ເສດຖະກິດດິຈິຕອນ

ຈາກ Laopedia
Revision as of 01:50, 12 ເມສາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: ປະຈຸບັນຍັງບໍ່ທັນມີການກຳນົດນິຍາມຢ່າງຊັດເຈນ ກ່ຽວກັບຄວາມໝາຍຂອງເສດຖະກິດດິຈິຕອນ. ອົງການຮ່ວມ ມີທາງດ້ານເສດຖະກິດ (OECD) ກຸ່ມປະເທດ G20 ແລະ ມະຫາວິະຍາໄລ Oxford ໄດ້ໃຫ້ຄວາມໝາຍແຄບ ແລະ ຄວາມໝາຍ...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ປະຈຸບັນຍັງບໍ່ທັນມີການກຳນົດນິຍາມຢ່າງຊັດເຈນ ກ່ຽວກັບຄວາມໝາຍຂອງເສດຖະກິດດິຈິຕອນ. ອົງການຮ່ວມ ມີທາງດ້ານເສດຖະກິດ (OECD) ກຸ່ມປະເທດ G20 ແລະ ມະຫາວິະຍາໄລ Oxford ໄດ້ໃຫ້ຄວາມໝາຍແຄບ ແລະ ຄວາມໝາຍກວ້າງທີ່ແຕກຕ່າງກັນ ຄື:

ຄວາມໝາຍແຄບ: ເສດຖະກິດດິຈິຕອນ ແມ່ນເສດຖະກິດໃນຂະແໜງການໄອຊີທີ ລວມມີໂຮງຈັກໂຮງງານຜະລິດ ອຸປະກອນໄອຊີທີ, ຜູ້ໃຫ້ບໍລິການລະບົບສື່ສານ ແລະ ອິນເຕີເນັດ, ຜູ້ໃຫ້ບໍລິການຜະລິດ ແລະ ສະໜອງຂໍ້ມູນ ຂ່າວສານ ແລະ ຜູ້ພັດທະນາຊອບແວ.

ເສດຖະກິດດິຈິຕອນ ແມ່ນເສດຖະກິດໃນຂະແໜງອຸດສາຫະກຳ ຊຶ່ງໃນຮູບແບບການດໍາເນີນທຸລະກິດ ກ່ຽວພັນກັບ ການນໍາໃຊ້ ເຕັກໂນໂລຊີດິຈິຕອນ ເຊັ່ນ: ຮູບແບບອອນລາຍ, ຮູບແບບການບໍລິການທີ່ເປັນເສດຖະກິດແບບ ແປງປັນ, ການຮ່ວມມືທາງດ້ານການເງິນ, ທຸລະກິດຮ່ວມໝູ່ຜ່ານອິນເຕີເນັດ ແລະ ເສດຖະກິດແບບຕ່ອງໂສ້.

ຄວາມໝາຍກວ້າງ: ເສດຖະກິດດິຈິຕອນ ແມ່ນການຫັນປ່ຽນຮູບແບບທຸລະກິດ ແບບດັ່ງເດີມໄປສູ່ຮູບແບບການດໍາ ເນີນທຸລະກິດທີ່ນໍາໃຊ້ເຕັກໂນໂລຊີດິຈິຕອນ ເປັນພາຫະນະ ແລະ ເຄື່ອງມື ເຊັ່ນ: ການຄ້າເອເລັກໂຕຣນິກ, ການ ຜະລິດຂອງໂຮງງານອຸດສາຫະກຳ 4.0, ການຜະລິດກະສິກຳແບບອັດສະລິຍະ, ລະບົບການທ່ອງທ່ຽວແບບເອເລັກ ໂຕຣນິກ ແລະ ລະບົບການບໍລິຫານລັດແບບເອເລັກໂຕຣນິກ ແລະ ອື່ນໆ.

