ຜາພະເຈົ້າ

ຈາກ Laopedia
Revision as of 07:33, 30 ພະຈິກ 2023 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: thumb ຜາພະເຈົ້າ ຕັ້ງຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ຫ່າງຈາກເທດສະບານເມືອງ ໄປທາງທິດເໜືອປະມານ 500 ແມັດ (ໄປທາງພູເບ້ຍ ເຈີສີແຍກ ແລ້ວລ້ຽວຂວາເຂົ້າໄປປະມານ 50 ແມັດ), ເປັນຜາ...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)
ຮູບ:ຜາພະເຈົ້າ.jpg

ຜາພະເຈົ້າ ຕັ້ງຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ຫ່າງຈາກເທດສະບານເມືອງ ໄປທາງທິດເໜືອປະມານ 500 ແມັດ (ໄປທາງພູເບ້ຍ ເຈີສີແຍກ ແລ້ວລ້ຽວຂວາເຂົ້າໄປປະມານ 50 ແມັດ), ເປັນຜາຫີນ ທີ່ເກີດຈາກທຳມະຊາດທີ່ສວຍງາມຢ່າງສະຫລັບຊັບຊ້ອນ, ລັກສະນະຂອງຜາ ແມ່ນເປັນຜາຫີນປູນທີ່ຕິດຈອດເກາະກ່າຍກັນ, ຕີນຜາກວ້າງ, ມີຖ້ຳຂະໜາດໜ້ອຍລອດພື້ນ ແລະ ຈອມຜາເຈີ້ຍສູງຊັນຄ້າຍຄືກັບທາດ, ເຊິ່ງມີຄວາມສູງປະມານ 300​ ແມັດ, ມີລວງຮອບປະມານ 400 ແມັດ ແລະ ນອນຢູ່ໃນເນື້ອທີ່ 4 ເຮັກຕາ. ຜາພະເຈົ້າໃນສະໄໝກ່ອນ ແມ່ນເປັນອີກສະ ຖານທີ່ໜຶ່ງ ທີ່ເຈົ້າອະນຸວົງ ໄດ້ໃຊ້ເປັນກຳບັງລີ້ຊ້ອນ ຫລື ບ່ອນລົບໄພ ໃນການເຮັດເສິກກັບສະຫຍາມໃນສະໄໝນັ້ນ. ອີກຢ່າງໜຶ່ງ ຄົນສະໄຫມກ່ອນມີຄວາມເຊື່ອກັນ ສະຖານທີ່ຜາພະເຈົ້າແຫ່ງນີ້ ເປັນສະຖານທີ່ສັກສິກ ແລະ ເປັນສະຖານທີ່ສັກກະລະບູຊາທາງພຸດທະສາສະໜາ, ເປັນສະຖານທີ່ບວງສວງຜີຟ້າ, ຜີແຖນ, ຜີປ່າ ແລະ ຜີດົງ ຂອງປະຊາຊົນບັນດາເຜົ່າໃນຂົງເຂດດັ່ງກ່າວ. ນອກນັ້ນ, ປະຊາຊົນຍັງເຊື່ອຖືກັນວ່າ ຖ້າຜູ້ໃດຫາກມາລົບລີ້ຢູ່ຜາແຫ່ງນີ້ ຈະຖືກຜີຟ້າ, ຜີແຖນປິດບັງ ແລະ ປົກປ້ອງຈົນບໍ່ມີຜູ່ໃດຊອກເຫັນ. ຍ້ອນຄວາມເຊື່ອຖືດັ່ງກ່າວ ບວກກັບຄວາມສັກສິດຂອງຜາພະເຈົ້າ ເຖົ້າແກ່ອະວຸໂສ ແລະ ປະຊາຊົນ ບ້ານດັ່ງກ່າວ ຈຶ່ງໃສ່ຊື່ຜາແຫ່ງນີ້ວ່າ: “ຜາພະເຈົ້າ” ຈົນເຖິງທຸກວັນນີ້.

ຜາພະເຈົ້າ ເປັນແຫລ່ງທ່ອງທ່ຽວໜຶ່ງທີ່ມີຊື່ສຽງຢູ່ໃນເມືອງອະນຸວົງ ແລະ ເປັນທີ່ໜ້າສົນໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມີຄວາມສົນໃຈໃນການທ້າທາຍ ແລະ ຜະຈົນໄພ, ຖື ໄດ້ວ່າແຂກໄປໄທມາ ຖ້າບໍ່ໄດ້ໄປປິນຜາພະເຈົ້າ ເບິ່ງທັດສະນີຍະພາບຄວາມສວຍງາມຂອງຕົວເມືອງອະນຸວົງ ກໍຖືໄດ້ວ່າ ສຳກັບບໍ່ໄດ້ມາຢ້ຽມຢາມແຂວງໄຊສົມບູນ. ໃນເມື່ອກ່ອນຊ່ວງທີ່ມີເທດສະການບຸນກິນຈຽງ ຂອງຊົນເຜົ່າມົ້ງ ແລະ ບຸນເກຮີ ຂອງຊົນເຜົ່າກຶມມຸ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມຜາພະເຈົ້າເປັນຈຳນວນຫລວງຫລາຍ, ດັ່ງນັ້ນ, ທ່ານ ເນັ່ງເຢລໍ ໜາວເຮີ, ພະນັກງານບຳນານ ຈຶ່ງໄດ້ເຫັນເຖິງຄວາມສຳຄັນຂອງວຽກງານການທ່ອງທ່ຽວ ແລະ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງນັກທ່ອງທ່ຽວ ຈຶ່ງໄດ້ເຂົ້າມາພັດທະນາຜາພະເຈົ້າ ໃຫ້ກາຍເປັນແຫລ່ງທ່ອງທ່ຽວ ເພື່ອໃຫ້ສາມາດຮອງຮັບ ແລະ ອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ທີ່ເຂົ້າມາຢ້ຽມຊົມຜາພະເຈົ້າ ໂດຍການສ້າງເສັ້ນທາງ, ສ້າງຂັ້ນໄດຂຶ້ນຜາ ແລະ ສ້າງສະຖານທີ່ນັ່ງພັກຜ່ອນຢູ່ເທິງຜາພະເຈົ້າ ແລະ ເປີດບໍລິການແກ່ນັກທ່ອງທ່ຽວເລີ່ມແຕ່ປີ 1996 ເປັນຕົ້ນມາຈົນເຖິງປະຈຸບັນ.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=11