ແຫຼ່ງທ່ອງທ່ຽວພູຟ້າ.

ຈາກ Laopedia
Revision as of 08:18, 30 ພະຈິກ 2023 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: ພູຟ້າ ແມ່ນມິ່ງຂວັນເມືອງ ຂອງຊາວເມືອງຜົ້ງສາລີ, ຕັ້ງຢູ່ທິດຕາເວັນອອກສ່ຽງເໜືອຂອງຕົວເມືອງຜົ້ງສາລີ, ມີຄວາມສູງຈາກລະດັບນໍ້າທະເລ 1,625 ແມັດ, ມີຂັ້ນໄດຍ່າງແຕ່ຕີນພູຫາຈອມພູ 863 ຂັ້ນ ເຊິ່...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ພູຟ້າ ແມ່ນມິ່ງຂວັນເມືອງ ຂອງຊາວເມືອງຜົ້ງສາລີ, ຕັ້ງຢູ່ທິດຕາເວັນອອກສ່ຽງເໜືອຂອງຕົວເມືອງຜົ້ງສາລີ, ມີຄວາມສູງຈາກລະດັບນໍ້າທະເລ 1,625 ແມັດ, ມີຂັ້ນໄດຍ່າງແຕ່ຕີນພູຫາຈອມພູ 863 ຂັ້ນ ເຊິ່ງຢູ່ເທິງຈອມພູ ເປັນຈຸດຊົມວິວຂອງເທດສະບານເມືອງຜົ້ງສາລີ, ຊົມຕາເວັນຕົກ ແລະ ທະເລໝອກໃນຍາມເຊົ້າ, ພູຟ້າມີເນື້ອທີ່ທັງໝົດ 200 ເຮັກຕາ, ເປັນພູທີ່ອຸດົມສົມບູນໄປດ້ວຍປ່າໄມ້ດົກໜາ ແລະ ພືດພັນຫຼາຍສິ່ງຫຼາຍຢ່າງ ທັງເປັນພື້ນທີ່ອາໄສຂອງສັດປ່ານາໆສະນິດ, ໃນຂົງເຂດພູຟ້າມີເສັ້ນທາງສັນຈອນສະດວກດ້ວຍທາງເບຕົງ ແລະ ມີສະຖານທີ່ພັກຜ່ອນກວ້າງຂວາງ ເໝາະສົມແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດທີ່ຈະມາສໍາພັດ ແລະ ທ່ຽວຊົມ ເພື່ອພັກຜ່ອນຍ່ອນອາລົມ ແລະ ສູບເອົາອາກາດບໍລິສຸດ. ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=2