ເຄື່ອງໝາຍຊາດ

ຈາກ Laopedia

ເຄື່ອງໝາຍຊາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຮູບວົງມົນ, ດ້ານລຸ່ມ ມີຮູບເຄິ່ງກົງຈັກເປັນແຂ້ວ ແລະ ໂບສີແດງ ຂຽນອັກສອນ "ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ", ສອງຂ້າງ ອ້ອມດ້ວຍຮວງເຂົ້າສຸກເປັນຮູບເຟື້ອງພະຈັນ ແລະ ໂບສີແດງຂຽນ ອັກສອນ " ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ", ລະຫວ່າງກາງ ຂອງສອງປາຍຮວງເຂົ້າມີຮູບທາດຫຼວງ, ຢູ່ກາງຮູບວົງມົນ ມີ ຫົນທາງ, ທົ່ງນາ, ປ່າໄມ້ ແລະ ເຂື່ອນໄຟຟ້ານໍ້າຕົກ.

ແຫຼ່ງອ້າງອີງ

ລັດຖະທຳມະນູນ ແຫ່ງ ສປປ ລາວ, ໝວດທີ X
www.laogov.gov.la/pages/National.aspx?ItemID=13&CateID=1