ປີທ່ອງທ່ຽວລາວ 2024

ຈາກ Laopedia
Revision as of 06:24, 10 ມີນາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (Protected "ປີທ່ອງທ່ຽວລາວ 2024"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))

ປີທ່ອງທ່ຽວລາວ ຄັ້ງທີ 4 ປະຈຳປີ 2024 ຈະຈັດຂຶ້ນພາຍໃຕ້ຄຳຂວັນ “ທ່ອງທ່ຽວລາວ ປອດໄພ ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ” ແລະ ໄດ້ກຳນົດເອົາຮູບຊ້າງຖືແຄນເປັນສັນຍາລັກນຳໂຊກ ໃຫ້ແກ່ການທ່ອງທ່ຽວລາວ 2024, ພ້ອມທັງກຳນົດເອົາ 79 ກິດຈະກຳ. ໃນນີ້, ມີ 14 ກິດຈະກຳລະດັບຊາດ ແລະ 65 ກິດຈະກຳລະດັບແຂວງ. ກະຊວງຖະເເຫຼງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວ ຮ່ວມກັບພະແນກຖະເເຫຼງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວ ນະຄອນຫຼວງ ເເລະ ບັນດາເເຂວງໃນທົ່ວປະເທດ ໄດ້ເປັນເອກະພາບກັນກຳນົດ ບັນດາກິດຈະກໍາ ທີ່ຈະຈັດຕັ້ງປະຕິບັດ ໃນປີທ່ອງທ່ຽວລາວ 2024 ໂດຍໄດ້ສະເໜີໃຫ້ລັດຖະບານຮັບຮອງ ແລະ ກໍານົດເອົາ 79 ກິດຈະກຳ, ໃນນີ້ມີ 14 ກິດຈະກຳລະດັບຊາດ ແລະ 65 ກິດຈະກຳລະດັບແຂວງ ເຊິ່ງຈະຈັດເຂົ້າໃນປະຕິທິນການທ່ອງທ່ຽວ ເພື່ອໃຫ້ນັກທ່ອງທ່ຽວສາມາດຄັດເລືອກທ່ອງທ່ຽວໄດ້ຕະຫຼອດປີ ຕາມຄວາມເໝາະສົມ ແລະ ຕາມຄວາມສົນໃຈ. ພ້ອມກັນນີ້, ຍັງໄດ້ຮ່ວມມືກັບບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ, ໂຮງເເຮມ, ເເຫຼ່ງທ່ອງທ່ຽວ, ຮ້ານອາຫານ, ສາຍການບິນລາວ ເເລະ ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງ ຈັດເປັນລາຍການທ່ອງທ່ຽວ. ທັງນີ້, ກໍເພື່ອເຮັດໃຫ້ບັນດາກິດຈະກໍາການທ່ອງທ່ຽວ ເເລະ ລາຍການທ່ອງທ່ຽວມີຄວາມກົມກຽວ, ເຊື່ອມຈອດລະຫວ່າງສູນກາງ ເເລະ ທ້ອງຖິ່ນ, ເເຂວງຕໍ່ເເຂວງ, ເເຂວງຕໍ່ເມືອງໃນຂອບເຂດທົ່ວປະເທດ ເເລະ ມີຮູບເເບບສົ່ງເສີມການຂາຍຕາມລະດູການໃນລາຄາທີ່ເໝາະສົມ. ໃນປີ 2024 ຄາດຄະເນວ່າ ຈະມີນັກທ່ອງທ່ຽວສາກົນເດີນທາງເຂົ້າມາທ່ຽວ ສປປລາວ ປະມານ 2,7 ລ້ານເທື່ອຄົນ ແລະ ໃນປີ 2025 ນັກທ່ອງທ່ຽວສາກົນຈະບັນລຸເຖິງ 2,9 ລ້ານເທື່ອຄົນ

ແຫຼ່ງທີ່ມາ: https://na.gov.la/%E0%BA%9B%E0%BA%B5%E0%BA%97%E0%BB%88%E0%BA%AD%E0%BA%87%E0%BA%97%E0%BB%88%E0%BA%BD%E0%BA%A7%E0%BA%A5%E0%BA%B2%E0%BA%A7-2024-%E0%BA%81%E0%BA%B3%E0%BA%99%E0%BA%BB%E0%BA%94%E0%BB%80%E0%BA%AD%E0%BA%BB/