ພາລະບົດບາດຂອງວາລະສານອະລຸນໃໝ່

ຈາກ Laopedia
Revision as of 11:12, 27 ມັງກອນ 2026 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (Protected "ພາລະບົດບາດຂອງວາລະສານອະລຸນໃໝ່"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ຂໍ້​ຕົກລົງວ່າ​ດ້ວຍ​ການຈັດຕັ້ງ ​ແລະ ການ​ເຄື່ອນ​ໄຫວຂອງ​​ວາລະສານອະລຸນ​ໃໝ່

- ອີງ​ຕາມ​ມະຕິ​ຕົກລົງ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ ວ່າ​ດ້ວຍ​ການຈັດຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງພັກ, ສະບັບ​ເລກທີ 20 /ກມສພ, ລົງ​ວັນ​ທີ 13 ຕຸລາ 2022.

- ອີງ​ຕາມ​ໜັງສະເໜີຂອງກົມຈັດຕັ້ງ-ພະນັກງານ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ, ສະບັບ​ເລກທີ 428 /ກຈພ, ລົງ​ວັນ​ທີ 08 ທັນວາ 2022.

ຫົວໜ້າ​ຄະນະ​ໂຄສ​ະນາ​ອົບຮົມ​ສູນ​ກາງ​ພັກ​ ຕົກລົງ:

ໝວດ​ທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກການ ແລະ ແບບແຜນວິທີເຮັດວຽກ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງວາລະສານອະລຸນໃໝ່ ແນໃສ່ຈັດຕັ້ງປະຕິບັດວຽກງານວາລະສານໃຫ້ມີປະສິດທິຜົນສູງ.

ມາດຕາ 2 ທີ່ຕັ້ງ ແລະ ພາລະບົດບາດ

ວາລະສານອະລຸນ​ໃໝ່ ຂຽນເປັນຕົວອັກສອນຫຍໍ້ວ່າ “ວອ” ຫຼື ຂຽນເປັນພາສາອັງກິດ Alounmai Magazine “AM” ແມ່ນ​ວາລະສານ​ທິດ​ສະ​ດີ ​ແລະ ພຶດຕິ​ກໍາ​ຂອງສູນກາງ​ພັກ​ປະຊາຊົນປະຕິວັດ​ລາວ, ຊຶ່ງມີຖານະທຽບເທົ່າບັນດາກົມທີ່ສັງກັດຢູ່​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ; ມີ​ພາລະ​ບົດບາດ​ຄົ້ນຄວ້າ, ເຜີຍ​ແຜ່, ສຶກສາອົບຮົມທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ແນວທາງແຜນນະໂຍບາຍຂອງພັກ, ນະໂຍບາຍ ແລະ ກົດໝາຍຂອງລັດ; ປະກອບສ່ວນໃນການສະຫຼຸບສັງລວມ, ຖອດຖອນບົດ​ຮຽນ​ໃນການໝູນໃຊ້​ທິດ​ສະ​ດີ ​ແລະ ພຶດຕິ​ກໍາ​ຂອງ​ພັກ-ລັດ; ຄົ້ນຄວ້າ​ເຜີຍ​ແຜ່​ຜົນສຳເລັດ, ບົດຮຽນ​ຂອງ​ປະ​ເທດ​ເພື່ອນ​ມິດຢູ່ໃນ​ພາກພື້ນ ແລະ ສາກົນ; ເຜີຍແຜ່, ແລກປ່ຽນການຄົ້ນຄວ້າວິທະຍາສາດ, ສາລະຄວາມຮູ້, ຂ່າວສານ ປະກອບສ່ວນບູລະນະລະບອບປະຊາທິປະໄຕປະຊາຊົນຂອງພວກເຮົາ.

ໝວດ​ທີ 2

ໜ້າ​ທີ່ ​ແລະ ຂອບເຂດສິດ

ມາດຕາ 3 ​ໜ້າ​ທີ່

1. ຄົ້ນຄວ້າ, ​ເຊື່ອມ​ຊຶມ, ກຳ​ແໜ້ນ, ເຜີຍ​ແຜ່​ ແລະ ສຶກສາອົບຮົມທິດ​ສະ​ດີ​ມາກ-​ເລ​ນິນ, ແນວຄິດໄກສອນ ພົມວິຫານ,​ ແນວທາງ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະໂຍບາຍ ແລະ ກົດໝາຍ​ຂອງ​ລັດ.

2. ເປັນເຈົ້າການໂຄສະນາເຜີຍແຜ່ພາລະກິດປ່ຽນແປງໃໝ່, ການບູລະນະລະບອບປະຊາທິປະໄຕປະຊາ ຊົນ, ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຢູ່ລາວ.

3. ເຂົ້າຮ່ວມຄົ້ນຄວ້າບັນດາໂຄງການ​ວິທະຍາສາດລະດັບຊາດ, ຫົວຂໍ້ຄົ້ນຄວ້າສະເພາະຂັ້ນຕ່າງໆ; ປະ​ກອບ​ສ່ວນອະທິບາຍ, ຊີ້ແຈງ​ບັນຫາ​ທາງ​ດ້ານ​ທິດ​ສະ​ດີ-ພຶດຕິ​ກໍາ ຕໍ່ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ປະເທດເຮົາ; ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາຄົ້ນ​ຄວ້າ​ວິ​ທະ​ຍາ​ສາດກັບ​ເພື່ອ​ນ​ຮ່ວມ​ງານ, ຄູ່​ຮ່ວມ​ພັດ​ທະ​ນາ ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

4. ປະ​ສານ​ງານ​ກັບ​ອົງການຈັດຕັ້ງຕ່າງໆໃນ​ການສະຫຼຸບຖອດ​ຖອນ​ບົດຮຽນ, ສັງລວມພຶດຕິກຳແຫ່ງການຈັດຕັ້ງ​ຜັນ​ຂະຫຍາຍ​ແນວທາງ​ນະ​ໂຍບາຍ​ຂອງພັກ-ລັດເຮົາ ເວົ້າ​ລວມ, ​ເວົ້າ​ສະ​ເພາະວຽກ​ງານ​ການ​ເມືອງ-ແນວຄິດໃນ​ແຕ່​ລະ​ໄລ​ຍະ.

