ຕະຫຼາດຫຼັກຊັບ

ຈາກ Laopedia
Revision as of 01:38, 24 ພຶດສະພາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: ຕະຫຼາດຫຼັກຊັບລາວເປັນຕະຫຼາດທຶນແຫ່ງທໍາອິດຂອງ ສປປ ລາວ ເພື່ອລະດົມທຶນໄລຍະຍາວໃຫ້ແກ່ບັນດາບໍລິສັດ ແລະ ເພື່ອເປັນການສະໜັບສະໜູນໃຫ້ຕະຫຼາດການເງິນໃນ ສປປ ລາວ ມີຄວາມສົມບູນຍິ່ງຂຶ້ນ....)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ຕະຫຼາດຫຼັກຊັບລາວເປັນຕະຫຼາດທຶນແຫ່ງທໍາອິດຂອງ ສປປ ລາວ ເພື່ອລະດົມທຶນໄລຍະຍາວໃຫ້ແກ່ບັນດາບໍລິສັດ ແລະ ເພື່ອເປັນການສະໜັບສະໜູນໃຫ້ຕະຫຼາດການເງິນໃນ ສປປ ລາວ ມີຄວາມສົມບູນຍິ່ງຂຶ້ນ.

ປະຫວັດ

ສົກປີ 2006- 2010 ສະພາແຫ່ງຊາດໄດ້ຮັບຮອງເອົາແຜນພັດທະນາເສດຖະກິດສັງຄົມ 5 ປີ ແຫ່ງລັດ ຄັ້ງທີ VI ເຊິ່ງໜຶ່ງໃນນີ້ກໍໄດ້ກໍານົດແຜນສ້າງຕັ້ງຕະຫຼາດຫຼັກຊັບຢູ່ ສປປລາວ ໃນທ້າຍປີ 2010. ເຊິ່ງ ລັດຖະບານ ໄດ້ມອບໝາຍໃຫ້ທະນາຄານແຫ່ງ ສປປລາວ ເປັນອົງກອນຈັດຕັ້ງປະຕິບັດແຜນການດັ່ງກ່າວ ໂດຍໄດ້ແຕ່ງຕັ້ງຄະນະຊີ້ນໍາລວມກ່ຽວກັບການສ້າງຕັ້ງຕະຫຼາດຫຼັກຊັບຂຶ້ນເຊິ່ງລວມມີ: ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ເປັນປະທານ, ທ່ານ ພູເພັດ ຄໍາພູນວົງ ຜູ້ວ່າການທະນາຄານແຫ່ງ ສປປລາວ ເປັນຮອງປະທານ ແລະ ມີບັນດາທ່ານຮອງລັດຖະມົນຕີກະຊວງຕ່າງໆເປັນຄະນະ.

  • ໃນວັນທີ 19 ກັນຍາ 2007 ໄດ້ເຊັນບົດບັນທຶກຊ່ວຍຈໍາສະບັບໜຶ່່ງ(MOU) ລະຫວ່າງທະນາຄານແຫ່ງ ສປປລາວ ກັບ ຕະຫຼາດຫຼັກຊັບ ສ.ເກົາຫລີ ທີ່ນະຄອນຫຼວງເຊອູນ ປະເທດ ສ.ເກົາຫລີ. ຫລັງຈາກນັ້ນ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ການສ້າງຕັ້ງຕະຫຼາດຫຼັກຊັບຂຶ້ນໃນວັນທີ 22 ມັງກອນ 2008 ເພື່ອຮັບຜິດຊອບການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໂດຍການຊີ້ນໍາໂດຍກົງຂອງ ທ່ານ ພູເພັດ ຄໍາພູນວົງ ຜູ້ວ່າການ ທຫລ ຮອງປະທານຄະນະຊີ້ນໍາລວມຜູ້ປະຈໍາການ.
  • ມາຮອດວັນທີ 25 ພຶດສະພາ 2009 ລັດຖະບານໄດ້ແຕ່ງຕັ້ງຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບເພື່ອປ່ຽນແທນຄະນະຊີ້ນໍາລວມ ແລະ ໄດ້ປ່ຽນຈາກຄະນະຮັບຜິດຊອບສ້າງຕັ້ງຕະຫຼາດຫຼັກຊັບ ມາເປັນ ພະນັກງານຂອງສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ເຊິ່ງເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 02 ກໍລະກົດ 2009 ເປັນຕົ້ນມາ ແລະ ມາຮອດທ້າຍເດືອນ ກໍລະກົດ 2009 ກໍໄດ້ມີການເຊັນສັນຍາຮ່ວມທຶນໂດຍແມ່ນທະນາຄານ ແຫ່ງ ສປປ ລາວ ຖືຫຸ້ນ 51% ແລະ ຕະຫຼາດຫຼັກຊັບເກົາຫຼີຖືຫຸ້ນ 49%.
  • ມາເຖິງວັນທີ 10 ຕຸລາ 2010 ຕະຫຼາດຫຼັກຊັບລາວໄດ້ເປີດຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ ລັດຖະບານປະທານຄະນະກໍາມະການຄຸ້ມຄອງ ຫຼັກຊັບ ແລະ ຕະຫຼາດຫຼັກຊັບ (ຄລຕ),ພ້ອມ ນີ້ກໍມີທ່ານ ຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ, ທ່ານ ເດດພູວັງ ມູລຣັຕ ປະທານຕະຫຼາດຫຼັກຊັບລາວ, ບັນດາລັດຖະມົນຕີວ່າການທູຕານຸທູດ ຜູ້ບໍລິຫານລະດັບສູງຈາກຕະຫຼາດຫຼັກຊັບ ສ.ສ ຫວຽດນາມ, ສປ ຈີນ, ສ.ເກົາຫຼີ, ໄທ ຜູ້ຮ່ວມທຶນຈາກຕະຫຼາດຫຼັກຊັບ ສ.ເກົາຫຼີ ແລະ ພາກສ່ວນກ່ຽວຂ້ອງ.

http://www.lsx.com.la/