ປະເທດລາວ
ປະເທດລາວ ຊື່ທາງການແມ່ນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຽນຫຍໍ້ ສປປ ລາວ, ຊື່ພາສາອັງກິດ Lao People's Democratic Republic (Lao PDR).
ສປປ ລາວ ຕັ້ງຢູ່ທິດຕາເວັນອອກສ່ຽງໃຕ້ຂອງທະວິບອາຊີ, ຢູ່ໃຈກາງຂອງແຫລມອິນດູຈີນ ຈຸດເໜືອສຸດຢູ່ເສັນຂະໜານທີ 22°30'ເໜືອ[1] (ບ້ານລານຕຸຍ,ຜົ້ງສາລີ) ຈຸດໄຕ້ສຸດຢູ່ເສັ້ນຂະໜານທີ 13°54'ເໜືອ[1] (ບ້ານບຶງງາມ,ຈຳປາສັກ) ແລະ ເສັ້ງແວງທີ 100°-108°ຕາເວັນອອກ, ນະຄອນຫລວງ ແມ່ນນະຄອນຫລວງວຽງຈັນ.
ສປປ ລາວ ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ, ຊາຍແດນທິດເໜືອຕິດກັບ ສປ ຈີນ 505 ກິໂລແມັດ, ທິດໃຕ້ຕິດກັບ ລາຊະອານາຈັກກຳປູເຈຍ 535 ກິໂລແມັດ, ທິດຕາເວັນອອກຕິດກັບ ສສ ຫວຽດນາມ 2,069 ກິໂລແມັດ, ທິດຕາເວັນຕົກຕິດກັບ ລາຊະອານາຈັກໄທ 1,835 ກິໂລແມັດ ແລະ ທິດຕາເວັນຕົກສ່ຽງເໜືອ ຕິດກັບສະຫະພາບມຽນມາ 236 ກິໂລແມັດ.[1]
ພູມສາດ
ສປປ ລາວ ມີລວງຍາວແຕ່ເໜືອເຖີງໃຕ້ 1.700 ກິໂລແມັດ, ລວງກວ້າງບ່ອນກວ້າງກວ່າໝູ່ 500 ກິໂລແມັດ, ບ່ອນແຄບສຸດ 140 ກິໂລແມັດ ເນື້ອທີ່ທັງໝົດ 236.800 ກິໂລແມັດມົນທົນ ໃຫຍ່ເປັນອັນດັບ 82 ຂອງໂລກ.[2]
ມີທັງເຂດພູດອຍ, ພູພຽງ ແລະ ທົ່ງພຽງ ໃນນັ້ນພູພຽງ ແລະ ພູດອຍກວມເອົາ ¾ ຂອງເນື້ອທີ່ທັງໝົດ ແລະ ໄດ້ແບ່ງອອກເປັນສາມເຂດ ຄື:
- ເຂດພາກເໜືອເປັນພູສູງ, ສູງກວ່າລະດັບນໍ້າທະເລສະເລ່ຍ 1.50 ແມັດ. ມີພູເບ້ຍ (ແຂວງໄຊສົມບູນ) ສຸງກວ່າໝູ່ 2.820 ແມັດ;
- ເຂດສາຍພູຫລວງ ນັບຕັ້ງແຕ່ທິດຕາເວັນອອກສ່ຽງໃຕ້ ຂອງພູພຽງເມືອງພວນ ຈົນຮອດຊາຍແດນກຳປູເຈຍ ໂດຍມີພູພຽງໃຫຍ່ 3 ແຫ່ງຄື: ພູພຽງເມືອງພວນ (ແຂວງຊຽງຂວາງ), ພູພຽງນາກາຍ (ແຂວງຄຳມ່ວນ) ແລະ ພູພຽງບໍລິເວນ (ພາກໃຕ້) ຊື່ງສູງກວ່າລະດັບນໍ້າທະເລ 1.000 ແມັດ;
- ເຂດທົ່ງພຽງເລາະລຽບຕາມແຄມແມ່ນໍ້າຂອງ, ມີທົ່ງພຽງໃຫຍ່ ແລະ ນ້ອຍ ຕິດຕໍ່ກັນເປັນສາຍໄປ, ທົ່ງພຽງໃຫຍ່ກວ່າໝູ່ແມ່ນທົ່ງພຽງວຽງຈັນ (ຢູ່ຕອນໃຕ້ຂອງນໍ້າງື່ມ), ທົ່ງພຽງສະຫວັນນະເຂດ (ຢູ່ຕອນໃຕ້ຂອງເຊບັ້ງໄຟ ແລະ ເຊບັ້ງຫຽງ), ທົ່ງພຽງຈຳປາສັກ ຊື່ງຍາວຢຽດຕາມແຄມຝັ່ງນໍ້າຂອງໄປຮອດຊາຍແດນໄທ ແລະ ກຳປູເຈຍ, ທົ່ງພຽງ ຊື່ງກວມເອົາເນືື້ື້ອທີ່ ¼ ຂອງປະເທດ, ເປັນດິນປູກຝັງ ທີ່ອຸດົມສົມບູນ, ງອກງາມ, ເປັນອູ່ເຂົ້າອູ່ປາຂອງປະເທດ.