5. ໂຄ​ສະ​ນາເຜີຍແຜ່, ຊີ້ແຈງອະທິບາຍ, ຕອບແກ້-ແນະນຳບັນຫາທີ່ສັງຄົມໃຫ້ຄວາມສົນໃຈຕໍ່ສະຖານະການ, ເຫດການຢູ່ພາຍໃນ ແລະ ຕ່າງປະເທດ; ເດັດດ່ຽວຕອບຕ້ານທຸກການບິດເບຶືອນໃສ່ຮ້າຍປ້າຍສີຂອງອິທິກຳລັງປໍລະປັກ ແລະ ຄົນ​ທີ່ບໍ່ຫວັງດີຢ່າງທັນການ.

6. ເຜີຍແຜ່ຂໍ້ມູນ-ຂ່າວສານ, ການເຄື່ອນໄຫວຂອງອົງການຈັດຕັ້ງໃນລະບົບການເມືອງ; ຄົ້ນຄວ້າ​ເຜີຍ​ແຜ່​ຜົນ​ສໍາ​ເລັດ, ບົດຮຽນ ແລະ ການປະດິດສ້າງໃໝ່​ຂອງ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ​ອ້າຍ​ນ້ອງ ແລະ ເພື່ອນມິດສາກົນ.

7. ເຜີຍແຜ່, ແນະນຳຜົນການຄົ້ນຄວ້າວິທະຍາສາດ, ການແລກປ່ຽນບົດຮຽນ-ບົດຄວາມວິຊາການ, ບົດຄົ້ນຄວ້າ, ບົດວິເຄາະ, ບົດຂຽນ, ສາລະຄວາມຮູ້ ແລະ ບັນຫາພົ້ນເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ ຕາມຄວາມເໝາະສົມ.

8. ລາຍງານຂໍຄຳເຫັນຈາກຂັ້ນເທິງຢ່າງເປັນປົກກະຕິ, ເປັນເຈົ້າການຄົ້ນຄວ້າສ້າງ ແລະ ປັບປຸງນະໂຍບາຍ, ແຜນ​ການ, ນິຕິກຳ-ລະບຽບການ ທີ່ກ່ຽວພັນກັບວຽກງານວາລະສານຂອງຕົນ.

9. ຄຸ້ມຄອງ, ບໍລິຫານວຽກງານຂອງວາລະສານ ເປັນຕົ້ນການຄົ້ນຄວ້າ, ສຳມະນາ-ແລກປ່ຽນ, ຮິບໂຮມ, ສັງລວມ, ຄັດເລືອກ, ຂຽນ, ແປ, ກວດແກ້, ຮຽບຮຽງ, ບັນນາທິການ, ອອກແບບ, ປະກອບຮູບພາບ, ພິມ, ຈຳໜ່າຍ ແລະ ອອກຂ່າວຜ່ານສື່ຕ່າງໆຂອງຕົນຢ່າງກວ້າງຂວາງ.

10. ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງ​ຂັ້ນ​ເທິງ ແລະ ລະບຽບການ.

ມາດຕາ 4  ຂອບເຂດສິດ

1. ຈັດຕັ້ງນຳພາ, ຄຸ້ມຄອງ, ບໍລິຫານ ແລະ ພິຈາລະນາຕົກລົງວຽກງານຕ່າງໆຕາມພາລະບົດບາດ, ໜ້າທີ່ຂອງວາລະສານ.

2. ​ພົວພັນປະສານ​ສົມທົບກັບ​​ອົງການ​ຈັດຕັ້ງຂອງ​ພັກ-ລັດ, ແນວລາວສ້າງຊາດ, ສະ​ຫະ​ພັນ​ນັກ​ຮົບ​ເກົ່າ, ອົງການ​ຈັດຕັ້ງມະຫາຊົນ, ການຈັດຕັ້ງສັງຄົມ​ຢູ່​ສູນ​ກາງ​ ​ແລະ ທ້ອງ​ຖິ່ນ ເພື່ອເກັບກຳ-ຕິດຕາມ, ຄົ້ນ ຄວ້າ  ແລະ ແລກປ່ຽນ​ຂໍ້​ມູນຂ່າວສານທີ່ກ່ຽວພັນກັບວຽກງານຂອງ​ວາລະສານ.

3. ຂະຫຍາຍຕາ​ໜ່າງ​ເພື່ອນ​ຮ່ວມງານ​ປະ​ຈໍາ ​ແລະ ບໍ່​ປະ​ຈໍາ ເພື່ອສະໜອງຂໍ້ມູນ ແລະ ປະກອບສ່ວນຂຽນບົດລົງວາລະສານ; ລະດົມການປະກອບສ່ວນ, ອຸປະຖຳຂອງບຸກຄົນ, ນິຕິບຸກຄົນ ເພື່ອ​ປັບປຸງພັດທະນາວາລະສານ ໃຫ້ນັບມື້ດີຂຶ້ນ.

4. ເຂົ້າຮ່ວມ ຫຼື ຈັດກອງ​ປະຊຸມ​ສໍາ​ມະ​ນາ, ຄົ້ນຄວ້າ​ວິທະຍາສາດທາງ​ດ້ານ​ທິດ​ສະ​ດີ-ພຶດຕິ​ກໍາ, ​​ບັນຫາ​ທີ່​ພົ້ນ​ເດັ່ນ​ຢູ່ພາຍ​ໃນ ​ແລະ ສາກົນ.

5. ​​ພົວພັນ​ຮ່ວມ​ມືວຽກງານສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະການຮ່ວມມື​ແລກ​ປ່ຽນບົດຮຽນ​ກັບ​ວາລະສານຂອງ​ປະ​ເທດ​ເພື່ອນ​ມິດຍຸດທະສາດ.

6. ຈັດພິມ, ຈຳໜ່າຍ-ແຈກຢາຍ, ເຜີຍແຜ່ ແລະ ວາງສະແດງຜະລິດຕະພັນຂອງວາລະສານ ແລະ ຂອງພາກສ່ວນອື່ນທີ່ໄດ້ຮັບອະນຸຍາດ.

7. ​ສະ​ເໜີ​ແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແໜ່ງ, ​ເລື່ອນ​ຂັ້ນ, ​ເລື່ອນ​ຊັ້ນ, ຍ້ອງຍໍ, ປະຕິບັດ​ວິ​ໄນ, ປະຕິບັດນະ ໂຍບາຍ​ຕໍ່​ພະນັກງານ​ໃນຄວາມຮັບຜິດຊອບຂອງຕົນ.

