ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015)

ຈາກ Laopedia
Revision as of 11:38, 13 ມີນາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (Protected "ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015)"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))

ຫົວຂໍ້: ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015)

ປະເພດ ນິຕິກໍາ: ລັດຖະທໍາມະນູນ

ອອກໂດຍ: ສະພາແຫ່ງຊາດ

ພາກສ່ວນຮັບຜິດຊອບ: ສະພາແຫ່ງຊາດ

ວັນທີ່ ນິຕິກໍາ : 15-12-2015

ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 04-02-2016

ຄຳນຳ

ນັບເປັນເວລາຫຼາຍພັນປີມາແລ້ວ ທີ່ບັນພະບູລຸດຂອງຊາດລາວ ໄດ້ພ້ອມກັບປະຊາຊົນລາວ ບັນດາເຜົ່າ ດຳເນີນການຕໍ່ສູ້ ເພື່ອການດຳລົງຄົງຕົວ ແລະ ຂະຫຍາຍຕົວຢູ່ບົນດິນແດນອັນແສນຮັກແຫ່ງນີ້. ເລີ່ມແຕ່ກາງສະຕະວັດທີສິບສີ່ເປັນຕົ້ນມາ, ບັນພະບູລຸດຂອງພວກເຮົາ ໂດຍສະເພາະເຈົ້າຟ້າງຸ່ມໄດ້ພາ ປະຊາຊົນເຮົາ ກໍ່ຕັ້ງ ແລະ ສ້າງປະເທດລ້ານຊ້າງ ໃຫ້ເປັນເອກະພາບ ແລະ ຈະເລີນຮຸ່ງເຮືອງ.

ຕັ້ງແຕ່ສະຕະວັດທີສິບແປດເປັນຕົ້ນມາ, ແຜ່ນດິນລາວໄດ້ຖືກບັນດາອິດທິກ ຳລັງພາຍນອກຈ້ອງມອງ, ແບ່ງແຍກ ແລະ ຮຸກຮານຢູ່ສະເໝີ. ປະຊາຊົນເຮົາໄດ້ພ້ອມກັນເສີມຂະຫຍາຍມູນເຊື້ອອັນພິລະອາດຫານ ບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ໄດ້ຕໍ່ສູ້ ຢ່າງຕໍ່ເນື່ອງ, ໜຽວແໜ້ນ ເພື່ອກອບກູ້ເອກະລາດ, ອິດສະລະພາບ.

ນັບແຕ່ປີ 1930 ເປັນຕົ້ນມາ ພາຍໃຕ້ການນຳພາອັນຖືກຕ້ອງ ຂອງພັກກອມມູນິດອິນດູຈີນ ໃນເມື່ອກ່ອນ ແລະ ພັກປະຊາຊົນປະຕິວັດລາວໃນປັດຈຸບັນ, ປະຊາຊົນລາວບັນດາເຜົ່າ ໄດ້ດຳເນີນການ ຕໍ່ສູ້ອັນຫຍຸ້ງຍາກລຳບາກ, ພິລະອາດຫານ ແລະ ເຕັມໄປດ້ວຍຄວາມເສຍສະລະ ຈົນສາມາດທັບມ້າງ ແອກຄອບຄອງ, ການກົດຂີ່ຂອງພວກລ່າເມືອງຂຶ້ນ ແລະ ລະບອບສັກດີນາໃຫ້ພັງທະລາຍລົງຢ່າງສິ້ນເຊີງ, ປົດປ່ອຍປະເທດ ຊາດຢ່າງສົມບູນ, ສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ໃນວັນທີ 2 ທັນວາ 1975, ອັນໄດ້ໄຂສັງກາດໃໝ່, ສັງກາດທີ່ປະເທດຊາດມີເອກະລາດ ແລະ ປະຊາຊົນ ໄດ້ມີອິດສະລະພາບຢ່າງແທ້ຈິງ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍມານີ້, ປະຊາຊົນເຮົາ ພາຍໃຕ້ການນຳພາ ຂອງພັກ ປະຊາຊົນປະຕິວັດລາວ ໄດ້ພ້ອມກັນປະຕິບັດ ສອງໜ້າທີ່ຍຸດທະສາດ ຄື ປົກປັກຮັກສາ ແລະ ສ້າງສາ ປະເທດຊາດ ໂດຍສະເພາະແມ່ນການດຳເນີນພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການ ເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ ແລະ ຂອງຍຸກສະໄໝ ເຂົ້າໃນການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ, ເຮັດໃຫ້ປະຊາຊົນຮັ່ງມີ ຜາສຸກ, ປະເທດຊາດມັ່ງຄັ່ງ ເຂັ້ມແຂງ, ສັງຄົມມີ ຄວາມສາມັກຄີ ປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ສ້າງປະຖົມ ປັດໄຈກ້າວຂຶ້ນ ສູ່ສັງຄົມນິຍົມ.

