ວັດເພຍ ແຂວງຊຽງຂວາງ

ຈາກ Laopedia
Revision as of 07:49, 30 ພະຈິກ 2023 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: thumb|ວັດ​ເພຍ​ແຂວງຊຽງຂວາງ ວັດ​ເພຍ​ວັດ​ເປັນ​ວັດ​ແຫ່ງ​ທຳ​ອິດ ທີ່​ສ້າງ​ຂຶ້ນ​ກ່ອນ​ໝູ່​ໝົດ ໃນ​ດິນ​ແດນ​ຂອງ​ເມືອງ​ພວນ ສ້າງ​ຂຶ້ນ ໃນ​ປີ ຈ​ສ 744 ມາ​ຮອດ...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)
ຮູບ:ວັດ​ເພຍ​ວັດ ແຂວງຊຽງຂວາງ.jpg
ວັດ​ເພຍ​ແຂວງຊຽງຂວາງ

ວັດ​ເພຍ​ວັດ​ເປັນ​ວັດ​ແຫ່ງ​ທຳ​ອິດ ທີ່​ສ້າງ​ຂຶ້ນ​ກ່ອນ​ໝູ່​ໝົດ ໃນ​ດິນ​ແດນ​ຂອງ​ເມືອງ​ພວນ ສ້າງ​ຂຶ້ນ ໃນ​ປີ ຈ​ສ 744 ມາ​ຮອດ​ປະ​ຈຸ​ບັນ (2018) ມີ​ອາ​ຍຸ​ໄດ້ 687 ປີ.

ເຈົ້າລ້ານຄຳກອງ ເປັນອາດຍາປົກຄອງເມືອງພວນ ໄດ້ນຳພາປະຊາຊົນຊອກຫາຊ່າງຜູ້ມີຝີມືໃນການສ້າງວັດວາອາຮາມ ຈຶ່ງພົບອາຈານ ທຳມະຄາຖາ ຜູ້ທີ່ມີສີມືໃນການສ້າງວັດຢູ່ຫຼວງພະບາງມາແລ້ວມາສ້າງ. ພໍສ້າງສຳເລັດແລ້ວ ເຈົ້າລ້ານຄຳ ກໍ່ໄດ້ນຳພະພຸດທະຮູບອົງສັກສິດ ມາຈາກຫົງສາວະດີ (ພະມ້າໃນປະຈຸບັນ) ມາປະທັບໄວ້ວັດດັ່ງກ່າວ. ໃນຍຸກສະໄໝນັ້ນ ເມືອງພວນມີຄວາມຈະເລີນຮຸ່ງເຮືອງສຸດຂີດ. ດັ່ງນັ້ນ, ວັດເພຍວັດ ຈຶ່ງເປັນບ່ອນຮ່ຳຮຽນ ຂອງພະສົງສຳມະເນນໃນຍຸກນັ້ນ. ຕົກມາຮອດຊຸມປີ ຄສ 1874, ຈສ 1287 ສົງຄາມພາຍນອກໄດ້ເຂົ້າ ມາມ້າງເພທຳລາຍ (ເສິກຫໍ້) ເຊິ່ງພວກເຂົາໄດ້ຕັດແຂນພະເຈົ້າອົງຕື້ເບື້ອງຂວາອອກ ເພື່ອຊອກຫາໂລຫະທີ່ມີຄ່າ ແຕ່ສິມຍັງບໍ່ຖືກທຳລາຍ. ມາຮອດປີ 1953, ຈສ 1315 ໄດ້ຖືກສົງຄາມຂອງຈັກກະພັດຝຣັ່ງ ທຳລາຍສິມ ແລະ ພະພຸດທະຮູບ ເຮັດໃຫ້ເພພັງຢ່າງໜັກ. ຕໍ່ມາຮອດ ປີ ຄສ 1954 ເຈົ້າສຸດທະກຸມມານ (ເຈົ້າຊາຍຄຳ) ເປັນເຈົ້າປົກຄອງເມືອງພວນ ໄດ້ນຳພາປະຊາຊົນຊາວເມືອງພວນປະຕິສັງຂອນວັດ ແລະ ສີມຄືນໄໝ ເຮັດໃຫ້ມີຄວາມສວຍງາມຄືກັບສະໄໝ່ກ່ອນ. ມາຮອດປີ ຄສ 1969, ຈສ 1331 ໄດ້ຖືກສົງ ຄາມຂອງຈັກກະພັດອາເມລິກາ ທຳລາຍຈົນໝົດກ້ຽງ ຈຶ່ງຍັງເຫຼືອພຽງແຕ່ພະພຸດທະຮູບທີ່ຖືກບາດແຜຕາກແດດ ໃຫ້ເຮົາເຫັນເຖິງທຸກວັນນີ້.

ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=9