ພະຍາດໂປລີໂອ
ພະຍາດໂປລີໂອ ຫຼື ເປ້ຍລ່ອຍ ແມ່ນພະຍາດຮ້າຍແຮງ, ຖ້າບຸກຄົນໃດໜຶ່ງບໍ່ມີພູມຄຸ້ມກັນ ຕິດເຊື້ອຈະມີອາການກ້າມຊີ້ນອ່ອນແຮງ ແລະ ເປັນອຳມະພາດ. ບາງຄົນອາດຈະເສຍຊີວິດເນື່ອງຈາກມີການທຳລາຍລະບົບກ້າມຊີ້ນຫາຍໃຈ, ເຮັດໃຫ້ກ້າມຊີ້ນດັ່ງກ່າວອ່ອນແຮງ ແລະ ບໍ່ສາມາດຫາຍໃຈໄດ້, ເຮັດໃຫ້ເສຍຊີວິດ.
ພະຍາດໂປລີໂອ ແມ່ນຕິດແປດງ່າຍທີ່ສຸດ. ເຊື້ອພະຍາດເຈືອປົນຢູ່ໃນອາຈົມຂອງຜູ້ຕິດເຊື້ອ, ຖ້າຖ່າຍຊະຊາຍ ເຊື້ອພະຍາດສາມາດແຜ່ລະບາດໄດ້ງ່າຍ ໂດຍຜ່ານການກິນດື່ມບໍ່ສະອາດ, ເຊື້ອພະຍາດ ປົນເປື້ອນໃນອາຫານທີ່ປຸງແຕ່ງບໍ່ສະອາດ, ນໍ້າ ແລະ ດິນທີ່ມີເຊື້ອ.
ປັດຈຸບັນ, ພະຍາດໂປລີໂອ ແມ່ນບໍ່ມີວິທີປິ່ນປົວ ແຕ່ເຮົາສາມາດປ້ອງກັນພະຍາດນີ້ໄດ້ດ້ວຍການຮັບວັກຊີນພຽງຢ່າງດຽວ.
ການຮັບວັກຊີນປ້ອງກັນພະຍາດໂປລິໂອເປັນຂອງຂວັນທາງສຸຂະພາບໃຫ້ແກ່ລູກຫຼານ, ຄົນໃນຄອບຄົວ ແລະ ຄົນອ້ອມຂ້າງຂອງທ່ານ ເພື່ອອະນາຄົດທີ່ສົດໃສ ແລະ ປອດໄພ.
ແຫຼ່ງທີ່ມາ https://www.facebook.com/watch/?v=1258315369192609