8. ຄົ້ນຄວ້າປັບປຸງການຈັດຕັ້ງວາລະສານຢ່າງເປັນລະບົບ, ຈັດວາງ-ສັບ​ຊ້ອນບຸກຄະລາກອນ ບົນພື້ນຖານຄວາມຮູ້ຄວາມສາມາດ, ຄຸ້ມຄອງ-ນຳໃຊ້ພະນັກງານຢ່າງ​​ຖືກ​ຕ້ອງ ແລະ ແທດ​ເໝາະກັບຄວາມຮຽກ ຮ້ອງຕ້ອງການໃນແຕ່ລະໄລຍະ.

9. ຈັດຕັ້ງ ແລະ ເຂົ້າຮ່ວມການຝຶກອົບຮົມ-ແລກປ່ຽນວິຊາການ, ບຳລຸງຍົກລະດັບຄວາມຮູ້ວິຊາສະເພາະ ແລະ ຍົກລະດັບທິດສະດີການເມືອງໃຫ້ແກ່ພະນັກງານ.

10. ຄົ້ນຄວ້າສ້າງ-ປັບປຸງນິຕິກຳ, ລະບອບ-ກົນໄກ ເພື່ອເອື້ອອຳນວຍໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນ ໄຫວວຽກງານຂອງວາລະສານ; ປະຕິບັດນະໂຍບາຍຕໍ່ເພື່ອນຮ່ວມງານ, ບຸກຄົນ ແລະ ນິຕິບຸກຄົນທີ່ປະກອບສ່ວນພັດທະນາວາລະສານ.

11. ສ້າງ ແລະ ປະຕິບັດແຜນການເຄື່ອນໄຫວວຽກງານ, ແຜນງົບປະມານ; ຄຸ້ມຄອງ-ນຳໃຊ້ພາຫະນະ, ເຄື່ອງມືອຸປະກອນ, ພື້ນຖານໂຄງລ່າງຕາມຂອບເຂດຄວາມຮັບຜິດຊອບ.

12. ປະຕິບັດສິດອື່ນຕາມການມອບໝາຍຂອງ​ຂັັ້ນ​ເທິງ ​ແລະ ລະບຽບການ.

ໝວດ​ທີ 3

ໂຄງ​ປະກອບ​​ການຈັດຕັ້ງ

ມາດຕາ 5 ໂຄງປະກອບກົງຈັກ

1. ພະແນກບັນນາທິການການເມືອງ.

2. ພະແນກບັນນາທິການເສດຖະກິດ.

3. ພະແນກບັນນາທິການວັດທະນະທຳ-ສັງຄົມ.

4. ພະແນກບັນນາທິການຕ່າງປະເທດ-ສື່ເອເລັກໂຕຣນິກ.

5. ພະແນກຄຸ້ມຄອງ ແລະ ພິມຈຳໜ່າຍ.

ວາລະສານອະລຸນໃໝ່ ສາມາດຈັດຕັ້ງສະພາວິທະຍາສາດ ຫຼື ຄະນະວິຊາການ ເພື່ອຮັບ​ໃຊ້ວຽກງານວິຊາສະເພາະ ຊຶ່ງມີລະບຽບການສະເພາະ.

ມາດຕາ 6 ໂຄງປະກອບບຸກຄະລາກອນ

1. ວາລະສານອະລຸນໃໝ່ ປະກອບມີຫົວໜ້າບັນນາທິການ 1 ສະຫາຍ, ຊຶ່ງ​ໄດ້​ຮັບ​ການ​ແຕ່ງຕັ້ງ ຫຼື ປົດ​ຕຳແໜ່ງຈາກຄະນະເລຂາທິການ​ສູນ​ກາງ​ພັກ ຕາມການສະເໜີຂອງຄະນະຈັດຕັ້ງສູນກາງພັກ ແລະ ບົນພື້ນຖານການເຫັນດີເປັນເອກະພາບຂອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ມີ​ຄວາມ​ຮັບຜິດຊອບ​ໂດຍ​ກົງ​ຕໍ່​​ຄະ​ນະ​ປະ​ຈຳ​ພັກ ແລະ ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ຄະ​ນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ​ກ່ຽວກັບຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ.

2. ຮອງຫົວໜ້າບັນນາທິການ 2-3 ສະ​ຫາຍ, ຊຶ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕໍາແໜ່ງໂດຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕາມການສະເໜີຂອງກົມຈັດຕັ້ງ-ພະນັກງານ ແລະ ບົນພື້ນຖານຄວາມເປັນເອກະພາບຂອງກະຊວງພາຍໃນ ແລະ ວາລະສານອະລຸນໃໝ່; ມີໜ້າທີ່ຊ່ວຍຫົວໜ້າບັນ​ນາ​ທິ​ການຊີ້ນຳວຽກງານໃດໜຶ່ງຕາມການມອບໝາຍ ແລະ ມີຄວາມຮັບຜິດຊອບໂດຍກົງຕໍ່ຫົວໜ້າບັນ​ນາ​ທິການ ກ່ຽວກັບຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນວຽກງານຂອງຕົນ.

3. ຫົວໜ້າພະແນກ 5 ສະ​ຫາຍ, ຊຶ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕໍາແໜ່ງໂດຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕາມການສະເໜີຂອງກົມຈັດຕັ້ງ-ພະນັກງານ ແລະ ບົນພື້ນຖານຄວາມເປັນເອກະພາບຂອງວາລະສານອະລຸນໃໝ່; ເປັນ​ຜູ້​ຊ່ວຍຄະ​ນະ​ນຳ​ວາ​ລະ​ສານ​ອະ​ລຸນ​ໃໝ່ ແລະ ນຳ​ພາ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ວິ​ຊາ​ສະ​ເພາະ ຕາມ​ການ​ມອບ​ໝາຍ.

4. ຮອງຫົວໜ້າພະແນກ, ພະ​ແນກ​ລະ 1-2 ສະ​ຫາຍ, ຊຶ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕໍາແໜ່ງໂດຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕາມການສະເໜີຂອງກົມຈັດຕັ້ງ-ພະນັກງານ ແລະ ບົນພື້ນ ຖານຄວາມເປັນເອກະພາບຂອງວາລະສານອະລຸນໃໝ່; ເປັນ​ຜູ້​ຊ່ວຍວຽກ​ຫົວ​ໜ້າ​ພະ​ແນກ ແລະ ປະ​ຕິ​ບັດວຽກ​ງານ​ວິ​ຊາ​ສະ​ເພາະ ຕາມ​ການ​ມອບ​ໝາຍ.

