ພະທາດ​ຫຼວງ​ນ້ຳ​ທາ

ຈາກ Laopedia
Revision as of 03:40, 29 ເມສາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

thumb ຕັ້ງຢູ່ບ້ານໄຊສົມບູນ, ເມືອງ ແລະ ແຂວງຫຼວງນ້ຳທາ, ສ້າງສຳເລັດໃນປີ 2007. ໂດຍການຮ່ວມແຮງຮ່ວມໃຈ ຂອງເຈົ້າສັດທາຈາກປະຊາຊົນຜູ້ມີຈິດໃຈເຫຼື່ອມໃສໃນສາດສະໜາພຸດ ໄດ້ພາກັນສ້າງພະທາດດວງນີ້ຂຶ້ນມາ, ເພື່ອສັກກາລະບູຊາ, ໃນທຸກໆປີ ລະຫວ່າງເດືອນກຸມພາ ເພິ່ນຈະຈັດງານສະຫຼອງພະທາດຫລວງນ້ຳທາຂຶ້ນ ຢູ່ບໍລິເວນພະທາດຫຼວງນ້ຳທາ ໃນງານດັ່ງກ່າວ ມີການຄົບງັນເຄື່ອງອັດທະຂອງເຈົ້າສັດທາ, ມີການວາງສະແດງຜະລິດຕະພັນທ້ອງຖິ່ນ, ທ່ານສາມາດເຂົ້າຫາແຫຼ່ງທ່ອງທ່ຽວດັ່ງກ່າວ ໄດ້ຢ່າງສະດວກສະບາຍ ແລະ ຈາກຈຸດດັ່ງກ່າວ ທ່ານສາມາດຊົມທິວທັດເທດສະບານແຂວງຫຼວງນ້ຳທາ ໄດ້ຢ່າງສວຍງາມ. ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=3