ເຄື່ອງໝາຍຊາດ

ຈາກ Laopedia
Revision as of 18:27, 17 ມີນາ 2024 by Cbn.mtc(ສົນທະນາ | ເລື່ອງທີ່ຂຽນ) (fix spelling)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ເຄື່ອງໝາຍຊາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ເປັນຮູບວົງມົນ, ດ້ານລຸ່ມ ມີຮູບເຄິ່ງກົງຈັກເປັນແຂ້ວ ແລະ ໂບສີແດງ ຂຽນອັກສອນ "ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ", ສອງຂ້າງ ອ້ອມດ້ວຍຮວງເຂົ້າສຸກເປັນຮູບເຟື້ອງພະຈັນ ແລະ ໂບສີແດງຂຽນ ອັກສອນ "ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ", ລະຫວ່າງກາງຂອງສອງປາຍຮວງເຂົ້າມີ ຮູບທາດຫຼວງ, ຢູ່ກາງຮູບວົງມົນມີ ຫົນທາງ, ທົ່ງນາ, ປ່າໄມ້ ແລະ ເຂື່ອນໄຟຟ້ານໍ້າຕົກ.

ອ້າງອີງ

ລັດຖະທຳມະນູນ ແຫ່ງ ສປປ ລາວ, ໝວດທີ X
www.laogov.gov.la/pages/National.aspx?ItemID=13&CateID=1