5. ພະ​ນັກ​ງານ​ວິ​ຊາ​ການ​ຈຳ​ນວນ​ໜຶ່ງ ມີ​ຄວາມ​ຮັບ​ຜິດ​ຊອບ​ວຽກ​ງານ​ວິ​ຊາ​ສະ​ເພາະ​ຕາມ​ຕຳ​ແໜ່ງງານ ແລະ ການມອບ​ໝາຍ​ຂອງ​ຄະ​ນະ​ພະ​ແນກ.

ໝວດ​ທີ 4

ໜ້າທີ່ຂອງແຕ່ລະພະແນກ

ມາດຕາ 7 ໜ້າທີ່ຂອງພະແນກບັນນາທິການການເມືອງ

1. ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນ ແລະ ຜັນຂະຫຍາຍມະຕິ, ຄຳສັ່ງ, ແຈ້ງການ, ຄຳແນະນຳຂອງຂັ້ນເທິງ; ຫັນເປັນແຜນການລະອຽດເຂົ້າສູ່ການປະຕິບັດຕົວຈິງໃນແຕ່ລະໄລຍະ.

2. ຄົ້ນຄວ້າສ້າງ, ປັບປຸງແຜນການເຄື່ອນໄຫວວຽກງານຮອບດ້ານຂອງພະແນກ ພ້ອມທັງຈັດຕັ້ງປະຕິບັດ ຕິດຕາມກວດກາ, ສະຫຼຸບລາຍງານຕໍ່ຂັ້ນເທິງເປັນປົກກະຕິ.

3. ຄົ້ນຄວ້າສ້າງແຜນ-ໂຄງການເນື້ອໃນ, ຫົວຂໍ້ບົດປະເພດຕ່າງໆ ປະຈຳປີ, ໄຕມາດ, ເດືອນ ເພື່ອຄັດເລືອກ, ຂຽນ, ກວດແກ້, ຮຽບຮຽງ, ບັນນາທິການບົດຕ່າງໆໃນຂອບເຂດຄວາມຮັບຜິດຊອບຂອງພະແນກບັນນາທິການການເມືອງ: ປັດຊະຍາ, ການເມືອງ, ກໍ່ສ້າງພັກ-ພະນັກງານ, ລັດທິສັງຄົມນິຍົມວິທະຍາສາດ; ອົງການອໍານາດແຫ່ງລັດ, ກົດໝາຍ; ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ແນວລາວສ້າງຊາດ, ຊົນຊັ້ນ, ຊົນເຜົ່າ ແລະ ສາສະໜາ.

4. ຄົ້ນຄວ້າຂຽນບົດນຳກ່ຽວກັບວັນສຳຄັນຂອງຊາດ, ຂອງພັກ, ຂອງຜູ້ນຳ, ຂອງບັນດາຂະແໜງການຂັ້ນສູນກາງ.

5. ຄົ້ນຄວ້າຂຽນບົດຄວາມ, ບົດວິຈານ, ບົດຄົ້ນຄວ້າແລກປ່ຽນຄວາມເຫັນ, ບົດສະເໜີ, ບົດຂ່າວ, ບົດສາລະຄະດີ ໃນຂົງເຂດການເມືອງ ລົງສື່ສິ່ງພິມ ແລະ ສື່ແບບໃໝ່.

6. ຄົ້ນຄວ້າເຜີຍແຜ່ຜົນສຳເລັດຂອງກອງປະຊຸມສູນກາງພັກ, ກອງປະຊຸມສະພາແຫ່ງຊາດ, ກອງປະຊຸມລັດຖະບານ; ກອງປະຊຸມຄົ້ນຄວ້າສຳມະນາລະດັບຊາດ, ກອງປະຊຸມບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງພະແນກ.

7. ຄົ້ນຄວ້າຂຽນບົດ, ຮຽບຮຽງບົດກ່ຽວກັບການອະທິບາຍຊີ້ແຈງເຫດການ, ແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດການເມືອງ.

8. ກວດແກ້ບົດຂົງເຂດການເມືອງ.

9. ຕິດຕໍ່ພົວພັນປະສານສົມທົບກັບບັນດາກະຊວງ-ອົງການ, ຂະແໜງການ ແລະ ທ້ອງຖິ່ນ ຕາມຄວາມຮັບຜິດຊອບຂອງພະແນກ ເພື່ອຂໍການປະກອບສ່ວນຂຽນບົດ ແລະ ສະໜອງຂໍ້ມູນຂຽນບົດແກ່ວາ ລະສານ.

10. ເກັບກໍາສັງລວມ ແລະ ສະໜອງເອກະສານ, ຂໍ້ມູນ, ສະຖິຕິ, ບົດປະເພດຕ່າງໆທີ່ພົວພັນກັບວຽກງານຂອງພະແນກ.

11. ລົງເຄື່ອນໄຫວວຽກງານວາລະສານ ທັງຢູ່ສູນກາງ ແລະ ທ້ອງຖິ່ນ.

12. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ແລະ ລະບຽບການ.

ມາດຕາ 8 ໜ້າທີ່ຂອງພະແນກບັນນາທິການເສດຖະກິດ

1.  ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນ ແລະ ຜັນຂະຫຍາຍມະຕິ, ຄຳສັ່ງ, ແຈ້ງການ, ຄຳແນະນຳຂອງຂັ້ນເທິງ; ຫັນເປັນແຜນການລະອຽດເຂົ້າສູ່ການປະຕິບັດຕົວຈິງໃນແຕ່ລະໄລຍະ.

2. ຄົ້ນຄວ້າສ້າງ, ປັບປຸງແຜນການເຄື່ອນໄຫວວຽກງານຮອບດ້ານຂອງພະແນກບັນນາທິການເສດຖະກິດ, ພ້ອມທັງຈັດຕັ້ງປະຕິບັດ, ຕິດຕາມກວດກາ, ສະຫຼຸບລາຍງານຕໍ່ຄະນະບັນນາທິການ, ຕໍ່ຂັ້ນເທິງເປັນປົກກະຕິ.

