນັກງານອົງການຕ່າງໆທັງພາກລັດ ແລະ ເອກະຊົນໄປຕັ້ງຢູ່ ມີນິຄົມ, ຟາມລຽ້ງສັດຂະໜາດນ້ອຍໃຫຍ່, ມີໂຮງຈັໂຮງງານ, ສວນໄມ້ອຸສາຫະກຳ ແລະ ກິດໝາກຢ່າງກ້ວາງຂວາງ... ທັງນີ້ກໍ່ຍ້ອນວ່າທ່ານເຈົ້າເມືອງແຕ່ລະທ່ານຢູ່ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ທຸກທ່ານໄດ້ນຳເອົາແນວທາງຂອງພັກ-ລັດມາໝູນໃຊ້ ແລ້ວນຳພາຊາວເມືອງເລັ່ງລັດພັດທະນາດ້ວຍຄວາມຮັກແພງສາມັກຄີ ເຮັດໃຫ້ແຕ່ລະບ້ານທີ່ມີຄອບຄົວທຸກຈົນ, ຫຼຸດພົ້ນຈາກຄວາມທຸກຍາກເປັນກ້າວໆ ມີບ້ານແບບຢ່າງທີ່ດີຫຼາຍບ້ານ, ເອົາໃຈໃສ່ປະຕິບັດວຽກງານສາມສ້າງຢ່າງເປັນລະບົບ ແລະ  ນຳເອົາທຸກມະຕິຄຳສັ່ງຂອງພັກ-ລັດມາຄົ້ນຄ້ວາໃຫ້ຖືກຕ້ອງແທດເໝາະກັບຕົວຈິງ ແລະ ຫງຽງຫູຟັງມະຫາຊົນດ້ວຍຄວາມຮີ່ນຕອງ ດັ່ງນັ້ນ ຈີ່ງເຮັດໃຫ້ເມືອງໂພນໂຮງຈະເລີນງອກງາມເປັນກ້າວໆໄປຕາມຍຸກຕາມສະໄໝ ແລະ ເທົ່າທຽມກັບບາດກ້າວການເດີນຂອງປະເທດຊາດກໍຄືບາດກ້າວຂອງຍຸກໂລກາວິວັດ.