ສໍານັກງານປົກປ້ອງເງິນຝາກ

ຈາກ Laopedia
Revision as of 00:28, 25 ພຶດສະພາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)


ສໍານັກງານປົກປ້ອງເງິນຝາກ (ສປງ) ຫຼື Deposit Protection Office (DPO) ແມ່ນ ການຈັດ ຕັ້ງການເງິນຂອງລັດ ມີຖານະທຽບເທົ່າກົມ ເປັນນິຕິບຸກຄົນ ທີ່ເຄື່ອນໄຫວໂດຍບໍ່ສະແຫວງຫາຜົນກໍາໄລ ມີຄວາມເປັນເອກະລາດທາງດ້ານການເງິນ ຢູ່ພາຍໃຕ້ການຄຸ້ມຄອງຂອງ ທະນາຄານແຫ່ງ ສປປ ລາວ ແລະ ມີພາລະບົດບາດໃນການປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບ ທຳຂອງຜູ້ຝາກເງິນ ທີ່ຝາກໄວ້ນຳທະນາຄານທຸລະກິດ ທີ່ເປັນສະມາຊິກ, ປະກອບສ່ວນສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມຕໍ່ລະບົບສະຖາບັນການເງິນ ເພື່ອເປັນການຮັກສາສະຖຽນລະພາບການເງິນ-ເງິນຕາຢູ່ ສປປ ລາວ.