ພາລະບົດບາດຂອງວາລະສານອະລຸນໃໝ່
ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງວາລະສານອະລຸນໃໝ່
- ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມສູນກາງພັກ, ສະບັບເລກທີ 20 /ກມສພ, ລົງວັນທີ 13 ຕຸລາ 2022.
- ອີງຕາມໜັງສະເໜີຂອງກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ, ສະບັບເລກທີ 428 /ກຈພ, ລົງວັນທີ 08 ທັນວາ 2022.
ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕົກລົງ:
ໝວດທີ 1
ບົດບັນຍັດທົ່ວໄປ
ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກການ ແລະ ແບບແຜນວິທີເຮັດວຽກ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງວາລະສານອະລຸນໃໝ່ ແນໃສ່ຈັດຕັ້ງປະຕິບັດວຽກງານວາລະສານໃຫ້ມີປະສິດທິຜົນສູງ.
ມາດຕາ 2 ທີ່ຕັ້ງ ແລະ ພາລະບົດບາດ
ວາລະສານອະລຸນໃໝ່ ຂຽນເປັນຕົວອັກສອນຫຍໍ້ວ່າ “ວອ” ຫຼື ຂຽນເປັນພາສາອັງກິດ Alounmai Magazine “AM” ແມ່ນວາລະສານທິດສະດີ ແລະ ພຶດຕິກໍາຂອງສູນກາງພັກປະຊາຊົນປະຕິວັດລາວ, ຊຶ່ງມີຖານະທຽບເທົ່າບັນດາກົມທີ່ສັງກັດຢູ່ຄະນະໂຄສະນາອົບຮົມສູນກາງພັກ; ມີພາລະບົດບາດຄົ້ນຄວ້າ, ເຜີຍແຜ່, ສຶກສາອົບຮົມທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ແນວທາງແຜນນະໂຍບາຍຂອງພັກ, ນະໂຍບາຍ ແລະ ກົດໝາຍຂອງລັດ; ປະກອບສ່ວນໃນການສະຫຼຸບສັງລວມ, ຖອດຖອນບົດຮຽນໃນການໝູນໃຊ້ທິດສະດີ ແລະ ພຶດຕິກໍາຂອງພັກ-ລັດ; ຄົ້ນຄວ້າເຜີຍແຜ່ຜົນສຳເລັດ, ບົດຮຽນຂອງປະເທດເພື່ອນມິດຢູ່ໃນພາກພື້ນ ແລະ ສາກົນ; ເຜີຍແຜ່, ແລກປ່ຽນການຄົ້ນຄວ້າວິທະຍາສາດ, ສາລະຄວາມຮູ້, ຂ່າວສານ ປະກອບສ່ວນບູລະນະລະບອບປະຊາທິປະໄຕປະຊາຊົນຂອງພວກເຮົາ.
ໝວດທີ 2
ໜ້າທີ່ ແລະ ຂອບເຂດສິດ
ມາດຕາ 3 ໜ້າທີ່
1. ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນ, ເຜີຍແຜ່ ແລະ ສຶກສາອົບຮົມທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ແນວທາງແຜນນະໂຍບາຍຂອງພັກ, ນະໂຍບາຍ ແລະ ກົດໝາຍຂອງລັດ.
2. ເປັນເຈົ້າການໂຄສະນາເຜີຍແຜ່ພາລະກິດປ່ຽນແປງໃໝ່, ການບູລະນະລະບອບປະຊາທິປະໄຕປະຊາ ຊົນ, ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຢູ່ລາວ.
3. ເຂົ້າຮ່ວມຄົ້ນຄວ້າບັນດາໂຄງການວິທະຍາສາດລະດັບຊາດ, ຫົວຂໍ້ຄົ້ນຄວ້າສະເພາະຂັ້ນຕ່າງໆ; ປະກອບສ່ວນອະທິບາຍ, ຊີ້ແຈງບັນຫາທາງດ້ານທິດສະດີ-ພຶດຕິກໍາ ຕໍ່ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ປະເທດເຮົາ; ຈັດກອງປະຊຸມສຳມະນາຄົ້ນຄວ້າວິທະຍາສາດກັບເພື່ອນຮ່ວມງານ, ຄູ່ຮ່ວມພັດທະນາ ຢູ່ພາຍໃນ ແລະ ຕ່າງປະເທດ.
4. ປະສານງານກັບອົງການຈັດຕັ້ງຕ່າງໆໃນການສະຫຼຸບຖອດຖອນບົດຮຽນ, ສັງລວມພຶດຕິກຳແຫ່ງການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດເຮົາ ເວົ້າລວມ, ເວົ້າສະເພາະວຽກງານການເມືອງ-ແນວຄິດໃນແຕ່ລະໄລຍະ.
5. ໂຄສະນາເຜີຍແຜ່, ຊີ້ແຈງອະທິບາຍ, ຕອບແກ້-ແນະນຳບັນຫາທີ່ສັງຄົມໃຫ້ຄວາມສົນໃຈຕໍ່ສະຖານະການ, ເຫດການຢູ່ພາຍໃນ ແລະ ຕ່າງປະເທດ; ເດັດດ່ຽວຕອບຕ້ານທຸກການບິດເບຶືອນໃສ່ຮ້າຍປ້າຍສີຂອງອິທິກຳລັງປໍລະປັກ ແລະ ຄົນທີ່ບໍ່ຫວັງດີຢ່າງທັນການ.
6. ເຜີຍແຜ່ຂໍ້ມູນ-ຂ່າວສານ, ການເຄື່ອນໄຫວຂອງອົງການຈັດຕັ້ງໃນລະບົບການເມືອງ; ຄົ້ນຄວ້າເຜີຍແຜ່ຜົນສໍາເລັດ, ບົດຮຽນ ແລະ ການປະດິດສ້າງໃໝ່ຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງ ແລະ ເພື່ອນມິດສາກົນ.
