ຊ່ວຍເຫຼືອ:Contents

ຈາກ Laopedia

LaoPedia ແມ່ນຫຍັງ

LaoPedia ແມ່ນກະດານຂໍ້ມູນຊຸມຊົນລາວ ພາກລັດ ເປັນສາລານຸກົມອອນລາຍທີ່ໄດ້ລວບລວມເອົາບົດຄວາມ ຄວາມຮູ້ຕ່າງໆ ຈາກອົງການຈັດຕັ້ງຂອງລັດ ຄຸ້ມຄອງໂດຍກະຊວງເຕັກໂນໂລຊີ ແລະ ການສື່ສານ

ໄດ້ເລີ່ມນຳໃຊ້ໃນປີ 2024

ການເຂົ້າໃຊ້ LaoPedia

ທ່ານສາມາດເຂົ້າເວັບໄຊ LaoPedia ຈາກເວັບບຣາວເຊີເຊັ່ນ: google Chrome, Microsoft edge, Mozilla firefox, ... ເປີດເວັບບຣາວເຊີ ແລ້ວເຂົ້າໄປທີ່ laopedia.gov.la

ການອ່ານ ຫຼື ຊອກຫາບົດຄວາມ

ການຊອກຫາບົດຄວາມມີ 2ຊ່ອງທາງຫຼັກຄື:

  • ຊອກຫາບົດຄວາມຈາກໝວດ ຄລິກໃສ່ໝວດທີ່ຕ້ອງການຄົ້ນຫາຂໍ້ມູນຕົວຢ່າງເຊັ່ນ ໝວດການທ່ອງທ່ຽວ ລະບົບຈະສະແດງຫົວຂໍ້ບົດຄວາມທັງໝົດໃນໝວດການທ່ອງທ່ຽວ ໂດຍຈະລຽງລຳດັບຈາກຕົວອັກສອນ ກ-ຮ ເx-ໃx ທ່ານສາມາດເຂົ້າອ່ານບົດຄວາມໂດຍການຄລິກໃສຫົວຂໍ້ບົດຄວາມນັ້ນໆ
  • ຊອກຫາບົດຄວາມຈາກການຄົ້ນຫາ ທ່ານສາມາດພິມຄຳສັບລົງໃນ search box ຢູ່ດ້ານເທີງຂອງໜ້າເວັບໄຊ ຫົວຂໍ້ບົດຄວາມທີ່ກ່ຽວຂ້ອງຈະສະແດງອອກມາເປັນ dropdown list ທ່ານສາມາດເລືອກອ່ານບົດຄວາມນັ້ນໆໄດ້ດ້ວຍການຄລິກທີ່ຫົວຂໍ້ຂອງບົດຄວາມນັ້ນ ຫຼື ຄລິກໃສ່ປຸ່ມແວ່ນຂະຫຍາຍເພື່ອໄປທີ່ໜ້າຄົ້ນຫາຂັ້ນສູງ

ການເຂົ້າລະບົບ

ຄລິກປຸ່ມ ເຂົ້າສູ່ລະບົບ ຢູ່ດ້າເທິງຂອງຂອງໜ້າເວັບ ລະບົບຈະພາທ່ານເຂົ້າສູ່ໜ້າລັອກອິນ ປ້ອນຊື່ຜູ້ໃຊ້ ແລະ ລະຫັດຜ່ານໃຫ້ຖືກຕ້ອງ ແລ້ວກົດປຸ່ມເຂົ້າສູ່ລະບົບ