ສປປ ລາວ ເປັນປະເທດໜື່ງທີ່ອຸດົມສົມບູນໄປດ້ວຍຫ້ວຍນໍ້າລໍາເຊ ຊື່ງຢາຍຢູ່ແຕ່ເໜືອຮອດໃຕ້; ແມ່ນໍ້າຂອງໄຫລຜ່ານຍາວ 1.835 ກິໂລແມັດ ຊື່ງມີຄວາມສາມາດບົ່ມຊ້ອນຂອງພະລັງງານໄຟຟ້ານໍ້າຕົກຢູ່ອ່າງນໍ້າຂອງຕອນລຸ່ມ. ນອກຈາກແມ່ນໍ້າຂອງແລ້ວ ຍັງມີບັນດາສາຍນໍ້າທີ່ສຳຄັນຕ່າງໆເຊັ່ນ: ນໍ້າອູ (ແຂວງຜົ້ງສາລີ-ຫລວງພະບາງ) ຍາວ 448 ກິໂລແມັດ, ນໍ້າງື່ມ (ແຂວງຊຽງຂວາງ-ວຽງຈັນ) ຍາວ 354 ກິໂລແມັດ, ນໍ້າເຊບັ້ງຫຽງ (ແຂວງສະຫວັນນະເຂດ) ຍາວ 338 ກິໂລແມັດ, ນໍ້າທາ (ແຂວງຫລວງນໍ້າທາ-ບໍແກ້ວ) ຍາວ 325 ກິໂລແມັດ, ນໍ້າເຊກອງ (ແຂວງສາລະວັນ-ເຊກອງ-ອັດຕະປື) ຍາວ 320 ກິໂລແມັດ ນໍ້າແບ່ງ (ແຂວງອຸດົມໄຊ) ຍາວ 215 ກິໂລແມັດ, ນໍ້າເຊໂດນ (ແຂວງສາລະວັນ-ຈຳປາສັກ) ຍາວ 192 ກິໂລແມັດ, ນໍ້າເຊລະນອງ (ແຂວງສະຫວັນນະເຂດ) ຍາວ 115 ກິໂລແມັດ, ນໍ້າກະດິງ (ແຂວງບໍລິຄຳໄຊ) ຍາວ 103 ກິໂລແມັດ ແລະ ນໍ້າຄານ (ແຂວງຫລວງພະບາງ) ຍາວ 90 ກິໂລແມັດ. ນອກຈາກນີ້ ຍັງມີອ່າງນໍ້າໃຫຍ່ທີ່ສຳຄັນອີກຫລານແຫ່ງ ເຊັ່ນ: ອ່າງນໍ້າງື່ມ, ອ່າງນໍ້າເທີນ, ອ່າງນໍ້າຫຸມ, ອ່າງນໍ້າຊວງ... ທີ່ເປັນທ່າແຮງໃຫ້ແກ່ການພັດທະນາເສດຖະກິດ ທັງເປັນແຫລ່ງທ່ອງທ່ຽວທີ່ສວຍງາມ.
ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ ແລະ ຊຸ່ມ, ມີມໍລະສຸມແຕ່ບໍ່ມີພະຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫລວງ ອາກາດມີລັກສະນະເຄີ່ງຮ້ອນເຄີ່ງໜາວ, ອຸນຫະພູມປະຈຳປີສະເລ່ຍ ລະຫວ່າງ 25-26 ອົງສາເຊ, ການຜີດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນ ມີປະມານ 10 ອົງສາເຊ, ເດືອນທີ່ໜາວກວ່າໝູ່ແມ່ນເດືອນທັນວາ ຫາ ມັງກອນ (20-21 ອົງສາເຊ). ເດືອນທີ່ຮ້ອນກວ່າໝູ່ ແມ່ນເດືອນເມສາ ຫາ ເດືອນພຶດສະພາ (28-30 ອົງສາເຊ). ອຸນຫະພູມບາງມື້ສູງເຖີງ 40-42 ອົງສາເຊ. ຍ້ອນວ່າໄດ້ຮັບອິດທິພົນຂອງມໍລະສຸມເຂດຮ້ອນ ຈື່ງມີຝົນຕົກຫລາຍກວ່າ 1.000 ມມ/ປີ. ນອກຈາກນີ້ ກໍຍົງມີ 2 ໄລຍະເຊື່ອມຕໍ່ແຕ່ລະດູແລ້ງ ກາ ລະດູຝົນ (ເດືອນມີນາ ຫາ ເດືອນເມສາ) ແລະ ແຕ່ລະດູຝົນ ຫາ ລະດູແລ້ງ (ເດືອນຕຸລາ ຫາ ພະຈິກ).
ລະດູແລ້ງ: ເລີ່ມຕົ້ນແຕ່ເດືອນພະຈິກ ຫາ ເດືອນມີນາ ລະດູຝົນ: ເລີ່ມແຕ່ເດືອນພຶດສະພາ ຫາ ເດືອນຕຸລາ
ສປປ ລາວ ເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນາໆຊະນິດ, ໃນພື້ນດິນກໍ່ມີແຮ່ທາດຕ່າງໆ ສາມາດເວົ້າໄດ້ວ່າ ພື້ນທໍລະນີສາດຂອງລາວ ມີຊັບສົມບັດອັນມະຫາສານ ມີຊັບພະຍາກອນຫລາຍປະເພດເຊັ່ນ: ກົ່ວ, ເຫລັກ. ຖ່ານຫີນ, ຊືນ, ທອງ, ຄຳ, ເງິນ...ຊື່ງລ້ວນແຕ່ເປັນປະໂຫບດຢ່າງຫລວງຫລາຍ ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດລາວ. ຢູ່ເທີງຫນ້າດິນກໍມີປ່າໄມ້ ຊື່ງມີເນື້ອທີປົກຫຸ້ມປະມານ 40,3% ຂອງເນື້ອທີ່ທົ່ວປະເທດ (ຕົວເລກປີ ຄສ. 2010ຂອງກົມປ່າໄມ້) ໃນນັ້ນມີໄມ້ທີ່ມີຄ່າສູງທາງດ້ານເສດຖະກິດ ເຊັ່ນ: ໄມ້ຂະຍຸງ, ໄມ້ຄຳພີ, ໄມ້ດູ່, ໄມ້ເກດສະໜາ, ໄມ້ໄລ່ງເລ່ງ: ຢູ່ໃນປ່າກໍ່ມີປະເພດເຄື່ອງປ່າຂອງດົງປະເພດຕ່າງໆ ເຊັ່ນ: ຄັ່ງ, ຍານ, ໝາກແໜ່ງ, ຢາງແປກ, ຕົ້ນໄມ້ເປັນຢາ ແລະ ຍັງມີສັດປ່າທີ່ຫາຍາກໃກ້ຈະສູນພັນເຊັ່ນ: ຊ້າງ, ເສືອ, ໝີ, ເມີຍ, ກວາງ, ເສົາລາ ...
ປະຊາກອນ
ສປປ ລາວ ມີພົນລະເມືອງປະມານ 7,443,000 ຄົນ ໃນນັ້ນ ເປັນຍິງ 3,715,000 ຄົນ[3], ມີປະຊາກອນຫຼາຍເປັນອັນດັບ 102 ຂອງໂລກ[4], ຈັດຢູ່ໃນປະເທດທີ່ມີຄວາມໜາແໜ້ນ ຂອງພົນລະເມືອງຕ່ຳ ໃນອາຊີຕາ ເວັນອອກສ່ຽງໃຕ້. ປະຊາຊົນດຳລົງຊີວິດ ຢູ່ກະແຈກກະຈາຍໃນທົ່ວປະເທດ. ຄົນລາວສ່ວນຫລາຍອາໃສຢູ່ຕາມທົ່ງພຽງແຄມແມ່ນໍ້າຕ່າງໆ, ປະຊາກອນອາໄສຢູ່ໜາແໜ້ນສູງສຸດ ຢູ່ນະຄອນຫລວງວຽງຈັນ ມີເຖີງ 211 ຄົນ/ກິໂລແມັດມົນທົນ ແລະ ຕໍ່າສຸດຢູ່ແຂວງຜົ້ງສາລີ ມີ 11 ຄົນ/ກິໂລແມັດມົນທົນ.