7. ເຜີຍແຜ່, ແນະນຳຜົນການຄົ້ນຄວ້າວິທະຍາສາດ, ການແລກປ່ຽນບົດຮຽນ-ບົດຄວາມວິຊາການ, ບົດຄົ້ນຄວ້າ, ບົດວິເຄາະ, ບົດຂຽນ, ສາລະຄວາມຮູ້ ແລະ ບັນຫາພົ້ນເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ ຕາມຄວາມເໝາະສົມ.
8. ລາຍງານຂໍຄຳເຫັນຈາກຂັ້ນເທິງຢ່າງເປັນປົກກະຕິ, ເປັນເຈົ້າການຄົ້ນຄວ້າສ້າງ ແລະ ປັບປຸງນະໂຍບາຍ, ແຜນການ, ນິຕິກຳ-ລະບຽບການ ທີ່ກ່ຽວພັນກັບວຽກງານວາລະສານຂອງຕົນ.
9. ຄຸ້ມຄອງ, ບໍລິຫານວຽກງານຂອງວາລະສານ ເປັນຕົ້ນການຄົ້ນຄວ້າ, ສຳມະນາ-ແລກປ່ຽນ, ຮິບໂຮມ, ສັງລວມ, ຄັດເລືອກ, ຂຽນ, ແປ, ກວດແກ້, ຮຽບຮຽງ, ບັນນາທິການ, ອອກແບບ, ປະກອບຮູບພາບ, ພິມ, ຈຳໜ່າຍ ແລະ ອອກຂ່າວຜ່ານສື່ຕ່າງໆຂອງຕົນຢ່າງກວ້າງຂວາງ.
10. ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຂັ້ນເທິງ ແລະ ລະບຽບການ.
ມາດຕາ 4 ຂອບເຂດສິດ
1. ຈັດຕັ້ງນຳພາ, ຄຸ້ມຄອງ, ບໍລິຫານ ແລະ ພິຈາລະນາຕົກລົງວຽກງານຕ່າງໆຕາມພາລະບົດບາດ, ໜ້າທີ່ຂອງວາລະສານ.
2. ພົວພັນປະສານສົມທົບກັບອົງການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງສັງຄົມຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອເກັບກຳ-ຕິດຕາມ, ຄົ້ນ ຄວ້າ ແລະ ແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວພັນກັບວຽກງານຂອງວາລະສານ.
3. ຂະຫຍາຍຕາໜ່າງເພື່ອນຮ່ວມງານປະຈໍາ ແລະ ບໍ່ປະຈໍາ ເພື່ອສະໜອງຂໍ້ມູນ ແລະ ປະກອບສ່ວນຂຽນບົດລົງວາລະສານ; ລະດົມການປະກອບສ່ວນ, ອຸປະຖຳຂອງບຸກຄົນ, ນິຕິບຸກຄົນ ເພື່ອປັບປຸງພັດທະນາວາລະສານ ໃຫ້ນັບມື້ດີຂຶ້ນ.
4. ເຂົ້າຮ່ວມ ຫຼື ຈັດກອງປະຊຸມສໍາມະນາ, ຄົ້ນຄວ້າວິທະຍາສາດທາງດ້ານທິດສະດີ-ພຶດຕິກໍາ, ບັນຫາທີ່ພົ້ນເດັ່ນຢູ່ພາຍໃນ ແລະ ສາກົນ.
5. ພົວພັນຮ່ວມມືວຽກງານສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະການຮ່ວມມືແລກປ່ຽນບົດຮຽນກັບວາລະສານຂອງປະເທດເພື່ອນມິດຍຸດທະສາດ.
6. ຈັດພິມ, ຈຳໜ່າຍ-ແຈກຢາຍ, ເຜີຍແຜ່ ແລະ ວາງສະແດງຜະລິດຕະພັນຂອງວາລະສານ ແລະ ຂອງພາກສ່ວນອື່ນທີ່ໄດ້ຮັບອະນຸຍາດ.
7. ສະເໜີແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແໜ່ງ, ເລື່ອນຂັ້ນ, ເລື່ອນຊັ້ນ, ຍ້ອງຍໍ, ປະຕິບັດວິໄນ, ປະຕິບັດນະ ໂຍບາຍຕໍ່ພະນັກງານໃນຄວາມຮັບຜິດຊອບຂອງຕົນ.
8. ຄົ້ນຄວ້າປັບປຸງການຈັດຕັ້ງວາລະສານຢ່າງເປັນລະບົບ, ຈັດວາງ-ສັບຊ້ອນບຸກຄະລາກອນ ບົນພື້ນຖານຄວາມຮູ້ຄວາມສາມາດ, ຄຸ້ມຄອງ-ນຳໃຊ້ພະນັກງານຢ່າງຖືກຕ້ອງ ແລະ ແທດເໝາະກັບຄວາມຮຽກ ຮ້ອງຕ້ອງການໃນແຕ່ລະໄລຍະ.
9. ຈັດຕັ້ງ ແລະ ເຂົ້າຮ່ວມການຝຶກອົບຮົມ-ແລກປ່ຽນວິຊາການ, ບຳລຸງຍົກລະດັບຄວາມຮູ້ວິຊາສະເພາະ ແລະ ຍົກລະດັບທິດສະດີການເມືອງໃຫ້ແກ່ພະນັກງານ.
10. ຄົ້ນຄວ້າສ້າງ-ປັບປຸງນິຕິກຳ, ລະບອບ-ກົນໄກ ເພື່ອເອື້ອອຳນວຍໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນ ໄຫວວຽກງານຂອງວາລະສານ; ປະຕິບັດນະໂຍບາຍຕໍ່ເພື່ອນຮ່ວມງານ, ບຸກຄົນ ແລະ ນິຕິບຸກຄົນທີ່ປະກອບສ່ວນພັດທະນາວາລະສານ.
11. ສ້າງ ແລະ ປະຕິບັດແຜນການເຄື່ອນໄຫວວຽກງານ, ແຜນງົບປະມານ; ຄຸ້ມຄອງ-ນຳໃຊ້ພາຫະນະ, ເຄື່ອງມືອຸປະກອນ, ພື້ນຖານໂຄງລ່າງຕາມຂອບເຂດຄວາມຮັບຜິດຊອບ.