3. ຄົ້ນຄວ້າສ້າງແຜນ-ໂຄງການເນື້ອໃນ, ຫົວຂໍ້ບົດປະເພດຕ່າງໆ ປະຈຳປີ, ປະຈຳໄຕມາດ, ປະຈຳເດືອນ, ເພື່ອຂຽນ, ກວດແກ້, ຮຽບຮຽງ, ບັນນາທິການບົດຕ່າງໆ ໃນຂອບເຂດຄວາມຮັບຜິດຊອບຂອງພະແນກບັນນາທິການເສດຖະກິດ ກ່ຽວກັບແນວທາງນະໂຍບາຍເສດຖະກິດ, ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ແລະ ການຄຸ້ມຄອງການເຄື່ອນໄຫວຂອງຂະແໜງການເສດຖະກິດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຄື: ກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ; ອຸດສາຫະກຳ-ການຄ້າ; ການເງິນ-ການທະນາຄານ; ແຜນການ ແລະ ການລົງທຶນ; ວຽກງານໂຍທາທິການ ແລະ ຂົນສົ່ງ; ວິທະຍາ ສາດ, ນະວັດຕະກຳ, ເຕັກໂນໂລຊີ ແລະ ການສື່ສານຂໍ້ມູນຂ່າວສານ; ຊັບພະຍາກອນທຳມະ ຊາດ ແລະ ສິ່ງ ແວດລ້ອມ; ພະລັງງານ ແລະ ບໍ່ແຮ່; ການແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດເສດ ຖະກິດ-ການຄ້າ.

4. ຄົ້ນຄວ້າຂຽນບົດນຳກ່ຽວກັບວັນສຳຄັນຂອງຊາດ, ຂອງພັກ, ຂອງຜູ້ນຳ, ຂອງບັນດາຂະແໜງການຂັ້ນສູນກາງ.

5. ຄົ້ນຄວ້າຂຽນບົດຄວາມ, ບົດວິຈານ, ບົດຄົ້ນຄວ້າແລກປ່ຽນຄວາມເຫັນ, ບົດສະເໜີ, ບົດຂ່າວ, ບົດສາລະຄະດີໃນຂົງເຂດເສດຖະກິດ ລົງສື່ສິ່ງພິມ ແລະ ສື່ແບບໃໝ່.

6. ຄົ້ນຄວ້າເຜີຍແຜ່ຜົນສຳເລັດຂອງກອງປະຊຸມສູນກາງພັກ, ກອງປະຊຸມສະພາແຫ່ງຊາດ, ກອງປະຊຸມລັດຖະບານ; ກອງປະຊຸມຄົ້ນຄວ້າສຳມະນາລະດັບຊາດ, ກອງປະຊຸມບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງພະແນກບັນນາທິການເສດຖະກິດ.

7. ຄົ້ນຄວ້າຂຽນບົດ, ຮຽບຮຽງບົດກ່ຽວກັບການອະທິບາຍຊີ້ແຈງເຫດການ, ແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດເສດຖະກິດ.

8. ກວດແກ້ບົດຂົງເຂດເສດຖະກິດ.

9. ຕິດຕໍ່ພົວພັນ, ປະສານສົມທົບກັບບັນດາກະຊວງ-ອົງການ, ຂະແໜງການ ແລະ ທ້ອງຖິ່ນ ຕາມຄວາມຮັບຜິດຊອບຂອງພະແນກ ເພື່ອຂໍການປະກອບສ່ວນຂຽນບົດ ແລະ ສະໜອງຂໍ້ມູນຂ່າວສານໃຫ້ແກ່ວາລະສານ.

10. ເກັບກຳສັງລວມ ແລະ ສະໜອງເອກະສານ, ຂໍ້ມູນ, ສະຖິຕິ, ບົດປະເພດຕ່າງໆທີ່ພົວພັນກັບວຽກງານຂອງພະແນກ.

11. ລົງເຄື່ອນໄຫວວຽກງານວາລະສານຢູ່ສູນກາງ ແລະ ທ້ອງຖິ່ນ.

12. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ແລະ ລະບຽບການ.

ມາດຕາ 9 ໜ້າທີ່ຂອງພະແນກບັນນາທິການວັດທະນະທຳ-ສັງຄົມ

1. ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນ ແລະ ຜັນຂະຫຍາຍມະຕິ, ຄຳສັ່ງ, ແຈ້ງການ, ຄຳແນະນຳຂອງຂັ້ນເທິງ; ຫັນເປັນແຜນການລະອຽດເຂົ້າສູ່ການປະຕິບັດຕົວຈິງໃນແຕ່ລະໄລຍະ.

2. ຄົ້ນຄວ້າສ້າງ, ປັບປຸງແຜນການເຄື່ອນໄຫວວຽກງານຮອບດ້ານຂອງພະແນກ ພ້ອມທັງຈັດຕັ້ງປະຕິບັດ, ຕິດຕາມກວດກາ, ສະຫຼຸບລາຍງານຕໍ່ຂັ້ນເທິງເປັນປົກກະຕິ.

3. ຄົ້ນຄວ້າສ້າງແຜນ-ໂຄງການເນື້ອໃນ, ຫົວຂໍ້ບົດປະເພດຕ່າງໆ ປະຈຳປີ, ໄຕມາດ, ເດືອນ ເພື່ອຄັດເລືອກ, ຂຽນ, ກວດແກ້, ຮຽບຮຽງ, ບັນນາທິການບົດຕ່າງໆໃນຂອບເຂດຄວາມຮັບຜິດຊອບຂອງພະແນກບັນນາທິການວັດທະນະທຳ-ສັງຄົມ ກ່ຽວກັບ: ແນວທາງນະໂຍບາຍຂົງເຂດວັດທະນະທຳ-ສັງ ຄົມ; ວຽກງານຖະແຫຼງຂ່າວ, ສື່ມວນຊົນ, ວັດທະນະທຳ, ທ່ອງທ່ຽວ; ສາທາລະນະສຸກ; ສຶກສາ ແລະ ກີລາ; ວຽກງານແຮງງານ ແລະ ສະຫວັດດີການສັງຄົມ; ສະຫະພັນນັກຮົບເກົ່າ; ອົງການຈັດຕັ້ງມະຫາຊົນ; ອົງການຈັດຕັ້ງທາງສັງຄົມ; ວຽກງານກາແດງ; ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບຂົງເຂດວັດທະນະທໍາ-ສັງຄົມ; ການແກ້ໄຂປະກົດການຫຍໍ້ທໍ້ໃນຂົງ ເຂດວັດທະນະທຳ ແລະ ສັງຄົມ.

4. ຄົ້ນຄວ້າຂຽນບົດນຳກ່ຽວກັບວັນສຳຄັນຂອງຊາດ, ຂອງພັກ, ຂອງຜູ້ນຳ, ຂອງບັນດາຂະແໜງການຂັ້ນສູນກາງ.

