ຜາແອ່ນ

ຈາກ Laopedia
Revision as of 07:34, 30 ພະຈິກ 2023 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: == ປະຫວັດ == thumb ຕາມນິທານເລົ່າສືບກັນມາ “ພູຜາແອ່ນ” ກໍແມ່ນແຫຼ່ງທ່ອງທ່ຽວແຫ່ງໜຶ່ງທີ່ຂຶ້ນຊື່ຂອງເມືອງປາກອູ ເຊິ່ງຕັ້ງຢູ່ທາງທິດຕາເວັນອອກ ກົງກັນຂ້າມກັບບ້ານປາກອູ ໃນເມ...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ປະຫວັດ

ຮູບ:ຜາແອ່ນ.jpg

ຕາມນິທານເລົ່າສືບກັນມາ “ພູຜາແອ່ນ” ກໍແມ່ນແຫຼ່ງທ່ອງທ່ຽວແຫ່ງໜຶ່ງທີ່ຂຶ້ນຊື່ຂອງເມືອງປາກອູ ເຊິ່ງຕັ້ງຢູ່ທາງທິດຕາເວັນອອກ ກົງກັນຂ້າມກັບບ້ານປາກອູ ໃນເມື່ອກ່ອນແມ່ນມີຊື່ວ່າ: ຜາແບ່ນ (ແບ່ນປ້ອມ ຫຼື ເບຍເປົ້າ) ໃນລະຫວ່າງການເດີນທາງກ່ອນທີ່ຈະໄປຮອດຜາແອ່ນ ເຮົາຈະໄດ້ພົບກັບແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ ທີ່ຕິດພັນກັບທຳມະຊາດຫຼາຍຢ່າງ ເປັນຕົ້ນແມ່ນ ຕາດຫູໝູ.

ບາງຕຳນານໄດ້ກ່າວວ່າ ປະຫວັດຂຸນລູນາງອົ້ວໄດ້ແຕ່ງງານຢູ່ຖ້ຳສະແນນ ຫຼັງຈາກທັງສອງໄດ້ແຕ່ງງານກັນແລ້ວ ນາງອົ້ວຜູ້ເປັນເມຍກໍໄດ້ເສຍຊີວິດ. ຊາວບ້ານ ຍາດຕິພີນ້ອງກໍ່ໄດ້ໄປເອົາໂລງ ຢູ່ຖ້ຳເຫຼັກ ມາໃສ່ສົບນາງອົ້ວ ເພື່ອທີ່ຈະເອົາສົບນາງອົ້ວໄປໄວ້ຢູ່ຫຼັງຜາແອ່ນ ໃນໄລຍະຂອງການເດີນທາງ ທີ່ໄດ້ຫາມສົບນາງອົ້ວໄປນັ້ນ ກໍ່ໄດ້ໄປພັກເຊົາຢູ່ ຫ້ວຍປົງ ເມື່ອພັກເຊົາຫາຍເມື່ອຍແລ້ວ ກໍ່ໄດ້ອອກເດີນທາງຕໍ່ຂ້າມໄປ ບ້ານຄົກຂ້າມ ຫຼັງຈາກ ຂ້າມຄົກຂ້າມໄປແລ້ວ ກໍໄປພັກຢູ່ຄົກນາງເຊົາ ຂຸນລູຜູ້ເປັນຜົວດ້ວຍຄວາມຮັກ ແລະ ຄິດຮອດເມຍກໍໄດ້ໄປນັ່ງໄຫ້ຢູ່ ເທິງຜານ້ຳຕາ ຫຼັງຈາກນັ້ນ, ກໍ່ໄດ້ມາລ້າງໜ້າລ້າງຕາຢູ່ຫວ້ຍຂີ້ມູກ ແລ້ວຈຶ່ງໄດ້ນຳເອົາໂລງນາງອົ້ວໄປໄວ້ຫຼັງຜາແອ່ນ. ຫຼາຍມື້ຫຼາຍວັນຕໍ່ມາ ສົບນາງອົ້ວເລີ່ມເໜົ່າ ແລະ ຈະມີຜີເປົ້າໄປກິນນ້ຳເໜົ່າຈາກສົບນາງອົ້ວ ນັ້ນກໍ່ເປັນທີ່ມາຂອງຊື່ບ້ານ, ຫ້ວຍ ແລະ ຜາດັ່ງກ່າວ, ຈົນເທົ່າທຸກວັນນີ້.