12. ປະຕິບັດສິດອື່ນຕາມການມອບໝາຍຂອງຂັັ້ນເທິງ ແລະ ລະບຽບການ.
ໝວດທີ 3
ໂຄງປະກອບການຈັດຕັ້ງ
ມາດຕາ 5 ໂຄງປະກອບກົງຈັກ
1. ພະແນກບັນນາທິການການເມືອງ.
2. ພະແນກບັນນາທິການເສດຖະກິດ.
3. ພະແນກບັນນາທິການວັດທະນະທຳ-ສັງຄົມ.
4. ພະແນກບັນນາທິການຕ່າງປະເທດ-ສື່ເອເລັກໂຕຣນິກ.
5. ພະແນກຄຸ້ມຄອງ ແລະ ພິມຈຳໜ່າຍ.
ວາລະສານອະລຸນໃໝ່ ສາມາດຈັດຕັ້ງສະພາວິທະຍາສາດ ຫຼື ຄະນະວິຊາການ ເພື່ອຮັບໃຊ້ວຽກງານວິຊາສະເພາະ ຊຶ່ງມີລະບຽບການສະເພາະ.
ມາດຕາ 6 ໂຄງປະກອບບຸກຄະລາກອນ
1. ວາລະສານອະລຸນໃໝ່ ປະກອບມີຫົວໜ້າບັນນາທິການ 1 ສະຫາຍ, ຊຶ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕຳແໜ່ງຈາກຄະນະເລຂາທິການສູນກາງພັກ ຕາມການສະເໜີຂອງຄະນະຈັດຕັ້ງສູນກາງພັກ ແລະ ບົນພື້ນຖານການເຫັນດີເປັນເອກະພາບຂອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ມີຄວາມຮັບຜິດຊອບໂດຍກົງຕໍ່ຄະນະປະຈຳພັກ ແລະ ຄະນະບໍລິຫານງານພັກຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນການປະຕິບັດໜ້າທີ່ຂອງຕົນ.
2. ຮອງຫົວໜ້າບັນນາທິການ 2-3 ສະຫາຍ, ຊຶ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕໍາແໜ່ງໂດຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕາມການສະເໜີຂອງກົມຈັດຕັ້ງ-ພະນັກງານ ແລະ ບົນພື້ນຖານຄວາມເປັນເອກະພາບຂອງກະຊວງພາຍໃນ ແລະ ວາລະສານອະລຸນໃໝ່; ມີໜ້າທີ່ຊ່ວຍຫົວໜ້າບັນນາທິການຊີ້ນຳວຽກງານໃດໜຶ່ງຕາມການມອບໝາຍ ແລະ ມີຄວາມຮັບຜິດຊອບໂດຍກົງຕໍ່ຫົວໜ້າບັນນາທິການ ກ່ຽວກັບຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນວຽກງານຂອງຕົນ.
3. ຫົວໜ້າພະແນກ 5 ສະຫາຍ, ຊຶ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕໍາແໜ່ງໂດຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕາມການສະເໜີຂອງກົມຈັດຕັ້ງ-ພະນັກງານ ແລະ ບົນພື້ນຖານຄວາມເປັນເອກະພາບຂອງວາລະສານອະລຸນໃໝ່; ເປັນຜູ້ຊ່ວຍຄະນະນຳວາລະສານອະລຸນໃໝ່ ແລະ ນຳພາຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຕາມການມອບໝາຍ.
4. ຮອງຫົວໜ້າພະແນກ, ພະແນກລະ 1-2 ສະຫາຍ, ຊຶ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕໍາແໜ່ງໂດຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕາມການສະເໜີຂອງກົມຈັດຕັ້ງ-ພະນັກງານ ແລະ ບົນພື້ນ ຖານຄວາມເປັນເອກະພາບຂອງວາລະສານອະລຸນໃໝ່; ເປັນຜູ້ຊ່ວຍວຽກຫົວໜ້າພະແນກ ແລະ ປະຕິບັດວຽກງານວິຊາສະເພາະ ຕາມການມອບໝາຍ.
5. ພະນັກງານວິຊາການຈຳນວນໜຶ່ງ ມີຄວາມຮັບຜິດຊອບວຽກງານວິຊາສະເພາະຕາມຕຳແໜ່ງງານ ແລະ ການມອບໝາຍຂອງຄະນະພະແນກ.
ໝວດທີ 4
ໜ້າທີ່ຂອງແຕ່ລະພະແນກ
ມາດຕາ 7 ໜ້າທີ່ຂອງພະແນກບັນນາທິການການເມືອງ
1. ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນ ແລະ ຜັນຂະຫຍາຍມະຕິ, ຄຳສັ່ງ, ແຈ້ງການ, ຄຳແນະນຳຂອງຂັ້ນເທິງ; ຫັນເປັນແຜນການລະອຽດເຂົ້າສູ່ການປະຕິບັດຕົວຈິງໃນແຕ່ລະໄລຍະ.
2. ຄົ້ນຄວ້າສ້າງ, ປັບປຸງແຜນການເຄື່ອນໄຫວວຽກງານຮອບດ້ານຂອງພະແນກ ພ້ອມທັງຈັດຕັ້ງປະຕິບັດ ຕິດຕາມກວດກາ, ສະຫຼຸບລາຍງານຕໍ່ຂັ້ນເທິງເປັນປົກກະຕິ.
3. ຄົ້ນຄວ້າສ້າງແຜນ-ໂຄງການເນື້ອໃນ, ຫົວຂໍ້ບົດປະເພດຕ່າງໆ ປະຈຳປີ, ໄຕມາດ, ເດືອນ ເພື່ອຄັດເລືອກ, ຂຽນ, ກວດແກ້, ຮຽບຮຽງ, ບັນນາທິການບົດຕ່າງໆໃນຂອບເຂດຄວາມຮັບຜິດຊອບຂອງພະແນກບັນນາທິການການເມືອງ: ປັດຊະຍາ, ການເມືອງ, ກໍ່ສ້າງພັກ-ພະນັກງານ, ລັດທິສັງຄົມນິຍົມວິທະຍາສາດ; ອົງການອໍານາດແຫ່ງລັດ, ກົດໝາຍ; ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ແນວລາວສ້າງຊາດ, ຊົນຊັ້ນ, ຊົນເຜົ່າ ແລະ ສາສະໜາ.