ຖ້າສົມທຽບກັບ ຮູບແບບເສດຖະກິດດັ້ງເດີມ ຈະເຫັນວ່າ ເສດຖະກິດດິຈິຕອນ ຈະມີຄຸນລັກສະນະແຕກຕ່າງຄື:

  • ຂໍ້ມູນ ຫຼື ຂ່າວສານ ແມ່ນຊັບພະຍາກອນທີ່ມີຄຸນຄ່າ (Source of Value) ຂອງເສດຖະກິດດິຈິຕອນ : ການເພີ່ມຂຶ້ນ ຂອງເຕັກໂນໂລຊີດິຈິຕອນ ໝາຍເຖິງຂໍ້ມູນທີ່ສາມາດເກັບກໍາຈາກຫຼາຍແຫຼ່ງ ເຊັ່ນ: ຈາກໂທລະສັບມືຖືໄປເຖິງ ບັນດາເຄື່ອງເຊັນເຊີ້ ໃນໂຮງຈັກໂຮງງານ, ການສັນຈອນຂອງພາຫະນະ ແລະ ບຸກຄົນ ແລະ ອື່ນໆ. ຊຶ່ງ ການເຄື່ອນໄຫວຂອງຂໍ້ມູນມະຫາສານເຫຼົ່ານີ້ ຮ່ວມກັບລະບົບການວິໄຈຂໍ້ມູນ ສາມາດສ້າງຄຸນຄ່າ ໃນການດໍາເນີນກິດຈະກຳຕ່າງໆ ຂອງພາກລັດ ແລະ ເອກະຊົນ.
  • ລະບົບຊອບແວ ແລະ ອຸປະກອນຮາດແວທີ່ທັນສະໄໝ: ເສດຖະກິດດິຈິຕອນ ສົ່ງຜົນໃຫ້ເກີດການພັດທະນາເຕັກໂນ ໂລຊີດີຈິຕອນ ແບບໃໝ່ ເຊັ່ນ: ຫຸ່ນຍົນ, ອິນເຕີເນັດແຫ່ງສັບພະສິ່ງ ແລະ ເຕັກໂນໂລຊີດິຈິຕອນ ອື່ນໆ ເຮັດໃຫ້ເກີດ ມີການຫັນປ່ຽນເກີນກວ່າຂະແໜງການໄອຊີທີ ຊຶ່ງການຫັນປ່ຽນເກີດຂຶ້ນໃນທຸກຂະແໜງການ ລວມທັງ ການເງິນ, ການຂົນສົ່ງ, ອຸດສະຫະກຳ, ຖະແຫຼ່ງຂ່າວ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ.
  • ຮູບແບບການດໍາເນີນທຸລະກິດແບບໃໝ່ ທີ່ອໍານວຍຄວາມສະດວກ ແລະ ສ້າງຄວາມຫຍຸ້ງຍາກຕໍ່ການດໍາເນີນທຸລະ ກິດ; ການດໍາເນີນທຸລະກິດບົນພື້ນຖານເຕັກໂນໂລຊີດິຈິຕອນ ອະນຸຍາດໃຫ້ກຸ່ມຄົນສາມາດພົວພັນກັນໂດຍກົງ, ສ້າງ ເປັນເຄືອຂ່າຍ ທີ່ສາມາດຫຼຸດຜ່ອນຄ່າໃຊ້ຈ່າຍໃນການດໍາເນີນທຸລະກິດນໍາກັນ ຕົວຢ່າງການຄ້າແບບເອເລັກໂຕຣນິກ ໄດ້ອໍານວຍຄວາມສະດວກໃຫ້ການສັ່ງຊື້ສິນຄ້າ ຫຼື ການບໍລິການທີ່ສະດວກສະບາຍ ດ້ວຍຮູບແບບເອເລັກໂຕຣນິກ, ການໂຄສະນາແບບອອນລາຍ ເຮັດໃຫ້ສາມາດຈັດສົ່ງສື່ໂຄສະນາໄດ້ຖືກກຸ່ມເປົ້າຫມາຍ ພ້ອມນັ້ນການແປງປັນ ເສດຖະກິດສ້າງໃຫ້ກາລະໂອກາດໃຫ້ເກີດມີການຈ້າງງານ ແລະ ເຂົ້າເຖິງການບໍລິການ ໂດຍບໍ່ຈໍາເປັນຕ້ອງມີຫ້ອງການສໍານັກງານ.
  • ບົດບາດໃໝ່ຂອງຜູ້ຊົມໃຊ້ ເຕັກໂນໂລຊີດິຈິຕອນ ໄດ້ຊ່ວຍໃຫ້ຜູ້ຊົມໃຊ້ເປັນໃຈກາງຂອງການບໍລິການ, ຄວາມອາດສາມາດຂອງການສື່ສານ ແລະ ການແບ່ງປັນຄວາມຄິດເຫັນບໍ່ພຽງແຕ່ ຈະມີການປ່ຽນແປງປະສົບການຂອງການຊື້ຂາຍຂອງຜູ້ຊົມໃຊ້ເທົ່ານັ້ນ, ແຕ່ຍັງສົ່ງຜົນຕໍ່ກັບບົດບາດຂອງທຸລະກິດ ຊຶ່ງອິນເຕີເນັດໄດ້ສ້າງກໍາລັງແຮງໃຫ້ຜູ້ຊົມໃຊ້ ມີຊ່ອງທາງໃໝ່ໃນການສ້າງ ແລະ ແບ່ງປັນແນວຄວາມຄິດ ເຮັດໃຫ້ຜູ້ຊົມໃຊ້ກາຍເປັນແຫຼ່ງຂໍ້ມູນທີ່ສໍາຄັນ ຂອງການ ຫັນເປັນນະວັດຕະກຳ ຂອງການດໍາເນີນທຸລະກິດ.

