ນົກຂວາ

ຈາກ Laopedia
Revision as of 07:05, 8 ມີນາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (Protected "ນົກຂວາ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
ນົກຂວາ
ນົກຂວາ

ນົກຂວາ ເປັນສັນຍະລັກຂອງແຂວງຫລວງນໍ້າທາ ໂດຍການຕົກລົງຂອງທ່ານເຈົ້າແຂວງ, ໂດຍອີງຕາມຂໍ້ຕົກລົງ ຂອງທ່ານເຈົ້າແຂວງສະບັບເລກ ທີ 45/ຈຂ  ລົງວັນທີ່ 9 ມັງກອນ  2024  ວ່າດ້ວຍການຮັບຮອງເອົາສັດປະເພດ ນົກຂວາ ເປັນສັດປະຈໍແຂວງຫລວງນໍ້າທາ ແລະ ໄດ້ຮັບການມອບໝາຍໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຮ່ວມກັບພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ອອກລະບຽບຄຸ້ມຄອງ, ການຂະຫຍາຍພັນ, ການອະນຸລັກປົກປັກຮັກສາ ແລະ ວາງມາດຕະການຢ່າງເຂັ້ມງວດຕໍ່ຜູ້ລະເມີດທໍາລາຍນົກຂວາ.[1]

ນົກຂວາ ຊື່ພາສາອັງກິດ "Silver pheasant" ເປັນນົກຊະນິດໜຶ່ງທີ່ພົບເຫັນຢູ່ໃນປ່າ, ສ່ວນຫຼາຍແມ່ນຢູ່ໃນເຂດພູດອຍ, ອາຊີຕາເວັນອອກສຽງໃຕ້ແຜ່ນດິນໃຫຍ່, ພາກຕາເວັນອອກ ແລະພາກໃຕ້ຂອງຈີນ, ໂຕຜູ້ມີສີດໍາແລະສີຂາວ, ໃນຂະນະທີ່ໂຕແມ່ສ່ວນໃຫຍ່ແມ່ນສີນຳ້ຕານ. ທັງສອງເພດມີໜ້າແດງ ແລະ ຂາແດງ. ໂດຍລວມຍັງມີຢູ່ໃນທໍາມະຊາດ, ແຕ່ບາງຊະນິດຍ່ອຍຂອງມັນ (ໂດຍສະເພາະ L. n. whiteheadi ຈາກ Hainan, L. n. engelbachi ຈາກພາກໃຕ້ຂອງລາວ, ແລະ L. n. annamensis ຈາກພາກໃຕ້ຫວຽດນາມ) ແມ່ນ. ຫາຍາກ ແລະ ຖືກຄຸກຄາມ.[2]