ພະແນກສົ່ງເສີມ ແລະ ພັດທະນາໄປສະນີ

ຈາກ Laopedia
Revision as of 03:55, 5 ມີນາ 2024 by Dopost.mtc(ສົນທະນາ | ເລື່ອງທີ່ຂຽນ)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ທີ່ຕັ້ງ ແລະ ພາລະບົດບາດ

ພະແນກສົ່ງເສີມ ແລະ ພັດທະນາໄປສະນີ ຕົວອັກສອນຫຍໍ້ (ພສພ) ເປັນພາສາສາກົນ Division of Postal Promotion and Development (DPD) ແມ່ນພະແນກໜຶ່ງຢູ່ໃນໂຄງປະກອບການຈັດຕັ້ງຂອງກົມໄປສະນີ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກົມສົ່ງເສີມ ແລະ ພັດທະນາວຽກງານຂະແໜງການໄປສະນີໄປ.

ໜ້າທີ່

  1. ພົວພັນຮ່ວມມືກັບອົງການສະຫະພາບໄປສະນີສາກົນ, ສະຫະພາບໄປສະນີອາຊີ-ປາຊີຟິກ, ໄປສະນີອາຊຽນ ແລະ ອົງການໄປສະນີບັນດາປະເທດໃນການພັດທະນາ ແລະ ສົ່ງເສີມວຽກງານໄປສະນີ;
  2. ເປັນໃຈກາງໃນການປະສານງານລະຫວ່າງຜູ້ປະກອບການໄປສະນີລາວ ແລະ ຜູ້ປະກອບການໄປສະນີຕ່າງປະເທດ ໃນການຮ່ວມມື ແລະ ພັດທະນາຂະແໜງການໄປສະນີ;
  3. ຊຸກຍູ້ການຈັດຕັ້ງປະຕິບັດພັນທະດ້ານໄປສະນີກັບສາກົນ ຂອງ ສປປ ລາວ;
  4. ຊຸກຍູ້ຜູ້ປະກອບການໃນການຈັດຕັ້ງປະຕິບັດພັນທະດ້ານໄປສະນີແບບທົ່ວເຖິງ;
  5. ຄົ້ນຄວ້າ ແລະ ສົ່ງເສີມການລົງທຶນໃນຂະແໜງການໄປສະນີ;
  6. ຂຸດຄົ້ນ ແລະ ພັດທະນາ ແລະ ຂະຫຍາຍຕະຫຼາດທີ່ຍັງບໍ່ທັນມີບໍລິການ ຢູ່ ພາຍໃນ ສປປ ລາວ;
  7. ຄົ້ນຄວ້າ ແລະ ພັດທະນານະໂຍບາຍສົ່ງເສີມການລົງທຶນຂະຫຍາຍພື້ນຖານໂຄງລ່າງໄປສະນີໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກ;
  8. ຊຸກຍູ້, ສົ່ງເສີມອົງການຄຸ້ມຄອງຂອງລັດ, ພາກທຸລະກິດ. ການຄ້າ ແລະ ປະຊາຊົນ ນໍາໃຊ້ຕາໜ່າງໄປສະນີຢ່າງກວ້າງຂວາງ;
  9. ຝຶກອົບຮົມວຽກງານຄຸ້ມຄອງ, ວຽກງານເຕັກນິກວິຊາການໃຫ້ບັນດາອົງການຄຸ້ມຄອງ ແລະ ຜູ້ປະກອບການໄປສະນີ;