ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

ຈາກ Laopedia
Revision as of 00:35, 13 ພຶດສະພາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແມ່ນອົງການຈັດຕັ້ງຂອງມະຫາຊົນໜຶ່ງທີ່ພັກໄດ້ສ້າງຂື້ນໃນວັນທີ 14/4/1955. ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ມີທີ່ຕັ້ງບົດບາດອັນສຳຄັນໃນຖານະເປັນກອງໜູນ ແລະ ເປັນແຂນຂວາຂອງພັກ, ຊາວໜຸ່ມແມ່ນອະນາຄົດຂອງປະເທດຊາດ, ແມ່ນກຳລັງປະຈັນບານໃນທຸກວຽກງານຂອງການປະຕິວັດໃນແຕ່ລະໄລຍະ. ໜ້າທີ່ອັນສຳຄັນທີ່ສຸດຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແມ່ນການເຕົ້າໂຮມຄວາມສາມັກຄີ, ການສຶກສາອົບຮົມຊາວໜຸ່ມ-ເຍົາວະຊົນໃຫ້ມີນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນຂອງຕົນເອງ, ຮັກລະບອບປະຊາ ິທິປະໄຕປະຊາຊົນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີຄວາມຮູ້ຄວາມສາມາດ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ມີແບບແຜນການດຳລົງຊີວິດອັນຖືກຕ້ອງ ເພື່ອສືບທອດພາລະກິດຂອງພັກ ແລະ ປະກອບ ສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ຕາມແນວທາງນະໂຍບາຍຂອງພັກປະຊາຊົນປະຕິວັດລາວ