5. ຄົ້ນຄວ້າຂຽນບົດຄວາມ, ບົດວິຈານ, ບົດຄົ້ນຄວ້າແລກປ່ຽນຄວາມເຫັນ, ບົດສະເໜີ, ບົດຂ່າວ, ບົດສາລະຄະດີໃນຂົງເຂດວັດທະນະທຳ-ສັງຄົມ ລົງສື່ສິ່ງພິມ ແລະ ສື່ແບບໃໝ່.

6. ຄົ້ນຄວ້າເຜີຍແຜ່ຜົນສຳເລັດຂອງກອງປະຊຸມສູນກາງພັກ, ກອງປະຊຸມສະພາແຫ່ງຊາດ, ກອງປະຊຸມລັດຖະບານ; ກອງປະຊຸມຄົ້ນຄວ້າສຳມະນາລະດັບຊາດ, ກອງປະຊຸມບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງພະແນກ.

7. ຄົ້ນຄວ້າຂຽນບົດ, ຮຽບຮຽງບົດກ່ຽວກັບການອະທິບາຍຊີ້ແຈງເຫດການ, ແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດວັດທະນະທຳ-ສັງຄົມ.

8. ກວດແກ້ບົດຂົງເຂດວັດທະນະທຳ-ສັງຄົມ.

9. ຕິດຕໍ່ພົວພັນ, ປະສານສົມທົບກັບບັນດາກະຊວງ-ອົງການ, ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວ ຂ້ອງກັບພາລະບົດບາດຂອງພະແນກ ເພື່ອຂໍການປະກອບສ່ວນຂຽນບົດ ແລະ ສະໜອງຂໍ້ມູນຂ່າວ ສານໃຫ້ແກ່ວາລະສານ.

10. ເກັບກຳສັງລວມ ແລະ ສະໜອງເອກະສານ, ຂໍ້ມູນ, ສະຖິຕິ, ບົດປະເພດຕ່າງໆທີ່ພົວພັນກັບວຽກງານຂອງພະແນກ.

11. ລົງເຄື່ອນໄຫວວຽກງານວາລະສານຢູ່ສູນກາງ ແລະ ທ້ອງຖິ່ນ.

12. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ແລະ ລະບຽບການ.

ມາດຕາ 10 ໜ້າທີ່ຂອງພະແນກບັນນາທິການຕ່າງປະເທດ-ສື່ເອເລັກໂຕຣນິກ

1. ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນ ແລະ ຜັນຂະຫຍາຍມະຕິ, ຄຳສັ່ງ, ແຈ້ງການ, ຄຳແນະນຳຂອງຂັ້ນເທິງ; ຫັນເປັນແຜນການລະອຽດເຂົ້າສູ່ການປະຕິບັດຕົວຈິງໃນແຕ່ລະໄລຍະ.

2.  ຄົ້ນຄວ້າສ້າງ, ປັບປຸງແຜນການເຄື່ອນໄຫວວຽກງານຮອບດ້ານຂອງພະແນກບັນນາທິການຕ່າງປະເທດ ແລະ ສື່ເອເລັກໂຕຣນິກ, ພ້ອມທັງຈັດຕັ້ງປະຕິບັດ, ຕິດຕາມກວດກາ, ສະຫຼຸບລາຍງານ ຕໍ່ຄະນະບັນ ນາທິການ, ຕໍ່ຂັ້ນເທິງເປັນປົກກະຕິ.

3.  ຄົ້ນຄວ້າສ້າງແຜນ-ໂຄງການເນື້ອໃນ, ຫົວຂໍ້ບົດປະເພດຕ່າງໆປະຈຳປີ, ໄຕມາດ, ປະຈໍາເດືອນ ເພື່ອຂຽນ, ແປ, ກວດແກ້, ຮຽບຮຽງ, ບັນນາທິການບົດຕ່າງໆໃນຂອບເຂດຄວາມຮັບຜິດຊອບຂອງພະແນກບັນນາທິການຕ່າງປະເທດ ແລະ ສື່ເອເລັກໂຕຣນິກ ກ່ຽວກັບແນວທາງແຜນນະໂຍບາຍຂອງພັກ, ຍຸດທະສາດ-ນະໂຍບາຍການຕ່າງປະເທດຂອງລັດ, ຜົນການຈັດຕັ້ງປະຕິບັດວຽກງານຕ່າງປະເທດຂອງສູນກາງ ແລະ ທ້ອງຖິ່ນ, ການພົວພັນຮ່ວມມືກັບອົງການຈັດຕັ້ງສາກົນ ກໍຄືບົດຮຽນການສ້າງສາພັດທະນາຂອງບັນດາປະເທດໃນໂລກ ລວມເຖິງສະຖານະການ, ເຫດການທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ.

4.  ຄົ້ນຄວ້າຂຽນບົດນຳກ່ຽວກັບວັນສຳຄັນຂອງຊາດ, ຂອງພັກ, ຂອງຜູ້ນຳ, ຂອງບັນດາຂະແໜງການຂັ້ນສູນກາງ.

5.  ຄົ້ນຄວ້າຂຽນບົດຄວາມ, ບົດວິຈານ, ບົດຄົ້ນຄວ້າແລກປ່ຽນຄວາມເຫັນ, ບົດສະເໜີ, ບົດຂ່າວ, ບົດສາລະຄະດີໃນຂົງເຂດຕ່າງປະເທດລົງສື່ສິ່ງພິມ ແລະ ສື່ແບບໃໝ່.

6.  ຄົ້ນຄວ້າເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສູນກາງພັກ, ກອງປະຊຸມສະພາແຫ່ງຊາດ, ກອງປະຊຸມລັດຖະບານ, ກອງປະຊຸມຄົ້ນຄວ້າສໍາມະນາວິທະຍາສາດລະດັບຊາດ, ກອງປະຊຸມບັນດາຂະແໜງ ການຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງກັບພະແນກບັນນາທິການຕ່າງປະເທດ ແລະ ສື່ເອເລັກໂຕຣນິກ.

7.  ຄົ້ນຄວ້າຂຽນບົດ, ຮຽບຮຽງບົດກ່ຽວກັບການອະທິບາຍຊີ້ແຈງເຫດການ, ແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດຕ່າງປະເທດ.

8.  ກວດແກ້ບົດຂົງເຂດຕ່າງປະເທດ.