ພົນລະເມືອງລາວສືບເຊື້ອສາຍມາຈາກບັນພະບຸລຸດຫລາຍເຊັ່ນຄົນ ຊື່ງດຳລົງຊີວິດຮ່ວມກັນຢູ່ເທີງແຜ່ນດີນຕອນນີ້ເປັນເວລາຫລາຍພັນປີແລ້ວ. ດ້ວຍເຫດນີ້ ພົນລະເມືອງລາວ ຈື່ງປະກອບດ້ວຍຫລາຍຊົນເຜົ່າ ມີເອກະລັກໃນການດຳລົງຊີວິດທີ່ແຕກຕ່າງກັນໄປ ແຕ່ຖ້າອີ່ງຕາມລັກສະນະຄ້າຍຄືກັນທາງດ້ານພາສາ ກໍ່ສາມາດແບ່ງອອກເປັນ 49 ເຜົ່າ: ນອນໃນ 4ໝວດພາສາຄື: ໝວດພາສາລາວ-ໄຕ ມີ 8 ເຜົ່າ: ລາວ, ໄຕ, ຜູ້ໄທ, ລື້, ຍວນ, ຢັ້ງ, ແຊກ, ໄທເໜືອ, ບັນດາເຜົ່າເຫລົ່ານີ້ ສ່ວນຫລາຍແມ່ນອາໃສຢູ່ຕາມເຂດທົ່ງພຽງ ລ້ອງນໍ້າຕ່າງໆ ເປັນຕົ້ນແມ່ນຢູ່ຕາມລ້ອງແມ່ນໍ້າຂອງ ກວມເອົາ 64% ຂຶງຈຳນວນພົນລະເມືອງທົ່ວທັງໝົດ. ໝວດພາສາມອນ-ຂະແມ ມີ 32 ເຜົ່າ: ກຶມມຸ, ໄປຣ, ຊິມຸນ, ຜ້ອງ, ແທນ, ເອີດູ, ບິດ, ລະເມດ, ສາມຕ່າວ, ກະຕາງ, ມະກອງ, ຕຣີ, ຢຣຸ, ຕຣຽງ, ຕະໂອ້ຍ, ແຢະ, ເບຣົາ, ກະຕູ, ຮາຣັກ, ໂອຍ, ກຣຽງ, ເຈັງ, ສະແດງ, ຊ່ວຍ, ຍະເຫີນ, ລະວີ, ປະໂກະ, ຂະແມ, ຕຸ້ມ, ງວນ, ມ້ອຍ, ກຣີ ບັນດາເຜົ່າເຫລົ່ານີ້ ອາໃສຢູ່ເຂດພູພຽງພາກໃຕ້ ແລະ ຢູ່ລຽບສາຍພູຫລວງເປັນສ່ວນຫລາຍ ກວມເອົາ 22,6% ຂອງພົນລະເມືອງທັງໝົດ. ໝວດພາສາມົ້ງ-ອີມຽນ ມີ 2 ເຜົ່າ: ມົ້ງ, ອີມຽນ ຊື່ງສາໃສຢູ່ເຂດພູສູງທາງພາກເໜືອເປັນສ່ວນຫລາຍ ກວມເອົາ 8,5% ຂອງພົນລະເມືອງທັງໝົດ.
ແຫຼ່ງທີ່ມາ: https://kpl.gov.la/Page/Footer/footer6.aspx
- ↑ 1.0 1.1 1.2 ໜ້າທີ 2 ປື້ມສະຖິຕິປະຈຳປີ 2014 ກະຊວງແຜນການ ແລະ ການລົງທຶນ
- ↑ https://en.wikipedia.org/wiki/List_of_countries_and_dependencies_by_area
- ↑ https://laosis.lsb.gov.la/
- ↑ https://en.wikipedia.org/wiki/List_of_countries_and_dependencies_by_population