ໜອງຟ້າ

ຈາກ Laopedia
Revision as of 22:41, 8 ພຶດສະພາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: "ຫນອງຟ້າ" ອີກຫນື່ງແຫລ່ງທ່ອງທ່ຽວ ຢູ່ເທິງພູສູງ ຂອງແຂວງອັດຕະປື ໃກ້ກັບຊາຍແດນ ປະເທດຫວຽດນາມ ທີ່ຍັງລໍຄອຍ ການຢ້ຽມຢາມ ຂອງນັກທ່ອງທ່ຽວ, ຫນອງຟ້າເປັນໜອງທຳມະຊາດ, ເປັນອ່າງນຳ້ຈືດ ຫລື ຈະ...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

"ຫນອງຟ້າ" ອີກຫນື່ງແຫລ່ງທ່ອງທ່ຽວ ຢູ່ເທິງພູສູງ ຂອງແຂວງອັດຕະປື ໃກ້ກັບຊາຍແດນ ປະເທດຫວຽດນາມ ທີ່ຍັງລໍຄອຍ ການຢ້ຽມຢາມ ຂອງນັກທ່ອງທ່ຽວ, ຫນອງຟ້າເປັນໜອງທຳມະຊາດ, ເປັນອ່າງນຳ້ຈືດ ຫລື ຈະເອີ້ນວ່າ ທະເລສາບ ກໍ່ໄດ້ ມີນໍ້າສີຂຽວໃສ ຄືນໍ້າທະເລ ມີຄວາມຍາວ ແລະ ກວ້າງປະມານ 1 km ແຕ່ເລິກເທົ່າໃດ ຍັງບໍ່ມີການ ສຳຫລວດໄດ້, ຫນອງຟ້າ ອາດເກີດຍ້ອນ ພູໄຟເກົ່າລະເບີດ ຫລື ຖືກອຸກະບາດຕຳໂລກ ກໍ່ຍັງບໍ່ມີໃຜ ພິສູດໄດ້ ແຕ່ຕາມການ ສັນນິຖານວ່າ ເປັນໝອງ ທີ່ເກີດ ຈາກພູໄຟ ລະເບີດ ເມື່ອຫຼາຍພັນ ປີຜ່ານມາ

ໝອງຟ້າ ເປັນຕົ້ນກໍາເນີດ ຂອງເຊກະໝານ, ຕັ້ງຢູ່ເຂດປ່າ ສະຫງວນ ດົງອຳພາມ ບໍລິເວນ ທີ່ມີຫົວພູຈຸ້ມ ເຂົ້າໃສ່ກັນ ຢູ່ລະດັບສູງ 1.200-1.500 ແມັດ ໃນເມືອງຊານໄຊ ເບື້ອງທິດ ຕາເວັນອອກ ຂອງແຂວງ. ຊາວອັດຕະປື ຖືວ່າເປັນໝອງ ທີ່ມີຄວາມເລິກລັບ ແລະ ມີເລື່ອງລາວ ກ່າວຂານ ໝ້າສົນໃຈວ່າ: ມີໄກ່ຜູ້ໂອກ ປີກຄຳເຝົ້າ ແລະ ເປັນເຈົ້າບັນຊາ ໃຫ້ນໍ້າຂຶ້ນລົງ.

ສາມາດ ໄປເຖິງ ໄດ້ສະດວກ ໃນຍາມແລ້ງ ໄລຍະທາງ 178 ກມ ດວ້ຍລົດ ຕາມເສັ້ນທາງ 18B ຈາກເທດສະບານ ເມືອງສາມັກຄີໄຊ ຫາ ດ່ານສາກົນ ພູເກືອ ( ຊາຍແດນ ລາວ-ຫວຽດນາມ ) ມີປ້າຍບອກທາງ ແວ່ເບື້ອງຊ້າຍ ທີ່ກິໂລແມັດທີ 102 ໄປຕາມທາງດິນແດງ ( ລະດູຝົນ ແມ່ນໄປ-ມາ ບໍ່ສະດວກປານໃດ )

ແຫຼ່ງທີ່ມາ: www.attapeu.gov.la/en/ໜອງຟ້າມະຫັດສະຈັນ1.html