ໃນໄລຍະໃໝ່ນີ້, ຊີວິດຂອງສັງຄົມ ໄດ້ຮຽກຮ້ອງໃຫ້ລັດເຮົາຕ້ອງຫັນໄປສູ່ການຄຸ້ມຄອງລັດ ຄຸ້ມຄອງ ເສດຖະກິດ-ສັງຄົມ ດ້ວຍກົດໝາຍ ຍ້ອນແນວນັ້ນ ລັດຖະທຳມະນູນສະບັບທຳອິດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈຶ່ງໄດ້ຖືກສ້າງຂຶ້ນ ແລະ ປະກາດໃຊ້ໃນວັນທີ 15 ສິງຫາ 1991. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດນະໂຍບາຍປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກ ລັດຖະທຳມະນູນສະບັບທຳອິດ ຈຶ່ງໄດ້ຮັບການປັບປຸງ ແລະ ປະກາດໃຊ້ໃນປີ 2003; ການປັບປຸງ ລັດຖະທຳມະນູນສະບັບ ປີ 2015 ແນໃສ່ປັບປຸງລະບົບອຳນາດແຫ່ງລັດໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດ ກັບພາກພື້ນ ແລະ ສາກົນ ໃນໄລຍະໃໝ່.

ລັດຖະທຳມະນູນ ຂອງ ລະບອບປະຊາທິປະໄຕ ປະຊາຊົນ ຢູ່ປະເທດເຮົາ ໄດ້ຮັບຮູ້ຜົນງານ ອັນຍິ່ງໃຫຍ່ ທີ່ປະຊາຊົນເຮົາຍາດມາໄດ້ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາ ປະເທດຊາດ ກໍຄື ພາລະກິດປ່ຽນແປງໃໝ່. ລັດຖະທຳມະນູນກຳນົດ ລະບອບການເມືອງ, ເສດຖະກິດ ແລະ ສັງຄົມ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ການຕ່າງປະເທດ; ສິດ ແລະ ພັນທະພື້ນຖານຂອງ ພົນລະເມືອງ: ລະບົບການຈັດຕັ້ງກົງຈັກລັດໃນໄລຍະໃໝ່.

ລັດຖະທຳມະນູນ ແມ່ນ ໝາກຜົນລວມຍອດແຫ່ງສະຕິປັນຍາ ແລະ ການປະກອບຄວາມເຫັນ ຢ່າງກວ້າງຂວາງຂອງປະຊາຊົນ ໃນທົ່ວປະເທດ ທີ່ສ່ອງແສງຢ່າງຈະແຈ້ງເຖິງເຈດຈຳນົງອັນສູງສົ່ງ ຍາວນານ ແລະ ຄວາມຕັດສີນໃຈອັນແຮງກ້າຂອງວົງຄະນະຍາດແຫ່ງຊາດ ທີ່ຈະພ້ອມກັນສູ້ຊົນ ເພື່ອບັນລຸຈຸດໝາຍ ສ້າງປະເທດລາວ ໃຫ້ເປັນປະເທດ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ

ໝວດທີ 1 ລະບອບການເມືອງ

ມາດຕາ 1

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເປັນປະເທດເອກະລາດ, ມີອ ຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ລວມທັງເຂດນ່ານນ ຳ ແລະ ນ່ານຟ້າ; ເປັນປະເທດເອກະພາບຂອງ ທຸກຊົນເຜົ່າ ທີ່ຕັດແຍກອອກຈາກກັນບໍ່ໄດ້.

ມາດຕາ 2

ລັດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ລັດປະຊາທິປະໄຕ ປະຊາຊົນ. ອ ຳນາດທັງໝົດເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຊຶ່ງ ປະກອບດ້ວຍບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນກ ຳມະກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນ ເປັນຫຼັກແຫຼ່ງ.