4. ຄົ້ນຄວ້າຂຽນບົດນຳກ່ຽວກັບວັນສຳຄັນຂອງຊາດ, ຂອງພັກ, ຂອງຜູ້ນຳ, ຂອງບັນດາຂະແໜງການຂັ້ນສູນກາງ.
5. ຄົ້ນຄວ້າຂຽນບົດຄວາມ, ບົດວິຈານ, ບົດຄົ້ນຄວ້າແລກປ່ຽນຄວາມເຫັນ, ບົດສະເໜີ, ບົດຂ່າວ, ບົດສາລະຄະດີ ໃນຂົງເຂດການເມືອງ ລົງສື່ສິ່ງພິມ ແລະ ສື່ແບບໃໝ່.
6. ຄົ້ນຄວ້າເຜີຍແຜ່ຜົນສຳເລັດຂອງກອງປະຊຸມສູນກາງພັກ, ກອງປະຊຸມສະພາແຫ່ງຊາດ, ກອງປະຊຸມລັດຖະບານ; ກອງປະຊຸມຄົ້ນຄວ້າສຳມະນາລະດັບຊາດ, ກອງປະຊຸມບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງພະແນກ.
7. ຄົ້ນຄວ້າຂຽນບົດ, ຮຽບຮຽງບົດກ່ຽວກັບການອະທິບາຍຊີ້ແຈງເຫດການ, ແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດການເມືອງ.
8. ກວດແກ້ບົດຂົງເຂດການເມືອງ.
9. ຕິດຕໍ່ພົວພັນປະສານສົມທົບກັບບັນດາກະຊວງ-ອົງການ, ຂະແໜງການ ແລະ ທ້ອງຖິ່ນ ຕາມຄວາມຮັບຜິດຊອບຂອງພະແນກ ເພື່ອຂໍການປະກອບສ່ວນຂຽນບົດ ແລະ ສະໜອງຂໍ້ມູນຂຽນບົດແກ່ວາ ລະສານ.
10. ເກັບກໍາສັງລວມ ແລະ ສະໜອງເອກະສານ, ຂໍ້ມູນ, ສະຖິຕິ, ບົດປະເພດຕ່າງໆທີ່ພົວພັນກັບວຽກງານຂອງພະແນກ.
11. ລົງເຄື່ອນໄຫວວຽກງານວາລະສານ ທັງຢູ່ສູນກາງ ແລະ ທ້ອງຖິ່ນ.
12. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ແລະ ລະບຽບການ.
ມາດຕາ 8 ໜ້າທີ່ຂອງພະແນກບັນນາທິການເສດຖະກິດ
1. ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນ ແລະ ຜັນຂະຫຍາຍມະຕິ, ຄຳສັ່ງ, ແຈ້ງການ, ຄຳແນະນຳຂອງຂັ້ນເທິງ; ຫັນເປັນແຜນການລະອຽດເຂົ້າສູ່ການປະຕິບັດຕົວຈິງໃນແຕ່ລະໄລຍະ.
2. ຄົ້ນຄວ້າສ້າງ, ປັບປຸງແຜນການເຄື່ອນໄຫວວຽກງານຮອບດ້ານຂອງພະແນກບັນນາທິການເສດຖະກິດ, ພ້ອມທັງຈັດຕັ້ງປະຕິບັດ, ຕິດຕາມກວດກາ, ສະຫຼຸບລາຍງານຕໍ່ຄະນະບັນນາທິການ, ຕໍ່ຂັ້ນເທິງເປັນປົກກະຕິ.
3. ຄົ້ນຄວ້າສ້າງແຜນ-ໂຄງການເນື້ອໃນ, ຫົວຂໍ້ບົດປະເພດຕ່າງໆ ປະຈຳປີ, ປະຈຳໄຕມາດ, ປະຈຳເດືອນ, ເພື່ອຂຽນ, ກວດແກ້, ຮຽບຮຽງ, ບັນນາທິການບົດຕ່າງໆ ໃນຂອບເຂດຄວາມຮັບຜິດຊອບຂອງພະແນກບັນນາທິການເສດຖະກິດ ກ່ຽວກັບແນວທາງນະໂຍບາຍເສດຖະກິດ, ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ແລະ ການຄຸ້ມຄອງການເຄື່ອນໄຫວຂອງຂະແໜງການເສດຖະກິດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຄື: ກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ; ອຸດສາຫະກຳ-ການຄ້າ; ການເງິນ-ການທະນາຄານ; ແຜນການ ແລະ ການລົງທຶນ; ວຽກງານໂຍທາທິການ ແລະ ຂົນສົ່ງ; ວິທະຍາ ສາດ, ນະວັດຕະກຳ, ເຕັກໂນໂລຊີ ແລະ ການສື່ສານຂໍ້ມູນຂ່າວສານ; ຊັບພະຍາກອນທຳມະ ຊາດ ແລະ ສິ່ງ ແວດລ້ອມ; ພະລັງງານ ແລະ ບໍ່ແຮ່; ການແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດເສດ ຖະກິດ-ການຄ້າ.
4. ຄົ້ນຄວ້າຂຽນບົດນຳກ່ຽວກັບວັນສຳຄັນຂອງຊາດ, ຂອງພັກ, ຂອງຜູ້ນຳ, ຂອງບັນດາຂະແໜງການຂັ້ນສູນກາງ.
5. ຄົ້ນຄວ້າຂຽນບົດຄວາມ, ບົດວິຈານ, ບົດຄົ້ນຄວ້າແລກປ່ຽນຄວາມເຫັນ, ບົດສະເໜີ, ບົດຂ່າວ, ບົດສາລະຄະດີໃນຂົງເຂດເສດຖະກິດ ລົງສື່ສິ່ງພິມ ແລະ ສື່ແບບໃໝ່.
6. ຄົ້ນຄວ້າເຜີຍແຜ່ຜົນສຳເລັດຂອງກອງປະຊຸມສູນກາງພັກ, ກອງປະຊຸມສະພາແຫ່ງຊາດ, ກອງປະຊຸມລັດຖະບານ; ກອງປະຊຸມຄົ້ນຄວ້າສຳມະນາລະດັບຊາດ, ກອງປະຊຸມບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງພະແນກບັນນາທິການເສດຖະກິດ.
7. ຄົ້ນຄວ້າຂຽນບົດ, ຮຽບຮຽງບົດກ່ຽວກັບການອະທິບາຍຊີ້ແຈງເຫດການ, ແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດເສດຖະກິດ.
8. ກວດແກ້ບົດຂົງເຂດເສດຖະກິດ.
9. ຕິດຕໍ່ພົວພັນ, ປະສານສົມທົບກັບບັນດາກະຊວງ-ອົງການ, ຂະແໜງການ ແລະ ທ້ອງຖິ່ນ ຕາມຄວາມຮັບຜິດຊອບຂອງພະແນກ ເພື່ອຂໍການປະກອບສ່ວນຂຽນບົດ ແລະ ສະໜອງຂໍ້ມູນຂ່າວສານໃຫ້ແກ່ວາລະສານ.
10. ເກັບກຳສັງລວມ ແລະ ສະໜອງເອກະສານ, ຂໍ້ມູນ, ສະຖິຕິ, ບົດປະເພດຕ່າງໆທີ່ພົວພັນກັບວຽກງານຂອງພະແນກ.
11. ລົງເຄື່ອນໄຫວວຽກງານວາລະສານຢູ່ສູນກາງ ແລະ ທ້ອງຖິ່ນ.
12. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ແລະ ລະບຽບການ.
ມາດຕາ 9 ໜ້າທີ່ຂອງພະແນກບັນນາທິການວັດທະນະທຳ-ສັງຄົມ
1. ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນ ແລະ ຜັນຂະຫຍາຍມະຕິ, ຄຳສັ່ງ, ແຈ້ງການ, ຄຳແນະນຳຂອງຂັ້ນເທິງ; ຫັນເປັນແຜນການລະອຽດເຂົ້າສູ່ການປະຕິບັດຕົວຈິງໃນແຕ່ລະໄລຍະ.
2. ຄົ້ນຄວ້າສ້າງ, ປັບປຸງແຜນການເຄື່ອນໄຫວວຽກງານຮອບດ້ານຂອງພະແນກ ພ້ອມທັງຈັດຕັ້ງປະຕິບັດ, ຕິດຕາມກວດກາ, ສະຫຼຸບລາຍງານຕໍ່ຂັ້ນເທິງເປັນປົກກະຕິ.
3. ຄົ້ນຄວ້າສ້າງແຜນ-ໂຄງການເນື້ອໃນ, ຫົວຂໍ້ບົດປະເພດຕ່າງໆ ປະຈຳປີ, ໄຕມາດ, ເດືອນ ເພື່ອຄັດເລືອກ, ຂຽນ, ກວດແກ້, ຮຽບຮຽງ, ບັນນາທິການບົດຕ່າງໆໃນຂອບເຂດຄວາມຮັບຜິດຊອບຂອງພະແນກບັນນາທິການວັດທະນະທຳ-ສັງຄົມ ກ່ຽວກັບ: ແນວທາງນະໂຍບາຍຂົງເຂດວັດທະນະທຳ-ສັງ ຄົມ; ວຽກງານຖະແຫຼງຂ່າວ, ສື່ມວນຊົນ, ວັດທະນະທຳ, ທ່ອງທ່ຽວ; ສາທາລະນະສຸກ; ສຶກສາ ແລະ ກີລາ; ວຽກງານແຮງງານ ແລະ ສະຫວັດດີການສັງຄົມ; ສະຫະພັນນັກຮົບເກົ່າ; ອົງການຈັດຕັ້ງມະຫາຊົນ; ອົງການຈັດຕັ້ງທາງສັງຄົມ; ວຽກງານກາແດງ; ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບຂົງເຂດວັດທະນະທໍາ-ສັງຄົມ; ການແກ້ໄຂປະກົດການຫຍໍ້ທໍ້ໃນຂົງ ເຂດວັດທະນະທຳ ແລະ ສັງຄົມ.
4. ຄົ້ນຄວ້າຂຽນບົດນຳກ່ຽວກັບວັນສຳຄັນຂອງຊາດ, ຂອງພັກ, ຂອງຜູ້ນຳ, ຂອງບັນດາຂະແໜງການຂັ້ນສູນກາງ.
5. ຄົ້ນຄວ້າຂຽນບົດຄວາມ, ບົດວິຈານ, ບົດຄົ້ນຄວ້າແລກປ່ຽນຄວາມເຫັນ, ບົດສະເໜີ, ບົດຂ່າວ, ບົດສາລະຄະດີໃນຂົງເຂດວັດທະນະທຳ-ສັງຄົມ ລົງສື່ສິ່ງພິມ ແລະ ສື່ແບບໃໝ່.
6. ຄົ້ນຄວ້າເຜີຍແຜ່ຜົນສຳເລັດຂອງກອງປະຊຸມສູນກາງພັກ, ກອງປະຊຸມສະພາແຫ່ງຊາດ, ກອງປະຊຸມລັດຖະບານ; ກອງປະຊຸມຄົ້ນຄວ້າສຳມະນາລະດັບຊາດ, ກອງປະຊຸມບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງພະແນກ.
7. ຄົ້ນຄວ້າຂຽນບົດ, ຮຽບຮຽງບົດກ່ຽວກັບການອະທິບາຍຊີ້ແຈງເຫດການ, ແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດວັດທະນະທຳ-ສັງຄົມ.