9.  ສ້າງ, ຄຸ້ມຄອງ ແລະ ພັດທະນາວາລະສານອະລຸນໃໝ່ເອເລັກໂຕຣນິກ, ຄົ້ນຄວ້າ, ຄັດເລືອກ, ຂຽນ, ແປ, ກວດແກ້, ຮຽບຮຽງ, ບັນນາທິການບົດຂຽນ, ຂ່າວສານ, ລາຍການຕ່າງໆເພື່ອກວດຜ່ານ ແລະ ອະນຸມັດລົງສື່ເອເລັກໂຕຣນິກໃນແຕ່ລະຄັ້ງ.

10. ພົວພັນປະສານງານກັບບັນດາກະຊວງ-ອົງການ, ຂະແໜງການ ແລະ ທ້ອງຖິ່ນ ຕາມຄວາມຮັບຜິດ ຊອບຂອງພະແນກ; ປະສານສົມທົບກັບເພື່ອນຮ່ວມງານປະຈຳ ແລະ ບໍ່ປະຈຳ.

11. ເກັບກໍາສັງລວມ ແລະ ສະໜອງເອກະສານ, ຂໍ້ມູນ, ສະຖິຕິ, ບົດປະເພດຕ່າງໆທີ່ພົວພັນກັບວຽກງານຂອງພະແນກ.

12. ລົງເຄື່ອນໄຫວວຽກງານວາລະສານຢູ່ສູນກາງ ແລະ ທ້ອງຖິ່ນ.

13. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ແລະ ລະບຽບການ.  

ມາດຕາ 11 ໜ້າທີ່ຂອງພະແນກຄຸ້ມຄອງ ແລະ ພິມຈຳໜ່າຍ

1.  ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນ ແລະ ຜັນຂະຫຍາຍມະຕິ, ຄໍາສັ່ງ, ແຈ້ງການ, ຄໍາແນະນໍາຂອງຂັ້ນເທິງ; ຫັນເປັນແຜນການອັນລະອຽດເຂົ້າສູ່ການປະຕິບັດຕົວຈິງໃນແຕ່ລະໄລຍະ.

2.  ໜ້າທີ່ຄຸ້ມຄອງ:

2.1.  ປະຕິບັດໜ້າທີ່ເສນາທິການຊ່ວຍວຽກຄຸ້ມຄອງ, ບໍລິຫານຕາມການມອບໝາຍ ເປັນຕົ້ນວຽກງານຄຸ້ມຄອງຫ້ອງການ, ວຽກຂາເຂົ້າ-ຂາອອກ, ວຽກສໍາເນົາເອກະສານ-ປຶ້ມວາລະສານ, ບໍລິການຂໍ້ມູນຂ່າວສານ-IT, ຄຸ້ມຄອງຫ້ອງອ່ານ, ອຸປະກອນເຄື່ອງມື-ພາຫະນະຮັບໃຊ້, ສໍານັກງານສະຖານ ທີ່.

2.2.  ສ້າງ ແລະ ຕິດຕາມແຜນການເຄື່ອນໄຫວ, ແຜນງົບປະມານປະຈໍາງວດ, 6 ເດືອນ, ປີ; ຄຸ້ມຄອງລາຍຮັບ-ລາຍຈ່າຍ ຂອງການເຄື່ອນໄຫວວຽກງານວາລະສານ.  

2.3.  ເກັບກໍາ, ລວບລວມບົດຂຽນ, ບົດແປ, ຜະລິດຕະພັນ-ຜົນງານການປະກອບສ່ວນຂອງພະນັກ ງານ-ເພື່ອນຮ່ວມງານ; ຄິດໄລ່ ແລະ ເບີກຈ່າຍຄ່າປາກກາຕາມລະບຽບການ.

2.4.  ສະຫຼຸບລາຍການເຄື່ອນໄຫວວຽກງານປະຈໍາເດືອນ, ໄຕມາດ, 6 ເດືອນ ແລະ ປະຈໍາປີສົ່ງໃຫ້ຄະນະນໍາວາລະສານ ແລະ ລາຍງານຕໍ່ຄະນະໂຄສະນາອົບຮົມສູນກາງພັກ.

2.5.  ຄົ້ນຄວ້າສ້າງ ແລະ ປະຕິບັດນະໂຍບາຍ, ລະບອບ-ກົນໄກ ເພື່ອສົ່ງເສີມດ້ານວິຊາການ.

2.6.  ປະສານງານກັບບັນດາພະແນກ ແລະ ພາກສ່ວນອື່ນຂອງຄະນະໂຄສະນາອົບຮົມສູນກາງພັກ.

3. ໜ້າທີ່ກອງເລຂາບັນນາທິການ:

3.1.  ປະຕິບັດໜ້າທີ່ເສນາທິການຊ່ວຍວຽກງານວິຊາການຂອງຫົວໜ້າບັນນາທິການ, ຮອງຫົວໜ້າບັນ ນາທິການ, ສະພາບັນນາທິການ/ສະພາວິທະຍາສາດ; ກະກຽມກອງປະຊຸມ, ສໍາມະນາ.

3.2.  ເກັບກໍາ, ສັງລວມ, ຕິດຕາມແຜນເນື້ອໃນບົດ, ຫົວບົດປະຈໍາປີ, ໄຕມາດ, ເດືອນ ຂອງບັນດາພະແນກ ແລະ ເພື່ອນຮ່ວມງານ ໂດຍລວບລວມ, ຈັດລຽງ ແລະ ຄາດຄະເນສາລະບານ ສະເໜີຜ່ານຫົວໜ້າບັນນາທິການ.

3.3.  ຕິດຕາມ, ຊຸກຍູ້ການຄົ້ນຄວ້າ, ການຂຽນ, ກວດແກ້, ຮຽບຮຽງ, ການຕີພິມບົດຕ່າງໆ ຂອງບັນດາພະແນກ.

3.4.  ອ່ານທຽບ, ກວດມາແກັດເບື້ອງຕົ້ນ, ກວດກາຄວາມຖືກຕ້ອງທັງໝົດຂອງປຶ້ມວາລະສານ ກ່ອນສົ່ງໃຫ້ຫົວໜ້າບັນນາທິການມີຄໍາເຫັນສຸດທ້າຍ.

3.5.  ຕິດຕາມເກັບກໍາຄວາມຄິດຄວາມເຫັນຂອງເພື່ອນຮ່ວມງານ, ຜູ້ອ່ານ, ຜູ້ຊົມ, ຄູ່ຮ່ວມພັດທະນາ ເພື່ອສະຫຼຸບຖອດຖອນ ແລະ ລາຍງານ.