ຖັດຈາກນັ້ນ, ກໍຈະມີຖ້ຳຕິ່ງ ເຊິ່ງເປັນແຫຼ່ງທ່ອງທ່ຽວແຫ່ງໜຶ່ງ ທີ່ຂຶ້ນຊື່ຂອງເມືອງປາກອູ. ຖ້ຳຕິ່ງ ເຮົາຈະສັງເກດເຫັນວ່າ ຄືກັບລັກສະນະໂຕລິງກົ້ມກິນນ້ຳ ຕໍ່ມາເຮົາກໍຈະພົບເຫັນແກ້ງອອຍ ເວົ້າເລື່ອງແກ້ງອອຍແລ້ວ ຈະກ່າວເຖິງສິ່ງມະຫັດສະຈັນ, ຄວາມຮ້າຍກາດຂອງສັດປະຫຼາດ ຫຼື ໃນເມື່ອກ່ອນຖ້ຳໂຕທີ່ຢູ່ໃກ້ແກງອອຍຈະປິ່ນໜ້າ ໄປທາເບື້ອງເທິງທາງທິດເໜືອ ເຮັດໃຫ້ການເດີນເຮືອບໍ່ສາມາດຜ່ານໄປໄດ້. ມີການເລົ່າຂານກັນວ່າ ໃນເມື່ອກ່ອນມີເຮືອລຳໜຶ່ງ ມາແຕ່ທາງທິດເໜືອ ໄດ້ເກີດອຸປະຕິເຫດຂວໍ້າ (ຫຼົ້ມ, ຈົມ) ຢູ່ແກ້ງອອຍ ໄຫຼ່ໄປຖືກຕາຂອງ ເງິນ ກໍ່ເຮັດໃຫ້ເກີດສິ່ງມະຫັດສະຈັນຂຶ້ນ ເຮັດໃຫ້ຖ້ຳດັ່ງກ່າວ ໄດ້ຫັນທິດ ປິ່ນໜ້າໄປທາງເບື້ອງລຸ່ມ ຫຼັງຈາກນັ້ນ, ການເດີນເຮືອກໍ່ສະດວກສະບາຍ ແລະ ສາມາດຫຼີກຜ່ານໄປໄດ້.

ຖັດຈາກແກ້ງອອຍມາ ກໍຈະມີ ຜາປ່ອງ ຄວາມເປັນມາຂອງຜາປ່ອງຈະເວົ້າ ກ່ຽວກັບ ເລື່ອງອ້າຍເຈັດຫວດ, ອ້າຍເຈັດໄຫ. ໄດ້ໄປທຳມາຫາກິນເຮັດນາ ຢູ່ບ້ານຄົກ ແລະ ມີຄວາຍເຂົ້າມາກິນເຂົ້າກ້າ ອ້າຍເຈັດຫວດ, ອ້າຍເຈັດໄຫ ໃຈຮ້າຍ ຈຶ່ງໄດ້ເອົາຫຼາວຊັດມາແຕ່ເມືອງຫຼວງ (ເມືອງຫຼວງພະບາງ) ຕັ້ງໃຈວ່າຈະຊັດມາໃສ່ຄວາຍໂຕດັ່ງກ່າວ ແຕ່ກັບໄປຖືກ ຜາ, ເຮົາຈະສັງເກດເຫັນ ຜາ ດັ່ງກ່າວ ເປັນຮູ ປະຊາຊົນໃນເຂດນັ້ນຈຶ່ງຮ້ອງວ່າ ຖ້ຳຜາປ່ອງ, ຖ້ຳຜາປ່ອງ ເປັນຖ້ຳທີ່ສູງ ເຊິ່ງສາມາດຂີ່ຊ້າງລອດໄດ້ຢ່າງສະດວກສະບາຍ.

