ຊ່ວຍເຫຼືອ:Contents

ຈາກ Laopedia

LaoPedia ແມ່ນຫຍັງ

LaoPedia ແມ່ນກະດານຂໍ້ມູນຊຸມຊົນລາວ ພາກລັດ ເປັນສາລານຸກົມອອນລາຍທີ່ໄດ້ລວບລວມເອົາບົດຄວາມ ຄວາມຮູ້ຕ່າງໆ ຈາກອົງການຈັດຕັ້ງຂອງລັດ ຄຸ້ມຄອງໂດຍກະຊວງເຕັກໂນໂລຊີ ແລະ ການສື່ສານ

ໄດ້ເລີ່ມນຳໃຊ້ໃນປີ 2024

ການເຂົ້າໃຊ້ LaoPedia

ທ່ານສາມາດເຂົ້າເວັບໄຊ LaoPedia ຈາກເວັບບຣາວເຊີເຊັ່ນ: google Chrome, Microsoft edge, Mozilla firefox, ... ເປີດເວັບບຣາວເຊີ ແລ້ວເຂົ້າໄປທີ່ laopedia.gov.la

ການອ່ານ ຫຼື ຊອກຫາບົດຄວາມ

ການຊອກຫາບົດຄວາມມີ 2ຊ່ອງທາງຫຼັກຄື:

  • ຊອກຫາບົດຄວາມຈາກໝວດ ຄລິກໃສ່ໝວດທີ່ຕ້ອງການຄົ້ນຫາຂໍ້ມູນຕົວຢ່າງເຊັ່ນ ໝວດການທ່ອງທ່ຽວ ລະບົບຈະສະແດງຫົວຂໍ້ບົດຄວາມທັງໝົດໃນໝວດການທ່ອງທ່ຽວ ໂດຍຈະລຽງລຳດັບຈາກຕົວອັກສອນ ກ-ຮ ເx-ໃx ທ່ານສາມາດເຂົ້າອ່ານບົດຄວາມໂດຍການຄລິກໃສຫົວຂໍ້ບົດຄວາມນັ້ນໆ
  • ຊອກຫາບົດຄວາມຈາກການຄົ້ນຫາ ທ່ານສາມາດພິມຄຳສັບລົງໃນ ກ່ອງຄົ້ນຫາ ຢູ່ດ້ານເທີງຂອງໜ້າເວັບໄຊ ຫົວຂໍ້ບົດຄວາມທີ່ກ່ຽວຂ້ອງຈະສະແດງອອກມາເປັນ dropdown list ທ່ານສາມາດເລືອກອ່ານບົດຄວາມນັ້ນໆໄດ້ດ້ວຍການຄລິກທີ່ຫົວຂໍ້ຂອງບົດຄວາມນັ້ນ ຫຼື ຄລິກໃສ່ປຸ່ມແວ່ນຂະຫຍາຍເພື່ອໄປທີ່ໜ້າຄົ້ນຫາຂັ້ນສູງ

ການເຂົ້າລະບົບ

ຄລິກປຸ່ມ ເຂົ້າສູ່ລະບົບ ຢູ່ດ້າເທິງຂອງຂອງໜ້າເວັບ ລະບົບຈະພາທ່ານເຂົ້າສູ່ໜ້າລັອກອິນ ປ້ອນຊື່ຜູ້ໃຊ້ ແລະ ລະຫັດຜ່ານໃຫ້ຖືກຕ້ອງ ແລ້ວກົດປຸ່ມເຂົ້າສູ່ລະບົບ

ການຕັ້ງຄ່າ

ໃນການຕັ້ງຄ່າລະບົບຜູ້ໃຊ້ສາມາດ ປ່ຽນລະຫັດຜ່ານ, ຕັ້ງຊື່ຕົນເອງ, ຕັ້ງຄ່າພາສາ, ລວດລາຍໜ້າເວັບ, ຮູບແບບການສະແດງເວລາ, ແລະອືນໆ

  • ການປ່ຽນລະຫັດຜ່ານ: ຄລິກປຸ່ມ ການຕັ້ງຄ່າ, ທີ່ແທບຂໍ້ມູນຫຼັກຜູ້ໃຊ້ຄລິກປຸ່ມ Change Password, ປ້ອນລະຫັດຜ່ານເກົ່າ, ້ປອນລະຫັດຜ່ານໃໝ່2ຄັ້ງ, ກົດປຸ່ມ Change Credentials

ການສ້າງບົດຄວາມ

ໃນການສ້າງໜ້າຂໍ້ມູນໃດໜຶ່ງ ກ່ອນອື່ນໝົດ ທ່ານຕ້ອງຄົ້ນຫາຂໍ້ມູນທີ່ທ່ານຕ້ອງການປ້ອນເຂົ້າສູ່ລະບົບເສຍກ່ອນ ເພື່ອບໍ່ໃຫ້ການເພີ່ມຂໍ້ມູນເຂົ້າໃນລະບົບໄປຊ້ຳຊ້ອນກັນ ໂດຍການພິມຫົວຂໍ້ທີ່ທ່ານຕ້ອງການເພີ່ມ ໃສ່ໃນກ່ອງຄົ້ນຫາ, ຫຼັງຈາກນັ້ນ ຖ້າຫາກຫົວຂໍ້ດັ່ງກ່າວບໍ່ທັນມີຂໍ້ມູນ ລະບົບຈະສະແດງຄຳວ່າ Create the page ເຊິ່ງເຮົາສາມາດກົດເຂົ້າໄປທີ່ລິ້ງສີແດງ ເພື່ອສ້າງໜ້າຂໍ້ມູນຫົວຂໍ້ນັ້ນໆໄດ້ເລີຍ ການປ້ອນຂໍ້ມູນ ເຮົາສາມາດເພີ່ມໄດ້ຫຼາຍຮູບແບບຄື: ເພີ່ມເປັນຕົວອັກສອນ, ຮູບພາບ, ຕາຕະລາງ ແລະ ລິ້ງເພື່ອເຊື່ອມຕໍ່ໄປຫາໜ້າຂໍ້ມູນອື່ນ ຫຼື ເວັບໄຊອື່ນໄດ້.

ເຄື່ອງມືໃນການສ້າງບົດຄວາມ

ໃນ Laopedia ມີເຄື່ອງມືສຳລັບສ້າງບົດຄວາມດັ່ງນີ້

  • Paragraph ເປັນເຄື່ອງມືສຳລັບໃສ່ຫົວຂໍ້ໃຫ້ແກ່ບົດຄວາມ ໂດຍຫົວຂໍ້ຈະແບ່ງເປັນຊັ້ນຄື Heading, sub-heading1, sub-heading2, sub-heading3, sub-heading4.
  • Style Text
  • Link
  • Cite
  • Structure
  • insert image
  • insert Template
  • insert Table
  • insert Gallery
  • insert References list