ມາດຕາ 3

ສິດເປັນເຈົ້າປະເທດຊາດຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປະຕິບັດ ແລະ ຮັບປະກັນ ດ້ວຍການເຄື່ອນໄຫວຂອງລະບົບການເມືອງ ຊຶ່ງມີພັກປະຊາຊົນປະຕິວັດລາວ ເປັນແກນນຳ.

ມາດຕາ 4 (ປັບປຸງ)

ປະຊາຊົນເປັນຜູ້ສ້າງຕັ້ງອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ ຊຶ່ງແມ່ນສະພາແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທ້ອງຖິ່ນ ແມ່ນປະຕິບັດຕາມຫຼັກການທົ່ວໄປ, ສະເໝີພາບ, ໂດຍກົງ ແລະ ລົງຄະແນນສຽງປິດລັບ.

ຜູ້ປ່ອນບັດເລືອກຕັ້ງ ມີສິດສະເໜີປົດຜູ້ແທນຂອງຕົນໄດ້ ຖ້າເຫັນວ່າມີການປະພຶດຕົນບໍ່ສົມກຽດ ສັກສີ ແລະ ຂາດຄວາມໄວ້ວາງໃຈຈາກປະຊາຊົນ.

ມາດຕາ 5 (ປັບປຸງ)

ສະພາແຫ່ງຊາດ, ສະພາປະຊາຊົນທ້ອງຖິ່ນ ແລະ ທຸກອົງການຂອງລັດ ໄດ້ຮັບການຈັດຕັ້ງ ແລະ ເຄື່ອນໄຫວຕາມຫຼັກການລວມສູນປະຊາທິປະໄຕ

ມາດຕາ 6 (ປັບປຸງ)

ລັດ ປົກປ້ອງສິດອິດສະລະພາບ ແລະ ສິດປະຊາທິປະໄຕຂອງປະຊາຊົນ ທີ່ບໍ່ມີໃຜຈະລ່ວງລະເມີດໄດ້. ທຸກອົງການ ແລະ ພະນັກງານຂອງລັດ ຕ້ອງໂຄສະນາ ເຜີຍແຜ່ ອົບຮົມບັນດານະໂຍບາຍ, ກົດໝາຍ ແລະ ລະບຽບການໃຫ້ປະຊາຊົນຮັບຮູ້ຢ່າງກວ້າງຂວາງ ແລະ ພ້ອມກັນຈັດຕັ້ງປະຕິບັດ

ຢ່າງເຂັ້ມງວດ ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງປະຊາຊົນ.

ຫ້າມທຸກການກະທຳແບບອາດຍາສິດ, ຂົ່ມຂູ່ອັນຈະກໍ່ຄວາມເສຍຫາຍເຖິງກຽດສັກສີ, ຮ່າງກາຍ, ຊີວິດ, ຈິດໃຈ ແລະ ຊັບສົມບັດຂອງປະຊາຊົນ.

ມາດຕາ 7 (ປັບປຸງ)

ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ສະຫະພັນກ ຳມະບານລາວ, ສະຫະພັນແມ່ຍິງລາວ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ບັນດາອົງການຈັດຕັ້ງສັງຄົມ ເປັນບ່ອນສຶກສາ ອົບຮົມ, ເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມບັນດາຊັ້ນຄົນຂອງທຸກຊົນເຜົ່າ ເຂົ້າຮ່ວມໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທ ຳຂອງສະມາຊິກໃນອົງການຈັດຕັ້ງຂອງຕົນ, ມີ ສິດ ແລະ ໜ້າທີ່ ຕິດຕາມກວດກາ ການເຄື່ອນໄຫວຂອງ ສະພາແຫ່ງຊາດ, ສະພາປະຊາຊົນທ້ອງຖິ່ນ ແລະ ສະມາຊິກ ຂອງສະພາດັ່ງກ່າວ.

ມາດຕາ 8 (ປັບປຸງ)

ລັດ ປະຕິບັດນະໂຍບາຍສາມັກຄີ ແລະ ສະເໝີພາບ ລະຫວ່າງຊົນເຜົ່າຕ່າງໆ. ທຸກຊົນເຜົ່າລ້ວນແຕ່ມີສິດປົກປັກຮັກສາ, ເສີມຂະຫຍາຍຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຕົນ ແລະ ຂອງຊາດ. ຫ້າມທຸກການກະທຳທີ່ເປັນການແບ່ງແຍກ ແລະ ການປະພຶດທີ່ເປັນການຈຳແນກ

ລະຫວ່າງຊົນເຜົ່າ.