ຖັດມາກໍ່ຈະແມ່ນຜາຮຸ້ງ ຄວາມເປັນມາ ຂອງຜາຮຸ້ງໃນເມື່ອກ່ອນຮຸ້ງຈະກິນມະນຸດຜູ້ຍິງເປັນອາຫານ ເມື່ອກິນໄດ້ຫຼາຍມື້ຕໍ່ຫຼາຍວັນ ຜູ້ຍິງໃນແຖບນັ້ນກໍ່ເລີ່ມໝົດໄປ ສຸດທ້າຍຍັງເຫຼືອແຕ່ ນາງ ຄຳກອງ ທີ່ໄປລີ້ຢູ່ໃນກອງບໍ່ຍອມອອກມາ ມື້ໜຶ່ງສັງສິນໄຊໄດ້ຜ່ານມາທາງໝູ່ບ້ານນັ້ນພໍດີກໍ່ ເລີຍຄິດແປກໃຈເປັນຫຍັງໝູ່ບ້ານແຫ່ງນີ້ບໍ່ມີຜູ້ຍິງເລີຍ ຊາວບ້ານກໍ່ໄດ້ເລົ່າເຖິງເຫດການທີ່ເກີດໃຫ້ສິນໄຊຟັງວ່າ ໃນແຕ່ລະວັນຈະມີຮຸ້ງໂຕໜຶ່ງອອກມາຈັບຜູ້ຍິງ ໄປເປັນອາຫານ ຈົນຜູ້ຍິງໃນໝູ່ບ້ານນີ້ໝົດ ຍັງເຫຼືອແຕ່ຄົນດຽວໄປລີ້ຢູ່ໃນກອງ ພໍເມື່ອໄດ້ຮູ້ຂ່າວແນວນັ້ນ ສິນໄຊກໍ່ໄດ້ໄປຊ່ວຍ ນາງຄຳກອງ ອອກມາພໍຮຸ່ງເຊົ້າມາ ຮຸ້ງໂຕດັ່ງກ່າວກໍ່ອອກມາຫວັງຈະຈັບ ນາງຄຳກອງ ໄປເປັນຫາອາຫານ ສິນໄຊກໍ່ໄດ້ໃຊ້ທະນູຍິງຖືກປີກເບື້ອງຂວາ ໃນທີ່ສຸດຮຸ້ງໂຕນັ້ນກໍ່ໄດ້ຕາຍໄປ.

ໃນແຕ່ລະປີ ຮອດມື້ແຮມ 8 ຄ່ຳ, ເດືອນ 5 ປະຊາຊົນ ບ້ານ ລາດຫານ ແລະ ບ້ານ ຄົກຂ້າມ ຈະຈັດຫາເຂົ້າຂອງເສັ້ນໄຫວ້ ໄປໄຫວ້ພະກະເຈ້ ແລະ ໄປປັກທຸງຢູ່ແກ້ງອອຍ ເພື່ອເປັນການສັກກະລະບູຊາເຈົ້າຖິ່ນເຈົ້າຖານ.

