ແຮງງານເຄື່ອນຍ້າຍ

ຈາກ Laopedia
Revision as of 11:27, 2 ກໍລະກົດ 2025 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (Protected "ແຮງງານເຄື່ອນຍ້າຍ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ການ​ປະກອບອາຊີບໃນຂົງເຂດຂະແໜງການ ແລະ ວຽກງານຕ່າງໆ ແມ່ນ​ມີ​ຄວາມ​ຈຳ​ເປັນຫຼາຍ​ທີ່ສຸດ​ຕ້ອງ​ໄດ້​ໃຊ້​ແຮງ​ງານ​ເພື່ອ​ຊ່ວຍຄັບ​ເຄື່ອນເຂົ້າ​ໃນ​ການ​ຜະ​ລິດ, ບໍ່​ວ່າ​ຈະ​ເປັນ​ວຽກ​ງານ​ໃດໆ ກໍ​ຕາມ​ຖ້າ​ຂາດ​ແຮງ​ງານ​ແມ່ນ​ຈະ​ເຮັດ​ໃຫ້​ລະ​ບົບ​ການ​ຜະ​ລິດ​ມີ​ຄວາມ​ຊັກຊ້າ ແລະ ຢຸດ​ສະ​ງັກ.

ແຮງ​ງານ​ໜຸ່ມ​ກໍ່​ແມ່ນ​ພາກ​ສ່ວນ​ໜຶ່ງທີ່​ມີ​ຄວາມ​ສຳ​ຄັນໃນ​ການ​ຜະ​ລິດ​ຂັບ​ເຄື່ອນ​ເສດ​ຖະ​ກິດ​ຂອງ​ປະ​ເທດ, ເພາະ​ເປັນ​ກຳລັງແຮງ​ງານຕົ້ນຕໍ​ທີ່​ໃຫ້​ການ​ຜະ​ລິດ​ ແລະ ເປັນ​ທີ່​ຕ້ອງ​ການຂອງ​ຕະຫຼາດ​ແຮງ​ງານ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຖ້າ​ເປັນ​ແຮງ​ງານ​ທີ່​ມີ​ສີ​ມື ແລະ ມີ​ທັກ​ສະ ຍິ່ງ​ໄດ້​ຮັບ​ຄວາມ​ນິ​ຍົມຈາກຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດເປັນຢ່າງດີ.

ຈາກຂໍ້ມູນໃນປີ 2023 ຂອງກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ໄດ້ເກັບກຳ ແລະ ສັງລວມຕົວເລກ ຈາກບໍລິສັດຈັດຫາງານ ຈຳວນ 45 ບໍລິສັດ ໃນຂອບເຂດທົ່ວປະເທດ ໂດຍມີແຮງງານລາວໃນເກີນອາຍຸລະຫວ່າງ 18-35 ປີ ໄປອອກແຮງງານຢູ່ ປະເທດໄທ, ເກົາຫຼີ ແລະ ຍີ່ປຸ່ນ ລວມກັນມີທັງໝົດ 105.052 ຄົນ, ຍິງ 56.815 ຄົນ, ຫຼາຍກວ່າໝູ່ ແມ່ນດ້ານບໍລິການ, ກະສິກຳ ແລະ ອຸດສາຫະກຳ. ໃນກໍລະນີສຶກສານີ້ຈະຂໍຍິບຍົກເອົາ ແຮງງານທີ່ໄປອອກແຮງງານຢູ່ປະເທດຍີ່ປຸ່ນ (ກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, 2024).