ນິຍາມອື່ນໆທີ່ຕິດພັນກັບເສດຖະກິດດິຈິຕອນ

  • ດິຈິຕອນ (Digital): ໝາຍເຖິງຕົວເລກລະຫັດ (Digit) ທີ່ມີການນໍາໃຊ້ທໍາອິດໃນຕົ້ນປີ ສັດຕະວັດທີ 18 (ໃນຊຸມປີ 1704) ຊຶ່ງແມ່ນການໃຫ້ຄ່າຂອງ ຂໍ້ມູນດ້ວຍຕົວເລກແທນການສະແດງຄ່າຂອງຂໍ້ມູນດ້ວຍເສັ້ນສະແດງ ຊຶ່ງເບື້ອງ ຕົ້ນຖືກນໍາໃຊ້ໃນລະບົບການສື່ສານ ໂດຍມີອຸປະກອນທີ່ຊື່ວ່າ ໂມເດັມ ເປັນຕົວປ່ຽນສັນຍານຂໍ້ມູນອານາລ໋ອກ ມາ ເປັນດິຈິຕອນ ຈາກນັ້ນເຕັກໂນໂລຊີທາງດ້ານດິຈິຕອນ ກໍ່ໄດ້ຮັບການພັດທະນາຂຶ້ນມາຢ່າງຕໍ່ເນື່ອງ ຈົນມາເຖິງຍຸກ ເຄື່ອງອຸປະກອນ ທຣານສີສ່ເດີ້ (Transistor) ໃນປີ 1947 ທີ່ນໍາໃຊ້ໃນການຄໍານວນຕົວເລກດິຈິຕອນ ເປັນ ພື້ນຖານຂອງການກຳເນີດດ້ານຄອມພິວເຕີ ທີ່ສາມາດບັນທຶກຂໍ້ມູນເປັນດີຈິຕອນ.
  • ການປ່ຽນຂໍ້ມູນເປັນດິຈິຕອນ (Digitization): ແມ່ນການປ່ຽນຂໍ້ມູນຈາກ ຮູບແບບອານາລ໋ອກ (Analog) ມາ ເປັນຂໍ້ມູນດິຈິຕອນ (Digital) ຊຶ່ງຫົວໜ່ວຍວັດແທກຂໍ້ມູນ ດັ່ງກ່າວແມ່ນຮຽກວ່າ ໄບ (Byte) ຊຶ່ງຖືເປັນຈຸດເລີ່ມ ຕົ້ນ ການນໍາຂໍ້ມູນດີຈິຕອນ ໄປໃຊ້ປະໂຫຍດ.
  • ການປ່ຽນຮູບແບບການດໍາເນີນງານເປັນດິຈິຕອນ (Digitalization): ແມ່ນການປັບປ່ຽນຂະບວນການ ຫຼື ວິທີ ການເຮັດວຽກທີ່ນໍາເຕັກໂນໂລຊີດິຈິຕອນ ເຂົ້າມາຊ່ວຍ ເຊັ່ນ: ການຫັນເປັນລະບົບອັດຕະໂນມັດໃນຂະບວນການ ຜະລິດ, ການຈັດລະບົບບໍລິຫານຄັງສິນຄ້າ ເປັນຕົ້ນ ບັນດາອົງກອນສ່ວນຫຼາຍ ດໍາເນີນການ Digitalization ເປັນ ລັກສະນະໂຄງການປັບປຸງຂະບວນການທີ່ມີຢູ່ແລ້ວໃຫ້ດີຂຶ້ນກວ່າເກົ່າ.
  • ການຫັນເປັນດິຈິຕອນ (Digital Transformation): ແມ່ນການຫັນປ່ຽນຮູບແບບການເຄື່ອນໄຫວ ແລະ ການຜະລິດຂອງສັງຄົມ ໂດຍພື້ນຖານການນໍາໃຊ້ເຕັກໂນໂລຊີດິຈິຕອນ