ລັດ ນຳໃຊ້ທຸກມາດຕະການເພື່ອຂະຫຍາຍ ແລະຍົກລະດັບເສດຖະກິດ-ສັງຄົມ ຂອງທຸກຊົນເຜົ່າໃຫ້ສູງຂຶ້ນ.

ມາດຕາ 9 (ປັບປຸງ)

ລັດ ເຄົາລົບ ແລະ ປົກປ້ອງການເຄື່ອນໄຫວ ອັນຖືກກົດໝາຍຂອງພຸດທະສາສະນິກະຊົນ ແລະ ສາສະນິກະຊົນອື່ນ, ປຸກລະດົມສົ່ງເສີມພຣະພິກຂຸສົງສາມະເນນ ແລະ ນັກບວດຂອງສາສະໜາອື່ນ ໃຫ້ເຂົ້າຮ່ວມໃນການເຄື່ອນໄຫວທີ່ເປັນປະໂຫຍດແກ່ປະເທດຊາດ ແລະ ປະຊາຊົນ.

ຫ້າມທຸກການກະທຳ ທີ່ເປັນການແບ່ງແຍກສາສະໜາ ແລະ ແບ່ງແຍກປະຊາຊົນ

ມາດຕາ 10 (ປັບປຸງ)

ລັດ ປົກຄອງ ແລະ ຄຸ້ມຄອງສັງຄົມດ້ວຍລັດຖະທຳມະນູນ ແລະ ກົດໝາຍ.

ອົງການຈັດຕັ້ງຂອງ ພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການ ຈັດຕັ້ງສັງຄົມ ແລະ ພົນລະເມືອງທຸກຄົນ ຕ້ອງເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຢ່າງເຂັ້ມງວດ.

ມາດຕາ 11 (ປັບປຸງ)

ລັດ ປະຕິບັດແນວທາງ, ນະໂຍບາຍປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບ ດ້ານ, ສ້າງ ແລະ ປັບປຸງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ໜັກແໜ້ນ, ເຂັ້ມແຂງ, ມີ ແບບແຜນທັນສະໄໝ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ມີຄວາມສາມາດປະຕິບັດ ໜ້າທີ່ປົກປັກຮັກສາໝາກຜົນຂອງການປະຕິວັດ, ຊີວິດ, ຊັບສິນ ແລະ ການອອກແຮງງານຂອງປະຊາຊົນ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມັ່ງຄັ່ງ ເຂັ້ມແຂງ.

ມາດຕາ 12

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື; ຂະຫຍາຍສາຍພົວພັນ ແລະ ການຮ່ວມມືກັບ ທຸກປະເທດ ບົນຫຼັກການຢູ່ຮ່ວມກັນໂດຍສັນຕິ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນ ອັນຄົບຖ້ວນຂອງກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ ຮັບຜົນປະໂຫຍດ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະໜັບສະໜູນການຕໍ່ສູ້ຂອງປະຊາຊົນ ໃນໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.

ໝວດທີ II ລະບອບເສດຖະກິດ ແລະ ສັງຄົມ

ມາດຕາ 13 (ປັບປຸງ)

ເສດຖະກິດແຫ່ງຊາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ເສດຖະກິດ ຕະຫຼາດຕາມທິດສັງຄົມນິຍົມ ຊຶ່ງປະກອບດ້ວຍຫຼາຍພາກສ່ວນເສດຖະກິດ, ຫຼາຍຮູບການກຳມະສິດ ທີ່ຄົງຕົວຢ່າງຍາວນານ ມີ ຄວາມສະເໝີພາບ, ທັງແກ່ງແຍ່ງແຂ່ງຂັນ ແລະ ຮ່ວມມືກັນ ພາຍໃຕ້ ກົດໝາຍ, ສົ່ງເສີມເສດຖະກິດພູມປັນຍາ, ເຊື່ອມໂຍງເສດຖະກິດກັບພາກພື້ນ ແລະສາກົນເພື່ອຮັບປະກັນ ໃຫ້ເສດຖະກິດແຫ່ງຊາດ ມີການຂະຫຍາຍຕົວຢ່າງ ຕໍ່ເນື່ອງ ໝັ້ນທ່ຽງ, ມີຄວາມກົມກຽວກັບ