8. ກວດແກ້ບົດຂົງເຂດວັດທະນະທຳ-ສັງຄົມ.
9. ຕິດຕໍ່ພົວພັນ, ປະສານສົມທົບກັບບັນດາກະຊວງ-ອົງການ, ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວ ຂ້ອງກັບພາລະບົດບາດຂອງພະແນກ ເພື່ອຂໍການປະກອບສ່ວນຂຽນບົດ ແລະ ສະໜອງຂໍ້ມູນຂ່າວ ສານໃຫ້ແກ່ວາລະສານ.
10. ເກັບກຳສັງລວມ ແລະ ສະໜອງເອກະສານ, ຂໍ້ມູນ, ສະຖິຕິ, ບົດປະເພດຕ່າງໆທີ່ພົວພັນກັບວຽກງານຂອງພະແນກ.
11. ລົງເຄື່ອນໄຫວວຽກງານວາລະສານຢູ່ສູນກາງ ແລະ ທ້ອງຖິ່ນ.
12. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ແລະ ລະບຽບການ.
ມາດຕາ 10 ໜ້າທີ່ຂອງພະແນກບັນນາທິການຕ່າງປະເທດ-ສື່ເອເລັກໂຕຣນິກ
1. ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນ ແລະ ຜັນຂະຫຍາຍມະຕິ, ຄຳສັ່ງ, ແຈ້ງການ, ຄຳແນະນຳຂອງຂັ້ນເທິງ; ຫັນເປັນແຜນການລະອຽດເຂົ້າສູ່ການປະຕິບັດຕົວຈິງໃນແຕ່ລະໄລຍະ.
2. ຄົ້ນຄວ້າສ້າງ, ປັບປຸງແຜນການເຄື່ອນໄຫວວຽກງານຮອບດ້ານຂອງພະແນກບັນນາທິການຕ່າງປະເທດ ແລະ ສື່ເອເລັກໂຕຣນິກ, ພ້ອມທັງຈັດຕັ້ງປະຕິບັດ, ຕິດຕາມກວດກາ, ສະຫຼຸບລາຍງານ ຕໍ່ຄະນະບັນ ນາທິການ, ຕໍ່ຂັ້ນເທິງເປັນປົກກະຕິ.
3. ຄົ້ນຄວ້າສ້າງແຜນ-ໂຄງການເນື້ອໃນ, ຫົວຂໍ້ບົດປະເພດຕ່າງໆປະຈຳປີ, ໄຕມາດ, ປະຈໍາເດືອນ ເພື່ອຂຽນ, ແປ, ກວດແກ້, ຮຽບຮຽງ, ບັນນາທິການບົດຕ່າງໆໃນຂອບເຂດຄວາມຮັບຜິດຊອບຂອງພະແນກບັນນາທິການຕ່າງປະເທດ ແລະ ສື່ເອເລັກໂຕຣນິກ ກ່ຽວກັບແນວທາງແຜນນະໂຍບາຍຂອງພັກ, ຍຸດທະສາດ-ນະໂຍບາຍການຕ່າງປະເທດຂອງລັດ, ຜົນການຈັດຕັ້ງປະຕິບັດວຽກງານຕ່າງປະເທດຂອງສູນກາງ ແລະ ທ້ອງຖິ່ນ, ການພົວພັນຮ່ວມມືກັບອົງການຈັດຕັ້ງສາກົນ ກໍຄືບົດຮຽນການສ້າງສາພັດທະນາຂອງບັນດາປະເທດໃນໂລກ ລວມເຖິງສະຖານະການ, ເຫດການທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ.
4. ຄົ້ນຄວ້າຂຽນບົດນຳກ່ຽວກັບວັນສຳຄັນຂອງຊາດ, ຂອງພັກ, ຂອງຜູ້ນຳ, ຂອງບັນດາຂະແໜງການຂັ້ນສູນກາງ.
5. ຄົ້ນຄວ້າຂຽນບົດຄວາມ, ບົດວິຈານ, ບົດຄົ້ນຄວ້າແລກປ່ຽນຄວາມເຫັນ, ບົດສະເໜີ, ບົດຂ່າວ, ບົດສາລະຄະດີໃນຂົງເຂດຕ່າງປະເທດລົງສື່ສິ່ງພິມ ແລະ ສື່ແບບໃໝ່.
6. ຄົ້ນຄວ້າເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສູນກາງພັກ, ກອງປະຊຸມສະພາແຫ່ງຊາດ, ກອງປະຊຸມລັດຖະບານ, ກອງປະຊຸມຄົ້ນຄວ້າສໍາມະນາວິທະຍາສາດລະດັບຊາດ, ກອງປະຊຸມບັນດາຂະແໜງ ການຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງກັບພະແນກບັນນາທິການຕ່າງປະເທດ ແລະ ສື່ເອເລັກໂຕຣນິກ.
7. ຄົ້ນຄວ້າຂຽນບົດ, ຮຽບຮຽງບົດກ່ຽວກັບການອະທິບາຍຊີ້ແຈງເຫດການ, ແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດຕ່າງປະເທດ.
8. ກວດແກ້ບົດຂົງເຂດຕ່າງປະເທດ.
9. ສ້າງ, ຄຸ້ມຄອງ ແລະ ພັດທະນາວາລະສານອະລຸນໃໝ່ເອເລັກໂຕຣນິກ, ຄົ້ນຄວ້າ, ຄັດເລືອກ, ຂຽນ, ແປ, ກວດແກ້, ຮຽບຮຽງ, ບັນນາທິການບົດຂຽນ, ຂ່າວສານ, ລາຍການຕ່າງໆເພື່ອກວດຜ່ານ ແລະ ອະນຸມັດລົງສື່ເອເລັກໂຕຣນິກໃນແຕ່ລະຄັ້ງ.