ຖັດຈາກຜາຮຸ້ງມາ ກໍຈະແມ່ນ ຜາແອ່ນ ເຊິ່ງໄດ້ປະກົດຮ່ອງຮອຍໃຫ້ເຫັນ ຄ້າຍຄືກັບລັກສະນະພາບວາດ ຮູບປາບຶກ ເອົາຫົວປັກລົງນໍ້າ ແລະ ເອົາຫາງຊີ້ຂຶ້ນຟ້າ ແລະ ຈະມີແຜ່ນກະດານອັນໜຶ່ງ ເຊິ່ງມີວົງມົນສີແດງສອງອັນຮຽງກັນ ຄ້າຍຄືກັບແວ່ນຕາ ຢູ່ຜາແຫ່ງນີ້ ປະຊາຊົນໃນເຂດ ດັ່ງກ່າວ, ສັນນິຖານວ່າ: ໜ້າຈະເປັນພາບທີ່ວາດດ້ວຍລາຍມືຂອງມະນຸດໃນສະໄໝປະຖົມບູຮານ ແຕ່ກໍ່ບໍ່ມີໃຜສາມາດບອກໄດ້ວ່າ ພາບວາດ ດັ່ງກ່າວ, ເກີດຂຶ້ນດ້ວຍທຳມະຊາດ ຫຼື ດ້ວຍຝີມືຂອງມະນຸດສະໄໝປະຖົມບູຮານ ເພາະເປັນສິ່ງທີ່ໜ້າອັດສະຈັນທີ່ເກີດຂຶ້ນ. ຜາແອ່ນ ເປັນຜາທີ່ສູງຊັນ, ເຊິ່ງຄົນທຳມະດາບໍ່ມີໃຜສາມາດຂຶ້ນໄປໄດ້. ໃນສະໄໝບູຮານຜາແອ່ນ ເປັນບ່ອນແບ່ນປ້ອມ (ເບຍເປົ້າ) ພະນັນກັນຂຶ້ນນັ່ງເມືອງ ລະຫວ່າງສອງອ້າຍນ້ອງ ໃນເມື່ອກ່ອນຊົນເຜົ່າລາວລຸ່ມ ແລະ ຊົນເຜົ່າຂະຫມຸ ເປັນອ້າຍນ້ອງກັນ ໄດ້ເກີດຄວາມຂັດແຍ່ງກັນໃນການຂຶ້ນເປັນພະຍາເຈົ້າເມືອງ ຈຶ່ງໄດ້ຕົກລົງແຂ່ງຂັນກັນແບ່ນປ້ອມ (ເບຍເປົ້າ) ຖ້າຜູ້ໃດຍິງຖືກເປົ້າ ຜູ້ນັ້ນຈະໄດ້ເປັນພະຍາເຈົ້າເມືອງ ດັ່ງນັ້ນ, ທັງສອງຈຶ່ງໄດ້ຕົກລົງເອົາທະນູ ແລະ ລູກທະນູຄົນລະອັນ ຫຼັງຈາກກະກຽມເຄື່ອງມືຮຽບຮ້ອຍແລ້ວ ຜູ້ເປັນນ້ອງຈຶ່ງສະເໜີໃຫ້ ພີ່ອ້າຍ (ອ້າຍ) ຍິງກ່ອນ, ຜູ້ເປັນອ້າຍກໍ່ບໍ່ນິ່ງນອນໃຈຈັບທະນູນຂຶ້ນມາ ຢືດທະນູແນໃສ່ເປົ້າແລ້ວຍິງໄປຖືກເປົ້າພໍດີ ແຕ່ລູກທະນູບໍ່ຕິດຄາຢູ່ເປົ້າຜູ້ເປັນນ້ອງຈິ່ງຄິດວ່າຜູ້ເປັນ ອ້າຍຍິງບໍ່ຖືກ ແລະ ຜູ້ເປັນອ້າຍກໍ່ຄິດວ່າໂຕເອງຍິງບໍ່ຖືກ ຫຼັງຈາກທີ່ເຫັນຜູ້ເປັນອ້າຍຍິງແລ້ວລູກທະນູບໍ່ຕິດຄາເປົ້າ ຜູ້ເປັນນ້ອງຈຶ່ງຄິດຫາເລກົນ ເພື່ອຈະເອົາຊະນະຜູ້ເປັນອ້າຍ ຈິ່ງໄດ້ຄິດກົນອຸບາຍ ລັກເອົາຂີ້ສູດມາຕິດໃສ່ປາຍລູກທະນູ ໂດຍທີ່ບໍ່ໃຫ້ຜູ້ ເປັນອ້າຍເຫັນ. ຫຼັງຈາກນັ້ນ ຜູ້ເປັນອ້າຍກໍ່ບອກໃຫ້ ຜູ້ເປັນນ້ອງຍິງ, ຍິງໄປຖືກເປົ້າຕິດປັບຍ້ອນມີຂີ້ສູດໜຽວລູກທະນູຈຶ່ງ ຕິດກັບເປົ້າ ສະນັ້ນການພະນັນຄັ້ງນີ້ ຖືວ່າຜູ້ເປັນນ້ອງເປັນຝ່າຍຊະນະ ໄດ້ເປັນພະຍາເຈົ້າເມືອງ. ຕໍ່ມາກໍ່ເປັນການພະນັນຄັ້ງທີ 2 ກ່ອນທີ່ຈະຂຶ້ນເປັນພະຍາເຈົ້າເມືອງ ຕ້ອງມີເຄື່ອງນຸ່ງຂອງຖື, ຜ້າທ່ອນຜ່ອນສະໃບອັນດີອັນງາມ ຫຼັງຈາກນັ້ນກໍ່ໄດ້ ຈັດຫີບເຄື່ອງ 2 ຫີບມາປະໄວ້ກາງດອນທີ່ຢູ່ໃກ້ກັບ ຜາແອ່ນ ຫີບໜຶ່ງເອົາເຄື່ອງເກົ່າໄວ້ເທິງ, ເອົາເຄື່ອງເກົ່າໄວ້ລຸ່ມ ແລະ ອີກຫີບໜຶ່ງເອົາເຄື່ອງໃໝ່ໄວ້ເທິງ, ເອົາເຄື່ອງເກົ້າໄວ້ລຸ່ມ ເພື່ອໃຫ້ທັງສອງໄດ້ເລືອກ ຈາກນັ້ນກໍ່ໃຫ້ຜູ້ເປັນອ້າຍເລືອກກ່ອນ ຜູ້ເປັນອ້າຍກໍ່ໄດ້ເລືອກເອົາ ຫີບທີ່ມີເຄື່ອງໃໝ່ຢູ່ເທິງ, ເຄື່ອງເກົ່າຢູ່ລຸ່ມ ປະກົດວ່າຫີບທີ່ຜູ້ເປັນອ້າຍເລືອກນັ້ນເປັນຫີບທີ່ມີ ເຄື່ອງໃໝ່ພຽງແຕ່ສອງຜືນເທົ່ານັ້ນ ສ່ວນຢູ່ທາງລຸ່ມແມ່ນເຄື່ອງເກົ່າໝົດ ສ່ວນຜູ້ເປັນນ້ອງແມ່ນໄດ້ເອົາຫີບທີ່ມີເຄື່ອງເກົ່າຢູ່ ເທິງ, ເຄື່ອງໃໝ່ຢູ່ລຸ່ມ ສະນັ້ນນ້ອງຊາຍໄດ້ເປັນພະຍາເຈົ້າເມືອງ ແລະ ໄດ້ນຸ່ງເຄື່ອງຢູ່ໃນຫີບ ດັ່ງກ່າວ, ຈຶ່ງໄດ້ຮ້ອງຊື່ດອນ ດັ່ງກ່າວວ່າ: ດອນທ້າວ ຈົນເຖິງທຸກວັນນີ້. ອີກສາເຫດໜຶ່ງທີ່ໄດ້ປ່ຽນຊື່ຈາກຜາແບ່ນ ມາເປັນຜາແອ່ນ ຍ້ອນວ່າຜາ ດັ່ງກ່າວ, ມີນົກແອ່ນຫຼາຍຈຶ່ງຮ້ອງຊື່ວ່າ: ຜາແອ່ນຈົນເຖິງທຸກວັນນີ້.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=7