3.6.  ປະສານສົມທົບກັບບັນດາພະແນກ ເພື່ອຮິບໂຮມບົດປະເພດຕ່າງໆລົງສື່ເອເລັກໂຕຣນິກ.

4. ໜ້າທີ່ການພິມ-ຈໍາໜ່າຍ :

4.1   ຕີພິມເອກະສານ, ກວດກາເຕັກນິກ, ເອກະສານອ້າງອີງ, ປະກອບຮູບພາບ, ກວດແກ້ຄວາມຖືກ ຕ້ອງຕາມຕົ້ນສະບັບ.

4.2.  ຂຶ້ນມາແກັດ, ອອກແບບຈັດໜ້າ, ຈັດສົ່ງຮ່າງວາລະສານສະບັບຕົ້ນເຂົ້າໂຮງພິມ, ຕິດຕາມການພິມ ແລະ ເກັບສໍາເນົາຕົ້ນສະບັບ.

4.3.  ຄົ້ນຄວ້າສ້າງແຜນການຈໍາໜ່າຍ-ແຈກຢາຍປະຈໍາປີ, ຄຸ້ມຄອງບັນຊີ-ເກັບກໍາສະຖິຕິເປົ້າໝາຍການ ຈໍາໜ່າຍແຈກຢາຍໃນແຕ່ລະຂົງເຂດ ຢູ່ສູນກາງ ແລະ ທ້ອງຖິ່ນ.

4.4. ຈັດສົ່ງ ແລະ ຕິດຕາມກວດກາ, ເກັບກໍາສະພາບການຈໍາໜ່າຍແຈກຢາຍ ເປັນຕົ້ນດ້ານຈໍານວນ, ຄຸນນະພາບ, ການຫຸ້ມຫໍ່, ຂົນສົ່ງ ແລະ ເວລາ.

4.5. ສ້າງແຜນການ, ສົ່ງເສີມການຕະຫຼາດ ເພື່ອໂຄສະນາ, ສ້າງຄວາມຮັບຮູ້ເຂົ້າໃຈ, ດຶງດູດຄວາມ ສົນໃຈຂອງສັງຄົມຕໍ່ຜະລິດຕະພັນຂອງວາລະສານ.

4.6.  ຕິດຕໍ່ປະສານງານ, ປຸກລະດົມ, ຂໍ້ການສະໜັບສະໜູນຊ່ວຍເຫຼືອ, ອຸປະຖຳດ້ານຕ່າງໆ ເພື່ອປະ ກອບສ່ວນພັດທະນາວຽກງານຂອງວາລະສານ.

5. ລົງເຄື່ອນໄຫວວຽກງານວາລະສານຢູ່ສູນກາງ ແລະ ທ້ອງຖິ່ນ.

6. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ແລະ ລະບຽບການ.  

ໝວດ​ທີ 5

ຫຼັກການ ແລະ ແບບແຜນວິທີເຮັດວຽກ

ມາດຕາ 12 ຫຼັກການ

1. ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະກ່ຽວກັບບັນຫາຍຸດທະສາດ ແລະ ວຽກງານລວມຂອງວາລະສານອະລຸນໃໝ່.

2. ປະຕິບັດລະບອບຫົວໜ້າດຽວ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງຂອງພະນັກງານ-ລັດຖະ ກອນ, ແບ່ງງານໃຫ້ບຸກຄົນຮັບຜິດຊອບຕາມຕຳແໜ່ງງານ, ຂັ້ນລຸ່ມຂຶ້ນກັບຂັ້ນເທິງ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ບຸກຄົນຂຶ້ນກັບການຈັດຕັ້ງ.

3. ທຸກການຈັດຕັ້ງ ແລະ ການເຄື່ອນໄຫວຂອງວາລະສານ ແມ່ນອີງໃສ່ກົດໝາຍ, ລະບຽບ, ຫຼັກການຂອງພັກ ແລະ ລັດ, ສອດຄ່ອງກັບແນວທາງແຜນນະໂຍບາຍ ແລະ ທິດທາງແຜນການຂອງຄະນະໂຄສະນາອົບຮົມສູນກາງພັກວາງອອກ.

ມາດຕາ 13 ແບບແຜນວິທີເຮັດວຽກ

1. ເຮັດວຽກມີແຜນການ, ໂຄງການ, ເຄື່ອນໄຫວແກ້ໄຂວຽກງານໃນແຕ່ລະໄລຍະຢ່າງມີຈຸດສຸມ ແລະ ມີເປົ້າໝາຍ.

2. ພົວພັນ, ປຶກສາຫາລື-ປະສານສົມທົບ ແລະ ຮ່ວມມືຢ່າງແໜ້ນແຟ້ນກັບພາກສ່ວນທີ່ກ່ຽວຂ້ອງຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ການມອບໝາຍຂອງຂັ້ນເທິງ.

3. ຊຸກຍູ້, ຕິດຕາມກວດກາ, ສະຫຼຸບຖອດຖອນບົດຮຽນ, ປະເມີນຜົນ ແລະ ປະຕິບັດລະບອບສ່ອງແສງລາຍງານຢ່າງ​ເປັນ​ປົກກະຕິ.

ໝວດ​ທີ 6

ບົດບັນຍັດສຸດທ້າຍ

ມາດຕາ 14 ງົບປະມານ ແລະ ຕາປະທັບ

ວາລະສານອະລຸນ​ໃໝ່ ມີ​​ງົບປະມານ ແລະ ຕາປະທັບ​ ເພື່ອຮັບ​ໃຊ້​ການ​ເຄື່ອນ​ໄຫວ​ວຽກ​ງານທາງ​ລັດ​ຖະການ.

ມາດຕາ 15 ການຈັດຕັ້ງປະຕິບັດ

ວາ​ລະ​ສານອະ​ລຸນ​ໃໝ່, ບັນດາກົມ, ຫ້ອງການ, ຫ້ອງການສະພາທິດສະດີ, ໜັງສືພິມປະຊາຊົນ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ປະຕິບັດຕາມຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 16 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ປ່ຽນ​ແທນມະຕິຕົກລົງຂອງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການຮັບຮອງ​ພາລະ​ບົດບາດ​ຂອງ​ວາລະສານອະລຸນ​ໃໝ່ ສະບັບ​ເລກທີ 25/ຄອສພ, ລົງ​ວັນ​ທີ 21 ມິຖຸນາ 2000 ແລະ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

                                                                ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