10. ພົວພັນປະສານງານກັບບັນດາກະຊວງ-ອົງການ, ຂະແໜງການ ແລະ ທ້ອງຖິ່ນ ຕາມຄວາມຮັບຜິດ ຊອບຂອງພະແນກ; ປະສານສົມທົບກັບເພື່ອນຮ່ວມງານປະຈຳ ແລະ ບໍ່ປະຈຳ.
11. ເກັບກໍາສັງລວມ ແລະ ສະໜອງເອກະສານ, ຂໍ້ມູນ, ສະຖິຕິ, ບົດປະເພດຕ່າງໆທີ່ພົວພັນກັບວຽກງານຂອງພະແນກ.
12. ລົງເຄື່ອນໄຫວວຽກງານວາລະສານຢູ່ສູນກາງ ແລະ ທ້ອງຖິ່ນ.
13. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ແລະ ລະບຽບການ.
ມາດຕາ 11 ໜ້າທີ່ຂອງພະແນກຄຸ້ມຄອງ ແລະ ພິມຈຳໜ່າຍ
1. ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນ ແລະ ຜັນຂະຫຍາຍມະຕິ, ຄໍາສັ່ງ, ແຈ້ງການ, ຄໍາແນະນໍາຂອງຂັ້ນເທິງ; ຫັນເປັນແຜນການອັນລະອຽດເຂົ້າສູ່ການປະຕິບັດຕົວຈິງໃນແຕ່ລະໄລຍະ.
2. ໜ້າທີ່ຄຸ້ມຄອງ:
2.1. ປະຕິບັດໜ້າທີ່ເສນາທິການຊ່ວຍວຽກຄຸ້ມຄອງ, ບໍລິຫານຕາມການມອບໝາຍ ເປັນຕົ້ນວຽກງານຄຸ້ມຄອງຫ້ອງການ, ວຽກຂາເຂົ້າ-ຂາອອກ, ວຽກສໍາເນົາເອກະສານ-ປຶ້ມວາລະສານ, ບໍລິການຂໍ້ມູນຂ່າວສານ-IT, ຄຸ້ມຄອງຫ້ອງອ່ານ, ອຸປະກອນເຄື່ອງມື-ພາຫະນະຮັບໃຊ້, ສໍານັກງານສະຖານ ທີ່.
2.2. ສ້າງ ແລະ ຕິດຕາມແຜນການເຄື່ອນໄຫວ, ແຜນງົບປະມານປະຈໍາງວດ, 6 ເດືອນ, ປີ; ຄຸ້ມຄອງລາຍຮັບ-ລາຍຈ່າຍ ຂອງການເຄື່ອນໄຫວວຽກງານວາລະສານ.
2.3. ເກັບກໍາ, ລວບລວມບົດຂຽນ, ບົດແປ, ຜະລິດຕະພັນ-ຜົນງານການປະກອບສ່ວນຂອງພະນັກ ງານ-ເພື່ອນຮ່ວມງານ; ຄິດໄລ່ ແລະ ເບີກຈ່າຍຄ່າປາກກາຕາມລະບຽບການ.
2.4. ສະຫຼຸບລາຍການເຄື່ອນໄຫວວຽກງານປະຈໍາເດືອນ, ໄຕມາດ, 6 ເດືອນ ແລະ ປະຈໍາປີສົ່ງໃຫ້ຄະນະນໍາວາລະສານ ແລະ ລາຍງານຕໍ່ຄະນະໂຄສະນາອົບຮົມສູນກາງພັກ.
2.5. ຄົ້ນຄວ້າສ້າງ ແລະ ປະຕິບັດນະໂຍບາຍ, ລະບອບ-ກົນໄກ ເພື່ອສົ່ງເສີມດ້ານວິຊາການ.
2.6. ປະສານງານກັບບັນດາພະແນກ ແລະ ພາກສ່ວນອື່ນຂອງຄະນະໂຄສະນາອົບຮົມສູນກາງພັກ.
3. ໜ້າທີ່ກອງເລຂາບັນນາທິການ:
3.1. ປະຕິບັດໜ້າທີ່ເສນາທິການຊ່ວຍວຽກງານວິຊາການຂອງຫົວໜ້າບັນນາທິການ, ຮອງຫົວໜ້າບັນ ນາທິການ, ສະພາບັນນາທິການ/ສະພາວິທະຍາສາດ; ກະກຽມກອງປະຊຸມ, ສໍາມະນາ.
3.2. ເກັບກໍາ, ສັງລວມ, ຕິດຕາມແຜນເນື້ອໃນບົດ, ຫົວບົດປະຈໍາປີ, ໄຕມາດ, ເດືອນ ຂອງບັນດາພະແນກ ແລະ ເພື່ອນຮ່ວມງານ ໂດຍລວບລວມ, ຈັດລຽງ ແລະ ຄາດຄະເນສາລະບານ ສະເໜີຜ່ານຫົວໜ້າບັນນາທິການ.
3.3. ຕິດຕາມ, ຊຸກຍູ້ການຄົ້ນຄວ້າ, ການຂຽນ, ກວດແກ້, ຮຽບຮຽງ, ການຕີພິມບົດຕ່າງໆ ຂອງບັນດາພະແນກ.
3.4. ອ່ານທຽບ, ກວດມາແກັດເບື້ອງຕົ້ນ, ກວດກາຄວາມຖືກຕ້ອງທັງໝົດຂອງປຶ້ມວາລະສານ ກ່ອນສົ່ງໃຫ້ຫົວໜ້າບັນນາທິການມີຄໍາເຫັນສຸດທ້າຍ.
3.5. ຕິດຕາມເກັບກໍາຄວາມຄິດຄວາມເຫັນຂອງເພື່ອນຮ່ວມງານ, ຜູ້ອ່ານ, ຜູ້ຊົມ, ຄູ່ຮ່ວມພັດທະນາ ເພື່ອສະຫຼຸບຖອດຖອນ ແລະ ລາຍງານ.
3.6. ປະສານສົມທົບກັບບັນດາພະແນກ ເພື່ອຮິບໂຮມບົດປະເພດຕ່າງໆລົງສື່ເອເລັກໂຕຣນິກ.