  • ອຸດສາຫະກຳ 4.0 (Industry 4.0): ແມ່ນອຸດສາຫະກຳການຜະລິດທີ່ຫັນເປັນຮູບແບບດິຈິຕອນ ແລະ ອອນລາຍ ບົນພື້ນຖານການນໍາໃຊ້ເຕັກໂນໂລຊີດິຈິຕອນ ລະດັບສູງ ເຊັ່ນ: ລະບົບອັດຕະໂນມັດ, ລະບົບວິໄຈຂໍ້ມູນມະຫາສານ, ລະບົບເຄືອຂ່າຍເຊັນເຊື້, ລະບົບຄຣາວຄອມພິວເຕີ, ລະບົບປັນຍາປະດິດ ແລະ ລະບົບອິນເຕີເນັດແຫ່ງສັບພະສິ່ງ. ຊຶ່ງ ແນວຄວາມຄິດ ຂອງອຸດສາຫະກຳ 4.0 ແມ່ນຕິດພັນກັບ ໂຮງງານແບບ 4.0 ແລະ ການຜະລິດກະສິກຳແບບ 4.0
  • ໂຮງງານ 4.0: ແມ່ນການຜະລິດບົນພື້ນຖານເຄື່ອງຈັກ ກັບເຄື່ອງຈັກສື່ສານນໍາກັນເອງ ຊຶ່ງລະບົບປັນຍາປະດິດ ຈະຊ່ວຍເຮັດໃຫ້ເຄື່ອງຈັກສາມາດຕັດສິນໃຈໃນການຄວບຄຸມການຜະລິດແບບອັດຕະໂນມັດ ພ້ອມນັ້ນ ລະບົບ ການວິໄຈຂໍ້ມູນມະຫາສານ ຊ່ວຍໃຫ້ມະນຸດເຮົາມີຂໍ້ມູນໃນການຕັດສິນໃຈໄດ້ຢ່າງຖືກຕ້ອງ ໂດຍສະເພາະປະ ເມີນຄວາມຕ້ອງການລ່ວງໜ້າ ຂອງຜູ້ຊົມໃຊ້, ການຄາດຄະເນຄວາມຫຼົ້ມເຫຼວຂອງເຄື່ອງຈັກ, ການປະເມີນຄຸນ ນະພາບ ຂອງການຜະລິດຕາມເວລາຕົວຈິງ ແລະ ຊ່ວຍບໍລິຫານຈັດການຂະບວນການຜະລິດໄດ້ຢ່າງມີປະສິດທິ ຜົນ.
  • ການຜະລິດກະສິກຳ 4.0: ແມ່ນການຜະລິດກະສິກຳແບບອັດສະລິຍະ (Smart Agriculture) ທີ່ສາມາດຄວບຄຸມການປູກຝັງ ດ້ວຍການນໍາໃຊ້ລະບົບ GPS ແລະ ລະບົບສົບຢັ້ງທາງໄກ ຊຶ່ງສາມາດຮູ້ໄດ້ຂໍ້ມູນກ່ຽວກັບສະພາບຂອງດິນຕາມເວລາຕົວຈິງ, ເງື່ອນໄຂຂອງອາກາດ, ຄວາມຕ້ອງການຝຸ່ນ ຫຼື ອາຫານຂອງຟົດ ແລະ ສັດ, ຄວາມຕ້ອງຂອງການຕະຫຼາດ.

ແຫຼ່ງທີ່ມາ: ປຶ້ມວິໄສທັດ-ຍຸດທະສາດ-ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ (ເອກະສານຊ້ອນທ້າຍ 2)