ອຸໂມງເຮືອນຫີນ

ຈາກ Laopedia
Revision as of 08:01, 30 ພະຈິກ 2023 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: thumb ອຸໂມງເຮືອນຫີນ ວັດໂຕະໂໝະ ແມ່ນພື້ນທີ່ແບບດຽວກັນກັບວັດພູ, ຕັ້ງຢູ່ເຂດຄຸ້ມຄອງຂອງບ້ານໂຕະໂໝະທ່າ, ຫ່າງຈາກສຳນັກງານເມືອງປະທຸມພອນ ປະມານ 4,5 ກິໂລແມັດ, ວັດນີ້ ສ້...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)
ຮູບ:ອຸໂມງເຮືອນຫີນ.png

ອຸໂມງເຮືອນຫີນ ວັດໂຕະໂໝະ ແມ່ນພື້ນທີ່ແບບດຽວກັນກັບວັດພູ, ຕັ້ງຢູ່ເຂດຄຸ້ມຄອງຂອງບ້ານໂຕະໂໝະທ່າ, ຫ່າງຈາກສຳນັກງານເມືອງປະທຸມພອນ ປະມານ 4,5 ກິໂລແມັດ, ວັດນີ້ ສ້າງຂຶ້ນເປັນສອງແລວ ໂດຍມີແມ່ນ້ຳໂຕະໂໝະ ເປັນພົມແດນ, ເຂື່ອນກັ້ນນ້ຳແມ່ນໄດ້ສ້າງຂື້ນຍາວຢຽດ ຕາມແຄມແມ່ນ້ຳອ້ອມຮອບພື້ນທີ່ສັກສິດ; ປະຈຸບັນ ອາດເປັນໄປໄດ້ ທີ່ຍັງເຫັນເສັ້ນ ທາງທີ່ຕັ້ງດ້ວຍກຳແພງ, ສ່ວນວັດໄດ້ສ້າງຂຶ້ນໃນໃຈກາງຂອງພື້ນທີ່ (ຄະນະນີ້ສະຖານທີ່ດັ່ງກ່າວ ເປັນເນີນດິນຈີ່) ສ່ວນເສັ້ນທາງໜຶ່ງອີກ ແມ່ນເສັ້ນທາງກຽດຕິຍົດ ເຊິ່ງມີກ້ອນຫີນຕັ້ງລຽນ ກັນເປັນຂອບເຂດ ຫຼື ພົມແດນທຸກວັນນີ້ ເສັ້ນທາງດັ່ງກ່າວ ບໍ່ຢູ່ໃນຕຳແໜ່ງເດີມ ພວກເຮົາຈະເຫັນເສັ້ນທາງທີ່ໄດ້ມາຈາກສອງແລວ (ສະຫຼຽງກັນ) ຂ້າງຊ້າຍຈະນ້ອຍກວ່າ ມີດິນຈີ່ສະຫຼັກ ຫັກພັງເທິງແຄມຝັ່ງທາງ.
ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=3&ItemID=59&MenuID=6