4. ໜ້າທີ່ການພິມ-ຈໍາໜ່າຍ :
4.1 ຕີພິມເອກະສານ, ກວດກາເຕັກນິກ, ເອກະສານອ້າງອີງ, ປະກອບຮູບພາບ, ກວດແກ້ຄວາມຖືກ ຕ້ອງຕາມຕົ້ນສະບັບ.
4.2. ຂຶ້ນມາແກັດ, ອອກແບບຈັດໜ້າ, ຈັດສົ່ງຮ່າງວາລະສານສະບັບຕົ້ນເຂົ້າໂຮງພິມ, ຕິດຕາມການພິມ ແລະ ເກັບສໍາເນົາຕົ້ນສະບັບ.
4.3. ຄົ້ນຄວ້າສ້າງແຜນການຈໍາໜ່າຍ-ແຈກຢາຍປະຈໍາປີ, ຄຸ້ມຄອງບັນຊີ-ເກັບກໍາສະຖິຕິເປົ້າໝາຍການ ຈໍາໜ່າຍແຈກຢາຍໃນແຕ່ລະຂົງເຂດ ຢູ່ສູນກາງ ແລະ ທ້ອງຖິ່ນ.
4.4. ຈັດສົ່ງ ແລະ ຕິດຕາມກວດກາ, ເກັບກໍາສະພາບການຈໍາໜ່າຍແຈກຢາຍ ເປັນຕົ້ນດ້ານຈໍານວນ, ຄຸນນະພາບ, ການຫຸ້ມຫໍ່, ຂົນສົ່ງ ແລະ ເວລາ.
4.5. ສ້າງແຜນການ, ສົ່ງເສີມການຕະຫຼາດ ເພື່ອໂຄສະນາ, ສ້າງຄວາມຮັບຮູ້ເຂົ້າໃຈ, ດຶງດູດຄວາມ ສົນໃຈຂອງສັງຄົມຕໍ່ຜະລິດຕະພັນຂອງວາລະສານ.
4.6. ຕິດຕໍ່ປະສານງານ, ປຸກລະດົມ, ຂໍ້ການສະໜັບສະໜູນຊ່ວຍເຫຼືອ, ອຸປະຖຳດ້ານຕ່າງໆ ເພື່ອປະ ກອບສ່ວນພັດທະນາວຽກງານຂອງວາລະສານ.
5. ລົງເຄື່ອນໄຫວວຽກງານວາລະສານຢູ່ສູນກາງ ແລະ ທ້ອງຖິ່ນ.
6. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ແລະ ລະບຽບການ.
ໝວດທີ 5
ຫຼັກການ ແລະ ແບບແຜນວິທີເຮັດວຽກ
ມາດຕາ 12 ຫຼັກການ
1. ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະກ່ຽວກັບບັນຫາຍຸດທະສາດ ແລະ ວຽກງານລວມຂອງວາລະສານອະລຸນໃໝ່.
2. ປະຕິບັດລະບອບຫົວໜ້າດຽວ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງຂອງພະນັກງານ-ລັດຖະ ກອນ, ແບ່ງງານໃຫ້ບຸກຄົນຮັບຜິດຊອບຕາມຕຳແໜ່ງງານ, ຂັ້ນລຸ່ມຂຶ້ນກັບຂັ້ນເທິງ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ບຸກຄົນຂຶ້ນກັບການຈັດຕັ້ງ.
3. ທຸກການຈັດຕັ້ງ ແລະ ການເຄື່ອນໄຫວຂອງວາລະສານ ແມ່ນອີງໃສ່ກົດໝາຍ, ລະບຽບ, ຫຼັກການຂອງພັກ ແລະ ລັດ, ສອດຄ່ອງກັບແນວທາງແຜນນະໂຍບາຍ ແລະ ທິດທາງແຜນການຂອງຄະນະໂຄສະນາອົບຮົມສູນກາງພັກວາງອອກ.
ມາດຕາ 13 ແບບແຜນວິທີເຮັດວຽກ
1. ເຮັດວຽກມີແຜນການ, ໂຄງການ, ເຄື່ອນໄຫວແກ້ໄຂວຽກງານໃນແຕ່ລະໄລຍະຢ່າງມີຈຸດສຸມ ແລະ ມີເປົ້າໝາຍ.
2. ພົວພັນ, ປຶກສາຫາລື-ປະສານສົມທົບ ແລະ ຮ່ວມມືຢ່າງແໜ້ນແຟ້ນກັບພາກສ່ວນທີ່ກ່ຽວຂ້ອງຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ການມອບໝາຍຂອງຂັ້ນເທິງ.
3. ຊຸກຍູ້, ຕິດຕາມກວດກາ, ສະຫຼຸບຖອດຖອນບົດຮຽນ, ປະເມີນຜົນ ແລະ ປະຕິບັດລະບອບສ່ອງແສງລາຍງານຢ່າງເປັນປົກກະຕິ.
ໝວດທີ 6
ບົດບັນຍັດສຸດທ້າຍ
ມາດຕາ 14 ງົບປະມານ ແລະ ຕາປະທັບ
ວາລະສານອະລຸນໃໝ່ ມີງົບປະມານ ແລະ ຕາປະທັບ ເພື່ອຮັບໃຊ້ການເຄື່ອນໄຫວວຽກງານທາງລັດຖະການ.
ມາດຕາ 15 ການຈັດຕັ້ງປະຕິບັດ
ວາລະສານອະລຸນໃໝ່, ບັນດາກົມ, ຫ້ອງການ, ຫ້ອງການສະພາທິດສະດີ, ໜັງສືພິມປະຊາຊົນ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ປະຕິບັດຕາມຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.
ມາດຕາ 16 ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ປ່ຽນແທນມະຕິຕົກລົງຂອງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການຮັບຮອງພາລະບົດບາດຂອງວາລະສານອະລຸນໃໝ່ ສະບັບເລກທີ 25/ຄອສພ, ລົງວັນທີ 21 ມິຖຸນາ 2000 ແລະ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